ອະດີດນັກເຄື່ອນໄຫວ ສິດທິມະນຸດ ລີ້ພັຍໄປຕ່າງປະເທດ

0:00 / 0:00

ທ້າວ ຄູຄຳ ແກ້ວ​ມະ​ນີ​ວົງ ອະ​ດີດ​ນັກ​ເຄື່ອ​ນ​ໄຫວ ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ່​ກ່ຽວ​ຂ້ອງ ໄດ້​ເດີນ​ທາງ​ໄປ​ລີ້​ພັຍຢູ່​ປະ​ເທດ​ຄາ​ນາ​ດາ ໃນ​ວັນ​ທີ 9 ມີ​ນາ ທີ່​ຜ່ານ​ມາ.

ທ່ານ ເນ​ຕິ​ວິດ ໂຊ​ຕິ​ພັດ​ໄພ​ສານ ທີ່ເປັນ​ນັກ​ເຄືອນ​ໄຫວໄທ​ຍ ຜູ້​ທີ່​ເປັນ​ຮູ້​ຈັກ​ກັບ ທ້າວ ຄູ​ຄຳ ແລະ ທີ່​ໄດ້ເດີນ​ທາງ​ໄປ​ສົ່ງລາວຢູ່​ສ​ນາມ​ບິນ ໄດ້​ກ່າວ​ຕໍ່​ເອ​ເຊັຽເສ​ຣີ ໃນ​ວັນ​ທີ 10 ມີ​ນາ ວ່າ:

" ມື້ ​ວານນີ້ ກໍ​ມີ​ຄວາມ​ສຸກ​ດີ ເພິ່ນ​ກໍ​ຮູ້​ສຶກວ່າ ໂລ່ງ​ອົກໂລ່ງ​ໃຈຫຼາຍ ຍ້ອນ​ວ່າ ຕອນ​ທີ່​ເຮົາ​ຮູ້​ກ່ອນ​ໜ້ານີ້ ເຮົາ​ກໍ​ຄົງ​ບໍ່​ຮູ້​ວ່າ ເພິ່ນ​ຢູ່​ໃນ​ສ​ຖາ​ນະການ​ວິ​ກິດ​ເກືອບ​ຈະ​ຖືກ​ສົ່ງ​ໂຕ​ກັບ​ໄປ​ທີ່​ປະ​ເທດ​ລາວຢູ່​ແລ້ວ ກ່ອນ​ໜ້ານີ້ ​ຜູ້​ລີ້​ພັຍ​ຊາວ​ລາວ ຢູ່​ໃນ​ປະ​ເທດ​ໄທ​ຍ ຖືກ​ສົ່ງ​ໂຕ​ກັບ ເພິ່ນ​ກໍ​ຮູ້​ສຶກ​ຢ້ານ​ຫຼາຍ ນອນ​ຫຼັບ ຊີ​ວິດ​ລຸກ​ລີ້​ລຸກ​ລົນ​ຕ​ລອດ​ເລີຍ ໃນ​ໄລ​ຍະ​ເດືອນ​ປາຍ​ທີ່​ຜ່ານ​ມາ ເພິ່ນ​ກໍ​ຄົງ​ຕ້ອງ​ສູ້​ຕໍ່."

ເຖິງວ່າ ທ້າວ ຄູ​ຄຳ ແກ້ວ​ມະ​ນີ​ວົງ ຈະ​ເດີນ​ທາງ​ໄປ​ປະ​ເທດ​ທີ​ສາມ​ແລ້ວ ແຕ່ ນັກ​ສິດ​ທິ​ມະ​ນຸດ ເຫັນ​ວ່າ ລາວບໍ່​ຄວນ​ຖືກ​ຈັບ​ໃນ​ປະ​ເທດ​ໄທ​ຍ ກ່ອນ​ໜ້າ​ນີ້ ຍ້ອນ​ວ່າ ລາວບໍ່​ໄດ້​ເຮັດ​ຜິດ​ກົດ​ໝາຍ.

