ກະຊວງ ສຶກສາ ທິການ ແລະ ກິລາ ເປີດເຜີຍ ວ່າ ທາງການ ລາວ ມີແຜນ ຈະ ປັບປຸງ ໂຮງຮຽນ ຊັ້ນ ມັທຍົມ ໃນ ທົ່ວ ປະເທດ ໃຫ້ມີ ມາຕຖານ ໃກ້ຄຽງ ກັບ ຂົງເຂດ ເພື່ອ ຕ້ອນຮັບ ການ ເຂົ້າສູ່ ປະຊາຄົມ ອາຊຽນ ໃນ ປີ 2015 ໂດຍ ການປະກາດ ຣາຍຊື່ ໂຮງຮຽນ ທີ່ໄດ້ ມາຕຖານ 32 ແຫ່ງ ເພື່ອໃຊ້ ເປັນ ໂຮງຮຽນ ຕົວຢ່າງ. ດັ່ງ ເຈົ້າຫນ້າທີ່ ກະຊວງ ສຶກສາ ເວົ້າວ່າ:
"ພວກ ສະຖາບັນ ການສຶກສາ ໄດ້ ປັບປຸງ ຄືນຢ່າງ ລະອຽດ ຖີ່ຖ້ວນ ນັບທັງ ສາຍລັດ ແລະ ສາຍເອກຊົນ ນະ ແຕ່ວ່າ ສະຖາບັນ ໃດ ທີ່ຍັງ ບໍ່ທັນນອນ ຢູ່ໃນເກນ ມາຕຖານ ໃຫ້ສືບຕໍ່ ປັບປຸງ".
ທ່ານກ່າວ ຕື່ມວ່າ ຂໍ້ຊີ້ແນະ ທີ່ ກະຊວງ ສຶກສາ ທິການ ແລະ ກິລາ ຈະນຳມາໃຊ້ ໃນການ ປັບປຸງ ໂຮງຮຽນ ມັທຍົມ ນັ້ນຄື ນັກຮຽນ ໃນ ເຂດ ບໍຣິການ ຂອງ ໂຮງຮຽນ ນັ້ນ ຈະຕ້ອງ ໄດ້ເຂົ້າຮຽນ ຢ່າງ ທົ່ວເຖິງ, ນັກຮຽນ ຕ້ອງມີ ການຮຽນ ດີຂຶ້ນ ຢ່າງຕໍ່ເນື່ອງ ຫລັງຈາກ ຈົບ ການສຶກສາ, ນັກຮຽນ ຕ້ອງມີ ສຸຂພາບ ດີ, ໂຮງຮຽນ ຕ້ອງ ສົ່ງເສີມ ດ້ານ ອະນາມັຍ ແລະ ໂພຊນາການ ທີ່ດີ, ນັກຮຽນ ຕ້ອງ ບໍ່ຕິດ ຢາ ເສບຕິດ ຄຣູ ຕ້ອງປັບປຸງ ການສອນ ຂອງຕົນ ຮ່ວມທັງ ຕ້ອງມີ ຄວາມ ຮັບຜິດຊອບ ຕໍ່ຫນ້າທີ່ ຂອງຕົນ.
ດ້ານ ສະພາບ ແວດລ້ອມ ໂຮງຮຽນ ຕ້ອງປັບປຸງ ສະພາບ ແວດລ້ອມ ໃນ ໂຮງຮຽນ ໃຫ້ ເຫມາະສົມ ກັບ ນັກຮຽນ ດັ່ງ ມີຫ້ອງນ້ຳ ແລະ ຫ້ອງຮຽນ ທີ່ ສະອາດ ມີອຸປກອນ ການຮຽນ ການສອນ ພຽງພໍ ແລະ ເຫມາະສົມ ກັບ ຈຳນວນ ນັກຮຽນ.
ນອກຈາກ ໂຮງຮຽນ ຕົ້ນແບບ 32 ແຫ່ງ ທີ່ ກະຊວງ ສຶກສາ ປະກາດ ແລ້ວ ແຕ່ລະປີ ທາງການ ຈະສົ່ງ ເຈົ້າຫນ້າທີ່ ໄປປະເມີນ ຄຸນພາບ ໂຮງຮຽນ ແຫ່ງອື່ນໆ ອີກປີລະ ສອງຄັ້ງ ເພື່ອບັນຈຸ ເຂົ້າໃນ ຈຳນວນ ໂຮງຮຽນ ຕົ້ນແບບ ເພີ້ມຕື່ມ ໃນ ອະນາຄົດ.