ຕຣຽມເປີດ ປະຊຸມສະພາແຫ່ງຊາດ ພ້ອມໂທຣະສັບ ສາຍດ່ວນ

ຈຳປາທອງ
2022.06.08
ຕຣຽມເປີດ ປະຊຸມສະພາແຫ່ງຊາດ ພ້ອມໂທຣະສັບ ສາຍດ່ວນ ກອງປະຊຸມສະພາແຫ່ງຊາດ ຊຸດທີ 9 ທີ່ຈະຖືກໄຂຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 22 ຫາ ວັນທີ 26 ມິນາ 2021
ນັກຂ່າວ ພົລເມືອງ

ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ຈະເປີດຂຶ້ນເຣີ່ມແຕ່ມື້ວັນທີ 13 ມິຖຸນາ ຫາວັນທີ 8 ກໍຣະກະດາ 2022 ເພື່ອພິຈາຣະນາ ແລະຮັບຮອງເອົາບັນຫາສໍາຄັນ ຂອງປະເທດ ໂດຍທີ່ຈະມີການຈັດຕັ້ງໜ່ວຍງານຮັບຜິດຊອບ ໂທຣະສັບສາຍດ່ວນ 156 ເພື່ອຮັບເອົາຄວາມຄິດເຫັນ ແລະຄໍາສເນີຂອງປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ຄືທີ່ເຄີຍໄດ້ປະຕິບັດຜ່ານມາ.

ດັ່ງເຈົ້າໜ້າທີ່ສະພາແຫ່ງຊາດ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ມິຖຸນານີ້ວ່າ:

ວັນທີ 13 ນີ້ແລ້ວ ເປີດສາຍດ່ວນ 156 ແມ່ນມີບັນຫາຫຍັງກະ ຢາກສເນີຫັ້ນນ່າ ມັນສິມີກອງເລຂາບັຍທຶກໂຕນີ້ໄວ້ ໃນຊ່ວງກອງປະຊຸມນີ້ ເຈົ້າ.

ໃນຂະນະດຽວກັນ ປະຊາຊົນລາວຈໍານວນນຶ່ງ ພາກັນເວົ້າວ່າ ການທີ່ທາງສະພາແຫ່ງຊາດ ເປີດໂທຣະສັບສາຍດ່ວນ 156 ຮັບເອົາຄວາມຄິດເຫັນ ແລະຄໍາສເນີຂອງປະຊາ ຊົນຄືດັ່ງກ່າວ ເປັນພຽງພິທີການເທົ່ານັ້ນ ເພາະໄລຍະທີ່ຜ່ານມາ ມີປະຊາຊົນລາວ ຈໍານວນບໍ່ໜ້ອຍໄດ້ໂທໄປຫາ ມີຄໍາເຫັນແລະສເນີບັນຫາຕ່າງໆ ບໍ່ຕໍ່າກວ່າ 1,000 ສາຍ ແຕ່ກໍບໍ່ເຫັນວ່າ ບັນຫາທີ່ໄດ້ສເນີໄປນັ້ນ ຈະໄດ້ຮັບການພິຈາຣະນາແກ້ໄຂໃຫ້.

ປະຊາຊົນລາວຢູ່ແຂວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທັງສະພາແຫ່ງຊາດ ແລະຣັຖບານລາວ ບໍ່ມີຄວາມຈິງໃຈ ແລະບໍ່ຈິງຈັງ ທີ່ຈະແກ້ໄຂບັນຫາ ປາກທ້ອງຂອງປະຊາຊົນ, ມີແຕ່ຄໍາເວົ້າຄວາມຈົບໆງາມໆ ແຕ່ການລົງມືປະຕິບັດ, ລົງພື້ນຖານເບິ່ງສະພາບ ຄວາມເປັນຈິງຂອງຊີວິດ ການເປັນຢູ່ຂອງປະຊາຊົນ ບໍ່ເຄີຍເຫັນຈັກເທື່ອ, ແຕ່ເມື່ອປະຊາຊົນອອກມາ ວິພາກວິຈານການເຮັດວຽກ ຂອງຣັຖບານ ແລະຮຽກຮ້ອງຂໍໃຫ້ຣັຖບານແກ້ໄຂຫຍັງ ກໍຖືກທາງການກ່າວຫາວ່າ ເປັນປະຕິການຕໍ່ຕ້ານພັກ-ຣັຖ.

ດັ່ງທີ່ທ່ານກ່າວວ່າ:

ແກ້ໄຂຊ່ວຍເຫລືອພໍ່ແມ່ປະຊາຊົນ ເວົ້າມັນເວົ້າງາມ ບະບົບບນີ້ຍ່າໃຫ້ເຂົ້າໃຈ ມັນບໍ່ມີສິດທິມະນຸສ ຄູ່ມື້ນີ້ມັນຮຽກຮ້ອງຫຍັງບໍ່ໄດ້ດອກ ເຂົາຫາວ່າປະຕິການຕໍ່ຕ້ານ ປະຊາຊົນບໍ່ມີຢູ່ມີກິນ ຄິດເອົາທໍ່ນັ້ນແລ້ວກະຈົບ.

