ມີຄຳສັ່ງໃຫ້ ທ່ານ ສາຍສະໝອນ ຊີ້ແຈງ ກໍຣະນີວິຈານ ສະມາຄົມມວຍໄທຍ

0:00 / 0:00

ຫຼັງ​ຈາກ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວ ແຫ່ງ​ຊາຕ ໄດ້ອອກວິຈານສະ​ມາ​ຄົມມວຍໄທຍ ນາ​ນາ​ຊາຕ ຫຼື IFMA, ນັ້ນເຮັດໃຫ້ເກີດກະແສວິຈານ ຢ່າງກວ້າງຂວາງ ຈົນຣັຖມົນຕຣີກະຊວງສຶກສາທິການ ແລະ ກິລາ ຕ້ອງມີຄໍາສັ່ງໃຫ້ ປະທານຄົນດັ່ງກ່າວ ເຂົ້າມາຊີ້ແຈງ. ມີບຸກຄົນຢູ່ໃນວົງການກິລາ ຢ່າງຫຼາຍ​ຄົນ ໄດ້ຢືນຢັນກັບວິທຍຸເອເຊັຽເສຣີ ວ່າ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້ມີ​ຄຳ​ສັ່ງ​ໃຫ້ ທ່ານ ສາຍ​ສະ​ໝອນ ປະ​ທານ​ສະ​ຫະ​ພັນ​ມວຍ​ລາວ ​ເຂົ້າ​ພົບໃນ​ອາ​ທິດ​ທີ່​ຜ່ານ​ມາ.

ໃນ​ເບື້ອງ​ຕົ້ນ ໜ່ວຍງານສະພາແຫ່ງຊາຕ ໄດ້ແຈ້ງການຫາ ກະຊວງສຶກສາທິ​ການ ແລະ ກິ​ລາ ເພື່ອໃຫ້ປະທານສະ​ຫະ​ພັນ ​ມວຍ​ລາວແຫ່ງ​ຊາຕ ຂຽນໜັງສືຊີ້ແຈງ ວ່າເປັນຫຍັງຈຶ່ງອອກມາເວົ້າແນວນັ້ນ, ອີງ​ຕາມຂໍ້​ມູນ​ ຈາກ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານ​ນຶ່ງ.​

ທຸກໆສະ​ຫະ​ພັນ​ກິ​ລາ ໃນ​ປະ​ເທດ​ລາວ ຢູ່​ພາຍ​ໃຕ້​ກົມ​ກິ​ລາ​ລະ​ດັບ​ສູງ ທີ່​ຂຶ້ນ​ກັບ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ຫຼັງ​ຈາກຣັ​ຖ​ບານ ໄດ້​ໂອນຄະ​ນະ​ກັມມະ​ການ​ກິ​ລາ​ແຫ່ງ​ຊາຕ ເຂົ້າ​ມາ​ຂຶ້ນ​ກັບ​ກະ​ຊວງ​ສຶ​ກ​ສາ​ທິ​ການ ແລະ ກິ​ລາ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽເສ​ຣີ ໃນວັນທີ 13 ມີນາ ວ່າ:

“ເຂົາ​ໃຫ້​ປະທານ ຄົນດັ່ງກ່າວ ເຮັດ​ໜັງ​ສື​ເປັນ​ລາຍ​ລັກ​ອັກ​ສອນ​ ເພື່ອ​ຊີ້​ແຈງວ່າ ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວນີ້ ຄໍາເວົ້າດັ່ງກ່າວ ມັນສົ່ງຜົລກະທົບຕໍ່ຄວາມສັມພັນ ລະຫວ່າງປະເທດ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

“ໜ່ວຍ​ງານສະ​ພາ​ແຫ່ງ​ຊາຕ ໄດ້​ແຈ້ງການ​ມາ​ຫາ​ກະ​ຊວງ​ສຶກສ​າ​ທິ​ການ ແລະ ກິ​ລາ ໃຫ້​ມີ​ການ​ຊີ້​ແຈງ ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ ແລະ ຫຼັງ​ຈາກ​ນັ້ນ ຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ມີ​ຄຳ​ສັ່ງລົງ​ມາ​ຫາ​ກົມກິ​ລາ​ລະ​ດັບ​ສູງ ເພື່ອໃຫ້ປະທ່ານຄົນດັ່ງກ່າວ ໄດ້ຊີ້ແຈງ.”