ທ່ານ ຟິວ ໂຣ​ເບີດ​ສັນ ຮ້ອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ສິ້ງ​ຊອມ​ດ້ານ​ສິດ​ທິ​ມະ​ນຸດ ຫຼື Human Rights Watch ປະ​ຈຳ​ພາກ​ພື້ນ​ເອ​ເຊັຽ​ຟາ​ຊິ​ຟິກ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ມື້​ດຽວ​ກັນ​ວ່າ:

“ດີ​ໃຈ​ທີ່​ສຸດ ທີ່​ ທ້າວ ຄູ​ຄຳ ຖືກ​ປ່ອຍ​ໄປ ແຕ່ທີ່​ບໍ່​ດີ ກໍ​ຄື ລາວ​ຖືກ​ຂັງ​ເປັນ​ຄັ້ງ​ທຳ​ອິດ ຍ້ອນ​ວ່າ ບໍ່​ໄດ້​ເຮັດ​ຫຍັງ​ຜິດ ບໍ່​ໄດ້​ເຮັດ​ຫຍັງ​ທີ່​ຄວນ​ຈະ​ຕິດ​ຄຸກ ລາວບໍ່​ໄດ້​ເປັນ​ອາ​ສ​ຍາ​ກອນ ກໍ​ເປັນ​ຄົນ​ທີ່​ຕໍ່​ສຸ້​ເພື່ອ​ສິ​ດ​ທິ​ມະ​ນຸດ ບໍ່​ແມ່ນ​ຄົນ​ທີ່​ຄວນ​ຈະ​ຖືກ​ຈັບ​ໂຕ ແລ້ວ​ກໍ​ໃຫ້​ຕິດ​ຄຸກ​ເລີຍ.”

ທ່ານ ກ່າວ​ຕື່ມ​ວ່າ ມາ​ຮອດ​ປັດ​ຈຸ​ບັນ ຍັງ​ມີ​ຄົນ​ລາວ ທີ່​ຕ້ອງ​ການ​ຮຽກ​ຮ້ອງ​ສິດ​ທິ​ມະ​ນຸດ ແລະ ເຄື່ອນ​ໄຫວດ້ານ​ປະ​ຊາ​ທິ​ປະ​ໄຕໃນ​ລາວ ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຜູ້​ທີ່​ມາ​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ມີ​ການ​ຮວມ​ກຸ່ມ ແລະ ຫຼຸດ​ຈໍ​າ​ນວນ​ລົງ​ເລື່ອຍໆ ຍ້ອນ​ພວກ​ເຂົາ​ຢ້ານ​ວ່າ ຈະ​ບໍ່​ມີ​ຄວາມ​ປອດ​ພັຍ​ໃນ​ການ​ໃຊ້​ຊີ​ວິດ, ຢ້ານ​ຖືກ​ສົ່ງ​ໂຕ​ກັບປະ​ເທດ​ລາວ ຫຼື ຖືກ​ອູ້ມ​ເຮັດ​ໃຫ້​ຫາຍ​ສາບ​ສູນ ດັ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ກັບ​ ທ້າວ ອ໊ອດ ໄຊ​ຍະ​ວົງ ນັກ​ເຄື່ອນ​ໄຫວເພື່ອປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ທີ​ຫາຍ​ສາບ​ສູນ​ໃນທ້າຍ​ປີ 2019.

ຜູ້​ລີ້​ພັຍ​ການ​ເມືອງ​ຊາວ​ລາວ ທີ່​ຢູ່​ພາຍ​ໃນ​ປະ​ເທດ​ໄທ​ຍ ຈຳ​ເປັນ​ຕ້ອງ​ໄດ້​ເດີນ​ທາງ​ໄປ​ປະ​ເທດ​ທີ 3 ຍ້ອນ​ທີ່​ຜ່ານ​ມາ ປະ​ເທດ​ອາ​ຊຽນ ຍັງ​ບໍ່​ມີ​ແນວ​ທາງ​ຮ່ວມ​ກັນ​ໃນ​ການ​ປົກ​ປ້ອງ​ຜູ້​ລີ້​ພັຍ​ ໃຫ້​ໄດ້​ຮັບ​ຄວາມ​ປອດ​ພັຍ.

