ການເຄົາຣົບ ສິດທິມະນຸສ ຢູ່ລາວ ຍັງບໍ່ດີຂຶ້ນ

0:00 / 0:00

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານ​ເລື່ອງ​ສິດ​ທິ​ມະ​ນຸ​ສ ໃນ​ທົ່ວ​ໂລກ ໃນ​ນັ້ນ ປະ​ເທດ​ລາວ ກໍ​ເປັນ​ນຶ່ງ​ໃນ​ປະ​ເທດ ທີ່​ມີ​ການ​ລະ​ເມີດ​ສິດ​ທິ​ມະ​ນຸ​ສ ແລະ ການ​ເຄົາ​ລົບ​ສິດ​ທິ​ມະ​ນຸ​ສ ຍັງບໍ່​ດີ​ຂຶ້ນ.

ທ່ານ ແອນ​ໂທ​ນີ ບ​ລິງ​ເກິນ Antony Blinken ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຖ​ແລງ​ໃນ​ວັນ​ທີ 20 ມີ​ນາ ຕອນ​ນຶ່ງວ່າ: ເປັນ​ທີ່​ກະ​ຈ່າງ​ແຈ້ງວ່າ ບົດ​ຣາ​ຍ​ງານ​ດ້ານ​ສິດ​ທິ​ມະ​ນຸ​ສ ປີ 2022 ຢູ່​ໃນ ບັນ​ດາ​ປະ​ເທດ ຢູ່​​ທຸກໆ​ຂົງ​ເຂດ ພວກ​ເຮົາ​ຍັງ​ສືບ​ຕໍ່​ຕິດ​ຕາມ​ສະ​ພາບ​ບັນ​ຫາ​ສິດ​ທິ​ມະ​ນຸ​ສ ເພື່ອ​ປິດ​ຊ່ອງວ່າງ ​ໃຫ້​ມີ​ການ​ເຄົາ​ຣົບສັກ​ສີ​ຂອງ​ມະ​ນຸ​ສ ໃນ​ຂັ້ນ​ພື້ນ​ຖານ.

ທ່ານ ຍັງ​ກ່າວ​ຕື່ມ​ອີກວ່າ ວ່າ: ບົດ​ຣາຍ​ງານອີງ​ໃສ່​ຄວາມ​ຈິງ ພາ​ວະ​ວິ​ໃສ ເພື່ອ​ຄ້ຳປະ​ກັນ​ສິດ​ທິ​ມະ​ນຸສຢູ່​ທົ່ວ​ໂລກ. ສະ​ເພາະ​ບັນ​ຫາ​ສິ​ດ​ມິ​ມະ​ນຸ​ສ ຢູ່​ປະ​ເທດ​ລາວ, ບົດ​ຣາຍ​ງານໄດ້​ລະ​ບຸ​ເຖິງ ການ​ບີບ​ບັງ​ຄັບ​ໃຫ້​ຫາຍ​ສາຍ​ສູນ ຄື ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ດ​ທະ​ນາ ອາ​ວຸ​ໂສ​ດີ​ເດັ່ນ​ຂອງ​ລາວ ໃນ​ປີ 2012 ແລະ ຈົນ​ປະ​ເຖິງ​ປັດ​ຈຸບັນ ທາງ​ການ​ລາວ ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ຊອກ​ຫາ​ໂຕ​ທ່ານສົມ​ບັດ.

