ໃນວັນທີ 7 ພຶສຈິກາ 2023 ທີ່ຜ່ານມາ, ທ່ານ ແພງສີ ສີລາວີ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳເຫັນ ຕໍ່ບົດຣາຍງານ ຂອງປະທານອົງການກວດກາ ແຫ່ງຣັຖ ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ຕອນນຶ່ງ ກ່ຽວກັບການບໍ່ຕື່ນໂຕ ຈັດຕັ້ງປະຕິບັດກົດໝາຍ ເປັນຕົ້ນ ການນຳພັກ-ຣັຖ ຂັ້ນຕ່າງໆ ບໍ່ຍອມແຈ້ງບັນຊີຊັບສິນ ຕາມລະບຽບກົດໝາຍ ຊຶ່ງຖືວ່າ ເປັນການສໍ້ຣາສ ບັງຫຼວງຢ່າງນຶ່ງ, ດັ່ງທີ່ທ່ານ ກ່າວວ່າ:
“ພະນັກງານສະມາຊິກ ພັກຈຳນວນນຶ່ງ ບໍ່ທັນຕຶ່ນຕົວ ປະຕິບັດກົດລະບຽບ-ກົດໝາຍ. ນັບທັງພະນັກງານຂັ້ນສູນກາງ ຄຸ້ມຄອງຈຳນວນນຶ່ງ ບໍ່ທັນຕື່ນຕົວເປັນແບບຢ່າງ. ໂດຍສະເພາະ ບັນຫາການແຈ້ງຊັບສິນ ແລະບັນຫາຣາຍຮັບຂອງຕົນ ຕາມລະບຽບກົົດໝາຍ ທີ່ກຳນົດໄວ້ນີ້ຍັງໄດ໋. ດຽວນີ້ຫຼາຍນີ້ ໄປກວດກາເບິ່ງເອົາ ດິນດອນຕອນຫຍ້າ ທີ່ວ່າມີ ຖາມວ່າໂອຂອງຜູ້ນັ້ນ ຂອງຜູ້ນີ້. ບໍ່ເຫັນຂຶ້ນບັນຊົງບັນຊີເດ້ ຣາຍຮັບຕໍ່ບຸກຄະລາກອນ ດັ່ງກ່າວເດ້. ໄດ້ເວົ້າກັນ ຈະແຈ້ງ ເພາະວ່າ ປະເທດທີ່ໃກ້ໆ ກັບໄທເຮົານີ້ ເຂົາເພິ່ນກໍເຮັດແຈ້ງ ເຮັດລະອຽດແດ່. ເພິ່ນກໍດຳເນີນ ບໍ່ແມ່ນວ່າ ພວກເຮົາດຳເນີນ ພວກເຮົາກໍປະຕິບັດໄດ້ ຄັນວິໄນຖືກກັມມະການສູນກາງ ໃນໄລຍະນີ້ ຖືກມີ. ແຕ່ຄັນປະເທດໃກ້ຄຽງເຮົາ ຮອດກົມການເມືອງສູນກາງພັກ, ກັມມະການສູນກາງພັກ ເພິ່ນກະຖືກວິໄນຄືກັນ. ອັນນີ້ ກະເອີ້ນວ່າ ການຕັດສິນໃຈສູງ ຂອງອົງການກວດກາ ໄດ້ດຳເນີນໃດ໋ ເຂົ້າສູ່ຂບວນການຍຸຕິທັມ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຊາວບ້ານທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ. ທ່ານກ່າວວ່າ ຢາກໃຫ້ພະນັກງານການນຳພັກ-ຣັຖ ສະແດງບັນຊີຊັບສິນ ຢ່າງເປີດເຜີຍ.
ດັ່ງທີ່ທ່ານ ກ່າວໃນມື້ວັນທີ 17 ພຶສຈິກາ ນີ້ວ່າ:
“ມັນກໍແມ່ນເປັນຈິງ ຢ່າງທີ່ເພິ່ນເວົ້າຫັ້ນແຫຼະ. ກໍຢາກໃຫ້ເພິ່ນແບບວ່າ ສະແດງບັນຊີຊັບສິນເນາະ ທີ່ວ່າເປັນຂອງເພິ່ນ ເທົ່າໃດເນາະ. ເມື່ອສົມທຽບກັບວ່າ ຊັບສິນທີ່ເພິ່ນໄດ້ມານີ້ ກະ ມັນສອດຄ່ອງກັບຄວາມເປັນຈິງບໍ່ ຫຼືວ່າ ຈະໄດ້ຮູ້ວ່າ ເພິ່ນບໍຣິສຸດ ປອດໃສແທ້ບໍ່?.”