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຂໍ້​ມູນ​ອອກ​ມາ​ຈາກ ​ຫະ​ພັນ​ມວຍ​ລາວ ວ່າ ທ່ານ ສາຍ​ສະ​ໝອນ​ ໄຊ​ຍະ​ສອນ ປະ​ທານມວຍ​ລາວ ຈະ​ອອກ​ມາ​ຖ​ແລງ​ຂ່າວ​ຂໍ​ໂທດ ຕໍ່​ກໍ​ລິ​ນີ​ທີ່​ໄດ້​ວິ​ຈານ ​ສະ​ຫະ​ພັນ​ມວຍ​ໄທ​ຍ​ນາ​ໆ​ຊາຕ.

ເຈົ້າ​ໜ້າ​ທີ່​ ສະ​ຫະ​ພັນ​ມວຍ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ມີ​ນາ ວ່າ:

“ຈາກນີ້ເພິ່ນ ທາງ​ເພິ່ນ​ກຳ​ລັງ​ຊິ​ອອກ​ມາ​ຂໍ​ໂທດ ທາງ​ເຟ​ສ​ບຸກ​ຂອງ​ສະ​ຫະ​ພັນ ກະ​ຍັງ​ບໍ່​ແນ່​ໃຈ​ວ່າ ເພິ່ນ​ຊິ​ເຮັດ​ແນວ​ໃດ.”

ບັນຫາດັ່ງກ່າວ ເປັນການໄປແຊກແຊງເຣື່ອງ ຂອງອື່ນໂດຍບໍ່ມີຜົລປໂຍດຫຍັງ ຈົນເຮັດໃຫ້ຜູ້ໃຫຍ່ໃນລະດັບຣັຖບານ ຕ້ອງມີຄວາມກັງວົນໃຈ.

ບຸກຄົນຢູ່ໃນວົງການກິລາລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ມີນາ ວ່າ:

“ຜູ້​ໃຫຍ່ ໝາຍເຖິງຣັຖບານລາວ ​ກະ​ບໍ່​ຢາກ​ເຫັນ​ດີ​ນຳ [ປະ​ທານມວຍ​ລາວ] ເພາະ​ມັນ​ເປັນ​ເຣື່ອງ​ຄວາມ​ສັມ​ພັນ ​ລະ​ຫວ່າງ​ປະ​ເທດ ມັນ​ເປັນ​ເຣື່ອງ​ລະ​ອຽດ​ອ່ອນ.”

ບຸກ​ຄົນຢູ່​ໃນ​ວົງ​ການ​ກິ​ລາ ທ່ານນີ້ ກ່າວ​ຕື່​ມ​ອີກວ່າ:

“ເຈົ້າ​ຢູ່​ດີ​ດີ​ແລ້ວ​ໄປ​ເສືອກ ​ເຣື່ອງ​ຂອງ​ເຂົາ​ເຮັດ​ຫຍັງ ຖ້າ​ລາວ​ຢາກ​ສົ່ງ​ນັກມວຍໄປ​ຮ່ວມກຸນຂະແມ ​ກະ​ສົ່ງ​ໄປ ກະ​ບໍ່​ຕ້ອງ​ໄປ​ເວົ້າ​ຫຍັງ ຖ້າ​ລາວ ບໍ່​ຊ່ວຍ​ກັມ​ພູ​ຊາ ກັມພູຊາ ເຂົາ​ກໍ​ຍັງ​ຈັດ​ຢູ່​ແລ້ວ ເພາະ​ເຂົາ​ເປັນ​ເຈົ້າ​ພາບ.”

ປະ​ທານ ສະ​ຫະ​ພັນມວຍ​ລາວແຫ່ງ​ຊາຕ ​ອອກ​ມາ​ເວົ້າ​ ບໍ່​ໄດ້​ສ້າງ​ຜົ​ລ​ດີ​ຫຍັງ​ຕໍ່​ວົງ​ກ​ານ​ກິ​ລາ​ລາວ ແຕ່ ຍິ່ງ​ເຮັດ​ໃຫ້ເກີດ​ສະ​ແສ​ຕໍ່​ຕ້ານ ທັງ​ຄົນ​ໄທ​ຍ ແລະ ຄົນ​ລາວ ລວມ​ທັງ​ຄົນ​ໃນ​ວົງ​ການ​ກິ​ລາ​ເອງ ບໍ່​ເຫັນ​ດີ​ນຳ.