ຍາງ​ນາງ ອັງ​ຄະ​ນາ ນິ​ລະ​ໄພ​ຈິດ ອະ​ດີດ​ກັມ​ການ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຂອງ​ໄທ​ຍ ກ່າວ​ວ່າ:

“ການ​ລີ້​ພັຍ​ໃນ​ອາ​ຊຽນ ອາ​ຊຽນ​ເອງ​ກໍ​ຫຼີກ​ລ້ຽງ ທີ່​ຈະ​ເວົ້າ​ເຖິງ​ປະ​ເດັນ​ນີ້ ກໍ​ມັກ​ຈະ​ອ້າງ​ໃນ​ເຣື່ອງ​ຂອງ ການບໍ່​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ກັນ ແຕ່​ວ່າ ເຣື່ອງນີ້ ບໍ່​ແມ່ນ​ການ​ແຊກ​ແຊງ​ປະ​ເທດ​ໃດ ປະ​ເທດ​ນຶ່ງ ແຕ່​ວ່າ ມັນ​ເປັນ​ການ​ເຣື່ອງ​ຂອງ​ການ​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ ເຊິ່ງ​ອາ​ຊຽນ ຈະ​ຕ້ອງ​ມີ​ ມາ​ຕ​ຖານຮັກ​ສາ​ຄວາມ​ປອດ​ພັຍ​ຂອງ​ປະ​ຊາ​ຊົນ​ອາ​ຊ​ຽນ.”

ຍາງ​ນາງ ກ່າວ​ຕື່ມ​ວ່າ:

“ນອກ​ຈາກ ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ແລ້ວ ຍັງ​ມີ​ນັກ​ເຄື່ອນ​ໄຫວດ້ານ​ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ​ ທີ່​ຢູ່​ປະ​ເທດ​ໄທ​ຍ ທີ່​ຍັງ​ບໍ່​ທັນ​ໄດ້​ສະ​ຖາ​ນະ​ການ​ລີ້​ພັຍ ໄປ​ຢູ່​ປະ​ເທດ​ທີ 3 ເຊິ່ງ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ຢູ່​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.”

ກ່ອນ​ໜ້າ​ນີ້ ກໍ​ມີ​ນັກ​ເຄື່ອນ​ໄຫວເພື່ອ​ປະ​ຊາ​ທິ​ປະ​ໄຕໃນ​ລາວ ຄົນ​ນຶ່ງ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ໃຫ້​ໄປ​ລີ້​ພັຍ​ຢູ່​ປະ​ເທດ​ອອ​ສ​ເຕຼ​ເລັຽ ໃນ​ປີ 2019.

ທ້າວ ຄູ​ຄຳ ແກ້ວ​ມະ​ນີ​ວົງ ໄດ້​ລີ້​ພັຍ​ຢູ່​ປະ​ເທດ​ທີ​ສາມ​ແລ້ວ ແລະ ລາວ​ຈະ​ບໍ່​ຖືກ​ສົ່ງ​ໂຕ​ກັບ​ຄືນ​ມາ​ປະ​ເທດ​ລາວ​.

ທະ​ນາຍ​ຄວາມ ແລະ ນັກ​ກົດ​ໝາຍ​ດ້ານ​ສິ​ດ​ທິ​ມະ​ນຸດ ລະ​ຫວ່າງ​ປະ​ເທດ ໄດ້​ກ່າວ​ວ່າ:

“ຖ້າ​ລະ​ຫວ່າງປະ​ເທດ​ລາວ, ໄທ​ຍ ແລະ ປະ​ເທດ​ທີ່​ຜູ້​ລີ້​ພັຍ​ໄປ​ຢູ່ ບໍ່​ມີ​ຄະ​ດີ​ທີ່​ຢູ່ໃນ​ບັນ​ທຶກຂໍ້​ຕົກ​ລົງ​ທີ່​ຈະ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ໄດ້ ກໍ​ບໍ່​ສາ​ມາດ​ທີ່​ຈະ​ສົ່ງ ຜູ້​ຮ້າຍ​ຂ້າມ​ແດນໄດ້.”