ອີງຕາມດຳຣັດ ວ່າດ້ວຍ ການແຈ້ງຊັບສິນ ສະບັບເລຂທີ 159/ລບ, ລົງວັນທີ 4 ມິຖຸນາ 2013 ກຳນົດໃຫ້ ພະນັກງານການນຳ ຂັ້ນສູງ, ພະນັກງານ ນຳພາ-ຄຸ້ມຄອງ, ພະນັກງານຣັຖກອນ ໃນການຈັດຕັ້ງຂອງພັກ-ຣັຖ, ອົງການຈັດຕັ້ງ, ພະນັກງານຣັຖວິສາຫະກິຈ, ພະນັກງານໃນກຳລັງປະກອບອາວຸດ ຊັ້ນນາຍຮ້ອຍຂຶ້ນໄປ ຕ້ອງໄດ້ແຈ້ງຊັບສິນ, ໜີ້ສິນ ແລະຣາຍຮັບຂອງຕົນ ລວມທັງຂອງຜົວ ຫຼື ເມັຽ, ລູກ ແລະ ບຸກຄົນອື່ນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ຊຶ່ງທີ່ຜ່ານມາ, ບໍ່ເຄີຍມີການເຜີຍແຜ່ ຂໍ້ມູນຊັບສິນ ຂອງພະນັກງານການນຳຂັ້ນສູງ ໃຫ້ປະຊາຊົນຮັບຊາບເລີຍ.
ນອກຈາກນີ້ແລ້ວ, ທ່ານ ແພງສີ ສີລາວີ ຍັງກ່າວອີກວ່າ ມີຫຼາຍກໍຣະນີ ທີ່ວຽກງານກວດກາ-ກວດສອບແຫ່ງຣັຖ ມີການແກ້ໄຂບັນຫາການສໍ້ຣາສບັງຫຼວງ ແບບເບົາໆ ບໍ່ທັນເຄັ່ງຄັດ ເຮັດໃຫ້ຜູ້ສໍ້ຣາສບັງຫຼວງ ບໍ່ຢ້ານກົວຕໍ່ການກະທຳຜິດ ຊຶ່ງສ່ວນນຶ່ງ ກໍຍ້ອນວ່າ ການສ້າງກົດໝາຍ ແລະນິຕິກັມໃຕ້ກົດໝາຍ ກ່ຽວກັບວຽກງານກວດກາ-ກວດສອບແຫ່ງຣັຖ ຍັງມີເນື້ອໃນບໍ່ທັນຄົບຖ້ວນ, ຮັດກຸມ ບໍ່ສາມາດເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ໂຕຈິງໄດ້.
ທາງດ້ານນັກກົດໝາຍ ດ້ານທີ່ດິນ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຢາກສເນີຜ່ານສະພາແຫ່ງຊາຕ ໃຫ້ພາກສ່ວນກວດກາ-ກວດສອບແຫ່ງຣັຖ ຮີບຮ້ອນລົງຕິດຕາມ ການຈ່າຍເງິນຄ່າຊົດເຊີຍ ເຈົ້າຂອງທີ່ດິນທີ່ຖືກໂຄງການສັມປະທານ, ຍ້ອນວ່າ ອາດມີການຮູ້ເຫັນ ລະຫວ່າງເຈົ້າໜ້າຣັຖ ແລະບໍຣິສັດຜູ້ຮັບສັມປະທານ.
ດັ່ງທີ່ທ່ານກ່າວວ່າ:
“ອາດເປັນບໍຣິສັດຈີນ ທີ່ເຂົາເຈົ້າມາສັມປະທານ. ຣັຖ ອະນຸຍາດໃຫ້ບໍຣິສັດເຂົ້າມາສັມປະທານ ແຕ່ວ່າປະຊາຊົນ ຜູ້ທີ່ເປັນເຈົ້າກັມມະສິດ ໃນທີ່ດິນຫັ້ນ ບໍ່ໄດ້ຮັບຄ່າຊົດເຊີຍຈັ່ງຊີ້. ສ່ວນຫຼາຍ ແມ່ນຈະເປັນບັນຫານີ້ ຫຼືວ່າການຮ້ອງທຸກ ຫຼືວ່າໃນພາສາບ້ານເຮົາ ເອີ້ນວ່າ ການຮ້ອງຂໍຄວາມເປັນທັມເນາະ ໄປຍັງສະພາໂຕນີ້ຫັ້ນນ່າ ໂຕນີ້ແມ່ນເປັນໂຕທີ່ມີຫຼາຍທີ່ສຸດ.”
