ທ່ານຄູຄຳ ຈະສືບຕໍ່ ເປັນສຽງໃຫ້ ປະຊາຊົນ

0:00 / 0:00

ທ່ານ ຄູ​ຄຳ ແກ້ວ​ມະ​ນ​ວົງ ທີ່​ເຄີຍ​ຖື​ເຈົ້າ​ໜ້າ​ທີ່​ຕຳຣວດ​ໄທ​ຍ ຈັບ​ໂຕ ໃນ​ທ້າຍ​ເດືອນມົກ​ກະ​ຣາ 2022 ທີ່​ຜ່ານ​ມາ ໃນ​ຂໍ້​ຫາວີ​ຊາ​ໝົດ​ອາ​ຍຸ ແລະ ຕໍ່​ມາ​ຜູ້​ກ່ຽວ​ກໍ​ຖືກ​ປ່ອຍ​ໂຕ ຫຼັງ​ຈາກ​ນັ້ນ ລາວ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ຈາກ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ແລະ ລາວ​ໄດ້ເດີນ​ທາງ​ມາ​ລີ້​ພັຍ ​ການ​ເມືອງ​ຢູ່​ປະ​ເທດ​ຄາ​ນາ​ແລ້ວ ໃນ​ວັນ​ທີ 10 ມີ​ນາ 2022. ທ່ານ ຄູຄຳ ແກ້ວມະ​ນີ​ວົງ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ເສ​ຣີ ວ່າ.

ນັກ​ຂ່າວ: ມາ​ຮອດນີ້​ລະ ເປັນ​ຈັ່ງ​ໃດ ຮູ້​ສຶກ​ຈັ່ງ​ໃດ?

ທ່ານ ຄູ​ຄຳ: "ມາ​ຮອດນີ້​ກະ​ຮູ້ ໂລ່ງ​ໃຈ​ເນາະ ປອດ​ໂປ່ງ​ເນາະ​ອ້າຍ ຄື 80 ເປີ​ເຊັນ ລະ​ເຮົາ​ກະຫຼຸດ​ພົ້ນ​ອອກ​ຈາກ​ອັນ​ຕ​ະລາຍ​ຫຼື​ວ່າ ເຂດ​ທີ່ບໍ່​ປອດ​ພັຍ​ເນາະ. ບາດນີ້ ກະ​ວ່າ ທີ່​ເຫຼືອ​ກໍ​ຄື ເຮົາ​ຕ້ອງ​ປັບ​ໂຕ​ເອງ​ໃຫ້​ເຂົ້າກັບ​ສະ​ພາບ​ແວດ​ລ້ອມ​ໃນ​ເມືອງ​ຄາ​ນາ​ດາ ນີ້​ນະ. ເປັນ​ໄຂ້ ຕອນນີ້ ກະ​ຍັງ​ເປັນ​ໄຂ້​ຢູ່ ບາດນີ້ ທາງ​ເຈົ້າ​ໜ້າ​ທີ່​ເພິ່ນ​ກະ​. ເຈົ້າ​ໜ້າ​ທີ່​ເບິ່ງ​ແຍງ​ດູ​ແລ ເພິ່ນ​ກະ​ໃຫ້​ກັກ​ໂຕ 14 ມື້ ທຸກ​ຄົນ​ທີ່​ມາ​ໃນ​ເມືອງນີ້ ກະ​ຕ້ອງ​ກັກ​ທຸກ​ຄົນ.

ບໍ່ ​ຈຳ​ເປັນ​ວ່າ ຕິດ​ໂຄວິດ ຫຼື ບໍ່​ຕິດ​ໂຄວິດ ຄົນ​ມາ​ໃໝ່​ກະ​ຕ້ອງ​ກັກ​ທຸກ​ຄົນ. ບາດນີ້​ກະ ເຮົາ​ກະ​ມາ​ຢູ່​ຄົນ​ດຽວ ຢູ່​ຄົນ​ດຽວ​ຢູ່​ໃນ ທີ່​ພັກ​ຄົນ​ດຽວ ຄິດ​ວ່າ​ໜ້າ​ຊິ​ປອດ​ພັຍ​ລະ​ຫຼະ ເພາະ​ວ່າ ເຮົາ​ມາ​ຢູ່​ໃນ​ປະ​ເທດ​ທີ່​ເປີດກວ້າງ.

