ນ້ຳມັນ 700 ລ້ານລິດ ນຳເຂົ້າ ໂດຍບໍ່ໄດ້ເສັຍພາສີ

ຈຳປາທອງ
2022.06.27
ນ້ຳມັນ 700 ລ້ານລິດ ນຳເຂົ້າ ໂດຍບໍ່ໄດ້ເສັຍພາສີ ປ້ຳນ້ຳມັນດອນຄູນ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ອັນເປັນນຶ່ງໃນບັນດາປ້ຳສາຂາ ຂອງຣັຖວິສາຫະກິຈ ນ້ຳມັນເຊື້ອເພີງລາວ (TS), ວັນທີ 1 ມິຖຸນາ 2022.
RFA

ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 23 ມິຖຸນານີ້ວ່າ ຣັຖບານລາວໄດ້ກວດພົບ ນໍ້າມັນເຊື້ອເພີງ ທີ່ຖືກນໍາເຂົ້າມາລາວໂດຍບໍ່ໄດ້ເສັຍພາສີ ຈໍານວນ 700 ລ້ານລິດຕໍ່ປີ ອັນເປັນການຮ່ວມກັນສວຍໂອກາດສໍ້ໂກງ ຂອງເຈົ້າໜ້າທີ່ຣັຖ ແລະບໍຣິສັດນໍ້າມັນເຊື້ອເພີງ.

ດັ່ງທີ່ທ່ານກ່າວວ່າ:

ການນໍາເຂົ້ານໍ້າມັນເຊື້ອໄຟ ຖ້າອີງໃສ່ການຣາຍງານພາຍໃນນີ້ ມັນມີແຕ່ 1,200 ລ້ານລິດ, ການຣາຍງານພາຍໃນ ແຕ່ວ່າເຮົາເຊັກກັບຜູ້ສົ່ງມານ່າ ທັງໄທຍແລະວຽດນາມມັນ 1,900 ລ້ານລິດ ພັດໄປໃສຈໍານວນຂາດກັນຫັ້ນນ່າ ກໍແມ່ນເຈົ້າໜ້າທີ່ຂອງເຮົາ ກໍແມ່ນບໍຣິສັດອັນນີ້ຮ່ວມກັນສວຍໂອກາດ.

ຕໍ່ບັນຫາດັ່ງກ່າວ ປະຊາຊົນລາວຫລາຍຄົນທີ່ຮູ້ຂ່າວ ບໍ່ພໍໃຈ ແລະຢາກໃຫ້ຣັຖບານກວດສອບ ຢ້ອນຄືນ ແລະທັງລົງໂທດເຈົ້າໜ້າທີ່ ຣັຖທີ່ສໍ້ຣາດບັງຫລວງ ຕາມລະບຽບກົດໝາຍຢ່າງແທ້ຈິງ.

ດັ່ງທີ່ປະຊາຊົນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມິຖຸນານີ້ວ່າ:

ຄໍຣັບຊັນນໍ ຜູ້ຢາກໄດ້ ຜູ້ຢາກເອົາ ຢາກໄດ້ເບັ້ຍໄດ້ເງິນຫັ້ນແຫລະນໍ ຮົ່ວໄປໄຫລໄປບ່ອນເລັກບ່ອນນ້ອຍໄປແຫລະນໍ ຄັນຖ້າເພິ່ນປັບໂຕນີ້ໄດ້ແທ້ ກະເອີ ກະ ຈະເຣີນຢູ່ ເຫັນຜູ້ໃດເອົາແທ້ກກະປັບ ກະປັບໃໝແທ້ ຄັນພະລັງງານກະໄລ່ອອກແທ້ ແນວເຂົາວ່າ.

