ລາວ-ຣັສເຊັຽ ຈະຍົກລະດັບ ການພົວພັນກັນ ຫຼາຍດ້ານ

ພູວົງສ໌
2024.02.28
ລາວ-ຣັສເຊັຽ ຈະຍົກລະດັບ ການພົວພັນກັນ ຫຼາຍດ້ານ ຮູບນີ້ນຳສເນີໂດຍຜແນກຂ່າວສານ ກະຊວງການຕ່າງປະເທດ ຂອງຣັສເຊັຽ ເຊິ່ງຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງຣັສເຊັຽ ທ່ານ ເຊີຣ໌ເກຍ໌ ລາຟຣອຟ ຮູບຂວາມື ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດຂອງລາວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຖ່າຍຮູບຮ່ວມກັນ ຂະນະທີ່ພົບປະກັນ ທີ່ນະຄອນຫຼວງຈາກາຣ໌ຕ້າ ປະເທດອິນໂດເນເຊັຽ, ວັນພຸດ ທີ 12 ກໍຣະກະດາ 2023.
(Russian Foreign Ministry Press Service via AP)

ເຈົ້າໜ້າທີ່ລະດັບສູງ ຂອງຣັຖບານລາວ ແລະ ຣັຖບານຣັສເຊັຽ ມີແຜນຈະຍົກລະດັບ ການຮ່ວມມື ໃນດ້ານການເງິນ, ການທນາຄານ, ການທ່ອງທ່ຽວ, ຜົລປໂຍດທາງວັທນະທັມ, ການສຶກສາ, ສຸຂພາບ ແລະ ຄວາມໝັ້ນຄົງ ດ້ານຂໍ້ມູນ ລະຫວ່າງປະເທດ ລວມເຖິງການສນັບສນູນກັນ ແລະ ກັນ ໃນກອງປະຊຸມລະດັບພາກພື້ນ ແລະ ລະຫວ່າງປະເທດ ທີ່ຈັດໂດຍ ສະຫະປະຊາຊາຕ ແລະ ອາຊ້ຽນ, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ເມື່ອວັນທີ 21 ກຸມພາ ທີ່ຜ່ານມາ ພາຍຫຼັງການພົບພໍ້ກັນ ຄັ້ງຫຼ້າສຸດ ໃນລະຫວ່າງວັນທີ 18-19 ກຸມພາ, ໃນເວລາທີ່ທ່ານ Andrey Rudenko, ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງປະເທດຣັສເຊັຽ ໄດ້ພົບພໍ້ ແລະ ປຶກສາຫາລືຮ່ວມກັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງລາວ ໃນນະຄອນຫຼວງວຽງຈັນ ເພື່ອເພີ່ມພູນ ແລະ ຍົກລະດັບ ການຮ່ວມມືອັນດີ ລະຫວ່າງກັນ, ໂດຍສະເພາະຢ່າງຍິ່ງ ໃນດ້ານການເມືອງ ແລະ ຄວາມໝັ້ນຄົງ.

ກ່ຽວກັບເຣື່ອງນີ້, ຜູ້ທີ່ຮູ້ ກ່ຽວກັບການພົວພັນ ທາງການທູຕ ລະຫວ່າງສອງປະເທດ ກ່າວວ່າ ເຖິງແມ່ນວ່າ ລາວ ແລະ ຣັສເຊັຽ ມີການພົວພັນທາງການທູຕ ຮ່ວມກັນ ມາເຫິງນານແລ້ວ, ແຕ່ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຍັງບໍ່ທັນເດັ່ນ ພໍເທົ່າໃດ. ຍ້ອນແນວນັ້ນ, ຕົກມາໄລຍະນີ້ ທາງການຣັສເຊັຽ ກໍມີແຜນ ທີ່ຈະເຂົ້າມາລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ພາຍໃນປະເທດລາວ ເປັນຕົ້ນ ແຂວງເຊກອງ ແລະ ອັດຕະປື.

