ປ່ອຍ ອະດີຕ ນັກເຄື່ອນໄຫວ ເພື່ອສິດທິມະນຸດ ຊາວລາວ

0:00 / 0:00

ທ້າວ ຄູ​ຄຳ ແກ້ວ​ມະ​ນີ​ວົງ ອາ​ຍຸ 38 ອະດີຕ ນັກ​ເຄື່ອນ​ໄຫວ ດ້ານ​ສິດ​ທິ​ມະ​ນຸດ ແລະ ປະ​ຊາ​ທິ​ປະ​ໄຕຊາວ​ລາວ ໄດ້​ຖືກຈັບ ຢູ່​ບາງກອກ​ປະ​ເທດ​ໄທ​ຍ ໃນ​ວັນ​ທີ 29 ມົກ​ກະ​ຣາ 2022. ແຕ່​ຫລ້າ​ສຸດ ໃນ​ວັນ​ທີ 1 ກຸມ​ພາ 2022, ທ້າວ ຄູ​ຄຳ ແກ້ວ​ມະ​ນີ​ວົງ ໄດ້​ຖືກ​ປ່ອຍ​ແລ້ວ. ທ້າວ ຄູ​ຄຳ ໄດ້​ໃຫ້​ສຳ​ພາດ ຫຼັງ​ຈາກ​ທີ່​ຖືກ​ປ່ອຍວ່າ:

ນັກ​ຂ່າວ: ເປັນ​ຈັ່ງ​ໃດ​ຫຼັງ​ຈາກ​ເພິ່ນ​ປະ​ກັນ​ໂຕ​ອອກ​ມາ​ລະ?

ຄູ​ຄຳ: “ຫຼັງ​ຈາກ​ທາງ​ທະ​ນາຍ​ປະ​ກັນ​ອອກ​ມາ​ແລ້ວ ຍັງ​ຮູ້​ສຶກ​ວ່າ​ຕົກ​ໃຈ​ ລະ​ກະ ໃຈຫາຍ​ນະ​ອ້າຍ​ເພາະ​ວ່າ ຫຼັງ​ຈາກ​ທີ່​ປະ​ກັນ​ໂຕ​ອອກ​ມາ​ລະ ມີ​ຂໍ້​ສັນ​ຍາ​ຕົກ​ລົງ​ວ່າ​ເຮົາຕ້ອງ​ກັກ​​ຢູ່​ໃນ​ເຂດ​ບໍ​ລິ​ເວນ ຕາມ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ ຕ.ມ ກັບ​ທະ​ນາຍ​ຫັ້ນ​ນ່າ. ລະ​ກະ​ນັບ​ຈາກນີ້ ໄປ ທຸກ 15 ມື້ ເຮົາ​ຕ້ອງ​ໄປ​ຣາຍ​ງານ​ຕົວ ໄປ​ຣາຍ​ງານ​ຕໍ່​ກັບ ຕ​.ມ ຫຼືວ່າ ກັບ​ກວດ​ຄົນ​ເຂົ້າ​ເມືອງ. ບາດນີ້​ຄື​ເງິ​ນ​ທີ່​ປະ​ກັນ 50,000 ​ບາດ ທີ່​ວ່າ ເອ​ຟຊີ ໄທ​ເຮົາ ໄປ​ກູ້​ຢືມ​ເຂົາ​ມາ​ກ່ອນ ເຮົາ​ກໍ​ຕ້ອງ​ຄິດ​ເນາະວ່າ ເຮົາ​ກໍ​ຕ້ອງ​ໃຊ້​ເຂົາ. ສົມ​ມຸດ​ວ່າ ເຮົາ​ບໍ່​ໄດ້​ໄປ​ເຮັດ​ວຽກ​ໄກໆ ໄດ້​ຄື​ເກົ່າ ແຕ່​ ທາງ​ທະ​ນາຍ​ຄວາມ​ເພິ່ນບອກວ່າ ເຮົາ​ໄປ​ໃສ​ກະ​ໄດ້ ແຕ່​ວ່າ ເຮົາ​ໄປ​ຄ້າງ​ຄືນ​ຢູ່​ໝ້ອງ​ອື່ນບໍ່​ໄດ້ ເຮົາ​ຕ້ອງ​ກັບ​ມາ​ນອນ ຢູ່​ໝ້ອງ​ເດີມ. ບາດນີ້ ເທົ່າ​ທີ່​ຂ້ອຍ​ໄປ​ສານ​ແຂວງ​ຫັ້ນ ໄປ​ສານ​ແຂວງ ເຂດດອນ​ເມືອງ​ຫັ້ນ ກ່ອນ​ຊິ​ໄປ ຕ.ມ."

