ຄຣູສອນສາສນາ ຄຣິສຕຽນລາວ ຢູ່ຄຳມ່ວນ ຖືກຄາຕກັມ

ຈຳປາທອງ
2022.11.14
Share on WhatsApp
Share on WhatsApp
ຄຣູສອນສາສນາ ຄຣິສຕຽນລາວ ຢູ່ຄຳມ່ວນ ຖືກຄາຕກັມ ພິທີຊາປະກິຈສົບ ອາຈານ ສີ ແສງມະນີ ຄຣູສອນສາສນາ ຄຣິສຕຽນລາວ ທີ່ຖືກຄາຕກັມ ຢູ່ປ່າແຫ່ງນຶ່ງ ຂອງເມືອງທ່າແຂກ ແຂວງຄຳມ່ວນ ຊຶ່ງພົບສາກສົບ ໃນວັນທີ 23 ຕຸລາ 2022.
ນັກຂ່າວ ພົລເມືອງ

ອາຈານ ສີ ແສງມະນີ ຊົນເຜົ່າບໍ່ ຫລື ໄທບໍ່ ອາຍຸ 48 ປີ ຄຣູສອນສາສນາຄຣິສຕຽນ ຢູ່ບ້ານດອນແກ້ວ ເມືອງນາກາຍ ແຂວງຄໍາມ່ວນ ຖືກພົບເປັນສົບ ຢູ່ປ່າແຫ່ງນຶ່ງໃນເຂດເມືອງທ່າແຂກ ແຂວງຄໍາມ່ວນ ໃນມື້ວັນທີ 23 ຕຸລາທີ່ຜ່ານມາ. ສະພາບສົບ ມີຮອຍຖືກຕີໜ້າ ດ້ວຍຂອງແຂງ, ມີຮອຍບວມຊໍ້າຕາມຮ່າງກາຍ ໃນລັກສະນະ ຖືກຈັບທໍລະມານ ແລະຄາຕກັມ ຢ່າງໂຫດຫ້ຽມ, ແຕ່ມາເຖິງປັດຈຸບັນ ຈາກການສືບສວນ ສອບສວນ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດຈັບຜູ້ກໍ່ເຫດໄດ້ ແລະຍັງບໍ່ສາມາດສລຸບ ຄະດີ ນີ້ໄດ້, ອີງຕາມຂໍ້ມູນ ຈາກຜູ້ຮູ້ເຫດການດັ່ງກ່າວ ຢູ່ແຂວງພາກໃຕ້ຂອງລາວ.

ຜູ້ຮູ້ເຫດການ ທີ່ຂໍສງວນຊື່ ແລະສຽງ ເປີດເຜີຍຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ພຶສຈິການີ້ວ່າ ອາຈານ ສີ ຄຣູສອນສາສນາຄຣິສຕຽນລາວ ໄດ້ຂາດການຕິດຕໍ່ ກັບຄອບຄົວ ແລະໝູ່ເພື່ອນ ມາແຕ່ວັນທີ 20 ຕຸລາທີ່ຜ່ານມາ ຊຶ່ງເປັນມື້ທີ່ທ່ານຂີ່ຣົຖຈັກ ສ່ວນຕົວ ໄປວຽກຢູ່ເມືອງທ່າແຂກ, ກ່ອນຈະອອກຈາກເຮືອນ ໄດ້ມີຜູ້ຊາຍ 2 ຄົນ ທີ່ເຊື່ອວ່າເປັນຄົນຕ່າງຖິ່ນ ມາໂອ້ລົມກັບອາຈານ ຢູ່ເຮືອນຂອງອາຈານເອງ ແລະຫລັງຈາກ ອອກເດີນທາງໄປ ຈົນມາຮອດຕອນແລງ ຂອງມື້ດຽວກັນນັ້ນ, ອາຈານ ສີ ກໍບໍ່ໄດ້ຕິດຕໍ່ມາເຮືອນ ຫາຄອບຄົວເລີຍ ແລະທາງຄອບຄົວ ກໍໄດ້ພະຍາຍາມໂທຣະສັບ ໄປຫາ ກໍບໍ່ມີຜູ້ໃດຮັບ. ຫລັງຈາກນັ້ນ ທາງຄອບຄົວ ແລະໝູ່ເພື່ອນ ຂອງອາຈານກໍໄດ້ໄປຊອກຫາ ອາຈານ ຕາມບ່ອນຕ່າງໆ ແຕ່ກໍບໍ່ພົບອາຈານ. ຕໍ່ມາຈຶ່ງຮູ້ຂ່າວວ່າ ມີຄົນພົບສົບອາຈານ ສີ ພ້ອມກັບຣົຖຈັກຂອງທ່ານ. ຫລັງຈາກນັ້ນກໍໄດ້ຕິດຕໍ່ໄປຮັບສົບ ມາທໍາພິທີທາງສາສນາ.    