ເຖິງແມ່ນວ່າ ທາງການຣັສເຊັຽ ຈະມີແຜນເຂົ້າມາ ດຳເນີນການຄ້າ ແລະ ການລົງທຶນ ພາຍໃນປະເທດລາວ ຫຼາຍຂຶ້ນ, ແຕ່ການດຳເນີນການ ດັ່ງກ່າວນີ້ ຍັງບໍ່ທັນມີຄວາມຈະແຈ້ງ ເປັນຮູບປະທັມເທື່ອ. ດັ່ງນັກທຸຣະກິຈລາວ ຢູ່ແຂວງພາກໃຕ້ ຂອງປະເທດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ກະມີຈຳນວນນຶ່ງເນາະ ບໍ່ຫຼາຍ. ສ່ວນຫຼາຍ ກໍແມ່ນບໍ່ແຮ່ ກັບອັນນັ້ນ ໄຟຟ້າ. ອັນນ່າ ບໍ່ຄຳ ເຂົາກໍໄປຂຸດຢູ່ໃຕ້ພຸ້ນແຫຼະ, ຄື ອັດຕະປື ແຖວໃຕ້ ຈຳປາສັກ, ແຖວຫັ້ນແຫຼະ ເຂົາສຳຣວດຢູ່. ກະມີ 2-3 ບ່ອນ ທີ່ເຂົາມາສຳຣວດ ມາຂຸດຄຳ, ຫັ້ນນ່າ. ເອີ່, ເຂົາມາແຕ່ດົນ, ແຕ່ວ່າ ເຂົາກໍທຽວໄປທຽວມາຫັ້ນແຫຼະ. ມາທ່ອງທ່ຽວນີ້ ຈຳນວນໜ້ອຍ. ເອີ່, ສ່ວນຫຼາຍແມ່ນ ບໍ່ແຮ່-ໄຟຟ້າ.​ ໄຟຟ້າ ກໍ 2-3 ເຂື່ອນນີ້ແຫຼະ, ເຂົາມາ.”

ທີ່ຜ່ານມາ, ຊາວຣັສເຊັຽ ທີ່ເດີນທາງມາຍັງປະເທດລາວ ສ່ວນນຶ່ງ ແມ່ນເປັນນັກທ່ອງທ່ຽວ, ແຕ່ກໍເປັນຈຳນວນໜ້ອຍຫຼາຍ ຍ້ອນໃນໄລຍະ 2-3 ປີ ທີ່ຜ່ານມານີ້, ນັກທ່ອງທ່ຽວ ຊາວຣັສເຊັຽ ນິຍົມຂີ່ເຮືອບິນ ໄປຍັງປະເທດໄທຍ ໂດຍຕຣົງ ແບບບໍ່ແວ່ທ່ອງທ່ຽວ ໃນປະເທດລາວ. ຂະນະດຽວກັນ, ກໍມີຊາວຣັສເຊັຽ ອີກຈຳນວນນຶ່ງ, ເຊິ່ງເປັນກຸ່ມເກົ່າໆ ເດີນທາງມາເຮັດທຸຣະກິຈ ທາງພາກໃຕ້ ຂອງປະເທດລາວ.

ດັ່ງນັກທຸຣະກິຈຊາວລາວ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ສາຍການບິນ ເພິ່ນບໍ່ບິນ, ຫັ້ນນ່າ ມັນລູກຄ້າບໍ່ພໍ ມາແຕ່ຣັສເຊັຽ. ຜູ້ມາ ມັນກໍມາ, ແຕ່ວ່າມັນໜ້ອຍ, ຫັ້ນນ່າ. ບາດນີ້ ມັນຖ້າເຮົາບິນຍົນນ້ອຍເນາະ ອັນນ່າ airbus 320 ຫັ້ນນ່າ ມັນໄດ້168 ຄົນ, ຫັ້ນນ່າ ມັນຖືກ 1,800 ໂດລ້າຣ໌ຫັ້ນເດ້. ບາດນີ້, ເຮົາເລີຍໄປບິນຍົນໃຫຍ່ ບິນຍົນໃຫຍ່ນີ້ 330 ນີ້, ມັນກໍຖືກແຕ່ 800 ຫັ້ນນ່າ ໄປ-ກັບ.”

ຂະນະດຽວກັນ, ພໍ່ແມ່ປະຊາຊົນ ໂດຍທົ່ວໄປ ຍັງບໍ່ທັນຄຸ້ນເຄີຍ ກັບການເຂົ້າມາລົງທຶນ ຂນາດໃຫຍ່ ຢູ່ໃນປະເທດລາວ ຂອງນັກທຸຣະກິຈ ຊາວຣັສເຊັຽ, ແຕ່ພວກເຂົາເຈົ້າ ກໍຈະຮັບຮູ້ຕຣົງກັນວ່າ ມີຊາວຣັສເຊັຽ ຈຳນວນນຶ່ງ ເຂົ້າມາເປີດຮ້ານອາຫານ ແລະ ປະກອບກິຈການ ຂນາດນ້ອຍ ພາຍໃນປະເທດລາວ ມາເປັນໄລຍະເວລານຶ່ງແລ້ວ.

