ກົດໝາຍໃໝ່ຂອງລາວ ຈະ ບັ່ນທອນ ສິດທິ ຊຸມນຸມ

0:00 / 0:00

ສິດທິການໄຫວ້ພຣະສູດມົນ ໃນຊຸມຊົນ ຫລືເປັນກຸ່ມໃຫຍ່ໆ ຂອງຊາວຄຣິສຕຽນໃນລາວ ຈະມີຄວາມສ່ຽງ ຖ້າກົດໝາຍໃໝ່ລາວ ຖືກບັງຄັບ ໃຊ້ ຍ້ອນວ່າກົດຫມາຍໃຫມ່ ໄດ້ກຳນົດໃຫ້ ການຊຸມນຸມຕ່າງໆ ຫຼື ຊຸມນຸມທາງສາສນາ ຕ້ອງໄດ້ຮັບໃບອະນຸຍາດ ຈາກຫຼາຍຜແນກການ ຂອງ ສປປ ລາວ.

ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ໄດ້ລົງນາມໃນດຳຣັດດັ່ງກ່າວ ໃນເດືອນສິງຫາ 2017 ຖ້າຖືກບັງຄັບໃຊ້ຢ່າງເປັນທາງການ ຈະເປັນຄວາມສ່ຽງຕໍ່ສິດທິ ການນັບຖືສາສນາອື່ນໆໃນລາວ ໃນການຊຸມນຸມ ທາງດ້ານສາສນາ ເປັນຕົ້ນສາສນາ ຄຣິສຕຽນ.

ອີງຕາມການຣາຍງານຂອງອົງການຄຣິສຕຽນ online, the voice of Martyrs ຣະບຸວ່າກົດໝາຍດັ່ງກ່າວ ເນັ້ນຈຸດປະສົງໃສ່ການຊຸມນຸມ ເປັນຫລັກ ບໍ່ວ່າຈະເປັນການຊຸມນຸມ ທາງດ້ານສາສນາ ຫລືທາງດ້ານການເມືອງ ຫລືບໍ່ ກໍແມ່ນການຊຸມນຸມກ່ຽວກັບ ສະຫະພັນກັມມະກອນ ຣັຖບານລາວ ຕ້ອງການຄວບຄຸມ ການຊຸມນຸມທີ່ມີກຸ່ມຄົນຫລາຍ ເຂົ້າໂຮມກັນນັ້ນຢູ່ສເມີ, ຍ້ອນຢາກຮູ້ວ່າ ມີໃຜແດ່ເຂົ້າຮ່ວມແລະໂອ້ລົມກັນ ເຣື້ອງຫຍັງ ໃນຈຸດປະສົງອັນໃດ.

ອົງການດັ່ງກ່າວເວົ້າວ່າ ຈຸດປະສົງຂອງກົດຫມາຍນີ້ ບໍ່ແມ່ນແນເປົ້າໃສ່ການຊຸມນຸມ ໂດຍທົ່ວໄປ ອາດແນ່ເປົ້າໃສ່ການນັບຖືສາສນາ ຫຼາຍກວ່າຍ້ອນກຸ່ມນັບຖືສາສນາ ໂດຍສະເພາະສາສນາຄຣິສຕຽນ ຈະໃຊ້ການໄຫວ້ພຣະສູດມົນເປັນກຸ່ມຫຼາຍກວ່າ ບໍ່ວ່າຈະຢູ່ໃນໂບດ ຫລືໃນສະຖານທີ່ຊຸມຊົນ. ສະນັ້ນກົດຫມາຍດັ່ງກ່າວ ຂອງທາງການລາວ ຖ້າຖືກບັງຄັບໃຊ້ ແຮ່ງຈະເພີ້ມຄວາມສ່ຽງຕໍ່ສິດທິການນັບຖື ສາສນາຄຣິສຕຽນ ໃນລາວຫລາຍຂຶ້ນ.