ຜູ້ຮູ້ເຫດການດັ່ງກ່າວເວົ້າວ່າ ເຈົ້າໜ້າທີ່ຕໍາຣວດ ໄດ້ໄປສອບຖາມ ຫົວໜ້າໂບດ ໃນພື້ນທີ່ ແລະເພື່ອນບ້ານຈໍານວນນນຶ່ງ, ແຕ່ກໍຍັງບໍ່ມີທ່າທີວ່າ ຈະສາມາດນໍາຈັບ ຜູ້ກໍ່ເຫດນັ້ນໄດ້ໃນມໍ່ໆນີ້ເທື່ອ. ສາເຫດການເສັຍຊີວິຕ ຂອງອາຈານ ສີ ນີ້ ຍັງສລຸບບໍ່ໄດ້ວ່າ ກ່ຽວຂ້ອງກັບຫຍັງກັນແທ້, ແຕ່ພວກໝູ່ເພື່ອນ ແລະຊາວຄຣິສຕຽນລາວ ເຊື່ອວ່າແມ່ນເກີດຈາກການເຊື່ອຖື ສາສນາຄຣິສຕຽນ ຂອງທ່ານ.

ເພື່ອຂໍຮູ້ເຖິງຄວາມຄືບໜ້າ ຂອງຄະດີ ແລະຂໍ້ມູນກ່ຽວກັບເຣື່ອງທີ່ວ່ານີ້ ເພີ່ມຕື່ມ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ຕໍາຣວດ ຜແນກສືບສວນ ສອບສວນ ແຂວງຄໍາມ່ວນ, ເຈົ້າໜ້າທີ່ປ້ອງກັນຄວາມ ສງົບ ເມືອງທ່າແຂກ ແລະຫ້ອງການ ແນວລາວສ້າງຊາຕ ແຂວງຄໍາມ່ວນ ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບເຣື່ອງນີ້ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ແຂວງຄໍາມ່ວນ ທ່ານນຶ່ງ ທີ່ໄດ້ໄປສະຖານທີ່ ພົບສົບອາຈານ ສີ ກໍຢືນຢັນວ່າ ສະພາບສົບຂອງຜູ້ກ່ຽວ ມີຮອຍຖືກທໍາຮ້າຍຢ່າງໂຫດຫ້ຽມແທ້, ເຫັນຫົວບວມ, ແຕ່ທ່ານບໍ່ຮູ້ວ່າ ອາຈານ ສີ ຖືກຄາຕກັມ ຍ້ອນສາເຫດໃດ ຍ້ອນເປັນວຽກຂອງເຈົ້າໜ້າທີ່ ຕໍາຣວດ ສືບສວນ ສອບສວນ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ພຶສຈິການີ້ວ່າ:

“ໜ້າຈະແມ່ນ ເຈົ້າ ເພາະວ່າຣົຖຈັກນ່າ ລົງພູນາກາຍພຸ້ນມາ ແຕ່ສົບຄົນຫັ້ນມາເຫັນຢູ່ອີກຈຸດນຶ່ງ ຕ່າງຫາກ ກະເຫັນແຕ່ຫົວມັນບວມໆ.”

