ປຽບທຽບ ນາຍົກໃໝ່ ຄືກັບ ເຫຼົ້າເກົ່າ ໃສ່ແກ້ວໃໝ່

0:00 / 0:00

ນັກ​ວິ​ຊາ​ການ​ລາວ ຍັງ​ບໍ່​ໝັ້ນ​ໃຈວ່າ ບັນ​ຫາ​ເສ​ຖ​ກິ​ຈ ແລະ ໄພ​ເງິນ​ເຟີ້​ ໃນ​ປະ​ເທດ​ລາວ ຈະ​ໄດ້​ຮັບ​ການ​ແກ້​ໄຂ ເຖິງວ່າ ຈະ​ມີ​ການ​ປ່ຽນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຄົນ​ໃໝ່​ກໍ​ຕາມ.

ນັກ​ວິ​ຊາ​ການລາວ ທ່ານ​ນຶ່ງ ​ຜູ້​ທີ່ໄດ້ ໄດ້​ຕິດ​ຕາມ​ບັນ​ຫາ ​ເສ​ຖ​ກິ​ຈ​ໃນ​ລາວ ​ຢ່າງ​ໃກ້​ຊິດ ໄດ້​ໃຫ້​ສັມພາດ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ​ວ່າ:

" ອັນ ​ວ່າ ຢູ່​ບ້ານ​ເຮົາ​ນີ້​ນ່າ ເຖິງວ່າ​ຊິ​ປ່ຽນ ເອົາ​ໃຜ​ກະ​ແລ້ວ​ແຕ່ ເພາະ​ວ່າ ໂຄງ​ສ້າງ​ໃຫຍ່ໆ ກອບ​ໃຫຍ່ໆ ກະ​ບໍ່​ໄດ້​ປ່ຽນ​ແປງ ການ​ປ່ຽນ​ກະ​ໂຕ​ບຸກ​ຄົນ ​ມັນ​ກະ​ບໍ່​ຕ່າງ​ຫຍັງເຫຼົ້າ ເຫຍັ້ນ​ເຫຼົ້າ ມັນ​ກໍ​ຍັງ​ເປັນ​ເຫຼົ້າ​ຢູ່​ຄື​ເກົ່າ."

ທີ່​ຜ່ານ​ມາ ມີ​ການ​ປ່ຽນ​ໂຕ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ​ຫຼາຍ​ຄົນ ແຕ່ ກໍ​ບໍ່​ມີ​ຫຍັງ​ປ່ຽນ​ແປງ. ນັກ​ວິ​ຊາ​ການ​ທ່ານນີ້ ກ່າວ​ວ່າ:

“ເມື່ອ ​ກ່ອນ​ເຮົາ​ເຄີຍ​ຫວັງ​ໄວ້​ວ່າ ທ່ານ ທອງ​ສິງ ທີ່​ມາ​ຈາກ​ສະ​ພາ​ແຫ່ງ​ຊາດ ມາ​ຈາກ​ນິ​ຕິ​ບັນ​ຍັດ ຈະ​ມາ​ແກ້​ໄຂ​ການ ຄໍ​ຣັບ​ຊັ້ນ ຈະ​ມາ​ຄຸ້ມ​ຄອງ​ນຳ​ພາ ປະ​ເທດ​ຊາດ ຫຼື​ ວຽກ​ກົດ​ໝາຍ ໂດຍ​ອີງ​ໃສ່​ຣັ​ຖ​ແຫ່ງ​ກົດ​ໝາຍ ກະ​ເປີ ເນາະ ບາດນີ້​ຕໍ່​ມາ ທ່ານ ທອງ​ລຸນ ຄື​ວ່າ ເພິ່ນ​ກະ​ເວົ້າ​ຢູ່ ສ​ມັຍ ເພິ່ນ​ເປັ​ນ​ຮອງ ນາ​ຍົກ​ເນາະ ເພິ່ນ​ກະ ເພິ່ນ​ກະ​ເບິ່ງ​ທັ​ສ​ນະ​ຄົງ​ຈະ​ແກ້​ໄຂ​ບັນ​ຫາ ເສ​ຖ​ກິ​ຈ ປາກ​ທ້ອງ​ໄດ້​ດີ​ເວ​ລາ​ເພິ່ນ​ຂຶ້ນ​ມາ ເພິ່ນ​ກະ​ຊູ​ນະໂຍ​ບາຍ​ຫຼາຍ​ອັນ ແຕ່​ກະ​ເຫັນ​ວ່າ ບໍ່​ໄດ້​ຂັບ​ເຄື່ອນ ບໍ່​ໄດ້​ເກີດ​ການ​ປ່ຽນ​ແປງ​ອີ່​ຫຍັງ​ເລີຍ ແລະ ຕໍ່​ມາ ທ່ານ ພັນ​ຄຳ​ ເອງ ສ​ມັຍ ເພິ່ນ​ເປັນ​ຮອງປະ​ທານ​ປະ​ເທດ ເພິ່ນ​ກະ​ເວົ້າ​ຈຶກ​ຈັກ ຂຶງ​ຂັງ​ຢູ່ ຄິດ​ວ່າ ເພິ່ນ​ຂຶ້​ນ​ມາ​ແລ້ວ ບັນ​ຫາ​ຊິ​ໄດ້​ຮັບ​ການ​ແກ້​ໄຂ.”