ນັກ​ຂ່າວ: ບອກທາມ​ລາຍ ວ່າ ທຳ​ອິດ ເຮົາ​ຖືກ​ຈັບ​ຫັ້ນ​ນ່າ ຢູ່​ໃສ?

ຄູ​ຄຳ: “ຖືກ​ຈັບ​ປະ​ມານ 5 ໂມງເຄິ່ງ ຢູ່​ສ​ຖານີ​ໄທ​ຍພີ​ບີ​ເອ​ສ.”

ນັກ​ຂ່າວ: ຖືກມື້​ວັນ​ຫຍັງ​ຫັ້ນ​ນະ?

ຄູ​ຄຳ: “ວັນ​ເສົາ ກະ​ສົ່ງ​ເຮົາ​ມາ​ຢູ່ ສ.ນ ທົ່ງ​ສອງ​ຫ້ອງ. ເຂດ​ຫຼັກ 4 ດອນ​ເມືອງ.”

ນັກ​ຂ່າວ: ແລ້ວ​ເປັນ​ຈັ່ງ​ໃດ ຫຼັງ​ຈາກມື້​ຕໍ່​ມາ​ຫັ້ນ​ນ່າ?

ຄູ​ຄຳ: “ນອນ​ຢູ່​ຫັ້ນ 2 ມື້ ບາດນີ້ ບາດນີ້ ຫຼັງ​ຈາກ 2 ມື້ ພາ​ເຮົາ​ໄປ​ຂຶ້ນ​ສານແຂວງ ຢູ່​ ດອນ​ເມືອງ ເພື່ອ​ເສັຽ​ຄ່າ​ປັບ ຂໍ້​ຫາ Visa Over Stay ຫຼື ວີ​ຊາໝົດ​ອາ​ຍຸ ແມ່ນ​ຫຍັງ​ຕ່າງໆ ໄລ່​ລວມ​ກັນ​ມາ. ບາດນີ້ ສົ່ງ​ເຮົາ​ໄປ​ສານ ຕອນ​ທີ່​ເຮົາ​ໃຫ້​ປາກ​ຄຳ​ຢູ່​ສານ​ຫັ້ນ ສານ​ເພິ່ນ​ກະ​ຖາມ​ວ່າ ຍອມ​ຮັບ​ບໍ່ ເຮົາ​ກະ​ບອກວ່າ ຍອມ​ຮັບ ແຕ່​ວ່າ ເຮົາ​ມີ​ເຫດ​ຈຳ​ເປັນ​ວ່າ ເຮົາ​ບໍ່​ສາ​ມາດ​ກັບ​ໄປ​ຕໍ່ວີ​ຊາໄດ້ ຫຼື ພາ​ສ​ປອດ​ໄດ້ ບາດນີ້ ທາງ​ເຈົ້າ​ໜ້າ​ທີ່​ຕຳ​ຣວດບອກວ່າ ຄ່າ​ປັບ​ປະ​ມານ 20,000 ບາດ. ບາດນີ້ ສານ​ເພິ່ນ​ປັບ​ໃຫ້​ແຕ່ 3,000 ບາດ. ຫຼັງ​ຈາກ​ນັ້ນ ເພິ່ນເອົາ​ມາ​ໄວ້ ສ.ນ ທຸ່ງ​ສອ​ງ​ຫ້ອງ​ກ່ອນ ຈຶ່ງ​ສົ່ງ​ໄປ ຕ.ມ.”

