ຜູ້ທີ່ໄດ້ພົບກັບ ຜູ້ລາຍງານພິເສດ ສປຊ ຖືກລັດຖະບານລາວເຝົ້າລະວັງ

ຈຳປາທອງ
2024.12.05
ຜູ້ທີ່ໄດ້ພົບກັບ ຜູ້ລາຍງານພິເສດ ສປຊ ຖືກລັດຖະບານລາວເຝົ້າລະວັງ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນກຸ່ມປະຊາຊົນລາວຫຼາກຫຼາຍສາຂາອາຊີບ ກັບການດຳເນີນຊີວິດ.
ຮູບພາບຈາກພົນລະເມືອງ

ຍານາງ Alexandra Xanthaki ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ດ້ານສິດທິວັດທະນະທໍາ (Cultural rights) ທີ່ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 19 ຫາວັນທີ 29 ພະຈິກ ທີ່ຜ່ານມາ ໄດ້ຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ປົກປ້ອງສິດທິສິດທິທາງວັດທະນາທໍາ ແບບຍືນຍົງ ຂອງກຸ່ມຄົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາຕ່າງໆ ຊຶ່ງໄດ້ລະເມີດສິດທິທາງວັດທະນະທໍາ, ຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ.

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນລາວ ຢູ່ແຂວງຫຼວງພະບາງ ທ່ານໜຶ່ງ ທີ່ເຮັດວຽກເລື່ອງການເຄື່ອນໄຫວທາງສັງຄົມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ທັນວານີ້ວ່າ ທາງການລາວ ເຝົ້າລະວັງເບິ່ງພຶດຕິກໍາ ຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການພາກປະຊາສັງຄົມ ແລະອົງການຈັດຕັ້ງສາກົນ ໃນລາວ ທີ່ໄດ້ມີໂອກາດໂອ້ລົມກັບຍານາງ Alexandra Xanthaki ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ດ້ານສິດທິວັດທະນະທໍາ ຊຶ່ງສະທ້ອນໃຫ້ເຫັນວ່າ ລັດຖະບານລາວ ມີຄວາມລະແວງຫຼາຍເກີນໄປ ແທນທີ່ຈະຮັບຟັງບັນຫາ, ຂໍ້ສະເໜີ ແລ້ວນໍາໄປປະຕິບັດ ຢ່າງເປັນຮູບປະທໍາ, ປະຊາ ຊົນທຸກລົງ ຍ້ອນຜົນກະທົບຈາກການລົງທຶນ ການສໍາປະທານຕ່າງໆ ດັ່ງທີ່ທ່ານກ່າວວ່າ:

ບາງເທື່ອກະເຂົາເຈົ້າ(ລັດຖະບານ) ກະອາດຈະລະແວງຫຼາຍເກີນໄປ, ຢູ່ທຸກຂົງເຂດ ແມ່ນປະຊາຊົນທຸກລົງນໍ ຜົນກະທົບຕ່າງໆຈາກການລົງທຶນນີ້ ການສໍາປະທານນີ້ ມັນມີຜົນກະທົບ ເຮັດໃຫ້ຊີວິດປະຊາຊົນ ອັນອັບປະໂຫຍດ ສະພາຮັບຮອງກົດ ໝາຍໄປຫຼາຍສະບັບແລ້ວ ແຕ່ວ່າ ບໍ່ຖືກຈັດຕັ້ງປະຕິບັດ.

ແລະປະຊາຊົນທ່ານໜຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ເຮັດວຽກເລື່ອງການເຄື່ອນ ໄຫວທາງສັງຄົມ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທຸກເລື່ອງ ທີ່ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ດ້ານສິດທິວັດທະນະທໍາ ໄດ້ລາຍງານໄປນັ້ນ ແມ່ນເປັນຂໍ້ເທັດຈິງທັງໝົດ ໂດຍສະເພາະ ການລະເມີດສິດທິດ້ານວັດທະນາທໍາ ທີ່ເກີດຈາກຜົນກະທົບ ຂອງການພັດ ທະນາຕ່າງໆ. ສະນັ້ນແລ້ວ ລັດຖະບານລາວ ຄວນນໍາເອົາຂໍ້ສະເໜີທັງໝົດຂອງຍານາງນັ້ນ ໄປປະຕິບັດໃຫ້ເກີດຜົນເປັນຈິງຂຶ້ນມາ ບໍ່ແມ່ນວ່າ ຈະມາເຝົ້າລະວັງ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການພາກປະຊາສັງຄົມ ແລະອົງການຈັດຕັ້ງສາກົນ ໃນລາວ ວ່າເຮັດຫຍັງແດ່ ເຖິງແມ່ນວ່າ ເປັນການສັງເກດການກໍຕາມ ດັ່ງທີ່ທ່ານກ່າວວ່າ:

ທາງພາກລັດຖະບານ ເພີ່ນກະສັງເກດການວ່າຊັ້ນສະ ອີງຕາມຫຼັກການລະແມ່ນແຫຼະ ມັນບໍ່ມີໜ່ວຍງານທີ່ສຶກສາໂດຍສະເພາະ ສໍາລັບຄົນລາວຫັ້ນແມ່ນໄດ້ຮັບຜົນກະທົບໂດຍຕົງ ວ່າຊັ້ນສະ.