ນອກ​ຈາກນີ້ ໃນ​ປີ 2022 ທີ່​ຜ່ານ​ມາ, ຣັ​ຖ​ບານ​ຍັງ​ຕັ້ງທີມ​ງານ​ທີ່​ປຶກ​ສາ ​ທາງ​ດ້ານ​ເສ​ຖ​ກິ​ຈ 7 ທ່ານ ທີ່​ມາ​ຈາກ​ພາກ​ເອ​ກ​ຊົນ, ປ່ຽນ​ໂຕ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ, ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ​ລາວ ແຕ່ ກໍ​ຍັງ​ບໍ່​ສາ​ມາດ​ແກ້​ໄຂ​ ບັນ​ຫາ​ເງິນ​ເຟີ້ ແລະ ບັນ​ຫາ​ເສ​ຖ​ກິຈ​ໄດ້.

ນັກ​ວິ​ຊາ​ການລາວ ທ່ານນີ້ ກ່າວ​ວ່າ:

"ເສດ ​ຖີ ລາວ ມາ​ເປັນ​ທີ່​ປຶກ​ສາ ກະ​ຍັງ​ບໍ່​ມີ​ການ​ແກ້​ໄຂ​ຫຍັງ ສະ​ນັ້ນ​ແລ້ວ ເຮົາ​ກະ​ຍັງ​ບໍ່​ສາ​ມາດ​ເພິ່ງ​ພິງ​ຫຍັງ​ໄດ້ ແມ້​ກະ​ທັ້ງ​ຊ້ວ​ງ​ເດືອນ 6 ທີ່​ເພິ່ນ​ປະ​ຊຸມ​ສະ​ພາ​ກາງ​ປີ​ ຊຸດ​ທຳ​ອິດນີ້ ມີ​ການ​ປ່ຽນ​ແປງ ​ຣັ​ຖ​ມົນ​ຕ​ຣີ ມີກ​ານ​ປ່ຽນ​ແປງ​ທະ​ນາ​ຄານ ກະ​ຍັງ​ບໍ່​ເຮັດ​ຫຍັງ​ໃຫ້​ດີ​ຂຶ້ນ​ໃນ​ເຣື່ອງ​ຂອງ​ເງິນ​ເຟີ້."

ໃນ​ທັ​ສ​ນະ​ມຸມ​ຄິດ ແລະ ໃນ​ທາງ​ປະ​ຕິ​ບັດ​ແລ້ວ ການ​ປ່ຽນ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ພຽງ​ແຕ່​ເປັນ​ການ​ປ່ຽນ​ ແທນ​ກັນ​ເທົ່າ​ນັ້ນ.