ເຣື່ອງ ​ສິດ​ທິ​ເສ​ຣີ​ພາບ​ຕ່າງໆ ເຮົາ​ຄິດ​ວ່າ ຄົງ​ຈະ​ບໍ່​ມີ​ໃຜ​ມາ​ຈຳ​ກັດ​ເຮົາ ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ລະ​ເຮົາ​ກະໃຊ້​ຊີ​ວິດ​ປົກ​ຕິ​ຂອງ​ເຮົາ."

ນັກ​ຂ່າວ: ເຮົາ​ໄດ້​ຕິດ​ຕໍ່​ລະ​ຫວະ ຮູ້​ລະ​ຫວະວ່າ ໃຜ​ເປັນ​ສະ​ປອນ​ເຊີ ​ຂອງ​ເຮົາ?

ທ່ານ ຄູ​ຄຳ: "ໂອ້ ທາງ​ສະ​ປອນ​ເຊີນີ້ ທາງ​ຣັ​ຖ​ບານ​ເພິ່ນ​ກະ ເພາະ​ວ່າ ເຄີຍ​ຖາມ​ເຈົ້າ​ໜ້າ​ທີ່​ ລະ​ກະ​ຄົນ​ທີ່​ມາ​ດ້ວຍ​ກັນ​ເນາະ ຄົນ​ວຽດ​ນາມ​ມາ​ດ້ວຍ​ກັນຫຼາຍ​ຄົນ​ ຖາມ​ເຂົາ​ເຈົ້າ​ກະ​ບໍ່​ໄດ້​ມີ​ສະ​ປອນ​ເຊີ. ຢ່າງ​ເຊັ່ນ​ບໍ່​ໄດ້​ມີ​ຄົນ​ວຽດ​ນາມ​ເປັນ​ສະ​ປອດ​ເຊີ ຢ່າງ​ຂ້ອຍ​ກະ ມີ​ແຕ່​ທາງ​ຣັ​ຖ​ບານ​ກາງ​ຂອງ​ຄາ​ນາ​ດາ​ເພິ່ນມາ​ເບິ່ງ​ແຍງ​ເອົາ​ຈັ່​ງ​ຊີ້​ນ່າ. "

ນັກ​ຂ່າວ: ມີ​ການ​ກຽມ​ໂຕ​ແນວ​ໃດ ຈາກນີ້​ຕໍ່​ໄປ?

ທ່ານ ຄູ​ຄຳ: "ຈາກນີ້ ຕໍ່​ໄປກະ​ຄື​ເພິ່ນ​ແຈ້ງ ນຶ່ງ​ກໍ​ຄື ຮຽນ​ໜັງ​ສື ສອງ​ມາ ຂັ້ນ​ຕອນ​ທີ່​ສອງ​ກໍ​ຄືອາ​ດ​ຊິ​ເຮັດ​ວຽກ​ນຳ​ແດ່ ແລະ ທາງ​ຣັ​ຖ​ບານ​ຄາ​ນາ​ດາ ເພິ່ນກ​ະ​ຊ່ອຍ​ເຫຼືອ 1 ປີ ເຣື່ອງ​ຄ່າ​ໃຊ້​ຈ່າຍ​ນະ."

ນັກ​ຂ່າວ: ຢູ່​ພາຍ​ໃນ ທີ່​ພັກ​ອີ່​ຫຍັງ​ຕ່າງໆ?

ທ່ານ ຄູ​ຄຳ: "ເຈົ້າ ຫຼັງ​ຈາກ​ນຶ່ງ​ປີນີ້ ເຮົາ​ກະ​ຕ້ອງຮຽນ​ໃຫ້​ມັນ​ຈົບ​ນະ ອາ​ຊ່ວຍ​ເຫຼືອ​ໂຕ​ເອງ​ໄດ້ ຄວາມ​ໝາຍ​ເພິ່ນ​ນະ ແຕ່​ລະ​ຢ່າງ​ນຶ່ງ​ປີ ເຮົາ​ຕ້ອງ​ຕັ້ງ​ໂຕ​ໄດ້ ຄວາມ​ໝາຍ​ເພິ່ນ​ນະ. ຕ້ອງ​ຊ່ອຍ​ເຫຼືອ​ໂຕ​ເອງ​ໄດ້ ຫຼັງ​ຈາກ ນຶ່ງ​ປີ​ນະ ເຮົາ​ຈະ​ພະ​ຍາ​ຍາມ. ເພາະ​ວ່າ ເຮົາ​ຄົນ​ໂສດ​ເນາະ ເຮົາ​ມາ​ຄົນ​ດຽວ ເຮົາ​ກະ​ຊິ​ອາດ​ຈະ​ເຫງົາ​ແດ່ ຄວາມ​ເຫງົາ​ຫັ້ນ​ມັນ​ແນ່ນອນ​ຢູ່​ແລ້ວ ເພາະ​ວ່າ ເຮົາ​ມາ​ຢູ່​ຄົນ​ດຽວ ຢູ່​ໃນ​ຫ້ອງ​ກະ​ຢູ່​ຄົນ​ດຽວມາ​ທຳ​ອິດ. ຖາມ​ວ່າ ຄົນ​ລາວ​ເຮົາ​ກະ​ມີ ຫາກວ່າ ເຂົາ​ຢູ່​ເມື່ອງ​ອື່ນ ມັນ​ຢູ່​ຄົນ​ລະ​ຣັ​ຖ​ກັ​ນ ສ່ວນ​ຫຼາຍ​ກະ​ຊິ​ມີ​ຄົນ​ໄທ​ຍ​ຫຼາຍກວ່າ ຢູ່​ໃນ​ເມືອງນີ້ ນະ ກະ​ທັກ​ທາຍ​ກັນ​ຊື່ໆ ເພາະ​ວ່າ ເຮົາ​ກະ​ຍັງ​ບໍ່​ທັນ​ລຶ້ງ​ເຄີຍ ຄຸ້ນ​ເຄີຍ​ກັບ​ເຂົາ."

