ປະຊາຊົນເຊື່ອວ່າ ບັນຫາການສໍ້ລາດບັງຫຼວງ ຈະບໍ່ໝົດສິ້ນ

ສຸພັດຕາ
2024.12.05
ປະຊາຊົນເຊື່ອວ່າ ບັນຫາການສໍ້ລາດບັງຫຼວງ ຈະບໍ່ໝົດສິ້ນ ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
ປ້ອງກັນຄວາມສະຫງົບ Lao Security News

ຊາວລາວ ບໍ່ເຊື່ອໝັ້ນວ່າ ລັດຖະບານລາວ ຈະແກ້ໄຂບັນຫາ ການສໍ້ລາດບັງຫຼວງໄດ້ ຍ້ອນທີ່ຜ່ານມາ ລັດຖະບານລາວ ມີການແກ້ໄຂບັນຫາ ການສໍ້ລາດບັງຫຼວງ ຍັງບໍ່ມີຈົບສິ້ນ ແລະມີຢູ່ເລື້ອຍໆ ເຮັດໃຫ້ຊາວລາວຫຼາຍຄົນ ເຫັນວ່າ ເປັນບັນຫາ ທີ່ແກ້ໄຂໄດ້ຍາກ ແລະຍັງຈະສືບຕໍ່ໄປເລື້ອຍໆ ຍ້ອນບໍ່ມີການກວດກາຢ່າງທົ່ວເຖິງ ໂດຍສະເພາະ ເຈົ້າໜ້າທີ່ລະດັບສູງ ແລະຂັ້ນການນໍາ, ດັ່ງຊາວລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ພະຈິກ ທີ່ຜ່ານມາ ວ່າ:

“ກະຄືຊິໄດ້ຍິນແຕ່ຄໍາວ່າ ພະຍາຍາມຫັ້ນແຫຼະ ເພາະວ່າ ທີ່ຜ່ານມາ ມັນກໍ່ເຫັນຕະຫຼອດຂຸປີໃດ໋ ກະມີຕະຫຼອດ ມີຫຼາຍ ແຕ່ມັນກໍ່ແກ້ບໍ່ໄດ້ ສ້າງລະບົບມາເພື່ອ ໂກງອີ່ຫຍັງຕ່າງໆຫັ້ນແຫຼະ ເວລາຜູ້ໃຫຍ່ຂຶ້ນມາແລ້ວ ມີສ່ວນໄດ້ ສ່ວນເສຍໂລດໃດ໋ ກວດກາກໍ່ພົບຢູ່ຈັ່ງຊັ້ນແຫຼະ ເລື່ອງໂກງ ໜຶ່ງກໍ່ໂກງກ່ຽວກັບ ງົບປະມານສໍ່ານີ້ ໄປເຮັດໂຕຈິງຫັ້ນ ມັນບໍ່ໄດ້ສໍ່ານີ້ ສອງມາ ລະຮູ້ເຫັນນໍາກັນ ເຫັນເບາະ ຄືຢູ່ແຂວງອັດຕະປືນ່າ ສະເພາະ ໂຕທີ່ມັນເຫັນ ມັນອອກຂ່າວເນາະ ໂຕທີ່ມັນບໍ່ເຫັນອີກເດ້.”

ຂະນະທີ່ ຊາວລາວ ອີກທ່ານໜຶ່ງ ກໍ່ກ່າວວ່າ ທ່ານກໍ່ບໍ່ເຊື່ອໝັ້ນ ການແກ້ໄຂການສໍ້ລາດບັງຫຼວງ ຂອງລັດຖະບານລາວ ເຊັ່ນກັນ ເພາະບັນຫານີ້ ເປັນມາແຕ່ດົນແລ້ວ ຄັນແກ້ໄຂໄດ້ໝົດ ປະເທດກໍ່ຈະດີຂຶ້ນແລ້ວ ແຕ່ກໍ່ຍັງມີບັນຫາຄືເກົ່າ ຍົກໂຕຢ່າງ ການຫຼີ້ນເສັ້ນຫຼີ້ນສາຍ ເອົາຍາດພີ່ນ້ອງເຂົ້າເຮັດວຽກ ໃນຂະແໜງການຕ່າງໆ ແທນທີ່ຈະເອົາຜູ້ທີ່ມີຄວາມຮູ້ຄວາມສາມາດແທ້ໆ ເຂົ້າມາເຮັດວຽກ.

“ຄັນເຮັດໄດ້ ປະເທດລາວ ຈະເລີນແຕ່ດົນ ໂອ້ຍ...ມັນຍາກ ຍາກແກ້ອັນນີ້ ມັນເປັນພະຍາດຄຸມເຄືອອັນນີ້ນ່າ ມັນມາແຕ່ດົນແລ້ວ ລັດຖະບານຊຸດມັນນັ້ນ ພີ່ນ້ອງຄຸມເຄືອ ມີແຕ່ເອົາຍາດພີ່ນ້ອງເພິ່ນ ໄປອັນນັ້ນ ມັນກວດສອບກັນບໍ່ໄດ້ ໃຜເຮັດຫຍັງກະເຮັດໄປເລີຍ ພັດກວດເຫັນ ພັດນະໂຍບາຍກັນ ບໍ່ແມ່ນຊິປະຕິບັດມາດຕະການໂລດ.”

