ໃນປີ 2024 ດັດຊະນີ ການສໍ້ລາດບັງຫຼວງ ຂອງລາວ ດີຂຶ້ນ ຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114

ພອນ ພູມມີທອນ
2025.02.12
ໃນປີ 2024 ດັດຊະນີ ການສໍ້ລາດບັງຫຼວງ ຂອງລາວ ດີຂຶ້ນ ຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114 ຮູບພາບນີ້ ຜະລິດໂດຍທີມງານ ພະແນກພາສາລາວ. ເດືອນກຸມພາ ປີ 2025.
RFA

ອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ລາຍງານກ່ຽວກັບ ດັດຊະນີການຮັບຮູ້ ການສໍ້ລາດບັງຫຼວງ ຫຼື Corruption Perceptions Index ປະຈຳປີ 2024 ເມື່ອວັນທີ 11 ກຸມພາ 2025 ນີ້.

ລາຍງານດັ່ງກ່າວ ລະບຸວ່າ ດັດຊະນີການຮັບຮູ້ ການສໍ້ລາດບັງຫຼວງ ຂອງລາວ ດີຂຶ້ນ ຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114 ໃນປີ 2024 ໂດຍເປັນການເລື່ອນອັນດັບຂຶ້ນເຖິງ 22 ອັນດັບ ດ້ວຍຄະແນນການປະເມີນ 33 ສ່ວນ 100.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ອົງການກວດກາ ແຫ່ງລັດ (ສູນກາງ) ກ່າວວ່າ ຕະຫຼອດຫຼາຍປີມານີ້ ລັດຖະບານລາວ ກໍພະຍາຍາມທີ່ຈະປາບປາມ ແລະຕ້ານ ການສໍ້ລາດບັງຫຼວງ ໃຫ້ຫຼຸດໜ້ອຍ ຖອຍລົງ ແຕ່ຄວາມເຂັ້ມງວດຂອງການນຳແຕ່ລະທ້ອງຖິ່ນ ກໍຍັງຂາດການເອົາໃຈໃສ່ ເຊິ່ງລັດຖະບານລາວ ຈະເອົາໃຈໃສ່ ຂຶ້ນຕື່ມ, ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:

“ກໍຂຶ້ນກັບຄວາມເຂັ້ມງວດ ຂອງການນຳແຕ່ລະບ່ອນ ລະບຽບມັນກະມີຢູ່ດອກ ແຕ່ວ່າ ເຈົ້າຊິເຄັ່ງຄັດຊ່ຳໃດ ການລົງວິໄນຫັ້ນນ່າ ຄັນເຈົ້າບໍ່ປ່ຽນແປງ ຮ້າຍແຮງກວ່າເກົ່ານີ້ ເຂົາຈະພິຈາລະນາວ່າໄລ່ ອອກຈາກພັກຫັ້ນນ່າ.”

ຂະນະທີ່ຊາວລາວທ່ານໜຶ່ງ ໃນແຂວງຈຳປາສັກ ເຫັນວ່າ ກໍເປັນຍ້ອນພະນັກງານ-ເຈົ້າໜ້າທີ່ລັດ ທີ່ບໍ່ມີການບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ ຈົນເຮັດໃຫ້ເກີດການສໍ້ລາດບັງຫຼວງຂຶ້ນ ໂດຍສະເພາະ ເລື່ອງຊັບພະຍາກອນ ທຳມະຊາດ ທີ່ໃຫ້ສຳປະທານກັບນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ດັ່ງ ຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ກໍຍ້ອນນັ້ນ ຫັ້ນແລ້ວ ບັນຫາມັນເກີດຂຶ້ນນີ້ ປະເທດຊາດ ບ້ານເມືອງ ມັນບໍ່ຈະເລີນ ເປັນຊັບພະຍາກອນທຳມະຊາດ ກະຂາຍ ໄປແຫຼະ ໄດ້ເງິນ ລະບຽບເລື່ອງກົດໝາຍເດ້ ເຈົ້າເຂົາວາງຈັ່ງໃດ ເຂົາປະຕິບັດຈັ່ງໃດ ຕໍ່ໄປນີ້ນ່າ.”