ຜູ້​ຣາຍ​ງານ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບການ​ດຳ​ເນີນ​ຄະ​ດີ ແລະ ການ​ສອບ​ສວນ​ຄະ​ດີ​ ທີ່​ໄດ້​ລະ​ບຸ​ເຖິງການ​ທໍ​ລະ​ມານ ແລະ ການ​ລະ​ເມີດ​ສິດ​ທິ​ມະ​ນຸ​ສ ລວມ​ທັງ​ການ​ລະ​ເມີດ​ທາ​ງ​ເພ​ດ. ສະ​ພາບຄຸກ ຫຼື ບ່ອນ​ຄຸມ​ຂັງ​ມີ​ຄວາມ​ແອ​ອັດ, ມີ​ອາ​ຫານ​ການ​ກິນບໍ່​ພຽງ​ພໍ, ແລະ ສູນ​ດູ​ແລ​ສຸ​ຂະ​ພາບ ບໍ່​ເໝາະ​ສົມ. ຜູ້​ທີ່​ຖືກ​ຂັງ​ພາງ ຢູ່​ປົນ​ກັນ​ກັບ​ນັກ​ໂທດ​ທົ່ວ​ໄປ, ເຍົາ​ວະ​ຊົນ ຖືກ​ນຳ​ມາ​ກັກ​ຂັງ​ກັບນັກ​ໂທດຜູ້​ໃຫຍ່. ການ​ຈັບ​ ຫຼື ກັກ​ຂັງ​ຄົນ​ໂດຍບໍ່​ມີ​ຫຼັກ​ຖານເກີດ​ຂຶ້ນ​ເປັນ​ປະ​ຈຳ​ຢູ່​ປະ​ເທດ​ລາວ ເຖິງວ່າ ກົດ​ໝາຍ​ຈະ​ຫ້າມບໍ່​ໃຫ້​ມີ​ການ​ຈັບ​ກຸມ​ບຸກ​ຄົນ​ໃດ​ນຶ່ງ ໂດຍ ບໍ່​ມີ​ຫຼັກ​ຖານ, ແຕ່ເຈົ້າ​ໜ້າ​ທີ່​ຣັ​ຖ​ບາງ​ຄົນ ກໍ​ບໍ່​ໄດ້​ເຄົາ​ຣົບ​ຕໍ່​ລະ​ບຽບ​ກົດ​ໝາຍ. ເຈົ້າ​ໜ້າ​ທີ່ຕຳ​ຣວດ, ທະ​ຫານ ແລະ ພາ​ສີ ມີ​ອຳ​ນາດ​ໃນ​ການ​ຈັບ​ກຸມ. ໂດຍ​ທົ່ວ​ໄປ​ແລ້ວ ໃນ​ທາງ​ປະ​ຕິ​ບັດ ມີພຽງ​ແຕ່​ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ເທົ່າ​ນັ້ນ ທີ່​ກະ​ທຳ​ການ​ຈັບ​ກຸມ​ໄດ້. ຕາມ​ກົດ​ໝາຍ​ແລ້ວ ເຈົ້າ​ໜ້າ​ທີ່​ຈະ​ຕ້ອງ​ແຈ້ງ​ຂໍ້​ກ່າວ​ຫາ ໃຫ້​ແກ່​ຜູ້​ຖືກ​ຫາ ພາຍ​ໃນ 24 ຊົ່ວ​ໂມງ, ແຕ່ໃນ​ໂຕ​ຈິງແລ້ວ ເຈົ້າ​ໜ້າ​ທີ່​ກໍບໍ່​ໄດ້​ປະ​ຕິ​ບັດ​ແນ​ວນັ້ນ ໂດຍ​ສະ​ເພາະ ຢູ່​ເຂດ​ພື້ນ​ທີ່​ຫ່າງ​ໄກ ຫຼື ເຂດ​ຊົນ​ນະ​ບົດ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ຍັງ​ໃຊ້​ອຳ​ນາດແບບບໍ່​ມີ​ຂອບ​ເຂດ​ໃນ​ການ​ຈັບ​ກຸມຜູ້​ຖືກ​ຫາ ໂດຍ ການ​ຈັບ​ແບບບໍ່​ມີ​ໝາຍ​ສານ ຫຼື ຈັບ​ແບບ​ກໍ​ລະ​ນີກະ​ທຳ​ຜິດ​ເຊິ່ງ​ໜ້າ.

ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ໄດ້​​ຣາຍ​ງານ​ວ່າ ເ​ຈົ້າ​ໜ້າ​ທີ່​ຕຳ​ຣວດ ໄດ້​ນາບຂູ່ຄຸກ​ຄາມ ທະ​ນາຍ​ຄວາມ ແລະ ພິຍານ ໃນ​ກໍ​ລະ​ນີຂໍ້​ຂັດ​ແຍ່ງ​ທີ່​ດິນ ໂດຍ​ສະ​ເພາະ ຜູ້​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ກົດ​ໝາຍ​ແກ່​ປະ​ຊາ​ຊົນ​ຜູ້​ອັບ​ປະ​ໂຫຍດ​ ທີ່ສູນ​ເສັຽ​ທີ່​ດິນ.