ອະ​ດີດ​ກັມ​ມະ​ການມວຍ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 7 ມີ​ນາ ວ່າ:

“ຜູ້​ໃຫຍ່​ແທ້ໆ ເພິ່ນ​ກະ​ບໍ່​ເຫັນ​ດີ​ດອກ ກັບການ​ທີ່ປະທານມວຍລາວ ​ອອກ​ມາ​ເວົ້າ​ແນວ​ນັ້ນ ເພິ່ນ​ກະ​ມອບ​ໃຫ້​ພາກ​ສ່ວນ​ກິ​ລາ​ວ່າ​ໄປ​ແນວ​ນັ້ນ​ເນາະ ຜູ້​ໃຫຍ່​ແທ້​ເພິ່ນ​ກະ​ຊິບໍ່​ເຫັນ​ດີ​ນຳ​ດອກ.”

ອະ​ດີດ​ກັມ​ມະ​ການ​ມວຍ​ລາວ ທ່ານ​ນີ້ ກ່າວ​ຕື່ມ​ອີກວ່າ:

“ປະ​ທານ​ມວຍ​ລາວ ຫັ້ນ​ເວົ້າ​ຫຼາຍ​ໂພດ​ແດ່ ຫຼາຍ​ຄົນ​ຢູ່​ໃນ​ວົງ​ການ​ກິ​ລາ ແລະ ນັກ​ກິ​ລາ​​ເອງ ​ເຂົາ​ກະ​ບໍ່​ເຫັນ​ດີ​ນຳສິ່ງ​ທີ່​ປະ​ທານ​ເວົ້າ ການ​ທີ່​ປະ​ທ​ານມວຍ​ລາວ ​ອອກ​ມາ​ເວົ້າ​ແນວ​ນັ້ນ ມັນ​ບໍ່​ໄດ້​ໃຫ້​ຜົ​ລ​ດີ​ຫຍັງ ​ຕໍ່​ວົງ​ການ​ກິ​ລາ.”

ຢູ່​ປະ​ເທດ​ລາວ ມີ​ຄ້າຍ​ມວຍ​ທັງ​ໝົດປະ​ມານ 10 ຄ້າຍ ເຊິ່ງ​ສ່ວນ​ຫຼາຍ​ແລ້ວຍັງ​ບໍ່​ທັນ​ຍົກ​ລະ​ດັບ​ ເປັນ​ຄ້າຍມວຍ​ອາ​ຊີບ ຄື​ປະ​ເທດ​ເພື່ອນ​ບ້ານ ເຊັ່ນ​ໄທ​ຍ.

ສະ​ຫະ​ພັນ​ມວຍ​ລາວ ແຫ່ງ​ຊາຕ ບໍ່​ຄ່ອຍ​ມີ​ຈັດ​ການ​ແຂ່ງ​ຂັນ ​ຢ່າງ​ເປັນ​ປະ​ຈຳ ຢູ່​ພາຍ​ໃນ​ປະ​ເທດ​, ແຕ່ ສ່ວນ​ຫຼາຍແລ້ວ ຄ້າຍມວຍລາວ ຈະ​ດຳ​ເນີນ​ເອົາ​ນັກ​ກິ​ລາ ​ຂອງ​ໂຕ​ເອງໄປ​ແຂ່ງ​ຂັນ.

ອະ​ດີດ​ກັມມະ​ການ​ ມວຍ​ລາວ ທ່ານ​ນີ້ ກ່າວ​ວ່າ:

“ຜູ້​ສັບ​ສ​ນູນ ບໍ່​ເຊື່ອ​ຖື​ສະ​ຫະ​ພັນ​ມວຍ​ລາວ ແຫ່ງຊາຕ ເພາະ​ວ່າ ບໍ່​ຈ່າຍ​ເງິນ​ຄ່າ​ໂຕ​ນັກ​ມວຍ​ເຕັມ ຕາມ​ທີ່ໄດ້ຕົກລົງກັບນັກກິລາເອົາໄວ້.”