ບັນຫາສຳຄັນນຶ່ງ ຂອງວຽກງານກວດກາ-ກວດສອບແຫ່ງຣັຖ ແມ່ນເຣື່ອງງົປມານ ໂດຍທ່ານ ດຣ. ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ກ່າວຣາຍງານ ໃນມື້ວັນທີ 7 ພຶສຈິກາ ທີ່ຜ່ານມາວ່າ ອົງການກວດກາແຫ່ງຣັຖ ສເນີສະພາແຫ່ງຊາຕ ພິຈາຣະນາອະນຸມັດງົປມານ ປະຈຳປີ 2024 ໃຫ້ແກ່ອົງການດັ່ງກ່າວ ຈຳນວນ 13 ຕື້ກີບ, ເພື່ອຈັດຊື້ອຸປະກອນນຳໃຊ້ໃນວຽກງານກວດກາແຫ່ງຣັຖ ເປັນຕົ້ນແມ່ນ ກ້ອງສ່ອງລະດັບ, ກ້ອງຄິດໄລ່ປະຣິມານ, ຄອມພິວເຕີ້, ຈັກກ໋ອບປີ້ ແລະອຸປະກອນອື່ນໆ ທີ່ມີຄວາມຈຳເປັນ. ເຊັ່ນດຽວກັບ ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງຣັຖ ໄດ້ສເນີຂໍງົປມານ ປະຈຳປີ 2024 ຈຳນວນ 56.1 ຕື້ກີບ, ເພື່ອຮັບໃຊ້ໃນວຽກງານບໍຣິຫານ ແລະວຽກງານວິຊາສະເພາະ ຍ້ອນຍັງຂາດເຂີນ ສະຖານທີ່, ອຸປະກອນ ແລະພາຫະນະ ໃນວຽກງານດັ່ງກ່າວ:
“ອີງໃສ່ວຽກງານ ປີ 2024 ກໍຄືສະພາບຄວາມເປັນຈິງ ທີ່ອົງການກວດສອບແຫ່ງຣັຖ ໄດ້ສ້າງຕັ້ງອົງການກວດສອບ ປະຈຳພາກ ຕື່ມຈາກ 3 ພາກ ເປັນ 5 ພາກ. ເຊິ່ງຍັງຂາດເຂີນ ທາງດ້ານ ສະຖານທີ່ເຮັດວຽກ, ເຄື່ອງໃຊ້ຫ້ອງການ, ວັດຖຸ ອຸປະກອນຮັບໃຊ້ວິຊາຊີບ ແລະພາຫະນະ ເຄື່ອນໄຫວວຽກງານ. ເຊິ່ງສ່ວນໃຫຍ່ ຍັງນຳໃຊ້ພາຫະນະ ທີ່ຢືມຈາກເປົ້າໝາຍຖືກກວດສອບ ໃນການເຄື່ອນໄຫວຢູ່ຕ່າງແຂວງ.”
ທ່ານກ່າວອີກວ່າ, ການຈັດສັນງົປມານ ງວດທີ 3 ແລະ 4 ໃນປີຜ່ານມາ ໃຫ້ແກ່ອົງການກວດສອບແຫ່ງຣັຖ ແມ່ນມີຄວາມຊັກຊ້າຫຼາຍ ແລະບໍ່ຄົບຖ້ວນຕາມທີ່ ສະພາແຫ່ງຊາຕໃຫ້ການຮັບຮອງ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານກວດສອບ ບໍ່ເຕັມເມັດເຕັມໜ່ວຍ.
ທີ່ຜ່ານມາ, ການແກ້ໄຂບັນຫາສໍ້ຣາສບັງຫຼວງ ຂອງຣັຖບານລາວ ບໍ່ທັນມີປະສິດທິພາບ ແລະສ່ວນຫຼາຍ ການປະຕິບັດວິໄນ ແລະການດຳເນີນຄະດີ ສໍ້ຣາສບັງຫຼວງ ແມ່ນຈະຖືກແຕ່ ລະດັບພະນັກງານຣັຖກອນຂັ້ນລຸ່ມ, ເຊັ່ນ ກໍຣະນີ ການປະຕິບັດວິໄນ ກຸ່ມພະນັກງານຣັຖກອນ ຈຳນວນ 41 ຄົນ ຢູ່ແຂວງຫຼວງນ້ຳທາ ໃນເດືອນມິຖຸນາ 2023 ທີ່ຜ່ານມາ.
ຂະນະທີ່ ພະນັກງານການນຳຂັ້ນສູງ ຈະບໍ່ຖືກດຳເນີນຄະດີ ແລະມັກຈະຖືກໂຍກຍ້າຍຕຳແໜ່ງ, ໃຫ້ກະສຽນອາຍຸ ຫຼື ບໍ່ຮັບການຊຸກຍູ້ ໃຫ້ຮັບຕຳແໜ່ງສູງຂຶ້ນເທົ່ານັ້ນ ເປັນຕົ້ນແມ່ນ ກໍຣະນີ ການໂຍກຍ້າຍ ທ່ານ ດຣ. ນາມ ວິຍະເກດ ອອກຈາກເຈົ້າແຂວງ ແຂວງອັດຕະປື ໃນປີ 2017. ພາຍຫຼັງທີ່ທ່ານ ຖືກກ່າວຫາວ່າ ເຂົ້າໄປພົວພັນທຸຣະກິຈ ສົ່ງໄມ້ອອກ ແລະບັນຫາທີ່ດິນ ຢູ່ແຂວງດັ່ງກ່າວ, ລວມທັງ ຮັບຜົລປໂຍດ ຈາກງົປມານທີ່ຮົ່ວໄຫຼ ຫຼາຍກວ່າ 1,000 ຕື້ກີບ.