ຢູ່​ປະ​ເທດ​ລາວ ຍັງ​ຂາດ​ທະ​ນາຍ​ຄວາມທີ່​ມີ​ຄຸ​ນ​ນະ​ວຸດ ແລະ ທະ​ນາຍ​ຄວາມບໍ່​ຢາກ​ເຂົ້າ​ໄປ​ພົວ​ພັນກັບ​ຄະ​ດີ​ທີ່​ຫລໍ້​ແຫລມ ຍ້ອນ​ເຂົາ​ເຈົ້າ​ຢ້ານ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຈະ​ມາ​ເອົາ​ເລື່ອງ. ສິ່ງ​ດັ່ງ​ກ່າວ ​ໄປ​ຈຳ​ກັດ​ສິດ​ຂອງ​ທະ​ນາຍ​ຄວາມ ໃນ​ການ​ໃຫ້​ຄຳ​ປຶກສາ ແລະ ຫຼາຍ​ຄົນ​ກໍ​ເຊື່ອ​ວ່າ ຈະ​ມີ​ທະ​ນາຍ​ຄວາມ​ໄປ​ເພື່ອ​ຫຍັງ.

ເຈົ້າ​ໜ້າ​ທີ່​ຣັ​ຖ​ພຽງ​ແຕ່ ໃຫ້​ມີ​ທະ​ນາຍ​ຄວາມໄດ້​ສະ​ເພາະ​ແຕ່​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ກັບ​ເດັກ​ນ້ອຍ​, ຄະ​ດີ​ຈຳ​ຄຸກ​ຕ​ະ​ຫຼອດ​ຊີ​ວິດ ຫຼື ຕັດ​ສິນ​ປະ​ຫານ​ຊີ​ວິດ, ແລະ ຄະ​ດີ​ທີ່​ຫຍຸ້ງ​ຍາກ ທີ່​ພົວ​ພັນ​ກັບ​ຄົນຕ່າງ​ປະ​ເທດ. ກົດ​ໝາຍບໍ່​ໃຫ້​ສິດ​ທະ​ນາຍ​ຄວາມ ເພື່ອ​ໃຫ້​ມີ​ເວ​ລາ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ທີ່​ເໝາະ​ສົມ ໃນ​ການ​ກະ​ກຽມວ່າຄວາມ.

ຜູ້​ຖືກ​ຫາ ແລະ ນັກ​ໂທດ​ການ​ເມືອງ ບໍ່​ມີ​ສິດ​ຂໍ​ຍື່ນ​ອຸ​ທອນ. ໂຕ​ຢ່າງ ທ້າວ ສົມ​ພອນ ພິມ​ມະ​ສອນ, ທ້າວ ສຸ​ການ ໃຈ​ທັດ ແລະ ນາງ ຫຼອດ​ຄຳ ທຳ​ມະ​ວົງ ຖືກ​ສານ​ຕັດ​ສິນ​ ໃນ​ປີ 2017 ໃນ​ຫຼາຍ​ຂໍ້​ຫາ ເປັນ​ຕົ້ນ ຂໍ້​ຫາ​ທໍ​ລະ​ຍົດ​ຊາດ, ໂຄ​ສະ​ນາມ​ຕ້ານ​ຣັ​ຖ, ສ້າງ​ຄວາມ​ວຸ້ນ​ວາຍ​ໃນ​ສັງ​ຄົມ.

ຜູ້​ຖືກ​ຫາ​ທັງ​ສາມ​ຄົນ ບໍ່​ມີ​ສິດ​ທີ່​ຈະ​ຂໍ​ຍື່ນ​ອຸ​ທອນ​ໃນ​ການ​ຕໍ່​ສູ້​ຄະ​ດີ ແລະ ກໍ​ບໍ່​ມິ​ທະ​ນາຍ​ຄວາມຄົນ​ລາວ ​ກ້າ​ເຂົ້າ​ໄປຊ່ວຍ​ເຫຼືອ.

