ລາວ,ກໍາພູຊາ ສືບຕໍ່ ປ້ອງກັນ ຄວາມສງົບ

0:00 / 0:00

ກະຊວງປ້ອງກັນຄວາມສງົບ ສປປລາວ ແລະກະຊວງພາຍໃນກັມພູຊາ ຈະສືບຕໍ່ຮັກສາຄວາມສງົບ ຕາມບໍຣິເວນຊາຍແດນ ລາວ,ກຳພູຊາ ເພື່ອຄວາມເປັນລະບຽບຮຽບຮ້ອຍ ພາຍຫຼັງທີ່ທັງສອງຝ່າຍ ໄດ້ປະຊຸມກ່ຽວກັບ ການຮ່ວມມືປະຈຳປີ ຢູ່ນະຄອນຫຼວງ ວຽງຈັນ ເມື່ອວັນທີ 17 ມົກຣາ 2018 ເພື່ອທົບທວນ ຜົນຂອງການປະຕິບັດວຽກງານ ໃນປີທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບສປປລາວທ່ານນຶ່ງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 18 ມົກຣາ ວ່າ:

“ຮ່ວມມືທັງສອງກະຊວງ ກະຊວງມະຫາດໄທ ກຳປູເຈັຽ ກັບກະຊວງປ້ອງກັນຄວາມສງົບລາວ ຮ່ວມມືແລກປ່ຽນສະພາບ ກັບຮັກສາຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມຕາມຊາຍແດນອິສັງຕ່າງໆ ມີອິສັງກະແຈ້ງສະພາບເຊິ່ງກັນແລະກັນຫັ້ນແຫຼະ ຊ່ວຍເຫຼືອເຊິ່ງກັນແລະກັນ.”

ທ່ານກ່າວຕື່ມວ່າ ໃນກອງປະຊຸມດັ່ງກ່າວ ທັງສອງຝ່າຍໄດ້ຕົກລົງເປັນເອກພາບກັນ ວ່າຈະຄວບຄຸມ ແລະກວດກາບັນຫາຕາມຊາຍແດນ ເປັນຕົ້ນ ການລັກລອບຂົນສົ່ງ ຢາເສພຕິດ, ການຄ້າມະນຸດ, ກວດກາຄວາມເປັນຣະບຽບຮຽບຮ້ອຍ ຂອງຄົນ ເຂົ້າ-ອອກເມືອງ ແລະໃຫ້ ຄວາມສະດວກ ຊຶ່ງກັນແລະກັນ ໃນດ້ານອື່ນໆ ຊຶ່ງທີ່ຜ່ານມາ ຖືວ່າທັງສອງຝ່າຍ ສາມາດປະສານວຽກງານ ຮ່ວມກັນໄດ້ດີ.

ພ້ອມດຽວກັນນັ້ນ ໃນກອງປະຊຸມດັ່ງກ່າວ ທັງສອງຝ່າຍ ລາວແລະກຳພູຊາ ຍັງໄດ້ລົງນາມ ໃນບົດບັນທຶກ ວ່າດ້ວຍການຮ່ວມມື ຣະຫວ່າງ ກະຊວງປ້ອງກັນຄວາມສງົບສປປລາວ ແລະກະຊວງພາຍໃນກຳພູຊາ ເພື່ອສ້າງສາຍສຳພັນ ຣະຫວ່າງສອງປະເທສ ໃຫ້ນັບມື້ ນັບດີຂຶ້ນ.

ເຖິງຢ່່າງໃດກໍຕາມ ຂນະທີ່ຕາມແນວຊາຍແດນ ຣະຫວ່າງສອງປະເທດ ລາວແລະກຳພູຊາ ກຳລັງມີການແກ້ໄຂ ຂໍ້ຂັດແຍ້ງ ເຣຶ່ອງບັນຫາ ຊາຍແດນກັນຢູ່. ເມື່ອວັນທີ 15 ມົກຣາ ນີ້ ກະຊວງປ້ອງກັນປະເທສ ຂອງທັງສອງຝ່າຍ ສປປລາວແລະກຳພູຊາ ໄດ້ຕົກລົງກັນວ່າຈະຫາ ແນວທາງແກ້ໄຂ ຂໍ້ຂັດແຍ້ງຊາຍແດນ ດ້ວຍສັນຕິວິທີ ແລະຈະສືບຕໍ່ຮ່ວມມື ໃນວຽກງານ ປ້ອງກັນຊາຕ ປ້ອງກັນຄວາມສງົບຮ່ວມກັນ ນໍາດ້ວຍ.