ໃນຂະນະດຽວກັນ ຊາວຄຣິສຕຽນລາວຜູ້ນຶ່ງ ທີ່ຮູ້ເຫດການນີ້ກໍເວົ້າວ່າ ສາເຫດການຄາຕກັມ ອາຈານ ສີ ອາຈເປັນໄປໄດ້ວ່າ ເກີດຂຶ້ນຍ້ອນການເຊື່ອຖື ສາສນາຄຣິສຕຽນ ຂອງເພິ່ນ ເນື່ອງຈາກຊາວຄຣິສຕຽນລາວ ຢູ່ແຂວງຕ່າງໆ ກໍຮັບຮູ້ຢູ່ແລ້ວວ່າ ຜູ້ນໍາ ຫລື ຄຣູສອນສາສນາຄຣິສຕຽນ ຢູ່ຫລາຍທ້ອງຖິ່ນໃນລາວ ມັກປະເຊີນກັບບັນຫາ ຈາກເຈົ້າໜ້າທີ່ບ້ານ ແລະເມືອງ ແບບບໍ່ຈົບສິ້ນ ຈັກເທື່ອ.

ດັ່ງທີ່ທ່ານກ່າວວ່າ:

“ກະຍ້ອນເຊື່ອຖືສາສນານີ້ແຫລະ ໄດ້ຍິນເຂົາເວົ້າ ເພິ່ນໄປງານຂອບຄຸນ ເຂົາກັກໂຕຢູ່ກາງທາງ ຫລືວ່າເຂົາໄດ້ຈັບໂຕແລ້ວບໍ່ ຫລືວ່າຍັງບໍ່ຮູ້ຄືກັນຕອນນັ້ນ ເຂົາບໍ່ມັກເຣື່ອງສາສນາ ເຂົາກະເຮັດແນວນັ້ນ.”

ຄຣູສອນສາສນາຄຣິສຕຽນ ທ່ານນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຕາມທີ່ຮູ້ຂ່າວ ເຫດການ ອາຈານ ສີ ຖືກຄາຕກັມນັ້ນ ແມ່ນເປັນຍ້ອນການທໍາກິຈກັມ ທາງສາສນາຄຣິສຕຽນ ຂອງເພິ່ນ, ເຮັດໃຫ້ຄົນກຸ່ມນຶ່ງ ບໍ່ພໍໃຈ, ໄດ້ຕິດຕາມ ແລະຄາຕກັມທ່ານ.

“ຕາມຫາງສຽງ ກະວ່າໄປຢ້ຽມຢາມພີ່ນ້ອງເບາະ ຫລືແນວໃດ ໄດ້ຍິນຂ່າວວ່າ ເຂົາຕິດຕາມແຕ່ເຫິງແລ້ວວ່າ ຜູ້ນີ້ມີການເຄື່ອນໄຫວໜັກ ເພາະມັນຢູ່ແຕ່ລະທ້ອງຖິ່ນ ເຣື່ອງການປົກຄອງ ຢູ່ແຕ່ລະແຂວງນີ້ ມີບາງແຂວງມັນກະໜັກ ບາງແຂວງກະເບົາຫັ້ນນ່າ ເຣື່ອງການຂົ່ມເຫັງເດ໋.”

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວຄຣິສຕຽນລາວ ອີກຜູ້ນຶ່ງເວົ້າວ່າ ຕົນຮູ້ສຶກເສົ້າສລົດໃຈ ທີ່ເກີດເຫດການ ຮຸນແຮງແບບນີ້ຂຶ້ນ, ຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ເລັ່ງຫາຈັບຕົວ ຜູ້ກໍ່ເຫດນັ້ນໃຫ້ໄດ້ໄວທີ່ສຸດ ເນື່ອງຈາກຄະດີດັ່ງກ່າວ ສ້າງຄວາມສະເທືອນຂັວນ ແກ່ຊາວຄຣິສດຕຽນລາວ ຢູ່ຫລາຍແຂວງ ຍ້ອນຢ້ານວ່າ ເຫດການຄືແບບນີ້ ຈະເກີດຂຶ້ນກັບພວກເຂົາເຈົ້າ ໄດ້ເຊັ່ນກັນ.