ອີກ​ກໍ​ລະ​ນີ​ນຶ່ງ ກໍ​ຄື ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ຖືກ​ຈັບ​ໃນ​ປີ 2019 ແລະ ຍອມ​ຮັບ​ຜິດ ທີ່​ໄດ້​ກ່າວ​ປະ​ນາມ​ປະ​ເທດ​ຊາດ ໃນ​ເວ​ລາ ທີ່​ລາວ​ວິ​ຈານ​ເຈົ້າ​ໜ້າ​ທີ່​ຣັ​ຖ​ ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນທີ່​ຖືກ​ນຳ​ຖ້ວມ​ຢູ່​ແຂວງ​ສາ​ຣະ​ວັນ ແລະ ແຂວງ​ຈຳ​ປາ​ສັກ ມີ​ຄວາມ​ຊັກ​ຊ້າ.

ຕາມ​ກົດ​ໝາຍ​ແລ້ວ ​ອົງ​ການພາກ​ປະ​ຊາ​ສັງ​ຄົມ ມີ​ຄວາມ​ເປັນ​ອິດ​ສະ​ຣະ ແຕ່ ກໍ​ບໍ່​ຄ່ອຍ​ປະ​ກົດ​ເຫັນ​ເປັ​ນ​ຮູບ​ປະ​ທຳ. ປະ​ຊາ​ຊົນ ບໍ່​ສາ​ມາດເຂົ້າ​ຫາໜ່ວຍ​ງານກວດ​ສອບ​ຈາກ​ພາ​ກປະ​ຊາ​ສັງ​ຄົມ​ທີ່​ມີ​ປະ​ສິດ​ທິ​ພາບ ເພື່ອກວດ​ກາ​ກໍ​ລະ​ນີການ​ລະ​ເມີດ​ສິດ​ທິ​ມະ​ນຸສ ຍ້ອນ​ວ່າ ສານ​ພາຍ​ໃນ​ປະ​ເທດລາວ ບໍ່ມີ​ຄວາມ​ເປັນອິດ​ສະ​ຣະ ແລະ ມີ​ການ​ສໍ້​ລາດ​ບັງ​ຫລວງ​ກັນ.

ເຖິງວ່າ ຈະ​ມີ​ການ​ຕັດ​ສິນ​ຄະ​ດີ​ຄວາມ​ກໍ​ຕາມ, ແຕ່ ກໍ​ຍັງ​ມີ​ບັນ​ຫາ​ເລື່ອງ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ.

ຣັ​ຖ​ບານ​ຍັງ​ຄົງ​ສືບ​ຕໍ່ ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ໂຄງ​ການ​ພັດ​ທະ​ນາ ແລະ ຫຼາຍ​ຄອບ​ຄົວ ທີ່​ຖືກ​ຍົກ​ຍ້າຍ ກໍ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ທີ່​ເໝາະ​ສົມ ຈາກ​ໂຄງ​ການ​ຂອງ​ຣັ​ຖ​ບານ ເຊັ່ນ ໂຮງ​ງານ​ແປ​ຮູບ​ມັນ​ຕົ້ນ ຢູ່​ເມືອງ ບາງ​ຈຽງ​ຈະ​ເລີນ​ສຸກ ແຂວງ​ຈຳ​ປາ​ສັກ ທີ່​​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃຫ້​ການ​ສ​ນັບ​ສ​ນູນ. ໂຮງ​ງານ​ດັ່ງ​ກ່າວ ໄປ​ກວມ​ເອົາ​ດິນ​ທຳ​ກິ​ນ​ຂອງ​ປະ​ຊາ​ຊົນ.

ປະ​ຊາ​ຊົນ​ຄົນ​ອື່ນໆ ກໍ​ຖືກ​ປັບ​ຄັບ​ໃຫ້​ຍົກ​ຍ້າຍ​ອອກ​ຈາກ ທີ່​ດິນ​ກະ​ສິ​ກຳ​ທີ່​ເໝາະ​ສົມ ຫຼື ຖືກ​ນາບ​ຂູ່. ເຂົາ​ເຈົ້າ​ໄດ້​ສູນ​ເສັຽ​ທີ່​ດິນ ແລະ ວິ​ຖີ​ຊີ​ວິດ.

