ວຽກງານກວດສອບ ສໍ້ຣາສບັງຫຼວງ ປະຕິບັດບໍ່ໄດ້ແທ້

0:00 / 0:00

ການກວດ​ສອບ ແລະ ກວດ​ກາບັນ​ຫາ​ ຄວາມບໍ່​ໂປ່ງໃສ ​ໃນ​ໂຄງ​ການ​ຕ່າງໆ ຢູ່​ປະ​ເທດ​ລາວ ຍັງ​ເປັນ​ພຽງ​ແຕ່​ທິ​ດສ​ະດີ​ເທົ່າ​ນັ້ນ ແຕ່ ພາກ​ປະ​ຕິ​ບັດ​ໂຕ​ຈິງ ຍັງ​ຍາກ​ທີ່​ຈະ​ເຮັດ​ໄດ້ ຍ້ອນ​ວ່າ ຍັງ​ເປັນ​ລະ​ບົບຄົນ​ຣັ​ຖກວດຄົນ​ຣັັຖ ດ້ວ​ຍ​ກັນ​ເອງ.

ນັກ​ທຸ​ຣະ​ກິຈ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັ ຽ​ເສ​ຣີ ວ່າ:

“ຄືເກົ່າຫັ້ນ ແລະ ຄົນໂຕເອງກວດຄົນໂຕເອງ ແຕ່ທຸກມື້ນີ້ ສານກະຍັງມີແຕ່ທິດສະດີ ພາກປະຕິບັດ ເຈົ້າໜ້າທີ່ກະຍັງແບບ ບໍປະຕິບັດ ຖ້າຄະດີກ່ຽວພັນໂຄງການຣັ​ຖ.”

ທີ່​ຜ່ານມ​າ ​ກໍ​ເຫັນ​ໄດ້ວ່າ ໃນ​ເວ​ລາ​ທີ່​ຄະ​ນະ​ຣັ​ຖ​ບານ​ ຊຸດ​ໃໝ່​ຂຶ້ນ​ມາ ກໍ​ເຮັດ​ສິ່ງ​ໃໝ່ ມາ​ເພື່ອ​ປົກ​ປິດ​ອັນ​ເກົ່າ.

ນັກ​ທຸ​ຣະ​ກິຈ ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ເຂົາ​ກະ​ແກ້​ໄຂ​ໃຫ້​ກັນຄື​ເກົ່າ ຕັ້ງ​ຫຍັງ​ຂຶ້ນ​ມາ​ກະ​ເຮັດ​ບໍ່​ໄດ້​ພໍ​ຊ່ຳ​ໃດ ເຂົາ​ກະ​ຕັ້ງ​ອັນ​ໃໝ່​ຂຶ້ນ​ມາປິດ​ອັນ​ເກົ່າ ລະ​ກະ​ແລ້ວ​ໄປ. ພະ​ນັກ​ງານ​ຢູ່​ນຳ​ກັນ ຜູ້ບໍ່​ໄດ້​ກິນຍ້າຍ​ໄປ​ກວດ​ກາ ກວດ​ກະ​ກວດ​ຄົນ​ຢູ່​ນຳ​ກັນ ລະ​ມັນ​ຊິ​ເຮັ​ດ​ຫຍັງ​ໄດ້.”

ພັກ​ເປັນ​ຜູ້​ແຕ່ງ​ຕັ້ງ ພະ​ນັກ​ງານ ກວດ​ກາ​ຂຶ້ນ​ມາ ແລະ ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ ກໍ​ຕ້ອງ​ເຮັດຕາມ​ທິດ​ທາງ ແລະ ການ​ຊີ້​ນຳ​ຂອງ​ພັກ.

ນັກ​ທຸ​ຣະ​ກິຈ​ທ່ານນີ້ ກ່າວ​ຕື່ມ​ວ່າ:

“ຜູ້​ທີ່​ຈະ​ເອົາ​ຜິດ​ໝູ່ ຈະ​ໃສ່​ໂທດ​ໝູ່ ກະ​ອີງ​ຕາມ​ພັກ. ຜູ້​ສໍ້​ໂກງ ກະ​ອີງ​ຕາມ​ການ​ຊີ້​ນຳ​ຂອງ​ພັກ. ຜູ້​ຈັບ​ໝູ່​ເຂົ້າ​ຄຸກ ກະ​ອີງ​ໃສ່​ການ​ຊີ້​ນຳ​ຂອງ​ພັກ. ຜູ້​ຕັດ​ສິນ​ຄະ​ດີ ກະ​ຕ້ອງ​ໄປ​ຕາມ​ການ​ຊື້​ນຳ​ຂອງ​ພັກ. ຈະ​ເປັນ​ໄປ​ແບບນີ້ອີກ​ດົນ.”