ສ່ວນ​ຫຼາຍຢູ່​ລາວ ເງິນ​ຄ່າ​ໂຕ​ນັກ​ກິ​ລາ​ມວຍ​ລາວ ​ບໍ່​ໄດ້​ຮອດ 1 ລ້ານ​ກີບ ສະ​ນັ້ນ ນັກ​ກິ​ລາ​ລາວ ຫຼື ນັກ​ມວຍ​ລາວ ຈຶ່ງ​ເລືອກ​ໄປ​​ແຂ່ງ​ຂັນ​ຢູ່​ໄທ​ຍ ຍ້ອນ​ວ່າໄດ້​ຄ່າ​ໂຕຢ່າງ​ໜ້ອຍ 5,000 ບາທ ສຳ​ລັບ​ນັກ​ມວຍ​ໃໝ່ ແຕ່ ຖ້າ​ເປັນ​ນັກ​ມວຍ​ທີ່​ມີ​ຊື່​ສຽງຂຶ້ນ​ໄປ ກໍ​ຈະ​ໄດ້​ຄ່າ​ໂຕຢ່າງ​ໜ້ອຍ 20,000-70,000 ບາທ ສະກຸນເງິນໄທຍ.

ທີ່​ຜ່ານ​ມາ ມີ​ນັກ​ມວຍ​ລາວ ທີ່​ໄປ​ແຂວງ​ຂັນມວຍ​ໄທ​ຍອາ​ຊີບ​ ໃນລາຍງ​ການ​ໃຫຍ່ ຢູ່​ປະ​ເທດ​ໄທ​ຍ ຄື ທ້າວ ຝັ່ງ​ໂຂງ ຫຼື ທອງ​ບາງ, ແຕ່ ປັດ​ຈຸ​ບັນ ກໍ​ມີ ນັກ​ມວຍ​ລາວ ທີ່​ຊື່​ວ່າ ເມືອງ​ລາວ ແລະ ລາວສະ​ຕາ ທີ່ແຂ່ງ​ຂັນ​ຢູ່​ໃນ​ລາຍ​ການ​ໃຫຍ່​ຂອງ​ໄທ​ຍ.

ຢູ່​ໃນ​ປະ​ເທດ​ລາວ ບໍ່​ມີ​ການ​ແຂ່ງ​ຢ່າງ​ເປັນ​ປົກ​ກະ​ຕິ ນັ້ນ ເຮັດ​ໃຫ້​ວົງ​ການມວ​ຍ​ລາວ ​ນັບ​ມື້ ນັບຖອຍ​ຫຼັງ​ລົງ.

ອາ​ດີດ​ກັມ​ມະ​ການມວຍ​ລາວ ທ່ານນີ້ ກ່າວ​ຕື່ມ​ວ່າ:

“ບໍ່​ໄປ​ກະ​ໄດ້​ຊີ​ເກ​ມ​ສ໌ ຫັ້ນ​ນ່າ ສະ​ຫະ​ພັນ​ຄວນ​ຈັດແຂ່ງ​ຂັນ​ ພາຍ​ໃນ​ປະ​ເທດ​ໃຫ້​ມັນ​ດີ​ຂຶ້ນ​ຊາ​ກ່ອນ ໃຫ້​ນັກ​ກິ​ລາ​ເຂົາ​ມີ​ອາ​ຊີບ​ດີ​ ໄປ​ໃຫ້​ໄດ້​ເງິນ​ຫຼາຍ​ຊາ​ກ່ອນ ໃຫ້​ມັນ​ເກັ່ງ​ກ່ອນ ແລ້ວ​ຄ່ອຍ​ໄປ​ແຂ່ງ​ນຳ​ເຂົາ​ກະ​ໄດ້ ເວ​ລາ​ໃດ ກະ​ບໍ່​ຫລ້າບໍ່​ສວຍດອກ ຖ້າບໍ່​ມີ​ການແຂ່ງ​ຂັນ ກະ​ແຫ່ງ​ຍຸບ​ລົງ​ໄດ໋​ນັກ​ກິ​ລາ.”

ນອກ​ຈາກນີ້ ບັນ​ຫາ​ຢູ່​ໃນ​ວົງ​ການມວຍລ​າວ​ອີກ ອັນ​ນຶ່ງ ກໍ​ຄື ການ​ລອກ​ຜົ​ລ​ການ​ແຂ່ງ​ຂັນ ຢູ່​ງານ​ມະ​ຫະ​ກັມ​ກິ​ລາ​ແຫ່ງ​ຊາຕ ຄື ການ​ຕັດ​ສິນນັກ​ມວຍ ​ທີ່​ຄວນ​ຈະນະ ພັດວ່າ ໃຫ້ເສັຽ ຈົນ​ເກີດ​ບັນ​ຫາຜິດ​ຖຽງ​ກັນ ທຸກ​ຄັ້​ງ ​ທີ່​ມີ​ການ​ແຂ່ງ​ຂັນກິ​ລາ​ແຫ່ງ​ຊາຕ.