ນັກ​ວີ​ຊາ​ການ​ທ່ານນີ້ ເວົ້າ​ຕື່ມ​ອີກວ່າ ສະ​ນັ້ນ​ແຫຼະ ເບິ່ງ​ຄື​ກັບ​ແຕ່​ລະ​ທ່ານ​ຂຶ້ນ​ມານີ້ ເພື່ອ​ທີ່​ຈະ​ປ່ຽນ​ແທນ​ກັນ​ຊື່ໆ ໂດຍ​ທາງ​ປະ​ຕິ​ບັດ ໃນ​ທາງ​ປັບ​ປຸງ​ປ່ຽນ​ແປງ​ແລ້ວ ຍັງ​ບໍ່​ໄດ້​ເຫັນ​ຫຍັງ ເງິນ​ກະ​ຂຶ້ນ​ຕິກ​ໆ ນ້ຳ​ມັນ​ກະ​ຂຶ້ນ​ຕິກໆ ເຮົາ​ບໍ່​ມີ​ຫວັງ​ຫຍັງ ໝົດ​ຫວັງ​ລະ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ເບິ່ງ​ອີກ​ໃນ​ແງ່​ນຶ່ງ ກໍ​ຄື ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຄົນ​ໃໝ່​ ຈະ​ແກ້​ໄຂ​ບັນ​ຫາ​ເສ​ຖ​ກິ​ຈ​ໄດ້ ກໍ​ຕ້ອງ​ໃຊ້​ເວ​ລາຫຼາຍ​ປີ ໂດຍ​ສະ​ເພາະ​ການ​ແກ້​ໄຂ​ບັນ​ຫາ ​ໄພ​ເງິນ​ເຟີ້​. ນັກ​ວິ​ຊາ​ການ ກ່າວ​ຕື່ມ​ວ່າ ໝາຍ​ຄວາມ​ວ່າ ຂັ້ນ​ຖ້າ​ວ່າ ຣັ​ຖ​ບານ ຫຼື​ວ່າ ນາ​ຍົກ​ຄົນ​ໃໝ່ ຄັນ​ຖ້າ​ເພິ່ນ​ຕັ້ງ​ໃຈ ຢາກ​ຈະ​ແກ້​ຫັ້ນ​ນ່າ ຜົ​ລ​ມັນ​ຈະ​ເກີດ​ຂຶ້ນ ​ຖ້າ​ຢ່າງ​ໄວ​ ກະ​ແມ່ນ​ເຄິ່ງ​ສ​ມັຍ ຫຼື ອີກ 4 ປີ​ ຂ້າງ​ໜ້າ.

ດຣ. Keith Barney ນັກປະຖະກະຖາອາວຸໂສ ຈາກ ມະຫາວິທຍາແຫ່ງຊາຕ ອອສເຕຣເລັຽ ຜູ້ທີ່ຕິດຕາມສະພາບການ ໃນລາວມາຫຼາຍປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ພວກ​ເຮົາເຫັນ​ຈາກຣາຍ​ງານ​ໃນ​ເດືອນທັນ​ວາ 2022 ເມື່ອບ​ປຽບ​ທຽບກັບເດືອນ ທັນ​ວາ 2021, ອັດ​ຕ​ຣາ​ເງິນ​ເຟີ້ ຈະ​ສູງ​ເຖິງ 39.3%. ແລະ ອັດ​ຕ​ຣາ​ເງິນ​ເຟີ້ລາ​ຄາ​ອາ​ຫານສູງ​ເຖິງ 45% ນີ້ ມັນ​ສະ​ແດງ​ໃຫ້​ເຫັນ​ເຖິງ ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຜູ້​ທີ່​ມີ​ຣາຍ​ໄດ້​ປານ​ກາງ ແລະ ຜູ້​ທີ່​ມີ​ຣາຍ​ໄດ້​ຕ່ຳ ຢ່າງ​ໜັກ​ໜ່ວງ.

ຣັ​ຖ​ບານລາວ ຈະ​ຕ້ອງ​ໃຊ້​ໜີ້ ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ມູນ​ຄ່າ​ຫຼາຍ​ຕື້​ໂດ​ລ້າ​ຣ໌ ແຕ່​ ຕ້ອງ​ຊອກ​ແຫຼ່ງ​ເງິນ​ຈຳ​ນວນ 1.38 ຕື້​ໂດ​ລ້າ​ຣ໌ ​ມາ​ຈາກ​ການ​ອອກ​ພັນ​ທະ​ບັດ ໄປ​​ຂາຍ​ຢູ່​ຕ​ລາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ຄ່າ​ສຳ​ປະ​ທານ​ສາຍສົ່ງ​ໄຟ​ຟ້າ, ໂຄງ​ການບໍ່​ແຮ່ ໂຄງ​ການ​ເຂື່ອນ. ເຊິ່ງ​ເງິນ​ຈຳ​ນວນ​ດັ່ງ​ກ່າວ ຈະ​ນຳ​ໄປ​ໃຊ້​ໜີ້ຕ່າງ​ປະ​ເທດ ​ທີ່​ຣັ​ຖ​ບານ​ລາວ​ຕິດ​ໜີ້.