ປັດ​ຈຸ​ບັນ ສື່​ສັງ​ຄົມ​ອອນ​ລາຍນ໌ ເຂົ້າ​ມາ​ມີ​ບົດ​ບາດ​ ໃນ​ການກວດ​ກາ ​ເຈົ້າ​ໜ້າ​ທີ່​ຣັ​ຖ​ທີ່​ສໍ້​ໂກງ. ປະ​ຊາ​ຊົນ​ໃຊ້​ສື່​ສັງ​ຄົມ ​ອອນ​ລາຍນ໌ ໃນ​ການກວດ​ກາ​ສອບ​ ແລະ ທັກ​ທ້ວງ​ຣັ​ຖ​ບານ ໃນ​ບັນ​ຫາ​ການ​ສ້ຳ​ຣາ​ສ​ບັງ​ຫຼວງ, ແຕ່ ຣັ​ຖ​ບານ ບໍ່​ມີ​ຄວາມ​ເດັດ​ຂາດ ​ໃນ​ການບັງ​ຄັບ​ໃຊ້​ກົດ​ໝາຍ.

IMG_1372.JPG

ນັກ​ກົດ​ໝາຍ​ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

“ພັກ ແລະ ຣັ​ຖ​ບານ ບໍ່​ມີ​ຄວາມ​ເດັດ​ຂາດ ໃນ​ການ​ນຳ​ໃຊ້​ມາ​ຕ​ການ ​ໃນ​ການ​ແກ້​ໄຂ ສະ​ກັດ​ກັ້ນ ແລະ ລົງ​ໂທດ​ຜູ້​ກະ​ທຳ​ຜິດ. ຍັງ​ມີ​ການ​ປົກ​ປິດ, ປົກ​ປ້ອງ​ເຊື່ອງ​ອຳ ​ຄັງ​ຄົມ ແລະ ປະ​ຊາ​ຊົນ.”

ນັກ​ກົດ​ໝາຍ​ທ່ານນີ້ ຍັງ​ກ່າວ​ຕື່ມ​ອີກວ່າ:

“ບັນ​ຫາ​ຄວາມບໍ່​ໂປ່ງ​ໃສ ມັນ​ຢູ່​ໃນ​ອົງ​ກອນ​ຂອງ​ຣັ​ຖ ຢ່າງກວ້າງ​ຂວາງ. ບັນ​ຫາ​ຄົນ​ເຈົ້າ ​ຄົນ​ຂ້ອຍ ກໍ​ເປັນ​ສິ່ງ​ທີ່​ທ້າ​ທາຍ ອີກ​ຢ່າງ​ນຶ່ງ ເຮັດ​ໃຫ້​ວຽກ​ງານ ກວດ​ກາ​ຂອງ​ຣັ​ຖ​ບານ ໄປ​ບໍ່​ຮອດ​ໃສ, ກວດ​ພົບ​ແລ້ວບໍ່​ແກ້, ຊ​ອກ​ເຫັນ​ແຕ່ບໍ່​ປາບ​ປາມ, ກົດ​ໝາຍ​ມີ​ແຕ່ບໍ່​ນຳ​ໃຊ້. ບັນ​ຫານີ້ ມັນ​ເປັນ​ກຸ່ມ​ເປັນ​ກ້ອນ ແລະ ເປັນ​ເຄືອຂ່າຍ.”

​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ຫຼື ສ​ສ​ຊ ໄດ້​ຍົກ​ບັນ​ຫາ ການກວດ​ສອບ ແບບບໍ່​ເອົາ​ຈິງ​ ເອົາ​ຈັງກັບ​ຜູ້​ກະ​ທຳ​ຜິດ​ວິ​ໄນ​ ການ​ເງິນ ຢູ່​ໃນ​ກອງ​ປະ​ຊຸມ​ ສະ​ພາ​ແຫ່ງ​ຊາຕ ໃນ​ທ້າຍ​ປີ 2022 ທີ່​ຜ່ານ​ມາ.

ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາຕ ທ່ານ​ນຶ່ງ ໄດ້​ອະ​ພິ​ປາຍ​ຕອນ​ນຶ່ງວ່າ:

" ມາ ​ຕ​ການ​ຕໍ່​ຜູ້​ລະ​ເມີດ ​ຍັງ​ມີ​ທ່າ​ອ່ຽງ​ການ​ບໍ​ຣິ​ຫານ ແກ້​ໄຂ​ທາງ​ບໍ​ຣິ​ຫານ ແບບ​ເບົາ​ບາງ ພາກ​ສ່ວນ​ການ​ຈັດ​ຕັ້ງ ຜູ້​ກະ​ທຳ​ຜິດ​ກະ​ຍັງ​ລອຍນວນ​ຢູ່ ບຸກ​ຄົນ​ທີ່​ລະ​ເມີດ​ກໍ​ຍັງ​ຄື​ເກົ່າ​ຢູ່ ຕົກ​ຕັ່ງນັ່ງ​ຊະ​ໂລ້ງ ນັ່ງ​ໂຊ​ຟາ ກໍ​ຍັງ​ມີ​ປະ​ກົດ​ການນີ້ຢູ່ ພາກ​ທຸ​ຣະ​ກິ​ຈ ພາກ​ເອກ​ຊົນ ທີ່​ລະ​ເມີດ​ວິ​ໃນ​ການ​ເງິນ ທີ່​ລະ​ເມີດ​ກົດ​ໝາຍ ກະ​ຍັງມີ​ລັກ​ສະ​ນະ​ເບົາ​ບາງ​ຢູ່ ໃນ​ການ​ແກ້​ໄຂ​ໂຕນີ້."

ການ​ສ້ຳ​ຣາ​ສ​ບັງ​ຫຼວງ ຫຼື ຄວາມບໍ່​ໂປ່ງ​ໃສ​ໃນ​ໂຄງ​ການ ​ຕ່າງໆມີ​ຫຼາຍ ແລະ ຍັງ​ມີ​ລາຍ​ຮັບ​ມີ​ຕົກ​ຄ້າງ​​ຫຼາຍ ເຊິ່ງ​ຄ້າຍ​ກັນ​ກັບຄົນ​ເຈັບ​ທີ່​ດື້​ຢາ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ທ່ານນີ້ ໄດ້​ກ່າວ​ຕື່ມວ່າ:

" ທີ່ ​ວ່າ ຢາກ​ສ​ເນີ​ໃຫ້​ທາງ​ເບື້ອງ​ 2 ​ອົງ​ການນີ້ ທີ່​ເປັນ​ທາງດອກ​ເຕີ້ຣ໌, ເປັນ​ທັງ​ແພດ​ຊ່ວຍ ວາງ​ຢາ​ໃຫ້​ມັນ​ເຂັ້ມ​ກ່ອນ​ເກົ່າ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຢາ​ມັນ​ເບົາ​ຫຼາຍ​ແລ້ວ ເປັນ​ຄົນ​ເຈັບ​ດື້ຢາ​ລະ​ຊູ່ມື້ນີ້​ນ່າ ກະ​ທຳ​ຜິດ​ກະ​ລັກ​ແທ້​ແກ້​ແມ່ນ​ໄປ ຂ້າ​ພະ​ເຈົ້າ​ວ່າ ອັນ​ນີ້ ຕ້ອງ​ໄດ້​ເບິ່ງ​ຄືນ. ການ​ປະ​ຕິ​ບັດ​ພັນ​ທະ ລາຍ​ຮັບ​ງົບ​ປະ​ມານ​ຕ່າງໆ ທີ່​ໄດ້​ຖືກ​ເກັບ​ກູ້​ຄືນ​ມາ​ນັ້ນ ມອບ​ເຂົ້າ​ຄັງ​ຫຼວງ​ຖື​ວ່າ​ໜ້ອຍ​ຫຼາຍ​ທ່ານ​ປະ​ທານ. ຜ່າ​ນ​ມານີ້​ໜ້ອຍ​ຫຼາຍ ວ່າງກີ້ນີ້ ບົດ​ຣາຍ​ງານ ຄື​ວ່າ ມີ​ແຕ່ 3 ກວ່າເປີ​ຊັນ ສ່ວນ​ວ່າ ຊິ​ໄປ​ຕົກ​ຄ້າງ ຫຼື ລາຍ​ຮັບ​ທີ່​ຕົກ​ຄ້າງ ທີ່​ຄວນ​ຈະ​ເກັບ​ຄືນ ໂອ້​ຍັງ​ຫຼາຍ."

ການ​ດໍ​າ​ເນີນ​ການ​ກາ ແລະ ກວດ​ສອບ ຂອງ​ອົງ​ການກວດ​ກາ​ຣັ​ຖບານ ແລະ ອົງ​ການກວດ​ສອບ​ແຫ່ງ​ຣັ​ຖ ກໍ​ຍັງ​ບໍ່​ມີ​ຫຍັງ​ປ່ຽນ​ແປງ ຍ້ອນ​ວ່າ ອົງ​ການ​ດັ່ງ​ກ່າວ ພົບ​ເຫັນ​ແລ້ວ ກໍ​ຍັງ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ທ່ານນີ້ ໄດ້​ກ່າວ​ຕື່ມ​ອີກວ່າ :