ອະ​ດີດ​ກັມມະ​ການ ​ມວຍ​ລາວ​ທ່ານນີ້ ໄດ້​ກ່າວ​ວ່າ:

“ການ​ລອກ​ຜົ​ລ​ການ​ແຂ່ງ​ຂັ້ນ ຖ້າ​ວ່າ ມັນ​ສູ​ສີ​ມັນ​ກະ​ຍັງໄຄ ແຕ່ ອັນ​ນີ້ ນັກ​ມວຍ​ຈົນ​ບໍ່​ມີ​ທາງ​ສູ້​ແລ້ວ ກະ​ຍົກ​ໃຫ້​ອີກ​ຝ່າຍ​ນຶ່​ງ​ຊະ​ນະ.”

ທ່ານ ສາຍສະຫມອນ ໄຊຍະສອນ ປະທານ ສະຫະພັນມວຍລາວແຫ່ງຊາຕ ໄດ້ຖແລງຈະຂໍເຂົ້າຮ່ວມ ແລະສນັບສນູນ ການຈັດມວຍ ກຸນ ຂະແມ ເຊິ່ງ​ເປັນ​ມວຍ​ຂອງ​ກັມ​ພູ​ຊາ ບັນຈຸເຂົ້າໃນກິລາຊີເກມສ໌ ຄັ້ງທີ 32 ທີ່ກັມພູຊາ ເປັນເຈົ້າພາບໃນລະຫວ່າງ ເດືອນພຶສພາ ປີ 2023 ທີ່​ຈະ​ມາ​ເຖິງນີ້.

ສຳລັບປະເດັນ ທີ່ກໍໃຫ້ເກີດຄວາມບໍ່ພໍໃຈ ກໍຄື ການຖແລງຂອງປະທານ ມວຍລາວ ແຫ່ງຊາຕ ທີ່ໄດ້ພາດພິງເຖິງ ສະມາຄົມມວຍໄທຍນານາຊາຕ ຫລື IFMA ວ່າເປັນພຽງແຕ່ຜູ້ຈັດການ ແຂ່ງຂັນເທົ່ານັ້ນ ບໍ່ມີສິດແບນຊາຕທີ່ເຂົ້າຮ່ວມ ກຸນ ຂະແມ.

ທ່ານ ສາຍສະຫມອນ ໄຊຍະສອນ ປະທານສະຫະພັນ ມວຍລາວແຫ່ງຊາຕ ໄດ້ຖແລງເມື່ອວັນທີ 14 ກຸມພາ 2023 ທີ່ຜ່ານມາວ່າ:

“ບາດນີ້ເວົ້າເຣື່ອງການແບນ IFMA ວ່າຊິແບນປະເທດນັ້ນ ປະເທດນີ້ ມັນບໍ່ກ່ຽວ ເພາະວ່າ IFMA ບໍ່ແມ່ນຜູ້ລົງທຶນ IFMA ເປັນຜູ້ຮັບຈ້າງໄປຈັດການແຂ່ງຂັນ ໃຫ້ເຂົາສື່ໆ ບໍ່ມີສິດໄປແບ໋ນໃຫ້ຜູ້ນັ້ນຜູ້ນີ້ ໄປຕີບໍ່ໄດ້ຈັກເທື່ອຄັນເວົ້າ ເຣື່ອງຊັບສິນທາງປັນຍາ ບໍ່ຜ່ານຕ່າງໆ ຂອງ ກັມພູຊາແມ່ນໄດ້ຮັບຮອງ ຈາກຢູ່ເນສໂກເດືອນ 12 ປີກາຍນີ້.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍານາງ ຊາ​ຣິ​ສາ ໄທ​ແນນ ຜູ້​ອຳ​ນວຍ​ການ​ທົ່ວ​ໄປ ຂອງ​ສະ​ຫະ​ພັນ​ມວຍ​ໄທ​ຍ​ນາ​ນາ​ຊາຕ ຫຼື IFMA ໄດ້​ໃຫ້​ສັມ​ພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ຜ່ານ​ທາງອີ​ເມວ (email) ໃນ​ວັນ​ທີ 16 ມີນາ ວ່າ:

“ສະ​ຫະ​ພັນ​ມວຍ​ໄທ​ຍ ​ນາ​ນາ​ຊາຕ ຫຼື IFMA ບໍ່​ມີ​ໄດ້ມີ​ບັນ​ຫາ​ຫຍັງ ກັບ ກຸນ ​ຂະ​ແມ ແລະ ສິ​ນ​ລະ​ປະ​ການ​ຕໍ່​ສູ້​ອື່ນໆ ໃນ​ໂລກ. ​ພວກ​ເຮົາ​ມີ ບັນ​ຫາ ກັບ​ ທ່ານ ວັດ ຈຳ​ເຣີນ ເລ​ຂາ​ທິ​ການ ສະ​ຫະ​ພັນ​ກຸນ​ຂະ​ແມ ຜູ້​ທີ່​ນຳ​ໃຊ້ ກຸນ​ຂະ​ແມ ເປັນ​ເຄື່ອງ​ມື ສ້າງ​ຄວາມ​ສັບ​ສົນ, ກໍ​ຍ້ອນ​ຄວາມ ຈິງ​ທີ່​ວ່າ ເລ​ຂາ​ທິ​ການ​ຄົນ​ດັ່ງ​ກ່າວ ອ້າງ​ໂຕ​ເປັນ ​ປະ​ທານມວຍ​ແຫ່ງ​ເອ​ເຊັຽ ເຊິ່ງ​ຄະ​ນະ​ກັມ​ມະ​ການໂອ​ລິມ​ປິກ​ ສາ​ກົລ​ ບໍ່​ໄດ້​ຮັບ​ຮອງ.”

ຍານາງ ຊາ​ຣິ​ສາ ໄທ​ແນນ ໄດ້​ກ່າວ​ຕື່ມ​ອີກວ່າ:

“ຍ້ອນ​ວ່າ ສະ​ຫະ​ພັນ​ມວຍ​ເອ​ເຊັຽ​ ບໍ່​ໄດ້​ຖືກ​ຮັບ​ຮອງ​ໃນ​ຄະ​ນະ​ກັມ​ມະ​ການ​ ໂອ​ລິມ​ປິກ​ສາ​ກົນ. ສະ​ຫະ​ພັນ​ມວຍ​ເອ​ເຊັຽ ບໍ່​ສາ​ມາດ​ເປັນ​ອົງ​ການ​ມາ​ຮັບ​ຜິດ​ຊອບ ມວຍ ຫຼື ມວຍ​ໄທ​ຍ ໃນ​ເກມ​ສ໌​ ການ​ແຂ່ງ​ຂັນ ເຊັ່ນ ຊີ​ເກ​ມ​ສ໌. ສະ​ຫະ​ພັນ​ມວຍ​ໄທ​ຍ ​ນາ​ນາ​ຊາຕ ເທົ່າ​ນັ້ນ ທີ່​ສາ​ມາດ​ເຮັດ​ໄດ້.”

ຍາ​ນາງ ຊາ​ຣິ​ສາ ໄທ​ແນນ ຍັງ​ກ່າວ​ຢ້ຳ​ວ່າ:

“ສະ​ນັ້ນ ເລ​ຂາ​ທິ​ການສະ​ຫະ​ພັນ​ ກຸນ​ ຂະ​ແມ ໄດ້​ນຳ​ໃຊ້​ ກຸນ ​ຂະ​ແມ ເພື່ອແຫວກ​ແນວ​ຈາກມວຍ ຫຼື ມວຍ​ໄທ​ຍ ໃນ​ເກມສ໌ ການ​ແຂ່ງ​ຂັນ ເພື່ອສະ​ກັດ​ກັ້ນຂອບ​ເຂດ​ ອຳ​ນາດ​ຂອງສະ​ມາ​ຄົມ​ມວຍ​ໄທ​ຍ​ ນາ​ນາ​ຊາຕ ທີ່​ເປັນ​ສະ​ຫະ​ພັນ​ຄວບ​ຄຸມ ​ເກມ​ສ໌​ການ​ແຂ່ງ​ຂັນ.”

