ທ່ານ ສົມບັດ ສົມພອນ ເປັນໃຜ, ມາຈາກໃສ

ອຸ່ນແກ້ວ
2022.12.12
ທ່ານ ສົມບັດ ສົມພອນ ເປັນໃຜ, ມາຈາກໃສ ຮູບທ່ານ ສົມບັດ ສົມພອນ ທີ່ນຳມາສະແດງ ໃນງານຣຳລຶກເຖິງທ່ານ ສົມບັດ ສົມພອນ ແລະ ການວາງສະແດງຜົລງານ ຂອງສູນປາແດກ ໃນນະຄອນຫຼວງວຽງຈັນ, ເດືອນ ທັນວາ 2016.
RFA

ທ່ານ ສົມ​ບັດ ສົມພອນ ນັກພັນາອາວຸໂສດີເດັ່ນ ຂອລາວ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ອາວອຣ໌ດ ປີ 2005 ສາຂາການພັນາຊຸມຊົນ. ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປ ວັນທີ 15 ທັນວາ 2012 ຢູ່ ຕໍ່ໜ້າປ້ອມຍາມ ຕຳຣວດ ຖນົນທ່າເດື່ອ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ, ທ່ານ ສົມບັດ ເກີດໃນປີ 1952 ເປັນລູກຊາຍກົກ ໃນຄອບຄົວຊາວນາ ຢູ່ແຂວງຄຳມ່ວນ ເຊິ່ງຄອບຄົວຂອງທ່ານ ດຳລົງຊີວິຕ ຢູ່ແຄມແມ່ນ້ຳຂອງ. ທ່ານ ເປັນຄົນສະຫຼາດ ມັກຮຽນຮູ້ ແລະ ໄດ້ຮັບໂອກາດເຂົ້າຮຽນ ໃນໂຮງຮຽນ ທີ່ໃຊ້ລະບົບການສຶກສາແບບຝຣັ່ງ .

ທ່ານ ສົມ​ບັດ ສົມພອນ ໄດ້ຮັບທຶນໄປຮຽນຕໍ່ ຢູ່ມະຫາວິຍາໄລ ຮາວາຍ ຣັຮາວາຍ ສະສະຫະຣັຖ ອາເມຣິກາ ໃນປີ 1971 ແລະ ຕໍ່ມາ ກໍໄດ້ມີໂອກາດ ພົບກັບ ຍານາງ ອຶ້ງ ຊຸ່ຍເມັ້ງ ຜູ້ທີ່ເປັນພັນຣະຍາຂອງທ່ານ.

ຍາ​ນາງ ຊຸ່ຍເມັ້ງ ກ່າວວ່າ:

ຂ້ອຍພົບກັບສົມບັດ ປະມານປີ 1976 ຫຼັງຈາກ ສົງຄາມວຽດນາມ ສິ້ນສຸດລົງ.”

ຫຼາຍ​ຄົນ ທີ່ເຄີຍຮ່ວມງານ ກັບທ່ານສົມບັດ ກໍມີຄວາມປະທັບໃຈ ຍ້ອນວ່າ ທ່ານ ເປັນຄົນມີຫຼັກໝັ້ນ. ທ່ານ ບຣູສ ຊູເມັກເກີ ຜູ້ທີ່ເຄີຍຮ່ວມງານກັບ ທ່ານ ສົມບັດ ກ່າວວ່າ:

ຄວາມປະທັບໃຈຄັ້ງແລກ ກ່ຽວກັບ ທ່ານ ສົມບັດ ກໍຄື ລາວ ມີຫຼັກໝັ້ນ, ເສັຍສະລະ ກັບຄືນ​ມາ​ລາວ ຂ້ອຍ ເຮັດວຽກ ກັບຄົນອົພຍົບ ອອກປະເທດ ແຕ່ ທ່ານ ສົມບັດ ພັດຕັດສິນໃຈ ກັບຄືນປະເທດ.”

ຍາ​ນາງ ອານາ ໂຊຟີ ຜູ້ທີ່ເຄີຍເຮັດວຽກ ດ້ານການພັນາ ຢູ່ປະເທດລາວ ມາຫຼາຍປີ ໄດ້ກ່າວວ່າ:

ທ່ານ ສົມບັດ ເຊື່ອວ່າປະເທດລາວ ສາມາດເປັນຕົວແບບ ໃນການພັທນາ ທີ່ຫລາກຫລາຍ ມີຫລາຍວິທີ ໃນການພັນາ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະ ມັນຍັງຊ່ວຍໃຫ້ຄົນເຮົາ ພັທນາຕົນເອງ.”