ດັ່ງນັກຊ່ຽວຊານ ດ້ານຣັສເຊັຽສຶກສາ ທ່ານນຶ່ງ ກ່າວ່າ:

“ການລົງທຶນ ຂອງຄົນຣັສເຊັຽ ນີ້, ຍັງມີໜ້ອຍຢູ່ເດີ້. ກໍມີແຕ່ພວກອັນນ່າ ພວກນັກທຸຣະກິຈ ເຂົາເຈົ້າມາເຮັດຮ້ານຄ້າ ແນວນີ້, ຊີ້ນ່າ ວ່າທຸຣະກິຈອັນນ່າ ທຸຣະກິຈໃຫຍ່ ຍັງບໍ່ທັນເຫັນ ເພິ່ນມາລົງເທື່ອນ່າ. ແມ່ນໆ ເພິ່ນຂາຍອາຫານ ຂອງເພິ່ນເອງ, ຫັ້ນນ່າ ເປີດເອງ ບໍ່ໄດ້ເອົາເມັຽລາວ.”

ປັດຈຸບັນ, ຍັງມີພະນັກງານຣັຖກອນ ຈຳນວນນຶ່ງ ຍັງຄົງຮຽນພາສາຣັສເຊັຽ ເພື່ອໃຊ້ຕິດຕໍ່-ພົວພັນ ທາງການທະຫານ ນຳຣັຖບານຣັສເຊັຽ ແລະ ອີກສ່ວນນຶ່ງ ກໍຮຽນພາສາຣັສເຊັຽ ເພື່ອໄປສຶກສາຕໍ່ ໃນລະດັບປຣິນຍາຕຣີ ທີ່ປະເທດຣັສເຊັຽ ເພື່ອກັບມາຮັບຕຳແໜ່ງຂັ້ນສູງ ພາຍໃນປະເທດລາວ.

ດັ່ງນັກຊ່ຽວຊານ ດ້ານຣັສເຊັຽສຶກສາ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ຄົນຣຸ່ນໃໝ່ນີ້ ເຂົາເຈົ້າບໍ່ສູ້ຮຽນປານໃດ ຮຽນຢູ່ລາວ ນີ້, ສ່ວນຫຼາຍ ມີແຕ່ຄົນຣຸ່ນເກົ່າພຸ້ນ ກໍມີແຕ່ ພວກຄົນຍຸກປະຕິວັດ ຍຸກເກົ່າພຸ້ນ, ເຂົາເຈົ້າຈຶ່ງຮຽນ. ບໍ່ດົນມານີ້ ເຮົາຫາກໍເປີດທຶນຝຶກອົບຮົມ ໃຫ້ພວກທີ່ວ່າ ເປັນພະນັກງານເກົ່າ, ຫັ້ນນ່າ ເພິ່ນກໍສົນໃຈຫຼາຍຢູ່. ແຕ່ວ່າ ທີ່ແທ້ແລ້ວ ນັກຮຽນຍຸກໃໝ່ ພວກເຂົາເຈົ້າ ບໍ່ສົນໃຈປານໃດ ເພາະວ່າ ມັນຊອກວຽກຍາກ, ຫັ້ນນ່າ. ສ່ວນຫຼາຍ ກໍມີແຕ່ວ່າ ພວກເຮັດວຽກຣັຖການ ແລ້ວກໍພວກທີ່ວ່າ ເຂົາເຈົ້າຢາກຮູ້.”

ນັບຕັ້ງແຕ່ສົງຄາມເຢັນ ສິ້ນສຸດລົງ ຣັສເຊັຽ ກໍໄດ້ຫຼຸດການພົວພັນ ກັບປະເທດລາວ ແລະ ບັນດາປະເທດ ຢູ່ໃນພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ລົງ, ແຕ່ການກັບມາຟື້ນຟູ ການພົວພັນ ລະຫວ່າງຣັຖບານລາວ ແລະ ຣັສເຊັຽ ທີ່ເກີດຂຶ້ນ ໃນໄລຍະຫຼາຍປີມານີ້ ແມ່ນຣັສເຊັຽ ມີທ່າທີ ທີ່ຈະໃຫ້ຄວາມສຳຄັນ ຕໍ່ການຄ້າ ແລະ ການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ທາງພາກໃຕ້ ຂອງປະເທດລາວ.

ດັ່ງອາຈານ ອະດິສອນ ເສມແຍ້ມ, ນັກຊ່ຽວຊານ ດ້ານລາວສຶກສາ ຂອງສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາໄລ ກ່າວວ່າ:

(ພາສາໄທຍ) “ແທ້ໆແລ້ວ ຣັສເຊັຽໃນລາວ ບໍ່ທັນໄດ້ລົງທຶນພໍເທົ່າໃດ, ແຕ່ວ່າ ໃນສ່ວນທີ່ເຂົາເຈົ້າ ໃຫ້ຄວາມສົນໃຈ ກໍໜ້າຈະເປັນເຣື່ອງ ຂອງ hydropower ພວກກ່ຽວກັບພະລັງງານ. ຄືເຣື່ອງຂອງເຂື່ອນ ຄືເຮັດທຸຣະກິຈ ກັບປະເທດ ໃນເອເຊັຽຕາເວັນອອກສຽງໃຕ້ ໃນເຣື່ອງທີ່ຣັສເຊັຽ ຊ່ຽວຊານ ກໍຄືເຣື່ອງພະລັງງານ, ແຕ່ປະກົດວ່າ ໃນເອເຊັຽຕາເວັນອອກສຽງໃຕ້ ນີ້ ສ່ວນຫຼາຍ ແມ່ນເປັນປະເທດທີ່ສົ່ງອອກ ທາງດ້ານພະລັງງານ ເປັນຕົ້ນ ບຣູໄນ, ອິນໂດເນເຊັຽ ຫຼືອີ່ຫຍັງຈັ່ງຊີ້ ເພາະສະນັ້ນ ການລົງທຶນໃນເຣື່ອງນີ້ ບໍ່ທັນເໝາະສົມພໍເທົ່າໃດ.”

ເນື່ອງຈາກຂໍ້ຂັດແຍ້ງ ສົງຄາມລະຫວ່າງຣັສເຊັຽ-ຢູເຄຣນ ເຮັດໃຫ້ຣັສເຊັຽ ມີຄວາມຈຳເປັນ ໃນການສ້າງການພົວພັນ ກັບປະເທດ ທາງຝັ່ງເອເຊັຽ ເພີ່ມຕື່ມ ແລະ ໃນໄລຍະ 2-3 ປີ ທີ່ຜ່ານມາ, ທາງການລາວ ແລະ ທາງການຣັສເຊັຽ ກໍໄດ້ມີການຍົກລະດັບ ການພົວພັນ ທາງການທະຫານ ລະຫວ່າງກັນ, ໂດຍສະເພາະ ເຣື່ອງອາວຸດ, ຍຸທໂທປະກອນ ແລະ ການຊ້ອມຣົບ, ເຊິ່ງປະເທດລາວ ເປັນນຶ່ງໃນປະເທດ ທີ່ກອງກຳລັງທະຫານ ຂອງຣັສເຊັຽ ເຂົ້າມາຊ່ອຍເຫຼືອ.

ດັ່ງອາຈານ ອະດິສອນ ເສມແຍ້ມ, ນັກຊ່ຽວຊານ ດ້ານລາວສຶກສາ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

(ພາສາໄທຍ) “ແຕ່ໃນສ່ວນ ຂອງລາວເອງ ຄວາມສັມພັນ ກັບຣັສເຊັຽ ມັນກໍເຣີ່ມຫຼັງຈາກນັ້ນ ຄືຣັສເຊັຽ ກັບເຂົ້າມານີ້ ກໍຄືໜ້າຈະເປັນເຣື່ອງ ຂອງການຂາຍ ພວກອາວຸດ ໃຫ້ກັບລາວ ເພາະວ່າ ອາວຸດທີ່ລາວໃຊ້ເດີມນີ້ ມັນກໍເປັນອາວຸດ ທີ່ໄດ້ມາຈາກສໄມ ທີ່ຍັງເປັນໂຊວຽດ-ຣັສເຊັຽ ຢູ່, ມັນກໍເຣີ່ມເກົ່າ ເຣີ່ມອີ່ຫຍັງ ຈັ່ງຊີ້. ພວກອາວຸດປືນ ພວກອີ່ຫຍັງ,​ ປະມານນັ້ນ.”

ກ່ອນໜ້ານີ້, ໃນວັນທີ 15 ພຶສຈິກາ 2023 ທີ່ຜ່ານມາ, ທ່ານ ພົລໂທ ອະເລັກຊານເດີ້ ໂຟມິນ (Colonel General Alexander Fomin), ຮອງຣັຖມົນຕຣີ ກະຊວງປ້ອງກັນປະເທດ ຂອງຣັສເຊັຽ ໄດ້ກ່າວໃນກອງປະຊຸມຣັຖມົນຕຣີ ທີ່ເຮັດວຽກ ກ່ຽວກັບກິຈການພາຍໃນ ລະຫວ່າງປະເທດ ຄູ່ເຈຣະຈາ ໃນພາກພື້ນອາຊ້ຽນ (ASEAN Defence Ministers' Meeting Plus) ຄັ້ງທີ 10 ຢູ່ນະຄອນຫຼວງຈາກາຕ້າ ປະເທດອິນໂດນິເຊັຽ ວ່າ ກະຊວງປ້ອງກັນປະເທດ ຂອງຣັສເຊັຽ ພ້ອມທີ່ຈະຍົກລະດັບ ການຮ່ວມມື ທາງການທະຫານ ແລະ ເຕັກນິກ ທາງການທະຫານ ຮ່ວມກັບປະເທດລາວ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.