ປະຊາຊົນລາວ ຢູ່ແຂວງໄຊຍະບູຣີຜູ້ນຶ່ງເວົ້າວ່າ ທີ່ຜ່ານມາ ບໍ່ເຄີຍໄດ້ໂທຣະສັບສເນີບັນຫາ ຜ່ານສາຍດ່ວນ ຂອງສະພາແຫ່ງຊາດຈັກເທື່ອ ເພາະຕົນເຊື່ອວ່າ ເຖິງສເນີບັນຫາທີ່ຕົນຂັດຂ້ອງໄປ ກໍຈະບໍ່ໄດ້ຮັບການແກ້ໄຂ. ແຕ່ເຖິງຢ່າງໃດກໍຕາມ ໃນກອງປະຊຸມສະພາແຫ່ງຊາດເທື່ອນີ້ ກໍຢາກໃຫ້ສະພາແຫ່ງຊາດ ແລະຣັຖບານ ພິຈາຣະນາ ແກ້ໄຂບັນຫາເສຖກິຈ ແລະສັງຄົມ ທີ່ຍັງຫຍຸ້ງຍາກຢູ່ນີ້ຢ່າງຮີບດ່ວນ ຍ້ອນວ່າປະຊາຊົນລາວທົ່ວປະເທດ ໄດ້ຮັບຜົລກະທົບຈາກເສຖກິຈຕົກຕໍ່າ, ເງິນກີບເຟີ້, ນໍ້າມັນແພງ, ຄ່າຄອງຊີບຖີບຕົວສູງຂຶ້ນ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມິຖຸນານີ້ວ່າ:

ກະຕາຍແລ້ວ ຢ້ານບໍ່ມີນໍ້າມັນເຮັດໄຮ່ ເຮັດນາກັນ ເງິນກີບມັນເຟີ້ ເປັນຈັ່ງໃດບໍ່ຈັກ ສະພາບປັດຈຸບັນນີ້ ເບິ່ງທ່ານນາຍົກ ເພິ່ນກະກໍາລັງປັບປຸງ 5 ມະຕິ ເວົ້າເຣື່ອງເງິນຕຣານີ້ ແລ້ວກະເຣື່ອງນໍ້າມັນນີ້ ຢາກໃຫ້ນໍ້າມັນຫລຸດ ເງິນຕຣາ ຫລຸດແນ່ກະໄຄແນ່.

ແລະປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນປະເທດລາວ ຍັງປະເຊີນກັບບັນຫາຫຍຸ້ງຍາກ ທີ່ທ້າທາຍຫລາຍຢ່າງ, ແຕ່ບັນຫາສໍາຄັນທີ່ສຸດ ຄືການແກ້ໄຂບັນຫາກ່ຽວກັບ ຄວາມທຸກຍາກຂອງປະຊາຊົນ, ແກ້ໄຂບັນຫາເສຖກິຈທີ່ຕົກຕໍ່າ ອັນສົ່ງຜົລກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ ຢ່າງໜັກໜ່ວງຢູ່ນີ້.

ເພິ່ນເປີດສະພານີ້ ກາຢາກໃຫ້ຍົກບັນຫາການລົບລ້າງ ຄວາມທຸກຍາກໃຫ້ປະຊາຊົນນີ້ນ່າ ປະຊາຊົນກະຍັງທຸຫຍັງຍາກຢູ່ ມັນພົວພັນ ເຣື່ອງຊີວິດການເປັນຢູ່ ປະຊາຊົນອັນນີ້ນ່າ ແກ້ໄຂເຣື່ອງບັນຫາປາກທ້ອງນີ້ແຫລະ ກ່ອນອື່ນໝົດ ການຢູ່ການກິນນີ້ແຫລະ.