ຍາ​ນາງ ອຶ້ງ ຊຸ່ຍເມັ້ງ ພັນຣະຍາ ຂອງທ່ານ ສົມບັດ ກ່າວວ່າ:

ຂ້ອຍໄດ້ພົບ ສົມບັດ ຢູ່ມະຫາວິໄລ ຮາວາຍພວກເຮົາ ຢູ່ກຸ່ມນັກສຶກສາວຽດນາມ, ກັມພູຊາ ບາງຄັ້ງ ສົມບັດ ມາເຂົ້າຮ່ວມກຸ່ມເຮົາ ແລະ ເຮົາພວກ ກໍກາຍເປັນໝູ່ກັນ. ຂ້ອຍໄດ້ຮັບທຶນ ການສຶກສາ ຈາກສະຖາບັນ ຢູ່ສິງກະໂປ ໃຫ້ມາຮຽນຕໍ່ປະລິນຍາເອກ ຢູ່ຮາວາຍ. ຂ້ອຍເລືອກຮຽນພາກວິຊາວຽດນາມ ສຶກສາ ເພື່ອເປັນຊ່ຽວຊານ ດ້ານນີ້ ເວລາກັບຄືນປະເທດ.” 

ຍາ​ນາງ ຊຸ່ຍເມັ້ງ ກໍບໍ່ເຄີຍຄິດວ່າ ຈະຕົກລົງປົງໃຈກັບ ທ່ານ ສົມບັດ ແລະ ໃຊ້ຊີວິຕນຳກັນຈົນແກ່ເຖົ້າ

ໃນ​ເວລານັ້ນ ທ່ານ ສົມບັດ ຮຽນຕໍ່ປະລິນຍາໂທ ໃນຂະແໜງກະສິກັມ, ທ່ານ ສົນໃຈເລື່ອງກະສິກັມ ແຕ່ໃດມາ ເພາະ ທ່ານເປັນຊາວນາແຕ່ຍັງນ້ອຍ. ທ່ານ ສົມ​ບັດ ໃຫຍ່​ຂຶ້ນ​ມາ ໄດ້​ສຳ​ຜັດກັບຊີວິຕ ຜູ້ອົບພະຍົບ ຫລາຍ​ຄັ້ງ ທ່ານ​​ເຫັນ​ຄອບ​ຄົວ ຂອງ​ທ່ານ ໜີເສິກສົງຄາມ ຍ້ອນວ່າ ເປັນຄອບ​ຄົວຊາວ​ນາ ບໍ່ເລືອກຝ່າຍໃດໜຶ່ງ ບໍ່​ວ່າ​ຝ່າຍປະເທດລາວ ຫຼື ຝ່າຍຣາຊະອານາຈັກ.

ຍາ​ນາງ ຊຸ່ຍເມັ້ງ ແລະ ທ່ານ ສົມບັດ ເປັນກຸ່ມ​ນັກຮຽນ ທີ່​ຕ້ານ​ສົງ​ຄາມ ເຂົາ​ເຈົ້າຊັງການຖິ້ມລະເບີດ ທີ່ກໍາລັງດໍາເນີນຢູ່ ເຂົາເຈົ້າຢາກເຫັນສັນຕິພາບ ກັບມາສູ່ປະຊາຊົນ ໃຫ້ເຂົາເຈົ້າມີເສຣີ ໃນການສ້າງສາປະເທດຂອງຕົນ.