ນັ​ກ​ຂ່າວ: ຄາດ​ຫວັງ​ຈັ່ງ​ໃດ​ນີ້ ຫຼັງ​ຈາກ​ອອກ​ມາ​ລະ​?

ຄູ​ຄຳ: “ຕອນນີ້ ຄາດ​ຫວັງ​ຄື ນຶ່ງ​ຕອນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ​ໃໝ່ໆ ເຮົາ​ຮູ້​ສຶກ​ວ່າ ເຮົາ​ຕົກ​ໃຈ.”

ນັກ​ຂ່າວ: ມັນ ທາມ​ລາຍ ນີ້ ວັນ​ທີ?

ຄູ​ຄຳ: “ວັນ​ເສົາ ວັນ​ເສົາ ວັນ​ທີ 29 ປະ​ມານ 5 ໂມງ​ເຄິ່ງ ຍາມ​ແລງ ລົງ​ບັນ​ທຶກ​ປະ​ຈຳ​ວັນ. ໃນ​ຂໍ້​ຫາ​ທີ່​ວ່າ ຢູ່​ ສ.ນ ຖື​ວ່າ ເຮົາ​ຢູ່​ເກີນ​ກຳ​ນົດ.”

ນັກ​ຂ່າວ: ມາ​ຢູ່ ທຸ່ງ​ສອງ​ຫ້ອງ​ປະ​ມານ 2 ວັນ ມື້​ໃດ​ລະ​ເພິ່ນ​ສົ່ງ​ໄປ​ສານ?

ຄູ​ຄຳ: “ຢູ່ 2 ມື້ ລະ​ເພິ່ນ​ສົ່ງ​ໄປ​ສານ​ແຂວງ ໄປ​ຮັບ​ຂໍ້​ກ່າວ​ຫາ​ ເສັຽ​ຄ່າ​ປັບ ເຮົາ​ລະ​ຍອມ​ຮັບ​ຂໍ້​ກ່າວ​ຫາ​ທີ່ໄດ້​ບັນ​ທຶກ​ໄວ້​ວ່າ​. ເຮົາໄປ​ສານ​ວັນ​ຈັນ. ແລ້ວ​ຈາກ​ສານ​ຈົນ​ເກືອບ​ຄໍ່າ​ພຸ້ນ​ໃດ​ອ້າຍ. ແລ້ວ​ຈາກ​ສານ​ປະ​ມານ 4-5 ໂມງ​ແລງນີ້​ລະ. ຕອນ​ທຳ​ອິດ​ຄິດ​ວ່າ ຊິ​ໄດ້​ຢູ່​ໃນ ຕ.ມ ເລີຍ ເພາະ​ວ່າ ມື້​ອື່ນ​ ທະ​ນາຍ​ຕ້ອງ​ຫາ​ວິ​ທີ​ປະ​ກັນ. ຕຳ​ຣວດ​ເພິ່ນ​ເອົາ​ຂຶ້ນ​ຣົດ​ໄປຝາກ ບາດນີ້ ພໍ​ດີ​ນອນ​ຢູ່ນີ້ ນຶ່ງ​ຄືນ. ບາດນີ້ ປະ​ມານຫຼັງ​ທ່ຽງ ທະ​ນາຍ​ຖ້າ​ຢູ່ ຕ.ມ ມາ​ຕັ້ງ​ແຕ່ ມາ​ຮອດບ່າຍ 2 ໂມງ ຈົນ​ຊາ​ເຣື່ອງ​ຊິ​ຮອດຈົນ​ຮອດ 6 ໂມງ​ແລງ.”

ນັກ​ຂ່າວ: ຕ.ມ ໂຕ​ສວນ​ພລູ​ຫັ້ນ​ແມ່ນ​ເບາະ?