ດຣ. Keith Barney ນັກປະຖະກະຖາອາວຸໂສ ຈາກມະຫາວິທຍາໄລແຫ່ງຊາຕ ອອສເຕຣເລັຽ ຍັງ​ກ່າວ​ຕື່ມ​ອີກວ່າ ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ຣັ​ຖ​ບານ​ລາວ ຈະ​ມີ​ແຜນ​ການລະ​ດົ​ມ​ເງິນ ​ທີ່​ເປັນ​ມູນ​ຄ່າ​ມະ​ຫາ​ສານ ຈາກ​ການ​ຂາຍ​ພັ​ນ​ທະ​ບັດ ໃຫ້​ຕ່າງ​ປະ​ເທດ​ໄດ້​ແນວ​ໃດ, ຍ້ອນ​ວ່າ ຕ​ລາດ​ຕ່າງ​ປະ​ເທດ ກໍ​ບໍ່​ໃຫ້​ຄວາມ​ສົນ​ໃຈຊື້​ພັ​ນ​ທະ​ບັດ​ລາວ ຍົກ​ເວັ້ນ ຕ​ລາດ​ຢູ່​ປະ​ເທດ​ໄທ​ຍເທົ່າ​ນັ້ນ. ສະ​ນັ້ນ​ໃນ​ປີ 2023 ຈະ​ເປັນ​ປີ​ທີ່​ທ້າ​ທາຍ ​ສຳ​ລັບ​ປະ​ເທດ​ລາວ. ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ຣັ​ຖ​ບານລາວ ຈະ​ສາ​ມາດ​ຫຼີກ​ລ້ຽງ​ການ​ຜ່ອນ​ຈ່າຍ​ຊຳ​ລະ​ໜີ້​ສິນ​ໄດ້​ຫຼືບໍ່, ແຕ່ວ່າ ກໍ​ຕ້ອງ​ຖ້າ​ວ່າ ຈະ​ເປັນ​ແນວ​ໃດ.

ບັນ​ດາ​ສະ​ມາ​ຊິກ ​ສະ​ພາ​ແຫ່ງ​ຊາຕ ໄດ້​ມີ​ການ​ອະ​ພິ​ບາຍ​ກັນ ກ່ຽວ​ກັບບັນ​ຫາ​ໄພ​ເງິນ​ເຟີ້ ແລະ ບັນ​ຫາ​ເສ​ຖ​ກິ​ຈ ​ຢູ່​ໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ.

ທ່ານ ສີເຮັງ ຫອມສົມບັດ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ຫຼື ສສຊ ເຂດ ​14 ແຂວງ​ສາຣະວັນ ປະກອບຄຳເຫັນ​ໃນກອງປະຊຸມ ສໄມ​ສາມັນ​ເທື່ອທີ ​4 ຂອງ​ສະພາ​ແຫ່ງຊາຕ ຊຸດທີ 9 ໃນ​ ວັນທີ​ 8 ທັນວາ 2022 ວ່າ:

" ຂັ້ນ ​ເຮົາ​ເວົ້າ​ເງິນ​ເຟີ້ ບັນ​ຫາ​ສິນ​ຄ້າ​ຂອງ​ໂລກ​ຂອງ​ຫຍັງ ບາງ​ເທື່ອບໍ່​ຮູ້​ໂຕ​ເອງ ໄປ​ເຫັນ​ແຕ່​ອັນ​ລວມ​ຂອງ​ໂລກ ຂອງ​ປະ​ເທດ​ອື່ນ​ພຸ້ນ ເອົ້າ ຂັ້ນ​ຊິ​ເວົ້າ​ໄປ​ໄກ ປະ​ເທດ​ທີ່​ດ້ອຍ​ພັ​ທ​ນາ​ຄື​ເຮົາ ເຂົາ​ກະ​ຄຸມ​ຢູ່​ຫັ້ນ​ເດ້ ໄທ​ເຮົາ​ຄືບໍ່​ເບິ່ງ​ເຂົາ​ແດ່ ກໍ​ປູ່​ເຈັ້ຍ, ພະ​ມ້າ, ວຽດ​ນາມ ບໍ່​ໄດ້​ສູງ​ຄື​ເຮົາ​ໄດ໋."

ນອກ​ຈາກນີ້ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ສ​ເນີ​ໃຫ້​ມີ​ການ​ລົບ​ລ້າງ ​ຮ້ານ​ແລກ​ປ່ຽນ​ເງິນ​ຕ​ຣາ ແລະ ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ ຈະ​ຕ້ອງ​ຜ່ານ​ລະ​ບົບ​ທະ​ນາ​ຄານ​ທັງ​ໝົດ.