ກົດ​ໝາຍ​ຫ້າມບໍ່​ໃຫ້ ມີ​ການຄົ້ນ ແລະ ການ​ຈັບ-ຢຶດ ແບບບໍ່​ຖືກ​ກົດ​ໝາຍ, ແຕ່ວ່າ ພັດ​ມີ​ຂໍ້​ຍົກ​ເວັ້ນ​ໃນ​ກໍ​ລະ​ນີໝາຍ​ສານ ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ໝັ້ນ​ຄົງ. ໃນ​ຫຼາຍໆ ກໍ​ລະ​ນີ, ຕາມ​ກົດ​ໝາຍ​ແລ້ວ ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຈະ​ຕ້ອງຂໍ​ໝາຍ​ສານ, ແຕ່ວ່າ ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ ເຈົ້າ​ໜ້າ​ທີ່ບໍ່​ເຮັດ​ແນວ​ນັ້ນ ໂດຍ ສະ​ເພາະ​ຢູ່​ເຂດ​ຫ່​າງ​ໄກ​ສອກ​ຫຼີກ ຫຼື ເຂດ​ຊົນ​ນະ​ບົດ.

ຣັ​ຖ​ບານ​ມີ​ການ​ຕິດ​ຕາມການ​ເຄື່ອນ​ໄຫວ​ຂອງ​ບຸກ​ຄົນ ແລະ ລວ​ມ​ທັງ​ຕິດ​ຕາມ​ໂທ​ລະ​ສັບ ແລະ ອີ​ເມວ ໂດຍບໍ່​ມີ​ສຳ​ສັ່ງ​ສານ.

ກົດ​ໝາຍ​ໃຫ້​ສິດ​ເສ​ຣີ​ພາບ​ໃນ​ການ​ປາກ​ເວົ້າ ລວມ​ທັງສື່ມວນ​ຊົນ, ແຕ່ວ່າ ຣັ​ຖ​ບານ​ໄດ້​ຈຳ​ກັດການ​ເວົ້າ ແລະ ການ​ຂີດ​ຂຽນ​ທີ່​ວິ​ຈານ​ດ້ານ​ການ​ເມືອງ. ຣັ​ຖ​ບານ​ຍັງ​ຫ້າມບໍ່​ໃຫ້​ວິ​ຈານ​ອອກ​ທາງ​ສາ​ທາ​ລະ​ນະ ທີ່​ສົ່ງ​ຜົ​ລ​ຕໍ່ພາບ​ພົດ​ຂອງ​ຣັ​ຖ​ບານ.

ສື່ມວນ​ຊົນ​ພາຍ​ໃນ ຖືກ​ຈຳ​ກັດ​ບໍ່​ໃຫ້​ມີ​ການ​ຣາຍ​ງານສົງ​ຄາມ​ ທີ່​ຣັດ​ເຊັຽໃຊ້​ກໍ​າ​ລັງ​ທະ​ຫານ​ເຂົ້າ​ໄປ​ໂຈມ​ຕີ​ປະ​ເທດ​ຢູ​ເຄ​ຣນ ຢ່າງກົງ​ໄປ​ກົງ​ມາ ຫຼື ຣາຍ​ງານ​ແບບ​ຂໍ້​ມູນ​ສອງ​ດ້ານ ແຕ່​ສ່ວນ​ຫຼາຍ ສື່ມວນ​ຊົນຣາຍ​ງານ​ຂໍ້​ມູ​ນ​ຈາກ​ຣັ​ດ​ເຊັຽ ​ຫຼາຍກວ່າ. ສື່ມວນ​ຊົນ​ຖືກ​ຫ້າມບໍ່​ໃຫ້ຣາຍ​ງານ​ຂ່າວ ການ​ປະ​ທ້ວງ​ຢູ່​ປະ​ເທດ​ຈີນ ຍ້ອນ​ຣັ​ຖ​ບານ​ຈີນ​ປິດ​ເມືອງໃນ​ໄລ​ຍະ​ໂຄວິດ-19 ຣະ​ບາດ.

ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ສັງ​ກັດ​ຣັ​ຖ​ບານ ໄດ້​ຣາຍ​ງານ​ວ່າ ປະ​ຊາ​ຊົນຖືກ​ສອນຕັ້ງ​ແຕ່​ອາ​ຍຸ​ຍັງ​ນ້ອຍ ບໍ່​ໃຫ້ວິ​ຈານ​ຣັ​ຖ​ບານ.