ຂະນະດຽວກັນ ຊາວລາວອີກທ່ານໜຶ່ງ ກໍ່ບໍ່ເຊື່ອໝັ້ນຄືກັນ ວ່າ ລັດຖະບານ ຈະກວດກາການສໍ້ລາດບັງຫຼວງ ໄດ້ຢ່າງຈິງຈັງ ຍ້ອນຍັງມີການແບ່ງຜົນປະໂຫຍດ ພາຍໃນອົງກອນ ເຊິ່ງເຈົ້າໜ້າທີ່ ລະດັບຊັ້ນຜູ້ໃຫຍ່ບາງຄົນ ບໍ່ໄດ້ຖືກກວດກາຢ່າງລະອຽດ.

“ກະຍັງບໍ່ໝັ້ນໃຈດອກ ມັນຊິປະຕິບັດໄດ້ຈິງບໍ່ ມັນເປັນມາແຕ່ອະນຸບານພຸ້ນນ່າ ເປັນເດັກນ້ອຍມັນເປັນແບບນັ້ນເນາະ ຜູ້ໃຫຍ່ນີ້ ມັນໄດ້ກິນທໍ່ກັນ ລະດັບນາຍພົນ ນາຍພັນນີ້ ເຂົາແບ່ງໃຫ້ກັນກິນ ຖ້າວ່າຜູ້ໜຶ່ງໄດ້ ຜູ້ໜຶ່ງບໍ່ໄດ້ ມັນລັດຖະປະຫານແລ້ວ ມັນເຮັດແລ້ວ ເຈົ້າກໍ່ກໍ່ມີກໍາລັງ ຂ້ອຍກະມີກໍາລັງເດ່ ເອີ່...ບໍ່ໄດ້ສໍ່າກັນ ກະຕ້ອງໄດ້ຫັ້ນນ່າ.”

ອີງຕາມການລາຍງານ ຂອງທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 27 ພະຈິກ 2024 ວ່າ ໄລຍະ 10 ເດືອນ ຂອງປີ 2024 ອົງການກວດກາແຫ່ງລັດ ກວດພົບວ່າ ພົບເຈົ້າໜ້າທີ່ ແລະພະນັກງານ ມີການສໍ້ລາດບັງຫຼວງ ທັງໝົດ 208 ຄົນ ໃນນີ້ ສ້າງຄວາມເສຍຫາຍ 115 ຕື້ກີບ, 25 ລ້ານປາຍໂດລ້າສະຫະລັດ ແລະເງິນສະກຸນອື່ນໆອີກຫຼາຍ ເຊິ່ງໄດ້ດໍາເນີນຄະດີແລ້ວ 40 ຄົນ, ກັກໂຕ 39 ຄົນ ແລະແກ້ໄຂ ທາງລະບຽບບໍລິຫານ 158 ຄົນ, ດັ່ງທ່ານ ກ່າວໃນຕອນໜຶ່ງວ່າ.

“ໄດ້ດໍາເນີນ ການສືບສວນ-ສອບສວນ ຄະດີ ສໍ້ລາດບັງຫຼວງ ສໍາເລັດ 4 ເລື່ອງ ມີຄວາມເສຍຫາຍທັງໝົດ ເປັນເງິນ 115.08 ຕື້ກີບ ເປັນເງິນບາດ 3 ລ້ານ 3.2 ລ້ານບາດ ເປັນເງິນໂດລ້າ 25.61 ລ້ານໂດລ້າ ແລະເປັນເງິນຢວນ 7.8 ລ້ານຢວນ ພົວພັນເປົ້າໝາຍ 208 ຄົນ.”

ການກວດພົບ ການສໍ້ລາດບັງຫຼວງ ໃນ 10 ເດືອນ ຂອງປີ 2024 ນີ້ ເກັບກູ້ຄືນໄດ້ແລ້ວ ເປັນເງິນກີບ 63.62 ຕື້ກີບ, ເປັນເງິນບາດ 200,000 ບາດ, ເປັນເງິນໂດລາ 4,700 ໂດລາສະຫະລັດ, ເປັນເງິນຢວນ 5.19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ ເງິນກີບ 51.46 ຕື້ກີບ, ເງິນບາດ 3 ລ້ານບາດ, ເງິນໂດລາ 25.60 ລ້ານໂດລາສະຫະລັດ ແລະ ເງິນຢວນ 2.63 ລ້ານຢວນ.

ກໍາລັງດໍາເນີນການສືບສວນ-ສອບສວນ ມີ 2 ເລື່ອງ, ມີຄວາມເສຍຫາຍ ເປັນເງິນກີບ 300 ລ້ານກວ່າກີບ, ເປັນເງິນໂດລາ 10 ລ້ານກວ່າ ໂດລາສະຫະລັດ, ມີເປົ້າໝາຍພົວພັນ 04 ຄົນ, ດໍາເນີນຄະດີ 4 ຄົນ, ກັກໂຕ 3 ຄົນ, ຍັງບໍ່ໄດ້ກັກໂຕ 1 ຄົນ; ໃນນີ້ ເກັບກູ້ໄດ້ 10 ລ້ານກວ່າໂດລາສະຫະລັດ ກັບ 100 ລ້ານກວ່າກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.