ໃນ​ວັນ​ທີ 30 ມົກ​ກະ​ຣາ ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ຕຳ​ຣວດ​​ສ​ຖານ​ນີ​ທຸ່ງ​ສອງ​ຫ້ອງ ໄດ້​ກັກ​ໂຕ ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ໄວ້ ຈາກ​ນັ້ນ ກໍ​ໄດ້​ສົ່ງ​ຟ້ອງ​ສານ ແລະ ນຳ​ໂຕ​ຜູ້​ກ່ຽວໄປ​ສານ​ແຂວງດອນ​ເມືອງ ຢູ່ ບາງກອກ ໃນ​ຂໍ້​ຫາ ວີ​ຊາ​ໝົດ​ອາ​ຍຸ ເຊິ່ງ​ຜູ້​ກ່ຽວ​ເອງ​ກໍ​ຖືກ​ປັບ​ໄໝ ຈາກ​ນັ້ນ ໃນ​ວັນ​ທີ 1 ກຸມ​ພາ ເວ​ລາ​ປະ​ມານ 6 ໂມງ ​ແລງ ຕາມ​ເວ​ລາ​ທ້ອງ​ຖິ່ນ​ໃນ​ໄທ​ຍ ທ້າວ ຄູ​ຄຳ ກໍ​ໄດ້​ຮັບ​ການ​ປ່ອຍ​ໂຕ ຫຼັງ​ຈາກ​ສຳ​ນັກ​ງານກວດ​ຄົນ​ເຂົ້າ​ເມືອງສວນ​ພ​ລູ ອະ​ນຸ​ຍາດ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງປະ​ກັນ​ໂຕ​ຜູ້​ກ່ຽວ​ໄດ້, ແຕ່ ຜູ້​ກ່ຽວ​ຈະ​ຕ້ອງ​ໄດ້​ໄປ​ຣາຍ​ງານ​ໂຕ​ຕໍ່​ເຈົ້າ​ໜ້າ​ທີ່​ສຳ​ນັກ​ງານ​ຕຳ​ຣວດກວດ​ຄົນ​ເຂົ້າ​ເມືອງ ທຸກໆ 15 ມື້້.

ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ອາ​ຍຸ 38 ປີ ເປັນ​ຊາວ​ແຂວງ​ຈຳ​ປາ​ສັກ ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ບາງກອກ ແຕ່​ປີ 2002 ແລະ ຕໍ່​ມາ ໄດ້​ເຂົ້າ​ຮ່ວມກໍ່​ຕັ້ງ​ກຸ່ມ ລາວ​ເສ​ຣີ ຫຼື Free Laos ເພື່ອ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ ເປັນ​ຕົ້ນ ການ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ປ່ອຍ​ໂຕ​ຄົນ​ງານ​ລາວ 3 ຄົນ ທີ່​ເປັນ​ໝູ່​ຂອ​ງ​ລາວ ຄື ທ້າວ ສຸ​ການ ໃຈ​ທັດ ທ້າວ ສົມ​ພອນ ພິ​ມະ​ສອນ ແລະ ນາງ ຫລອດ​ຄຳ ທຳ​ມະ​ວົງ ທີ່​ຖືກ​ທາງ​ການ​ລາວ​ຈັບ​ໂຕ ໃນ​ຂໍ້​ຫາ ໃສ່​ຮ້າຍ​ປ້າຍ​ສີຣັ​ຖ​ບານ​ລາວ.

ທ້າວ ຄູ​ຄຳ ເຄີຍ​ໃຫ້​ຂໍ້​ມູນ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ຫຼັງ​ຈາກ​ບັນ​ດາ​ໝູ່​ເພື່ອນ​ຂອງ​ລາວທີ່​ຮ່ວມ​ວຽກ​ງານ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ໃຫ້​ມີ​ປະ​ຊາ​ຊ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ​ໃນ​ລາວ ຖືກ​ຈັບ ແລະ ຈຳ​ນວນ​ນຶ່ງ​ກໍ​ຫາຍ​ສາບ​ສູນ ນັ້ນ​ເຮັດ​ໃຫ້​ລາວເອງ ກໍ​ສຶກ​ຢ້ານ ວ່າ ຈະ​ຖືກ​ຈັບ​ມື້​ໃດ​ມື້​ນຶ່ງ ສະ​ນັ້ນ ໃນ​ເວ​ລາ​ທີ່​ຢູ່​ປະ​ເທດ​ໄທ​ຍ ລາວ​ຈະ​ຕ້ອງ​ຢູ່​ແບບ​ຫຼົບໆລີ້ໆ ແລະ ບໍ່​ອອກ​ມາ​ເຄື່ອນ​ໄຫວໃດໆ.