ນອກ​ຈ​າກນີ້, ສະ​ມາ​ຄົມ​ມວຍ​ໄທ​ຍ​ ສະ​ໝັກ​ຫຼິ້ນ​ແຫ່ງ​ປະ​ເທດ​ໄທ​ຍ ກໍ​ເຫັນ​ວ່າ ກຸນ​ຂະ​ແມ ຍັງ​ບໍ່​ຖືກ​ຮັບ​ຮອງ​ຈາກ​ຄະ​ນະ​ກັມ​ມະ​ການ ​ໂອ​ລ​ລິມ​ປິກສາ​ກົນ ແລະ ລວມ​ທັງ​ສະ​ພາ​ໂອ​ລິມ​ປິກ​ ແຫ່ງ​ເອ​ເຊັຽ.

ຂ່າວ​ສົດ​ອອນ​ລາຍນ໌ ​ຂອງໄທ​ຍ ໄດ້​ຣາຍ​ງານ ໃນ​ວັນ​ທີ 25 ມົກ​ຣາ ໂດຍ ອ້າງ​ເວົ້າ​ຂອງ ທ່ານ ສັກ​ຊາຍ ພັບ​ສຸ​ວັນ ນາ​ຍົກ​ສະ​ມາ​ຄົມ​ມວຍ​ໄທ​ຍ​ສ​ະ​ໝັກ​ຫຼິ້ນ​ແຫ່ງ​ປະ​ເທດ​ໄທ​ຍ ວ່າ “ກັມ​ພູ​ຊາ​ມີ​ການ​ຕັ້ງ​ອົງ​ກອນ​ທີ່​ມີ​ຊື່​ວ່າ ກຸນ​ຂະ​ແມ​ນາໆຊາຕ ເພື່ອ​ມາ​ດູ​ແລ​ແຂ່ງ​ຂັນໃນ​ຊີ​ເກ​ມ​ສ໌ ເຊິງບໍ່​ເປັນ​ສະ​ຫະ​ພັນ​ກິ​ລາ ທີ່​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ IFMA ບໍ່​ເປັນ​ກິ​ລາ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ ຈາກ​ຄະ​ນະ​ກັມ​ມະ​ການ​ ໂອ​ລິມ​ປິກ​ສາ​ກົນ ລວມ​ທັງ​ສະ​ພາ​ໂອ​ລິມ​ປິກ​ແຫ່ງ​ເອ​ເຊັຽ.”

ສ່ວນ​ວ່າ ຄົນ​ຢູ່​ໃນ​ວົງ​ການມວຍ​ໄທ​ຍ ກໍ​ຢາກ​ໃຫ້​ຝ່າຍ​ໄທ​ຍ​ຕອບ​ໂຕ້ ກໍ​ລະ​ນີ​ດັ່ງ​ກ່າວ. ຄ​ຣູ​ຝຶກມວຍ​ໄທ​ຍ ທ່ານ​ນຶ່ງ ໄດ້​ກ່າວ​ແບບ​ປຽບ​ທຽບ​ ວ່າ:

“ບາງ​ຢ່າງ ເຮົາ​ກໍ​ຕ້ອງ​ປົກ​ປ້ອງ ເຂົາ​ເຕະ​ຕີ​ເຮົາ​ຝ່າຍ​ດຽວ ເຮົາ​ບໍ່​ອອກ​ອາ​ວຸດ​ເລີຍ ເຖິງວ່າ ໃນ​ເວ​ລາ​ຕີ ເຮົາ​ຈະ​ເປັນ​ຕໍ່​ກໍ​ຕາມ ແຕ່ ຖ້າບໍ່​ອອກ​ອາ​ວຸດ​ເລີຍ ອາ​ດ​ຈະ​ຖືກ​ໄລ່​ລົງ.”

ໃນການແຂ່ງຂັນ ກິລາຊີເກມສ໌ຄັ້ງນີ້ ສະຫະພັນມວຍລາວ ແຫ່ງຊາຕ ຈະສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນມວຍ ກຸນ ຂະແມ 6 ຣຸ້ນ, ຊາຍ 4 ຣຸ້ນ ແລະ ຍິງ 2 ຣຸ້ນ ວາງເປົ້າວ່າ ຈະໃຫ້ໄດ້ 2 ຫລຽນຄຳ ເປັນຢ່າງຕໍ່າ.