" ແຕ່ ​ວ່າ​ຕິດ​ຕາມ​ການ​ດຳ​ເນີນ ການກວດ​ກາ ຕິດ​ຕາມ​ຂອງ​ອົງ​ການກວດ​ກາ ອົງ​ການກວດ​ສອບ​ມາ​ຫຼາຍ​ສ​ໄມລະ​ກະ ຖື​ວ່າ ມີ​ແຕ່​ບັນ​ຫາ​ດຽວນີ້ ເຫັນ​ລະ​ກະ​ກູ້ບໍ່​ໄດ້​ເຮັດ​ຈັ່ງ​ໃດ ວ່າງກີ້ນີ້ ທ່ານ​ປະ​ທານ ກະ​ເຈາະ​ຈີ້ມ​ຂ້າ​ພະ​ເຈົ້າ ເຮັດ​ຈັ່ງ​ໃດ ຈັ່ງ​ຊິ​ມີ​ປະ​ສິດ​ທິ​ພາບ​ກູ້​ງົບ​ປະ​ມານ​ ເຂົ້າ​ຄັງ​ຫລວງ​ແຫ່ງ​ຊາຕ. ບັນ​ຫາ​ທີ ​2, ບັນ​ຫາ​ຄວາມບໍ່​ໂປ່ງ​ໃສ​ຂອງ​ພາກ​ທຸ​ຣະ​ກິ​ຈ. ບັນ​ຫາ​ດາ​ວິ​ສາ​ຫະ​ກິ​ຈ​ນຳ​ເຂົ້າ-ສົ່ງ​ອອກ​. ບັນ​ດາ​ວັ​ດຖຸດິບ, ແຮ່​ທາດ."

ໂດຍ​ທົ່ວ​ໄປ​ແລ້ວ ປະ​ຊາ​ຊົນ ​ຍັງ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ຫາ​ການ​ສໍ້​ຣາ​ສ​ບັງ​ຫຼວງ ມັນ​ຈະ​ຫຼຸດ​ລົງ ຍ້ອນ​ວ່າມັນ​ຍັງ​ມີ​ລະ​ບົບ​ເຄືອ​ຂ່າຍ​ກັນ​ໄປ.

ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ໃຫ້​ສໍ​ພາດ​ຕໍ່ວິທຍຸ ​ເອ​ເຊັຽ​ ເສ​ຣີ​ວ່່າ:

" ເຮົາ ​ເປັນ​ປະ​ຊາ​ຊົນ ຊິ​ເວົ້າ​ນ້ຳ​ເພິ່ນ​ກະ​ເວົ້າ​ບໍ່​ໄດ້​ນ່າ ຄື ປະ​ຊາ​ຊົນ​ເຂົາ​ວ່າ ເວົ້າ​ນຳ​ເພິ່ນບໍ່​ໄດ້ ມັນ​ເປັນ​ໄປ​ບໍ່​ໄດ້​ນະ ເພາະ​ວ່າ ເຈົ້າ​ກະ​ເອົາ, ຂ້ອຍ​ກະ​ເອົາ. ຊິ​ກວດ​ກາ​ໃຜ."

ໃນວັນທີ 12 ທັນວາ 2022 ທີ່ຜ່ານມາ ໜ່ວຍງານສ່ວຍສາອາກອນ ນະຄອນຫຼວງວຽງຈັນ ອອກແຈ້ງການ ວ່າ ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ຍັງບໍ່ມາຈ່າຍພາສີ-ອາກອນໃຫ້ແກ່ຣັຖ ເປັນໄລຍະເວລາ 1 ປີ ຂຶ້ນໄປ ປະ​ມານ 1,400 ບໍຣິສັດ ແມ່ນໃຫ້ຮີບຮ້ອນເຂົ້າມາພົວພັນ ກັບພາກສ່ວນທີ່ກ່ຽວຂ້ອງ ພາຍໃນໄລຍະເວລາທີ່ກໍານົດ ຂະນະທີ່ ກໍມີບາງວິສາຫະກິຈ ບໍ່ມີການເຄື່ອນໄຫວແນວໃດ.

ນ​ອກ​ຈາກນ​ນີ້, ກອງ​ປະ​ຊຸມ​ສ​ະ​ພາ​ແຫ່ງ​ຊາຕ ໃນ​ກາງ​ປີ 2022 ທີ່​ຜ່ານ​ມາ ໄດ້​ມີ​ການ​ອະ​ພິ​ປາຍ ​ບັນ​ຫາ​ຄວາມບໍ່​ໂປ່ງ​ໃສ ແລະ ງົບ​ປະ​ມານ 30% ຂອງຣັ​ຖວິ​ສາ​ຫະ​ກິ​ຈ ​ນ້ຳ​ປະ​ປາ ມີ​ການ​ຮົ່ວ​ໄຫຼ, ນັ້ນ​ບົ່ງ​ບອກ​ເຖິງ​ ມາ​ຕ​ການກວດ​ສອບ ແລະ ກວດ​ກາ ຍັງ​ບໍ່​ມີ​ຄວາມ​ເດັດ​ຂາດ.