ໃນຂະນະດຽວກັນ ນາຍແພດ ນິຣັນ ພິທັກວັດສະລະ ອະດີດກໍາມະການ ສິດທິມະນຸດສະຍະຊົນແຫ່ງຊາດ ຂອງໄທ ກໍກ່າວວ່າ ຫາກທາງການລາວ ຈັບຕາເບິ່ງອົງການຈັດຕັ້ງທາງສັງຄົມ ແລະອົງການຈັດຕັ້ງສາກົນໃນລາວ ທີ່ໄດ້ໂອ້ລົມກັບຍານາງ Alexandra Xanthaki ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ ດ້ານສິດທິວັດທະນະທໍາ ຊຶ່ງໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ເປັນຄວາມຈິງ ກໍຖືວ່າ ເປັນການລະເມີດສິດທິ ແລະຂາດຄວາມສະເໝີພາບຢ່າງໜັກ ໃນປະເທດລາວ. ແລະວ່າ ທ່າມກາງບັນຫາເສດຖະກິດຕົກຕໍ່າ ກໍຂ້ອນຂ້າງເປັນກັງວົນວ່າ ລັດຖະ ບານລາວ ຈະມີການລະເມີດສິດທິ ຂອງປະຊາຊົນລາວ ໜັກຂຶ້ນເລື້ອຍໆ ຍ້ອນໂຄງການພັດທະນາຕ່າງໆ ທີ່ອາດຈະສົ່ງຜົນກະທົບ ທັງຕໍ່ສິດທິຂອງເດັກນ້ອຍ ແລະສິດທິຂອງແມ່ຍິງ ຊຶ່ງຈະບໍ່ໄດ້ຮັບການເອົາໃຈໃສ່ດູແລ ຈາກລັດຖະບານລາວ ເທົ່າທີ່ຄວນ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ທັນວ່າ 2024 ນີ້ວ່າ:

(ພາສາໄທ) ເມື່ອເປັນແບບນັ້ນ ມັນກໍຈະເກີດ ລັກສະນະຂອງຄວາມບໍ່ສະເໝີພາບ ຮູ້ວ່າ ໃນລາວນີ້ ມີບັນຫາເລື່ອງເສດຖະກິດຫຼາຍ ການທໍາມາຫາກິນຂອງປະຊາຊົນກໍລໍາບາກ ທີ່ເຮົາຫ່ວງຫຼາຍ ກໍຄືເລື່ອງເດັກນ້ອຍ ກັບເລື່ອງຂອງແມ່ຍິງ ທີ່ຈະຕ້ອງໄດ້ຮັບລການເບິ່ງແຍງ ມັນກໍເປັນການລະເມີດ ໃນເລື່ອງຂອງສິດທິ ຂອງການມີຊີວິດຢູ່.”    

ປັດຈຸບັນ ລັດຖະບານລາວ ມີພັນທະ ແລະຄໍາໝັ້ນສັນຍາສາກົນ ໃນເລື່ອງສິດທິມະນຸດ ແລະສິດທິພົນລະເມືອງ ເປັນຕົ້ນວ່າ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະວັດທະນະທໍາ, ການເຂົ້າເຖິງຂະບວນການຍຸຕິທໍາ, ຄວາມສະເໝີ ພາບ ໃນການສະແດງຄໍາຄິດຄໍາເຫັນ, ການຊຸມນຸມຢ່າງສັນຕິ, ການເຊື່ອຖືສາສະໜາ, ຄວາມເທົ່າທຽມກັນລະຫວ່າງຍິງ-ຊາຍ, ສິດທິເດັກ ແລະສິດທິຄົນພິການ. ແຕ່ພັນທະ ແລະຄໍາໝັ້ນສັນຍາສາກົນດັ່ງກ່າວ ຍັງບໍ່ທັນໄດ້ຮັບການ ຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ເພື່ອໃຫ້ເກີດຜົນເປັນຈິງເທື່ອ.

ເມື່ອກ່ອນໜ້ານີ້ ຄະນະຜູ້ແທນ ສປປ ລາວ ແລະສະຫະພາບຢູໂຣບ ກໍໄດ້ຈັດກອງປະຊຸມສິດທິມະນຸດ ແລະສິດທິພົນລະເມືອງ ຄັ້ງທີ 13 ຂຶ້ນຢູ່ເມືອງ ບຣຸກແຊນ ປະເທດແບນຊິກ ໃນມື້ວັນທີ 2 ກໍລະກົດ 2024 ເພື່ອໃຫ້ປະຊາຊົນລາວ ມີສ່ວນຮ່ວມ ໃນຂະບວນການພັດທະນາປະເທດ ແລະເຂົ້າເຖິງການພັດທະນາ ໄດ້ຢ່າງທົ່ວເຖິງ, ເພື່ອເຮັດໃຫ້ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂເປັນກ້າວໆ ແລະໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ພ້ອມກັນນັ້ນ ກໍໃຫ້ປະຊາຊົນ ມີສິດ ແລະອິດສະລະພາບຂັ້ນພື້ນ ຖານ ຕາມພັນທະ ແລະຄໍາໝັ້ນສັນຍາສາກົນ ກ່ຽວກັບສິດທິມະນຸດ ແລະສິດທິພົນລະເມືອງ, ເພື່ອເປົ້າໝາຍດັ່ງກ່າວ ລັດຖະບານ ສປປ ລາວ ຈະຕ້ອງເອົາ ໃຈໃສ່ຈັດຕັ້ງປະຕິບັດ ວຽກງານເຫຼົ່ານີ້ຂຶ້ນຕື່ມ, ບໍ່ຄວນລະເມີດສິດ, ເສລີພາບ ຂອງປະຊາຊົນ ແລະຂອງອົງການຈັດຕັ້ງທາງສັງຄົມຕ່າງໆ ທີ່ຄວນມີສ່ວນຮ່ວມ ໃນການພັດທະນາປະເທດນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.