ສິທທິມະນຸສ ໃນລາວ ຍັງບໍ່ມີການ ປັບປຸງ ໃຫ້ດີຂຶ້ນ

0:00 / 0:00

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ທີ່​ເຮັດ​ວຽກ​ເຣື່ອງ​ສິທທິ​ມະ​ນຸສ ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ເຣື່ອງ​ການ​ເຄົາ​ຣົບ​ສິທ​ທິ​ມະ​ນຸສ ​ໃນ​ລາວ ​ທີ່ບໍ່​ມີ​ຄວາມ​ຄືບ​ໜ້າ​ ສ່ວນ​ວ່າສະ​ຫະ​ພາບ​ຢູ່​ໂຣບ​ ມີ​ການ​ປະ​ຊຸມຮ່ວມກັບ ທາງ​ການ​ລາວ ເຣື່ອງ​ສິດ​ທິ​ມະ​ນຸສ ຄັ້​ງ​ທີ 11 ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ ຢູ່ນະຄອນບ​ຣັສ​ເຊລສ໌ ປະ​ເທດເບລ​ຢ້ຽມ.

ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ສິທທິມະນຸສ Human Rights Watch ປະຈໍາຂົງເຂດເອເຊັຽ ໄດ້​ຖ​ແລງວ່າ:

" ມື້ ​ດຽວບໍ່​ພຽງ​ພໍ ທີ່​ເກັບ​ກຳ​ບັນ​ຫາ​ ສິທທິ​ມະ​ນຸສ​ທັງ​ໝົດໃນລາວ ແຕ່​ວ່າຢ່າງ​ໜ້ອຍ ສະ​ຫະ​ພາບຢູ່​ໂຣບ ກໍ​ພະ​ຍາ​ຍາມ​ເຮັດ​ເຣື່ອງນີ້ ການ​ລະ​ເມີດ​ສິ​ດທທິ​ມະ​ນຸ​ສ​ ເກີດ​ຂຶ້ນ​ໃນ​ຊີ​ວິດຕປະ​ຈຳ​ວັນ​ ຢູ່​ລາວ."

ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ ອາ​ວຸ​ໂສ​ດີ​ເດັ່ນ​ຂອ​ງ​ລາວ ທີ່​ຖືກ​ລັກ​ພາ​ໂຕ​ໄປ ເປັນ​ເວ​ລາ​ເກືອບ 10, ແຕ່​ເຈົ້າ​ໜ້າ​ທີ່ ​ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ ໃນ​ການ​ຊອກ​ຫາ.

ທ່ານ ທ່ານ Phil Robertson ໄດ້​ກ່າວ​ວ່າ:

“ຄວາມ​ຈິງ​ກໍ​ຄື ຈະ​ຕ້ອງ​ມີ​ການ​ແກ້​ໄຂ​ ເຣື່ອງ​ສິ​ທ​ທິ​ມະ​ນຸສ​ຫຼາຍ​ເຣື່ອງໃນ​ລາວ, ກ່ອນ​ອື່​ນ​ໝົດ ຣັ​ຖ​ບານ​ລາວ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຈະ​ຕ້ອງເຂົ້າ​ມາແກ້​ໄຂ ​ສິ່ງ​ທີ່​ເກີດ​ຂຶ້ນກັບ​ ທ່ານ ສົມ​ບັດ ສົມ​ພອນ ແລະ ນັກ​ເຂື່ອນ​ໄຫວ​ ຄົນ​ອື່ນໆ ທີ່​ຖືກ​ບັບ​ຄັບ​ໃຫ້​ຫາຍ​ສາບ​ສູນ ໂດຍ ບໍ່​ມີ​ຮ່ອງ​ຮອຍ.”

ຍາ​ນາງ ຊຸຍ​ເມັງ ພັ​ລ​ຍາ​ຂອງ ທ່ານ ​ສົມ​ບັດ ສົມ​ພອນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ​ ວ່າ:

" ຈາກ ​ແນວ​ຄວາມ​ຄິດ ຂອງ​ຜູ້​ຕົກ​ເປັນ​ເຫຍື່ອ, ມັນ​ເປັນສິ່ງ​ທີ່​ທໍ້​ໃຈ ທີ່​ຣັ​ຖ​ບານ​ລາວ ຍັງ​ເມີນ​ເສີຍ ຕໍ່​ຂໍ້​ຮຽກ​ຮ້ອງ ໃຫ້​ປະ​ຕິ​ບັດ​ພັນ​ທະ​ ສິທ​ທິ​ມະ​ນຸສ, ແລະ​ ບໍ່​ດຳ​ເນີນ​ການແກ້​ໄຂ ການ​ລະ​ເມີດ​ສິດທທິ​ມະ​ນຸສ ທີ່​ຍັງ​ຄົງ​ຄ້າງ ເຊັ່ນ ການ​ຫາຍ​ສາບ​ສູນ ແບບ​ຖືກ​ບັງ​ຄັບຂອງ ທ່ານ ສົມ​ບັດ ສົມ​ພອນ ເຊິ່ງໃກ້​ຈະ​ຄົບ​ຮອບ 10 ປີ​ແລ້ວ ໃນ​ເດືອນ​ທັນ​ວາ ທີ່​ຈະ​ມາ​ເຖິງນີ້."

