ນັກເຄື່ອນໄຫວໃນໄທຍ ຮຽກຮ້ອງ ໃຫ້ປ່ອຍ ນາງໝວຍ

ອຸ່ນແກ້ວ ສຸກສະຫວັນ
2020.02.27
F-Angkhana ຍານາງ ອັງຄະນາ ນິຣະໄພຈິດ ອະດີດ ຄະນະກັມມະການ ສິດທິມະນຸດໄຊຍະຊົນ ແຫ່ງຊາດ ປະຈຳປະເທດໄທ
Photo by : Angkhana

ນັກປົກປ້ອງ ສິດທິມະນຸດ ໃນໄທ ໄດ້ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວ ນາງ ຮວຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ທີ່ຖືກເຈົ້າໜ້າທີ່ ຕຳຣວດ ແຂວງຈຳປາສັກ ຈັບຕົວໃນຂໍ້ຫາ ໂຄສະນາຕ້ານ ສປປ ລາວ ແລະຮຽກຮ້ອງໃຫ້ຣັຖບານລາວໃຊ້ມາຕການ ອື່ນແທນການຂັງຄຸກ. ຍານາງ ອັງຄະນາ ນິຣະໄພຈິດ ອະດີດ ຄະນະກັມມະການສິດທິນຸດໄຊຍະຊົນ ແຫ່ງຊາດ ປະຈຳປະເທດໄທ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຂໍຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບເສຣີພາບ ໃນການສະແດງຄວາມຄິດເຫັນແທ້ຈິງ ນາງ ໝວຍ ບໍ່ແມ່ນກໍ່ອາຊຍາກັມຮ້າຍແຮງຣັຖບານ ກໍຄວນພິຈາຣະນາ ມີມາຕການອື່ນໆ ແທນການລົງໂທດຈຳຄຸກ."

ຍານາງ ກ່າວຕື່ມອີກວ່າ ທາງການລາວ ຄວນໃຊ້ມາຕການ ຕໍ່ນາງໝວຍ ທີ່ເບົາບາງລົງ ເປັນຕົ້ນປ່ອຍໂຕນາງ ກັບມາຢູບ້ານ ແລະ ມີການ ກັກບໍຣິເວນ ໃນການເຄື່ອນໄຫວ ກໍໄດ້ ຫລື ອາດຈະໃຫ້ຜູ້ກ່ຽວ ອອກມາເຮັດກິຈກັມຊ່ວຍເຫລືອສັງຄົມ ຍ້ອນວ່າຜູ້ກ່ຽວ ບໍ່ມີພຶດຕິກັມທີ່ເປັນ ອັນຕະລາຍ ຕໍ່ສັງຄົມ ແລະ ການຂັງລາວຢູ່ໃນຄຸກ ມັນຮ້າຍແຮງເກີນໄປ.

ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການຕຳຣວດ ແຂວງຈຳປາສັກ ທ່ານນຶ່ງໄດ້ກ່າວວ່າ ປັດຈຸບັນ ນາງ ໝວຍ ໄດ້ປະຕິບັດຕົວດີ ໃນເວລາທີ່ ຖືກຄຸມຂັງ ແລະຄ້າຍຄຸມຂັງ ກໍອະນຸຍາດໃຫ້ຄອບຄົວ ເຂົ້າມາຢ້ຽມ ໄດ້ປົກກະຕິ ຄືກັບນັກໂທດຄົນອື່ນໆ.

"ປັດຈຸບັນນີ້ ກະຖືວ່າຜູ້ກ່ຽວປະຕິບັດຕາມລະບຽບກົດໝາຍ ແລ້ວກະມາຕການການຢ້ຽມຢາມຕ່າງໆ ກະຖືວ່າຄ້າຍຄຸມຂັງເພິ່ນໄດ້ເຮັດຕາມ ຫລັກການ ຂອງເພິ່ນ ຕາມຂອງເພິ່ນປົກກະຕິເນາະ ກະຖືວ່າໃນປັດຈຸບັນນີ້ ຜູ້ກ່ຽວກະຖືວ່າ ປະຕິບັດຕາມລະບຽບ ຂອງກົດໝາຍ."

ນາງ ໝວຍ ຖືກເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ຈັບໂຕ ໃນວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາຕໍ່ຕ້ານ ສປປ ລາວ ຜ່ານ ສື່ສັງຄົມອອນລາຍ ຫລື ເຟສບຸກ ໂດຍ ນາງໄດ້ເວົ້າກ່ຽວກັບການເຮັດວຽກຂອງເຈົ້າໜ້າທີ່ ໃນການຊ່ວຍເຫລືອຜູ້ປະສົບ ພັຍນ້ຳຖ້ວມຢູ່ ພາກໃຕ້ມີຄວາມຊັກຊ້າ ໃນວັນທີ 22 ພຶສຈິກາ 2019. ຫລັງຈາກນັ້ນ ສານປະຊາຊົນຂັ້ນຕົ້ນ ແຂວງຈໍາປາສັກ ໄດ້ຕັດສິນລົງໂທດຈຳຄຸກ ນາງ ໝວຍ ເປັນເວລາ 5 ປີ ແລະ ປັບໄໝເງິນ 20 ລ້ານ ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.