ຣັ​ຖ​ບານ ບໍ່​ອະ​ນຸ​ຍາດ​ໃຫ້​ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ເຂົ້າ​ໄປ​ຕັ້ງ​ສຳ​ນັກ​ງານ​ຢູ່​ປະ​ເທດ​ລາວ ຍົກ​ເວັ້ນ ສື່ມວນ​ຊົນ​ຈາກ​ປະ​ເທດ​ຈີນ ແລະ ວຽດ​ນາມ. ຣັບ​ຖານ ໄດ້​ຈຳ​ກັດ ວຽກ​ງານ​ຂອງ​ສື່ມວນ​ຊົນ​ທີ່​ເຂົ້າ​ໄປ​ຣາຍ​ງານ​ໃນ​ປະ​ເທດ​ລາວ ແລະ ຣັ​ຖ​ບານ ປະ​ຕິ​ເສດ​ ທີ່​ຈະ​ໃຫ້​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ເຂົ້າ​ໄປ​ເຮັດ​ຂ່າວ​ຢ່າງ​ອີ​ສ​ຣະ ຖ້າບໍ່​ມີ​ເຈົ້າ​ໜ້າ​ທີ່ຣັ​ຖ​ຕິດ​ຕາມ.

ກົດ​ໝາຍ​ລາວ ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ໂຮມ​ຊຸມ​ນຸມ​ຢ່າງ​ສ​ງົບ ແລະ ກົດ​ໝາຍ​ຫ້າມຈັດ​ການ​ປະ​ທ້ວງ ທີ່​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ ແລະ ຄວາມບໍ່​ໝັ້ນ​ຄົງ​ທາງ​ສັງ​ຄົມ. ຜູ້​ປະ​ທ້ວງ ຈະ​ຖືກ​ລົງ​ໂທດ​ຈຳ​ຄຸກ​ສູງ​ສຸດ 5 ປີ.

ເຈົ້າ​ໜ້າ​ທີ່​ຈຳ​ກັດ ເສ​ຣີ​ພາບ​ໃນ​ການ​ຕັ້ງ​ສະ​ມາ​ຄົມ ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ສັງ​ກັດ​ຣັ​ຖ​ບານ ແລະ ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ​ອື່ນໆ ໂດຍສະ​ເພາະ ຣັ​ຖ​ບານ​ບັງ​ຄັບ​ໃຫ້ບາງ​ອົງ​ການ ໃຫ້​ປ່ຽນ​ຊື່ ດ້ວຍ​ການ ເອົາ​ຄຳ​ວ່າ “ສິດທິ" ອອກ.

​ມີ​ການ​ຈຳ​ກັດ​ການ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ ເພື່ອ​ໄປ​ຮ່ວມ​ງານ​ກິ​ດ​ຈະ​ກຳ​ທາງ​ສາ​ສ​ນາ ຢູ່​ຕ່າງ​ປະ​ເທດ ແຕ່ ຖ້າ​ປະ​ຊາ​ຊົນ​ຜູ້​ໃດ​ຢາກ​ໄປ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຣັ​ຖ​ບານ​ກ່ອນ.

ປະ​ຊາ​ຊົນ ບໍ່​ມີ​ສິດ​ທີ່​ຈະ​ເລືອກ​ຕັ້ງ​ເອົາຣັ​ຖ​ບານ ຢ່າງ​ເສ​ຣີ ແລະ ຍຸ​ຕິ​ທັມ. ບໍ່​ມີ​ພື້ນ​ທີ່​ໃຫ້​ປະ​ຊາ​ຊົນ ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ. ເຖິງວ່າ ຣັ​ຖ​ທຳ​ມະ​ນູນ​ຂອງ​ລາວ ໄດ້​ລະ​ບຸ​ເຖິງອົງ​ການ​ບໍ​ຣິ​ຫານ, ນິ​ຕິ​ບັນ​ຍັດ, ແລະ ຕຸ​ລາ​ການ ທີ​ມີ​ຄວາມ​ທຽບ​ເທົ່າ​ກັນ, ແຕ່ ຣັ​ຖ​ທຳ​ມະ​ນູນ ກໍ​ໃຫ້​ສິດ​ພັກ​ປ​ະ​ຊາ​ຊົນ​ປະ​ຕິ​ວັດລາວ ເປັນ​ຜູ້​ຄວບ​ຄຸມການປົກ​ຄອງ ແລະ ການ​ນຳ​ພາ ໃນ​ທຸກ​ຂະ​ແໜງ​ການ.