ໃນຂະນະດຽວກັນ ປະຊາຊົນອີກຜູ້ນຶ່ງກໍເວົ້າວ່າ ການທີ່ເຈົ້າໜ້າທີ່ຣັຖສາມາດ ສວຍໂອກາດສໍ້ໂກງຫາຜົລປໂຍດສ່ວນຕົວໄດ້ ກໍຍ້ອນວ່າ ມີກົດໝາຍ ແຕ່ປະຕິບັດບໍ່ໄດ້, ບໍ່ມີການລົງໂທດຕາມກົດໝາຍ, ມີແຕ່ຍົກຍ້າຍໜ້າທີ່, ບໍ່ລົງໂທດຜູ້ກະທໍາຜິດ ຄືກັນກັບຢູ່ຕ່າງປະເທດເຂົາ, ເຮັດໃຫ້ເຈົ້າໜ້າທີ່ຣັຖບໍ່ຢ້ານ ດັ່ງນັ້ນຈຶ່ງຢາກໃຫ້ມີການລົງໂທດ ຜູ້ກະທໍາຜິດຕາມລະບຽບກົດໝາຍ ຢ່າງແທ້ຈິງ.

ດັ່ງທີ່ທ່ານກ່າວວ່າ:

ລາວເຮົານີ້ມັນບໍ່ມີດອກລົງໂທດ ຍົກຍ້າຍໜ້າທີ່ບໍເທົ່ານັ້ນ ຊິລັງໂທດຄືຕ່າງປະເທດນີ້ ຈະບໍ່ມີແລ້ວເກາະລາວເຮົານີ້ ນະໂຍບາຍສູງນີ້ ເຮັດແທ້ທໍາຈິງກະຫາກໄດ້ແທ້ ປະເທດຊາດບ້ານເມືອງກະຈະເຣີນ ກົດໝາຍກໍມີຢູ່ ແຕ່ວ່າກົດໝາຍມີກໍເຮັດບໍ່ໄດ້.

ກ່ຽວກັບເຣື່ອງທີ່ວ່ານີ້  ນັກວິຊາການລາວທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ພາຍຫລັງທີ່ຣັຖບານກວດພົບບັນຫານັ້ນແລ້ວ ກໍຄວນຈັດຕັ້ງຄະ ນະກໍາມະການກວດສອບຢ້ອນຄືນ ເພື່ອນໍາຕົວເຈົ້າໜ້າທີ່ຣັຖຜູ້ກະທໍາຜິດ ມາລົງໂທດຕາມລະບຽບກົດໝາຍ ແລະຣາຍງານໃຫ້ສັງຄົມຮູ້ ອັນຈະເຮັດໃຫ້ຜູ້ທີ່ສໍ້ຣາດບັງຫລວງທຸກຄົນຢ້ານ, ບໍ່ແມ່ນຈະເຮັດແບບວ່າ ບ່ອນອ່ອນແທງ ບໍ່ແຂງເວັ້ນ, ມັນບໍ່ຖືກຕ້ອງ.

ດັ່ງທີ່ທ່ານກ່າວວ່າ:

ກະມັນບໍ່ຖືກບໍ່ຕ້ອງຫັ້ນແຫລະ ຜູ້ທີ່ເຮັດ ແຕ່ວ່າມາຕການເພິ່ນຫັ້ນນະ ຄືບໍ່ກວດສອບ ແລ້ວກະລົງໂທດຜູ້ກະທໍາຜິດຫັ້ນນະນໍ ມີແຕ່ວ່າກວດພົບໆ ຍັງອັນນີ້ມັນກະສ່ຳຊິເຮັດແຫລະ ຜູ້ເຮັດສ່ຳຊິໄດດ້ເງິນຫັ້ນນະ ເຄັ່ງຄັດຄືບໍ່ເຄັ່ງຄັດຫັ້ນແຫລະ ເອີ້ນວ່າ ບ່ອນອ່ອນແທງ ບ່ອນແຂງເວັ້ນ ຫັ້ນນະ.

1 ຕູ້ຈ່າຍນ້ຳມັນ.JPG
ຕູ້ຈ່າຍນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ (TS), ວັນທີ 1 ມິຖຸນາ 2022.