ທາງດ້ານ ເຈົ້າໜ້າທີ່ ຫ້ອງການກວດກາ ພັກ-ລັດ ແຂວງໄຊຍະບູລີ ກ່າວວ່າ ຫຼາຍປີມານີ້ ກໍເຂັ້ມງວດຂຶ້ນ ໃນການປາບປາມ ແລະຕ້ານການສໍ້ລາດບັງຫຼວງ ໂດຍມີການຕິດຕາມ ກວດກາ ບັນດາໂຄງການລົງທຶນຂອງລັດ ທຸກໂຄງການ ຢ່າງເຂັ້ມງວດ ເພາະໄລຍະທີ່ຜ່ານມາ ກໍມີຫຼາຍໂຄງການ ເກີດຄວາມເສຍຫາຍ ຍ້ອນ ເຈົ້າໜ້າທີ່ລັດ ບາງຄົນ ສໍ້ລາດບັງຫຼວງ, ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ໂຄງການແມ່ນຫຍັງ ຕ່າງໆ ການກໍ່ສ້າງພື້ນຖານໂຄງຮ່າງ ເຮັດຫຍັງ ເຂົາກະກວດຢູ່ເດ້ ເຂົາກວດສອບຄືນຢູ່ ເພິ່ນກະເອົາໃຈໃສ່ ເວົ້າເລື່ອງຕົວນີ້ ນີ້ແຫຼະ ດຽວນີ້ນ່າ ເລື່ອງການກວດສອບນີ້ນ່າ ບໍ່ວ່າໂຄງການໃດ.”

ບັນຫາການສໍ້ລາດບັງຫຼວງໃນລາວ ຖືເປັນບັນຫາທີ່ຊ້ຳເຮື້ອ ມາຢ່າງຍາວນານ ຈົນເຮັດໃຫ້ປະເທດຊາດ ເກີດຄວາມເສຍຫາຍ ທັງຕໍ່ລະບົບການຈັດຕັ້ງ, ການບັງຄັບໃຊ້ກົດໝາຍ ແລະຊັບສິນຂອງລັດ ເຊິ່ງລັດຖະບານລາວ ກໍມີຄວາມພະຍາຍາມທີ່ຈະປາບປາມ ແລະຕ້ານການສໍ້ລາດບັງຫຼວງ ໃຫ້ໝົດໄປ ເຖິງວ່າຈະຫຼຸດລົງ ແຕ່ຍັງບໍ່ບັນລຸຜົນ ເທົ່າທີ່ຄວນ.

ທ່ານຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 27 ພະຈິກ 2024 ຜ່ານມາວ່າ ລັດຖະບານລາວ ຕ້ອງເອົາໃຈໃສ່ ແລະປັບປຸງໂຄງສ້າງ ການເຮັດວຽກ ຄືນໃໝ່ ທັງປະເທດ ລວມເຖິງ ການບັງຄັັບໃຊ້ກົດໝາຍ ຕໍ່ພະນັກງານ-ເຈົ້າໜ້າທີ່ລັດ ທີ່ກະທຳຄວາມຜິດ ຢ່າງເຂັ້ມງວດ ເດັດຂາດ, ດັ່ງ ທ່ານຄໍາພັນ ພົມມະທັດ ກ່າວໃນຕອນໜຶ່ງວ່າ:

“ສະເໜີການປັບປຸງກົງຈັກ ການຈັດຕັ້ງຄືນໃໝ່ ການຄຸ້ມຄອງ ລາຍຮັບ-ລາຍຈ່າຍເຂັ້ມງວດ ເດັດຂາດ ດ້ານວິໄນ, ສືບສວນ–ສອບສວນ ຄະດີສໍ້ລາດບັງຫຼວງ, ກວດກາຄວາມຮັບຜິດຊອບ ຕໍ່ພະນັກງານທີ່ກ່ຽວຂ້ອງ ທີ່ເປັນສາເຫດ ເຮັດໃຫ້ມີຜົນເສຍຫາຍ.”

ຫຼ້າສຸດນີ້ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ ໄດ້ລາຍງານ ຢູ່ກອງປະຊຸມ ວຽກງານກວດກາ ປະຈຳປີ 2024 ໃນວັນທີ 3-4 ກຸມພາ 2025 ຜ່ານມາວ່າ ສໍາລັບວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນ ການສໍ້ລາດບັງຫຼວງ ປີ 2024 ຜ່ານມານີ້ ໄດ້ດໍາເນີນການສອບສວນ ຄະດີ ການສໍ້ລາດບັງຫຼວງ ສຳເລັດ 04 ເລື່ອງ ມີຄວາມເສຍຫາຍ ທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ສະຫະລັດ ແລະ 7.8 ລ້ານຢວນ ມີເປົ້າໝາຍພົວພັນ ທັງໝົດ 208 ຄົນ.

ແລະ ປັດຈຸບັນ ກໍຍັງມີຄຳຮ້ອງທີ່ຈະສືບຕໍ່ ຄົ້ນຄວ້າ ພິຈາລະນາ 304 ສະບັບ; ຄຳຮ້ອງ-ຄໍາສະເໜີ ທີ່ພົ້ນເດັ່ນແມ່ນ ບໍ່ພໍໃຈຕໍ່ການແກ້ໄຂ ຂອງອົງການບໍລິຫານລັດ, ການປະຕິບັດໜ້າທີ່ ຂອງພະນັກງານລັດ ແລະ ເຈົ້າໜ້າທີ່ຕຳຫຼວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.