“ຄັນວ່າເຮົາປ່ອຍໄປ ກະຊິເຮັດໃຫ້ມີຜົນກະທົບຫລາຍ ກະແຕ່ລະເທື່ອຄັນມີເຫດການ ກະຊິມີໜ່ວຍງານກ່ຽວຂ້ອງ ເພິ່ນຮັບຜິດຊອບ ຄັນເພິ່ນຮັບຮູ້ ຖ້າມີແທ້ເພິ່ນກະມີການສືບສວນ ວ່າສາເຫດມາຈາກໃສ ມີການສືບສວນ ຕາມຂັ້ນຕອນຂອງເພິ່ນຢູ່ແລ້ວ.”

ກ່ຽວກັບເຫດການທີ່ວ່ານີ້ ທ່ານ ຟິລ ໂຣເບີຣ໌ດຊັນ (Phil Robertson) ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ສາກົລ ຫຼື Human Rights Watch ປະຈໍາພາກພື້ນເອເຊັຽ-ປາຊິຟິກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ພຶສຈິການີ້ ໂດຍເຫັນວ່າ ເຈົ້າໜ້າທີ່ຕໍາຣວດລາວ ທີ່ກ່ຽວຂ້ອງ ຈະຕ້ອງສະແດງຄວາມຈິງໃຈ ໃນການສືບສວນ, ສອບສວນ ຫາຜູ້ກໍ່ເຫດ ເພື່ອນໍາມາດໍາເນີນຄະດີ ຕາມກົດໝາຍ ແລະກໍຄວນມີເຈົ້າໜ້າທີ່ ຈາກສູນກາງ ຮ່ວມຕິດຕາມຄະດີນີ້ນໍາດ້ວຍ.

“ຕ້ອງມີການສືບສວນ ສອບສວນ ທີ່ເປັນອິສຣະ ແລະມີເຈົ້າໜ້າທີ່ ຂັ້ນສູນກາງ ເຂົາມາຮ່ວມຕິດຕາມຄະດີນໍາດ້ວຍ ຊຶ່ງຄວນຈະມີການສືບສວນ ສອບສວນ ຢ່າງຈິງຈັງ ບໍ່ແມ່ນວ່າຈະປ່ອຍໃຫ້ ເຣື່ອງນີ້ມິດງຽບໄປ. ຖ້າພົບຜູ້ຖືກກ່າວຫາ ກໍຕ້ອງຈັບເຂົາເຈົ້າ ແບບບໍ່ມີຂໍ້ຍົກເວັ້ນ ແລະທາງການລາວ ກໍບໍ່ຄວນທີ່ຈະປ່ອຍໃຫ້ເກີດ ເຫດການແບບນີ້ໃນປະເທດ.”

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ພຶສຈິການີ້ ໂດຍເຊື່ອວ່າ ການຄາຕກັມ ອາຈານ ສີ ແສງມະນີ ຄຣູສອນສອນສາສນາຄຣິສຕຽນ ນີ້ ເປັນແຜນການ ປາບປາມ ຂອງເຈົ້າໜ້າທີ່ທ້ອງຖິ່ນ ທີ່ພະຍາຍາມກົດດັນ, ຈໍາກັດການເຄື່ອນໄຫວ ຂອງຊາວຄຣິສຕຽນລາວ ແລະວ່າ ໃຫ້ທາງການລາວ ແຕ່ງຕັ້ງຄະນະກັມມະການສຶບສວນ ສອບສວນ ຄະດີດັ່ງກ່າວຢ່າງຈິງຈັງ ເພື່ອນໍາຫາຕົວຜູ້ກໍ່ເຫດມາດໍາເນີນຄະດີ ຕາມກົດໝາຍ.