ຄູ​ຄຳ: “ແມ່ນຈັ່ງ​ໄດ້​ປະ​ກັນ​ອອກມາ ທາງ​ທະ​ນາຍບອກວ່າ ເຮົາ​ຕ້ອງ​ໄປ​ຣາຍ​ໂຕ​ທຸກໆ 15 ມື້. ກະ​ດີ​ໃນ​ຢູ່ ເຮົາ​ຫາ​ຊີ​ວິດ​ໃໝ່ ລະ​ກະ​ເລີ່ມ​ຕົ້ນ​ໃໝ່.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກ​ສິ​ດ​ທິ​ມະ​ນຸດ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ເຣື່ອງນີ້ ແລະ ເຫັນ​ວ່າ ທ້າວ ຄູ​ຄຳ ບໍ່​ຄວນ​ຈະ​ຖືກ​ຈັບ ແລະ ລາວ​ຄວນ​ຈະ​ຖືກ​ສົ່ງ​ໄປ​ປະ​ເທດ​ທີ 3 ເພື່ອ​ຄວາມ​ປອດ​ພັຍ​ຂອງ​ລາວ.

ຍ​າງ ອັງ​ຄະ​ນາ ນິ​ຣິ​ໄພ​ຈິດ ອາ​ດີດ​ກັມ​ການ​ສິດ​ທິ​ມະ​ນຸດໄຊ​ຍະ​ຊົນ​ແຫ່ງ​ປະ​ເທດ​ໄທ​ຍ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“[ຄູ​ຄຳ ແກ້ວມະ​ນີ​ວົງ] ເປັນ​ຄົນ​ທີ່​ໄດ້ ສ​ຖາ​ນະ​ລີ້​ພັຍຈາກ UNHCR ເພາະ​ ສະ​ນັ້ນ ເຂົາ​ກໍ​ຕ້ອງ​ມີ​ສິດ ທີ່​ຈະ​ພັກ​ອາ​ໄສ​ຢູ່​ປະ​ເທດ​ໄທ​ຍ ຈົນ​ກວ່າ​ຈະສາ​ມາດ​ຍ້າຍ​ໄປ​ປະ​ເທດ​ທີ 3 ໄດ້.”

ການ​ສົ່ງ​ລາວ​ກັບ​ຄື​ປະ​ເທດ ມັນ​ຈະ​ເກີດ​ຄວາມ​ອັນ​ຕ​ລາຍ​ຕໍ່​ລາວ ຍ້ອນ​ວ່າ ຈະ​ຖືກ​ທໍ​ລະ​ມານ.

ຍາ​ນາງ ອັງ​ຄະ​ນາ ນິ​ຣະ​ໄພ​ຈິດ ໄດ້​ກ່າວ​ຕໍ່ ເອ​ເຊັຽ​ເສ​ຣີ ​ວ່າ:

“ຄື​ຕ້ອງບອກວ່າ ໃນ​ການ​ທີ່​ຈ​ສົ່ງ​ລາວ​ກັບປະ​ເທດ​ລາວ ຖ້າ​ຫາກວ່າ ກັບ​ໄປ​ແລ້ວ ຄື​ເຊື່ອ​ວ່າ ຖ້າ​ລາວ​ກັບ​ໄປແລ້ວ ລາວ​ຈະ​ໄດ້​ຮັບ​ອັນ​ຕ​ລາຍ ອັນ​ຕ​ລາຍ​ກໍ​ເຊັ່ນ​ວ່າ ອາ​ຈະ​ຖືກ​ທັມ​ຮ້າຍ ອາ​ຈະ​ຖືກ​ທໍ​ລະ​ມານ ຫຼື ເຂົາ​ອາ​ຈະ​ຫາຍ​ສາບ​ສູນ​ໄປ.”