ກ່ຽວກັບເຣື່ອງການເປີດ ໂທຣະສັບສາຍດ່ວນທີ່ວ່ານີ້ ນັກວິຊາການດ້ານເສຖສາຕ ແລະສັງຄົມລາວເຫັນວ່າ ເປັນເຣື່ອງດີຫລາຍ ເພາະປະຊາຊົນລາວທົ່ວປະເທດ ສາມາດຮ້ອງທຸກ ແລະສເນີບັນຫາຕ່າງໆໄດ້ໂດຍກົງ ຕໍ່ສະພາແຫ່ງຊາດ. ແຕ່ກໍຍັງເຫັນວ່າ ການຮ້ອງທຸກ ແລະຄໍາສເນີຂອງປະຊາຊົນທີ່ວ່ານັ້ນ ກໍຍັງມີຂໍ້ຈໍາກັດຢູ່ຫລາຍຢ່າງ ເປັນຕົ້ນເມື່ອປະຊາຊົນ ສເນີບັນຫາໄປແລ້ວ ກໍບໍ່ໄດ້ຮັບການພິຈາຣະນາແກ້ໄຂ, ເຮັດໃຫ້ປະຊາຊົນບໍ່ເຊື່ອໝັ້ນ ໃນຂະບວນການດັ່ງກ່າວ. ນອກຈາກນັ້ນ ບາງບັນຫາກໍຖືກກົດໝາຍຈໍາກັດ, ບໍ່ໄດ້ເປີດກວ້າງຄືກັນກັບຢູ່ປະເທດ ທີ່ມີປະຊາທິປະໄຕ ເຊັ່ນການຮ້ອງຮຽນ ໃຫ້ສະພາແຫ່ງຊາດກວດສອບ ເຈົ້າໜ້າທີ່ພັກ-ຣັຖບາງຄົນ ທີ່ພົວພັນກັບການສໍ້ຣາສບັງຫລວງ.

ດັ່ງນັກວິຊາການດ້ານເສຖສາຕ-ສັງຄົມ ແລະອາຈານປະຈໍາ ມະຫາວິທຍາລັຍສຸພານຸວົງ ທີ່ແຂວງຫລວງພຣະບາງ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມິຖຸນານີ້ວ່າ:

ໂທຣະສັບສາຍດ່ວນ ແລ້ວຂຽນໜັງສື ເວົ້າເຣື່ອງຄວາມທຸກຄວາມຍາກນີ້ແຫລະ ແຕ່ວ່າມັນກະຍັງມີຂອບເຂດຢູ່ ມັນກະຢູ່ໃນກົດໝາຍຫັ້ນແຫລະ ຄິດວ່າຍັງສິເປັນແບບເກົ່າ ອັນນັ້ນແລ້ວ ຢາກໃຫ້ແກ້ແລ້ວກະແກ້ເຫັນປະຈັກຕາ.

ກອງປະຊຸມສະພາແຫ່ງຊາດ ສມັຍສາມັນເທື່ອທີ 3 ນີ້ ຈະໄດ້ພິຈາລະນາ ແລະຮັບ ຮອງເອົາຫລາຍບັນຫາສໍາຄັນ ເປັນຕົ້ນ ວຽກງານກ່ຽວກັບຣັຖບານ ທີ່ຈະມີ 10 ບົດ ຣາຍງານ ຮວມທັງບົດຣາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ, ແຜນງົບປະມານແຫ່ງຣັຖ, ແຜນເງິນຕຣາ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນ, ບັນຫາຢາເສບຕິດ ແລະອື່ນໆ.

ພ້ອມກັນນັ້ນກໍຈະພິຈາຣະນາ ແລະຮັບຮອງເອົາຮ່າງກົດໝາຍສ້າງໃໝ່ 3 ສະບັບ ຊຶ່ງໃນນັ້ນມີທັງຮ່າງກົດໝາຍວ່າດ້ວຍ ຄວາມປອດພັຍຂອງເຂື່ອນ, ວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ ແລະກົດໝາຍປັບປຸງ 6 ສະບັບ ຊຶ່ງມີຮວມທັງກົດໝາຍວ່າດ້ວຍ ຊັພສິນຂອງຣັຖ, ວ່າດ້ວຍການຄຸ້ມຄອງ ເງິນຕຣາຕ່າງປະເທດ, ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ.

ວຽກງານອົງການອັຍການ ປະຊາຊົນສູງສຸດ ຈະມີ 1 ບົດ ຊຶ່ງໃນນັ້ນຈະໄດ້ເວົ້າເຖິງ ຫລາຍບັນຫາ ທັງການແກ້ໄຂການລະເມີດກົດໝາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະການກັກຂັງພາງ.

ສໍາລັບວຽກງານ ຂອງສະພາແຫ່ງຊາດ ຈະມີບົດຣາຍງານ 2 ບົດ ຄືແຜນການ ແລະການຕິດຕາມ ກວດກາຜົນການເຄື່ອນໄຫວວຽກງານຂອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດທີ່ຜ່ານມາ.

ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ນີ້ ຈະມີມະຕິກອງ ປະຊຸມ 17 ສະບັບ ເປັນຕົ້ນມະຕິວ່າດ້ວຍການຮັບຮອງເອົາ ບົດຣາຍງານກ່ຽວກັບການຈັດຕັ້ງ ປະຕິບັດແຜນພັທນາເສຖກິຈ-ສັງຄົມ 6 ເດືອນຕົ້ນປີ 2022 ແລະແຜນ ການ 6 ເດືອນທ້າຍປີ 2022 ແລະມະຕິຮັບຮອງເອົາ ບົດຣາຍງານຂອງຣັຖບານ ກ່ຽວກັບທິດທາງການປະຕິຮູບ ວິສາຫະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.