ດັ່ງ ຍານາງກ່າວວ່າ:

"ເຫດການທີ່ວ່າຄາຕກັມ ຄຸນພໍ່ຄັ້ງນີ້ ຂ້າພະເຈົ້າເຊື່ອວ່າ ແມ່ນແຜນການ ປາບປາມ ຂອງເຈົ້າໜ້າທີ່ທ້ອງຖິ່ນ ທີ່ພະຍາຍາມກົດຂີ່ ຊາວຄຣິສຕຽນ ບໍ່ໃຫ້ມີການເຄື່ອນໄຫວ ໃນການນັບຖືສາສນາ ຄຣິສຕຽນ. ໃນໂອກາດນີ້ ພວກເຮົາກະທວງມາຍັງທາງການ ສປປ ລາວ ຈົ່ງໃຊ້ຄະນະກັມມະການ ເຂົ້າໄປກວດກາສືບສວນ ເຫດການຄາຕກັມຄັ້ງນີ້."

ເມື່ອກ່ອນນັ້ນ ໃນເດືອນສິງ 2018 ອາຈານ ສີ ແສງມະນີ ກໍເຄີຍຖືກເຈົ້າໜ້າທີ່ ອໍານາດການປົກຄອງບ້ານມາຈັບຢູ່ເຮືອນ ຂອງທ່ານເອງ ໃນຂະນະທີ່ກໍາລັງຈັດພິທີ ນະມັສການພຣະເຈົ້າ ປະຈໍາສັບປະດາຢູ່ ແລະໄດ້ພະຍາຍາມ ບັງຄັບໃຫ້ທ່ານເຊັນເອກກະສານ ປະລະການເຊື່ອຖື ສາສນາຄຣິສຕຽນ, ແຕ່ທ່ານບໍ່ຍອມເຊັນ ແລ້ວເຈົ້າໜ້າທີ່ ກໍໃສ່ກັບມືທ່ານ ແລະເອົາໄປກັກໄວ້ ຢູ່ໂຮງຮຽນໃນເຂດບ້ານນັ້ນ 3 ມື້ ຈຶ່ງປ່ອຍຕົວ ພາຍຫລັງທີ່ໄດ້ເສັຽຄ່າປັບໃໝ ເປັນເງິນ 2 ແສນກີບ.

ຫລັງຈາກນັ້ນ 2-3 ປີ ທ່ານກໍໄດ້ຈັດພິທີ ນະມັສການພຣະເຈົ້າ ປະຈໍາສັບປະດາ ຢູ່ເຮືອນຂອງທ່ານຕາມປົກກະຕິ ແລະກໍໄດ້ໄປທໍາກິຈກັມ ທາງສາສນາ ຢູ່ນອກເຂດບ້ານ ທີ່ທ່ານຢູ່ນັ້ນເລື້ອຍໆ ຈົນຖືກເຈົ້າໜ້າທີ່ບ້ານ ແລະເມືອງຕັກເຕືອນ ໃຫ້ເຊົາເຄື່ອນໄຫວ ຫລາຍຄັ້ງ ແຕ່ເດືອນກໍຣະກະດາ ຫາເດືອນກັນຍາປີນີ້ ແລະໃນທີ່ສຸດ ທ່ານກໍຖືກຄາຕກັມ, ອີງຕາມຂໍ້ມູນຂອງຜູ້ຮູ້ເຫດການດັ່ງກ່າວ.

ອາຈານ ສີ ແສງມະນີ ຖືກສະຖາປະນາ ເປັນຄຣູຝຶກສາສນາຄຣິສຕຽນ ເມື່ອມວັນທີ 21 ພຶສຈິກາ 2019 ແລະໄດ້ຮັບການຮັບຮອງ ຈາກສູນລວມຄຣິຕຈັກຂ່າວປະເສີດ ສປປ ລາວ ໃນມື້ວັນທີ 22 ພຶສຈິກາ ຂອງປີດຽວກັນ. ທ່ານໄດ້ສ້າງຄອບຄົວ ແລະມີລູກ 8 ຄົນ ຢູ່ບ້ານດອນແກ້ວ ເມືອງນາກາຍ ແຂວງຄໍາມ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.