ລາວ​ຍັງ​ບໍ່​ທັນ​ໄດ້ເດີນ​ທາງ​ໄປ​ປະ​ເທດ​ທີ 3 ລາວ​ກໍ​ຍັງ​ຕ້ອງ​ຢູ່​ປະ​ເທດ​ໄທ​ຍ​ກ່ອນ.

ຍາ​ນາງ ອັງ​ຄະ​ນາ ນິ​ຣະ​ໄພ​ຈິດ ໄດ້​ກ່າວ​ຕື່ມ​ວ່າ:

" ຄື ບໍ່ ​ມີ​ໃຜ​ຢາກ​ຈະ​ຢູ່​ປະ​ເທດ​ໄທ​ຍ ໄປ​ດົນ​ດົນ​ດອກ ແຕ່​ວ່າ ເຂົາ​ຢາກ​ຈະ​ເດີນ​ທາງ​ໄປ​ປະ​ເທດ​ທີ 3 ແຕ່​ຖ້າ​​ຫາກ​ປະ​ເທດ​ທີ 3 ຍັງ​ບໍ່​ທັນ​ໄດ້​ຮັບ​ເຂົາ​ໄປ ເຂົາ​ກໍ​ມີ​ສິດ​ທີ່​ຈະ​ຢູ່​ໃນ​ປະ​ເທດ​ໄທ​ຍ ລະ​ຫວ່າງ​ການ​ລໍ​ໄດ້ ເພາະ​ວ່າ ຂັ້ນ​ເຂົາ​ກັບ​ໄປ​ແລ້ວ ໄດ້​ຮັບ​ອັນ​ຕ​ລາຍ."

ໃນ​ຂະ​ນະ​ທີ່ ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົນ ເພື່ອ ສິດທິມະນຸດ, ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້, ຫລື FIDH ກ່າວຕໍ່ ວິທຍຸເອເຊັຽເສຣີ.

"ຄວາມ​ຈິງ ກໍ​ຄື ທ້າວ ຄູ​ຄຳ ຖື​ຈັບ ຍ້ອນ​ໜັງ​ສື​ເດີ​ນ​ທາງ ຫຼື ໜັງ​ສື​ເດີນ​ທາງໄດ້​ຫຼາຍ​ປີ. ທ້າວ ຄູນ​ຄຳ ບໍ່​ຄວນ​ຈະ​ຖືກສົ່ງ​ກັບ​ຄືນ​ປະ​ເທດ​ລາວ ແລະ ສະ​ຖານ​ທູດ​ຕ່າງ​ປະ​ເທດ ຄວນ​ໃຫ້​ການ​ຊ່ວຍ​ເຫຼືອ​ລາວໃຫ້​ໄປ​ຢູ່​ປະ​ເທ​ດ​ທີ 3 ຍ້ອນ​ວ່າ ມັນ​ເປັນຫຼັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ ຄູ​ຄຳ ຍັງ​ຢູ່​ໃນ​ຄວາມ​ສ່ຽງທີ່​ຈະ​ຖືກ​ຈັບ ແລະ ຖືກ​ສົ່ງ​ຕົວ​ກັບ​ຄືນ​ປະ​ເທດ."

ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ໄດ້​ເຂົ້າ​ມາ​ຢູ່​ປະ​ເທດ​ໄທ​ຍ ແຕ່​ປີ 2002, ຕໍ່​ມາ​ໄດ້​ລາວ​ໄດ້ ​ເຄື່ອນ​ໄຫວທາງ​ດ້ານ​ສິ​ທິ​ມະ​ນຸດ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ມາ​ໄດ້​ຫຼາຍ​ປີ. ແຕ່​ເມື່ອ 2-3 ປີ ຜ່ານ​ມາ ລາວ​ກໍ​ໄດ້ຢຸດ​ເຊົາ​ການ​ເຄື່ອນ​ໄຫວ ກິ​ຈ​ກັມ​​ດັ່ງ​ກ່າວ ຍ້ອ​ນ​ເຫດ​ຜົ​ລ​ທາງ ​ດ້ານ​ຄວາມ​ປອດ​ພັຍ.