ນັກ​ຂ່າວ: ມີ​ແຜນ​ແນວ​ໃດ​ອີກ ຊິ​ເຄື່ອນ​ໄຫວ​ເຣື່ອງ​ບັນ​ຫາ​ເມືອງ​ລາວ​ຢູ່​ເບາະ?

ທ່ານ ຄູ​ຄຳ: "ມັນ​ເປັນ​ເຣື່ອງ​ອະ​ນາ​ຄົດ ແຕ່​ວ່າ ໃນ​ໃຈ​ເຮົາ ຄວາມ​ຄິດ​ເຮົາ​ກະ​ຍັງ​ຄື​ເກົ່າ​ເນາະ ບໍ່​ວ່າ​ເຮົາ​ຈະ​ໄປ​ຢູ່​ຕໍ່​ປະ​ເທດ​ໃດ​ກໍ​ແລ້ວ​ແຕ່​ເນາະ ຊິ​ເສ​ຣີ ຫຼື ບໍ່​ເສ​ຣີ ເຮົາ​ກະ​ຍັງ​ຢືນ​ຢັນ​ວ່າ ເຮົາ​ເປັນ​ຄົນ​ມັກ​ປາກ​ມັກ​ເວົ້າ ມັນ​ສະ​ແດງ​ອອ​ກ​ກ່ຽວ​ກັບ​ບ້ານ​ເມືອງ​ເຮົາ ປົກ​ຕິ​ຢູ່​ແລ້ວ.

ເຮົາ ​ຄິດ​ວ່າ ມັນ​ເປັນ​ສິດ​ທິ​ຂັ້ນ​ພື້ນ​ຖານ ຄື​ຂ້ອຍ​ມາ​ເຮັດ​ວຽກ​ນີ້ ເວົ້າ​ໃຫ້​ຟັງ​ເນາະ​ວ່າ ເປົ້າ​ໝາຍ​ຄື​ວ່າ ຢາກ​ຮຽນ​ໜັງ​ສື ຢາກ​ມີ​ຄວາມ​ຮູ້. ໃນ​ຕອນນີ້ ຄື​ຖ້າ​ປຽບ​ທຽບ​ເນາະ ຂ້ອຍ​ກະ​ຍັງ​ໃຫ້​ຄໍ​າ​ຕອບບໍ່​ໄດ້ 100 ເປີ​ເຊັນ​ເພາະ​ວ່າ ຂ້ອຍ​ມາ​ຢູ່ນີ້ ຄື​ຂ້ອຍ​ຍັງ​ບໍ່​ທັນ​ຮູ້​ຈັກ​ໃຜ ຄື​ຂ້ອຍ​ຢູ່​ໂຕ​ຄົນ​ດຽວ​ຂອງ​ຂ້ອຍ.