ທ່ານກ່າວຕື່ມອີກວ່າ ເມື່ອພາກສ່ວນທາງການທີ່ກ່ຽວຂ້ອງ ກວດພົບເຈົ້າໜ້າທີ່ຣັຖ ທີ່ມີສ່ວນກ່ຽວຂ້ອງກັບການເອົານໍ້າມັນເຊື້ອເພີງ ເຂົ້າມາປະເທດແບບບໍ່ໄດ້ເສັຍພາສີ ເພື່ອຫາຜົລປໂຍດສ່ວນຕົວແລ້ວ ກໍຢາກໃຫ້ມີການເປີດເຜີຍລາຍຊື່ ຜູ້ກະທໍາຜິດນັ້ນໃຫ້ສັງຄົມຮູ້ ເພື່ອເຮັດໃຫ້ເຈົ້າໜ້າທີ່ຣັຖຄົນອື່ນໆຢ້ານ, ບໍ່ກ້າທີ່ຈະສໍ້ໂກງ. 

ຕໍ່ບັນຫາການກວດພົບນໍ້າມັນເຊື້ອເພີງ ທີ່ຖືກນໍາເຂົ້າມາລາວໂດຍບໍ່ໄດ້ເສັຍພາສີ ຈໍານວນ 700 ລ້ານລິດຄືທີ່ວ່ານັ້ນ ເຈົ້າໜ້າທີ່ລາວທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 27 ມິຖຸນານີ້ວ່າ ພາກສ່ວນທາງການທີ່ກ່ຽວຂ້ອງກໍາລັງກວດສອບ ແລະແກ້ໄຂບັນຫານີ້ຢູ່ ຄວບຄູ່ໄປກັບການແກ້ໄຂບັນຫາ ການຂາດແຄນ ນໍ້າມັນເຊື້ອເພີງໃນທົ່ວປະເທດ ໃຫ້ກັບຄືນສູ່ສະພາບປົກກະຕິ.

ເພິ່ນກໍຊິຊອກແກ້ໄຂຢູ່ນີ້ແຫລະ ກະໜັກໃຈຢູ່ດອກ ບັນຫາແກ້ໄຂກະຍັງບໍ່ທັນໄດ້ປົກກະຕິ ໄປເຈລະຈາກັບໄທຍຫວ່າງແລ້ວວ່າ ຊິສົ່ງນໍ້າມັນເຂົ້າມາ ມັນຍັງບໍ່ທັນປົກກະຕິ.

ນອກຈາກບັນຫາທີ່ວ່ານີ້ແລ້ວ ທ່ານ ພັນຄໍາ ວິພາວັນ ຍັງໄດ້ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດອີກຫລາຍໆບັນຫາ ທີ່ກໍາລັງຫຍຸ້ງຍາກຢູ່ໃນປັດຈຸບັນນີ້ ຮວມທັງບັນຫາບໍຣິສັດຣັຖວິສາຫະກິຈ 100% 29 ບໍຣິສັດ ທີ່ອ່ອນແອ ແລະສ່ວນໃຫຍ່ສ້າງພາຣະ ແລະໜີ້ສິນໃຫ້ຣັຖບານ ແທນທີ່ຈະອູ້ມຊູຍູ້ໜູນຣັຖບານ, ບັນຫາເຈົ້າໜ້າທີ່ ໃນຫລາຍບໍຣິສັດຣັຖວິສາຫະກິຈ ສວຍໂອກາດຫາຜົລປໂຍດສ່ວນຕົວ ແລະມີເງິນນະໂຍບາຍສູງຢູ່ເລື້ອຍໆ, ດັ່ງນັ້ນຈຶ່ງຈະໄດ້ປະຕິຮູບບັນດາ ບໍຣິສັດຣັຖວິສາຫະກິຈນັ້ນ.

ຢູ່ປະເທດລາວ ມີບໍຣິສັດຣັຖວິສາຫະກິຈ 178 ບໍຣິສັດ ທີ່ກວມເອົາ 0.12% ຂອງຈໍານວນທັງໝົດ 148,824 ວິສາຫະກິຈ ທີ່ໄດ້ຂຶ້ນທະບຽນໃນທົ່ວປະເທດ, ອີງຕາມການຣາຍງານ ຂອງກະຊວງການເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.