ການ​ເລືອກ​ຕັ້ງ ແລະ ການ​ມີ​ສ່ວນ​ຮ່ວມ​ທາງ​ດ້ານ​ການ​ເມືອງ ຍັງ​ຄົງເປັນ​ເລື່ອງ​ທີ່​ໄກ​ໂຕ​ປະ​ຊາ​ຊົນ​ລາວ.

ສະ​ພາ​ແຫ່ງ​ຊາດ ໄດ້​ແຕ່ງ​ຕັ້ງຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ທີ່​ໄດ້​ຮັບ​ຮອງ​ເອົາຜູ້​ລົງ​ສ​ມັກ​ເລືອກ​ຕັ້ງ​ທັງ​ລະ​ດັບ​ແຂວງ ແລະ ລະ​ດັບ​ຊາດ. ຜູ້​ສ​ມັກ​ເລືອກ​ຕັ້ງ ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ສ​ະ​ມາ​ຊິກ​ພັກ ແຕ່ ໃນ​ໂຕ​ຈິງ ຜູ້​ສ​ມັກເປັນ​ສະ​ມາ​ຊິກ​ພັກທັງ​ໝົດ.

ເຖິງວ່າ ໃນ​ປີ 2021 ຈະ​ມີ​ຜູ້​ລົງ​ສ​ມັກ​ເລືອກ​ຕັ້ງ ຈຳ​ນວນ 164 ຄົນ ໃນ​ນັ້ນ ມີ​ຜູ້​ສ​ມັກ​ອິ​ສ​ະ​ຣະ 6 ​ຄົນ.

ແມ່​ຍິງ​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ຂບວນ​ທາງ​ການ​ເມືອງ ບໍ່​ຫຼາຍ ແລະ ບົດ​ບາດການ​ນຳ​ຂອງ​ແມ່​ຍິງ ຍັງ​ຄົງ​ຖືກ​ຈຳ​ກັດ - ຢູ່​ເຂດ​ຊົນ​ນະ​ບົດ ມີ​ຜູ້​ຍິງ​ໃນ​ອັດ​ຕ​ຣາ​ສ່ວນ​ພຽງ​ແຕ່ 3 ເປີ​ເຊັນ​ເທົ່າ​ນັ້ນ ທີ່​ເປັນນາຍ​ບ້ານ.

ກົດ​ໝາຍ​ໄດ້​ກຳ​ນົດບົດ​ລົງ​ໂທດ​ຕໍ່​ພະ​ນັກ​ງານ​ທີ່​ສໍ້​ລາດ​ບັງ​ຫລວງ ແລະ ຣັ​ຖ​ບານ ກໍ​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ບັນ​ຫານີ້. ແຕ່​ກໍ​ຍັງ​ມີ​ພະ​ນັກ​ງານ​ຫຼາຍ​ຄົນ ຍັງ​ພົວ​ພັນເລື່ອງ​ສຳ​ຣາ​ສ ​ບັງ​ຫລວງ ໂດຍບໍ່​ຖືກ​ລົງ​ໂທດ.

ໂຕ​ຢ່າງ: ຢູ່​ແຂວງ​ຈຳ​ປາ​ສັກ ພົບ​ເຈົ້າ​ໜ້າ​ທີ່​ສໍ້​ຣາ​ສ​ບັງ​ຫລວງ 14 ຄົນ ຢູ່​ໃນ​ໂຄງ​ການ​ພັດ​ທະ​ນາ ແຕ່ ມີ​ພຽງເຈົ້າ​ໜ້າ​ທີ່ 1 ຄົນ​ ເທົ່າ​ນັ້ນ ທີ່​ຖືກ​ຕັດ​ສິນ​ຈຳ​ຄຸກ. ຣັ​ຖ​ບານບໍ່​ເປີດ​ເຜີຍຂໍ້​ມູນ​ລະ​ອຽດ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະ​ດີ ແລະ ການ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ສໍ້​ຣາ​ສ​ບັງ​ຫລວງ.