ແຕ່ ​ວ່າ ເກີດ​ວ່າ ມື້​ນຶ່ງ ຂ້ອຍ​ຢາກ​ອອກ​ມາ​ວິ​ພາກວິ​ຈານ ປົກ​ຕິ​ຂອງ​ຂ້ອຍ ຂ້ອຍ​ກະ​ເຮັດ​ຄື​ເກົ່າ ເພາະ​ວ່າ ຂ້ອຍບໍ່​ມີ​ຄວາມ​ລະ​ວັງ​ວ່າ​ເອີ ຈະ​ຕ້ອງ​ຢ້ານ​ຜູ້​ນັ້ນ​ເດີ ຜູ້ນີ້​ເດີ ຫຼື ຄື​ມັນ​ເປັນ​ສິດ​ທິ​ຂອງ​ເຮົາ​ທີ່​ເຮົາ​ຈະ​ຕ້ອງ​ເວົ້າ.

ເຮົາ ​ເຫັນ​ສັງ​ຄົມ​ບ້ານ​ເມືອງ​ເຮົາ ບໍ່​ໂອ​ເຄ​ແມ່ນ​ເບາະ ທີ່​ເຮົາ​ເປັນ​ຄົນ​ລາວ ຕໍ່​ໃຫ້​ເຮົາ​ໄປ​ຢູ່​ປະ​ເທດ​ໃດ​ກໍ​ແລ້ວ​ແຕ່ ເຮົາ​ເປັນ​ຄົນ​ລາວ ເຮົາ​ກໍ​ຕ້ອງ​ເວົ້າ​ຄື​ເກົ່າ.

ເຮົາ ​ກໍ​ຍັງ​ມີ​ຄວາມ​ເຊື່ອ​ຢູ່​ແລ້ວ​ວ່າ ປະ​ເທດ​ລາວ​ເຮົາ ຍັງ​ບໍ່​ພັ​ທ​ນາ ນີ້​ຄື​ຄວາມ​ຄິດ​ຂ້ອຍ ແຕ່​ຖ້າ​ເກີດ​ວ່າ ບ້ານ​ເມືອງເຮົາ ພັ​ທ​ນາ ຈະ​ເລີນ ເທົ່າ​ທຽມ​ກັບ​ປະ​ເທດ​ອື່ນ​ໃນ​ອາ​ຊຽນ ຫຼືດີ​ກ່ອນ​ປະ​ເທດ​ອື່ນ​ໃນ​ອາ​ຊຽນ ນັ້ນ​ຄື​ເຮົາ​ຈະ​ກ້າ​ອອກ​ມາ​ຍອມ​ຮັບຝ່າຍ​ບໍ​ຣິ​ຫານ ແຕ່​ຖ້າ​ເກີດ​ວ່າ ບ້ານ​ເມືອງ​ເຮົາ​ຍັງ​ບໍ່​ພັ​ທ​ນາ ເຮົາ​ໄປ​ຢູ່​ໃສ​ເຮົາ​ກະ​ບໍ່​ມີ​ຄວາມ​ສຸກດອກ.

​ນາດ​ວ່າ ຕໍ່​ໃຫ້​ເຮົາ​ໄປ​ລົມ​ກັບ​ຄົນ​ອື່ນ ຕໍ່​ໃຫ້​ເຂົາ​ບໍ່​ດູ​ຖືກ​ເຮົາກະ​ຊ່າງ ແຕ່​ຖ້າ​ເຮົາ​ວ່າ ເຮົາ​ມ​າ​ຈາກ​ລາວ​ປຸບ ຂະ​ເຈົ້າ​ແທບ​ຈະ​ບໍ່​ຮູ້​ຈັກ​ເຮົາ​ຊ້ຳ ວ່າ​ລາວ ຢູ່​ໝ້ອງ​ໃດ​ຊ້ຳ.

ຄືບໍ່ ​ວ່າ​ຈະ​ເປັນ​ປະ​ເທດ​ລາວ​ເຮົາ ບໍ່​ພັ​ທ​ນາ ແລະ ບົດ​ບາດ​ຜູ້​ນຳ​ລາວ​ໃນ​ເວ​ທີ​ສາ​ ກົ​ລ​ເຂົາ​ບໍ່​ຮູ້​ຈັກ​ຊ້ຳ ນີ້​ຄື​ແນວ​ຄິດ​ເຮົາ ເຮົາ​ຄິດ​ວ່າ​ປະ​ເທດ​ເຮົາ​ຍັງ​ດ້ອຍ ໃນ​ສາຍ​ຕາ​ປະ​ເທດ​ອື່ນ​ຢູ່. ເຮົ​າ​ກະ​ຕ້ອງ​ເຮັດ​ທຸກວິ​ທີ​ທາງ​ເພື່ອ​ໃຫ້​ເກີດ​ມີ​ການ​ປ່ຽນ​ແປງ."

ນັກ​ຂ່າວ: ຊິ​ເຮັດ​ຫຍັງ​ແດ່​ລະ?