ທ່ານ ສີເຮັງ ຫອມສົມບັດ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ກ່າວ​ຕື່ມ​ອີກວ່າ:

" ເພາະ ​ສະ​ນັ້ນ ຢາກ​ສ​ເນີ ນຳ​ທະ​ນາ​ຄານ​ວ່າ ຢາກ​ແກ້​ໄຂວິ​ກິ​ຈ​ອັນ​ນີ້​ນິ ກ່ອນ​ອື່ນ​ໝົດ ຊິ​ອອກ​ນິ​ຕິ​ກັມ​ແນວ​ໃດ​ກະ​ອອກ ສ​ເນີ​ມາ​ຫາ​ຄະ​ນະ​ປະ​ຈຳ​ ສະ​ພາ​ແຫ່ງ​ຊາຕ ເຣື່ອງ​ຮ້ານ​ແລກ​ປ່ຽນ​ເງິນ​ຕ​ຣາ​ ຂໍ​ໃຫ້​ເບຼກ​ໄວ້ ລົບ​ລ້າງ​ໄດ້​ລະ​ດີ​ຫຼາຍ​ ອັນ​ນຶ່ງ ສອງ​ມາ​ເຣື່ອງ​ການ​ສົ່ງ​ອອກສິນ​ຄ້າ​ ຈະ​ຕ້ອງ​ໄດ້ ມີ​ແປກມີ້​ຈະ​ຕ້ອງ​ໄດ້​ໄປ​ເປີດ​ບັນ​ຊີ​ທະ​ນາ​ຄານ ການ​ນຳ​ເຂົ້າ​ເງິນ​ຈະ​ຕ້ອງ​ມາ​ ຜ່ານ​ທະ​ນາ​ຄານ​ໝົດ."

ອັ​ຕ​ຣາ​ເງິນ​ເຟີ້ ຢູ່​ໃນ​ປີ 2022 ທີ່​ຜ່ານ​ມາ:

  1. ເດືອນ​ມົກ​ກະ​ຣາ 6.25%
  2. ເດືອນກຸມ​ພາ 7.31%
  3. ເດືອນມີ​ນາ 8.54%
  4. ເດືອນເມ​ສາ 9.86%
  5. ເດືອນພຶ​ສ​ພາ 12.81%
  6. ເດືອນມິ​ຖຸ​ນາ 23.61%
  7. ເດືອນກໍ​ຣະ​ກະ​ດາ 25.62%
  8. ເດືອນສິງ​ຫາ 30.01%
  9. ເດືອນກັນ​ຍາ 34.05%
  10. ເດືອນຕຸ​ລາ 36.75%
  11. ເດືອນພຶ​ສ​ຈິ​ກາ 38.46%
  12. ເດືອນທັນ​ວາ 39.27%

ລາ​ຄາ​ສິນ​ຄ້າ ເຊັ່ນ​ລາ​ຄາ​ປຸ໋ຍ ປັດ​ຈຸ​ບັນ ກະ​ສອບ​ນຶ່ງປ​ະ​ມານ 1,200,000 ​ກີບ ຈາກ​ໃນ​ປີຕົ້ນ​ປີ​ 2021 ລາ​ຄາ​ປະ​ມານ 600,000 ແສນ ກີບ ສ່ວນ​ວ່າ ລາ​ຄາ​ສິນ​ຄ້າ​ອື່ນໆ ກໍ​ຂຶ້ນ ຄ້າຍໆ ຄື​ກັນ ອີງ​ຕາມ​ຂໍ້​ມູນ​ຈາກ​ປະ​ຊາ​ຊົນ.

ອັຕ​ຣາ​ແລກ​ປ່ຽນ ຢູ່​ທະ​ນາ​ຄານ​ການ​ຄ້າ​ ຕ່າງ​ປະ​ເທດລາວ ​ມະ​ຫາ​ຊົນ ຢູ່ທີ່ 500 ປາຍ​ກີບ ຕໍ່ 1 ບາທ ສະ​ກຸນ​ເງິນ​ໄທ​ຍ ແລະ 17,000 ປາຍ​ກີບ ຕໍ່ 1 ໂດ​ລ້າ​ຣ໌ ແຕ່ ຢູ່​ຮ້ານ​ແລ​ກ​ປ່ຽນ ​ນອກ​ລະ​ບົບສູງກວ່າ​ນັ້ນ.