ຍາງ ນາງ ຊຸຍ ​ເມັງ ຍັງ​ກ່າວ​ຕື່ມ​ວ່າ:

" ໃນ ​ຖາ​ນະ ຜູ້​ເປັນ​ເຫຍື່ອ ພ​ວກ​ເຮົາ​ບໍ່​ມີ​ທາງ​ເລືອກ ແຕ່​ວ່າ ກໍ​ຮຽກ​ຮ້ອງ ປະ​ຊາ​ຄົມ​ໂລກ ຄື ສະ​ຫະ​ພາບ​ຢູ​ໂຣບ ໃຫ້​ສືບ​ຕໍ່ ໃຫ້​ຣັ​ຖ​ບານຮັບ​ຜິດ​ຊອບ ສືບ​ຕໍ່​ປະ​ຕິ​ບັດສິດທທິ​ມະ​ນຸສ ແລະ ແກ້​ໄຂບັນ​ຫາ​ອາ​ສ​ຍາ​ກຳທັງ​ອະ​ດີດ ແລະ ປັດ​ຈຸ​ບັນ, ແລະ ເພື່ອ​ນຳ​ໃຊ້​ການ​ບັ​ນ​ທຶກ ​ດ້ານ​ສິທທິ​ມະ​ນຸສ ຂອງ​ປະ​ເທດ ເປັນຖານຂອງການ​ຮ່ວມ​ມື ການ​ພັ​ທ​ນ​າ​ແບບ ​2 ​ຝ່າຍ ແລະ ຫຼາຍ​ຝ່າຍ."

ປະ​ຊາ​ຊົນຢູ່​ປະ​ເທດ​ລາວ ຍັງ​ບໍ່​ມີ​ສິທ​ໃນ​ການ​ໂຮມ​ຊຸມ​ນຸມ ແລະ ການ​ສະ​ແດງ​ຄວາມ​ຄິດ​ເຫັນ ​ທາງ​ດ້ານ​ການ​ເມືອງ.

ທ່ານ Phil Robertson ກ່າວ​ວ່າ:

" ຄອບ ​ຄົວ ແລະ ຄົນ​ທີ່​ຮັກ​ຂອງ​ເຂົາ​ເຈົ້າ ຍັງ​ລໍ​ຖ້າ​ຄຳ​ຕອບ ເຊິ່ງບໍ່​ພຽງ​ແຕ່​ເປັນ​ຄວາມ​ທໍ​ຣະ​ມານ​ ຂອງ​ຜູ້​ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຣັ​ຖ ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນເທົ່າ​ນັ້ນ. ສິທທິ​ຂັ້ນ​ພື້ນ​ຖານ ແລະ ສິດທທິ​ທາງ​ການ​ເມືອງ ຄື ເສ​ຣີ​ພາບ ການ​ປາກ​ເວົ້າ, ສະ​ມາ​ຄົມ ແລະ ການ​ໂຮມ​ຊຸມ​ ທາງ​ສາ​ທາ​ຣະ​ນະແບບ​ສັນ​ຕິ ແລະ ການປະ​ທ້ວງ ຍັງ​ຖືກ​ຫ້າມ ຢູ່​ໃນ​ປະ​ເທດ​ລາວ, ເຊິ່ງ​ປະ​ຊາ​ຊົນ ທີ່​ກະ​ທຳ​ການ​ແບບ​ນັ້ນ ຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກ. ບັນ​ຫາ​ດັ່ງ​ກ່າວ ຈະ​ຕ້ອງ​ຢຸດ​ໄປ."

ປະ​ຊາ​ຊົນ ຖືກ​ຍາດ​ແຍ່ງ​ທີ່​ດິນ ແລະ ຖືກ​ຍົກ​ຍ້າຍ​ຈາກ​ບ້ານ​ຂອງ​ຕົນ​ເອງ ແຕ່​ໄດ້​ຄ່າ​ຊົດ​ເຊີຍບໍ່​ເໝາະ​ສົມ ກໍ​ຍັງ​ເປັນ​ບັນ​ຫາ ​ທີ່​ແກ້​ໄຂໄດ້​ຍາກ.

ທ່ານ ທ່ານ Phil Robertson ຍັງ​ກ່າວ​ຕື່ມ​ວ່າ:

" ການ ​ແບ່ງ​ແຍກ ແລະ ກີດ​ກັນ ທ​າງ​ດ້ານ​ສາ​ສ​ນາ ໂດຍເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ ຂອງ​ລາວ ຍັງ​ຄົງ​ເປັນ​ບັນ​ຫາ​ໃຫຍ່ ທີ່​ຈະ​ຕ້ອງ​ແກ້​ໄຂ ໃນ​ຫຼາຍ​ເຂດ​ທົ່ວ​ປະ​ເທດ​. ຖ້າປະ​ເທດ​ລາວ ເປັນ​ຂອ​ງ​ຄົນ​ລາວ​ທັງ​ໝົດ ເຊັ່ນ​ ການ​ກະ​ທຳ​ແບບ​ແບ່ງ​ແຍກ ຈະ​ຕ້ອງ​ຢຸດ​ຕິ. ປະ​ຊາ​ຊົນ​ລາວ ຕ້ອງ​ສູນ​ເສັຽ​ທີ່​ດິນ ແລະ ວິ​ຖີ​ຊີ​ວິຕ​ຂອງ​ຕົນ​ເອງ ຍ້ອນ​ວ່າ ເຂົາ​ເຈົ້າຖືກ​ຍົກ​ຍ້າຍ ຈາກ​ໂຄງ​ການ ໂດຍ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ໜ້ອຍ​ດຽວ ຫຼື ບໍ່​ໄດ້​ເລີຍ."

ທ່ານ Phil Robertson ຍັງ​ກ່າວ​ວ່າ:

" ບັນ ​ຫາ​ໃຫຍ່ ໃນ​ລາວ ກໍ​ຄື ຄົນ​ຊັ້ນ​ສູງ ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ຜິດ​ຊອບ ຕໍ່​ການ​ລະ​ເມີດ​ສິທ​ທິ​ມະ​ນຸສ ໃຊ້​ອຳ​ນາດ​ໂຕ​ເອງ​ເຮັດ​ ຕ​າມ​ອຳ​ເຟີ​ໃຈ ແລະ ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ໂຕ​ເອງ. ອັນ​ນີ້ ເປັນ​ສິ່ງ​ທີ່ ສະ​ຫະ​ພາບ​ຢູ​ໂຣບ ຈຳ​ເປັນ​ຕ້ອງ​ຍົກ​ຂຶ້ນ​ມາ​ເວົ້າ ບໍ່​ສະ​ເພາະ​ແຕ່​ຢູ່​ໃນ​ກອງ​ປະ​ຊຸມ​ເທົ່າ​ນັ້ນ ແຕ່​ຈະ​ຕ້ອງ​ມີ​ການ​ຮ່ວມ​ກັນຫຼາຍ​ຝ່າຍ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລະ​ຫວ່າງສະ​ຫະ​ພາບ​ຢູ​ໂຣບ ແລະ ຣັ​ຖ​ບານ​ລາວ."

ນອກ​ຈາກນີ້ ສະ​ຫະ​ພັນ​ສາ​ກົນ ເພື່ອສິທ​ທິ​ມະ​ນຸສ ຫຼື FIDH ທີ່​ມີ​ຫ້ອງ​ການຢູ່ ປາ​ຣີ ປະ​ເທດ​ຝຣັ່ງ ໄດ້​ອອກ​ບົດແຖງ​ຂ່າວ ໃນ​ວັນ​ທີ 12 ກໍ​ຣະ​ກະ​ດາ ວ່າ:

“ສະ​ຫະ​ພາບ​ຢູ່​ໂຣບ ຈະ​ຕ້ອງ​ສະ​ແດງ​ຄວາມ​ເປັນ​ຫ່ວງ ກັບ​ຣັ​ຖ​ບານລາວ ກ່ຽວ​ກັບ ການ​ຂາດ​ຄວາມ​ຄືບ​ໜ້າ ໃນ​ການ​ແກ້​ໄຂ​ບັນ​ຫາ​ ການ​ລະ​ເມີດ​ສິທທິ​ມະ​ນຸສໃນ​ລາວ ແລະ ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ ປະ​ຕິ​ບັດ​ຕາມ​ພັນ​ທະ​ດ້ານ​ສິ​ທທິ​ມະ​ນຸ​ສ.”

ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົນ ເພື່ອ ສິດທິມະນຸສ, ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ຫລື FIDH ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ ວ່າ:

“ພວກ​ເຮົາ​ບໍ່​ໄດ້​ຄາດ​ຫວັງ​ຫຍັງ​ຫຼາຍ ຈາກ​ການປະ​ຊຸມ​ຄັ້ງ​ນີ້, ແຕ່ ມັນ​ຈະ​ແຈ້ງ​ແລ້ວ​ວ່າ ມັນ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຫຍັງ. ຣັ​ຖ​ບານ​ລາວ ຈະ​ຕ້ອງຮັບ​ຜິດ​ຊອບ ​ຕໍ່​ການ​ລະ​ເມີດສິທ​ທິ​ມະ​ນຸສ ແລະ ຈະ​ຕ້ອງບໍ່​ເມີນ​ເສັຽຕໍ່​ບັນ​ຫານີ້.”

ເພື່ອ​ຖາມ​ຄວາມ​ຄືບ​ໜ້າ​ ໃນ​ການ​ເຣື່ອງ​ບັນ​ຫາ ​ການ​ລະ​ເມີດ​ສິທ​ທິ​ມະ​ນຸ​ສຢູ່​ລາວ ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ແຕ່ບໍ່​ມີ ເຈົ້າ​ໜ້າ​ທີ່​ຄົນ​ໃດ​ຮັບ​ໂທ​ລະ​ສັບ.