ທ່ານ ຄູ​ຄຳ: "ນຶ່ງ​ຄື​ເຮົາ​ເປັນ​ຄົນ​ຣຸ້ນ​ໃໝ່​ເນາະ ເຮົາ​ຍັງ​ຈະ​ໃຊ້​ສື່ສັງ​ຄົມ​ອອນ​ລາຍ​ເປັນ​ກະ​ບອກ​ສຽງ​ໃຫ້​ກັບ​ຄົນ​ຣຸ້ນ​ໃໝ່ ຄື ແຊ​ຣ​ຄວາມ​ຄິດ​ເຫັນ ຫຼື ແຊ​ຣ​ປະ​ສົບ​ການ ເພາະ​ວ່າ ທຸກໆ​ຄົນ ບໍ່​ວ່າ​ຊິ​ປະ​ເທດ​ໃດ ໃນ​ທົ່ວ​ໂລກ ກ​ານ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ເປັນ​ກະ​ບອກ​ສຽງ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ.

ມັນ ​ໝົດ​ຍຸກ​ລະ ທີ່​ຕ້ອງ​ການ​ປ່ຽນ​ແປງ ລຸກ​ຂຶ້ນ​ມາ​ຈັບ​ອາ​ວຸດ ຫຼື​ຮຽກ​ຮ້ອງ​ໃຊ້​ຄວາມ​ຮຸນ​ແຮງ​ ມັນ​ໝົດ​ຍຸກ​ນັ້ນ​ແລ້ວ ສັງ​ຄົມ​ປ່ຽນ​ແປງ​ໄປ​ດ້ວຍ​ສຽງ​ຂອງ​ປະ​ຊາ​ຊົນ ເຮົາ​ມັກ​ແບບ​ນັ້ນ ເຮົາ​ມັນ​ສັນ​ຕິ​ວິ​ທີ​ແບບ​ນັ້ນ ຄື ເຮົາ​ເປັນ​ຄົນ​ໂສດ​ເຮົາ​ຕັດ​ສິນ​ໃຈ​ງ່າຍ ເຮົາ​ຊິ​ເຮັດ​ແບບນີ້ ເຮົາ​ຕັດ​ສິນ​ໃຈ​ງ່າຍ."

ທ່ານ ຄູ​ຄຳ ແກ້ວມະ​ນີ​ວົງ ອາ​ຍຸ 38 ປີ ເປັນ​ຊາວ​ແຂວງ​ຈຳ​ປາ​ສັກ ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ບາງກອກ ແຕ່​ປີ 2002 ແລະ ຕໍ່​ມາ ໄດ້​ເຂົ້າ​ຮ່ວມກໍ່​ຕັ້ງ​ກຸ່ມ ລາວ​ເສ​ຣີ ຫຼື Free Laos ເພື່ອ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ປະ​ຊາ​ທິ​ປະ​ໄຕ ແລະ ສິທທິ​ມະ​ນຸສ ເປັນ​ຕົ້ນ ການ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ປ່ອຍ​ໂຕ​ຄົນ​ງານ​ລາວ 3 ຄົນ ທີ່​ເປັນ​ໝູ່​ຂອ​ງ​ລາວ ຄື ທ່ານ ສຸ​ການ ໃຈ​ທັດ ທ່ານ ສົມ​ພອນ ພິ​ມະ​ສອນ ແລະ ນາງ ຫລອດ​ຄຳ ທຳ​ມະ​ວົງ ທີ່​ຖືກ​ທາງ​ການ​ລາວ​ຈັບ​ໂຕ ໃນ​ຂໍ້​ຫາ ໃສ່​ຮ້າຍ​ປ້າຍ​ສີຣັ​ຖ​ບານ​ລາວ.

​ໃນ​ເວ​ລາ ຢູ່​ປະ​ເທດ​ໄທ​ຍ ທ່ານ ຄູ​ຄຳ ເຄີຍ​ອອກ​ມາ ວິ​ພາກວິ​ຈານ ຣັ​ຖ​ບານ​ລາວ​ຫຼາຍ​ຄັ້ງ ກ່ຽວ​ກັບ​ເຣື່ອງ​ການ​ລະ​ເມີດ​ສິ​ທ​ທິ​ມະ​ນຸສໃນ​ລາວ ແລະ ການ​ສະ​ສິທ​ເສ​ຣີ​ພາບ ​ໃນ​ການ​ສະ​ແດງ​ຄຳ​ຄິດ​ຄຳ​ເຫັນ.