ສົງຄາມວຽດນາມສິ້ນສຸດລົງ ເດືອນເມສາ 1975 ສະຫະຣັຖ ອາເມລິກາ ໄດ້ຖອນທະຫານ ອອກຈາກ ວຽດນາມ ເຖິງວ່າ ອາເມຣິກາ ມີອິດທິພົນ ຕໍ່ລາວຫລາຍ ແຕ່ເມື່ອຖອນຈາກວຽດນາມແລ້ວ ຈຳເປັນ​​ຕ້ອງອອກຈາກລາວ. ຫຼັງຈາກໄຊງ່ອນ ຫຼື​ ວຽດນາມໃຕ້ ລົ່ມສະຫຼາຍ ກຳລັງຝ່າຍປະເທດລາວ ທີ່ໄດ້ຮັບການນັບນຸນແລະ ນຳໂດຍ ພັກຄອມມຸນິສຕ໌ ອິນໂດຈີນ ຫຼື ວຽດນາມເໜືອ ກໍຍຶດອຳນາດ ໃນວັນ​​ທີ 2 ທັນວາ 1975 ແລະ ໄດ້ປະກາດສ້າງຕັ້ງ ສ​ປ ລາວ ແລະປົກຄອງແບບພັກດຽວ. ສິ້ນ​ສຸດ​ສົງ​ຄາມ​ວຽດ​ນາມ, ຄົນ​ລາວ ຄົນກັມພູຊາ ແລະ ຄົນວຽດ​ນາມ ພາກັນໂຕນ​​ໜີ ຍ້ອນ​ວ່າ ເຂົາ​ເຈົ້າຢ້ານ ຄອມ​ມຸນິສຕ໌ ສ່ວນວ່າ ນັກສຶກສາລາວ ວຽດນາມ ​ທີ່ສຶກ​ສາ​ຢູ່ນອກປະ​ເທດ ກໍເປັນ​ຫ່ວງສິ່ງ​ທີ່​ເກີດ​ຂຶ້ນ ​ໃນປະ​ເທດ. ນັກສຶກສາ ຈໍານວນນຶ່ງ ບໍ່​ຢາກ​ກັບໄປຫາ ລະ​ບອບ​ໃໝ່ ແຕ່ນັກ​ສຶກ​ສາຫົວ​ເປັນ​ກາງ ​ຕ້ອງ​ເລືອກ​ທາງ​ໃດ​ນຶ່ງ,  ເຂົາ​ເຈົ້າ​ຄວນ​ຈະ​ກັບ​ເມືອ​ບ້ານ ຫລື ຈະ​ຢູ່​ຕ່າງ​ປະ​ເທດ.   

ຍາງ​ນາງ ຊຸຍ​ເມັງ ກ່າວວ່າ:

ທ່ານ ສົມ​ບັດ ເປັນ​ຄົນ​ຮັກ​ຊາຕ ແຕ່ມີແນວຄິດເປັນກາງ, ທ່ານ ພູມໃຈຫລາຍ ທີ່ເປັນຄົນລາວ ຂ້ອຍ​ຈື່​ໄດ້ ຕອນ​ທີ່ໄປຢາມ​ເພິ່ນ ຢູ່​ມະ​ຫະ​ໄລ ຮາ​ວາຍ, ທ່ານ ຕິດ​ທຸງ​ຊາດ​ຕລະ​ບົບ​ໃໝ່ ຢູ່​ເທິງ​ຝາຫ້ອງນອນ ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ແປກ​ໃຈອີກ ກໍ​ຄື ເພິ່ນແຕ້ມ​ຮູບ​ເພິ່ນເອງ ຄື​ກັບ​ຮູບ ໄກ​ສອນ ພົມ​ວິ​ຫານ.

ທ່ານ ສົມ​ບັດ ກັບ​ຄືນ​ມາ​ປະ​ເທດ​ລາວ ​ໃນ​ປີ 1978. ຣັຖ​ບານ​ ຊື້​ປີ້​ຍົນ​ໃຫ້​ທ່ານ ແລະ ຣັຖບານ ລະດົມນັກ​ສຶກ​ສາລາວ ໃຫ້​ກັບ​ຄືນ​ປະ​ເທດ ໂດຍ​ສະ​ເພາະ ນັກ​ສຶກ​ສາ​ຄົນລາວ ຢູ່ສະຫະຣັຖອາ​ເມຣິ​ກາ ແລະ ປະເທດຝຣັ່ງ.

ຫຼັງ​ຈາກກັບມາ ສປປ ລາວ ໄດ້ປະມານ 3 ເດືອນ, ບັນດານັກ​ສຶກ​ສາ ​ທີ່ກັບ​ມາຖືກ​ສົ່ງ​ໄປ​ຮຽນ ທິ​ສ​ດີ​ມາຣ໌ກ-ເລ​ນິນ ນັ້ນເປັນສິ່ງທີ່ຣັຖບານລະບອບໃໝ່ ຕ້ອງການ ແລະ ເປັນ​ເປົ້າ​ໝາຍ ສູ້​ຊົນ ຂອງຣັຖບານ.

ຍາ​ນາງ ຊຸ່ຍເມັ້ງ ກ່າວວ່າ:

ທ່ານ ສົມ​ບັດ​ ເລົ່າ​ປະ​ສົບ​ການ​ ໃຫ້​ຂ້ອຍ​ຟັງ ລາວ​ວ່າ ມັນ​ເປັນ​ເຣ່ື່ອງ​ທີ່​ໜ້າ​ເບື່ອ ຍ້ອນ​ ເຈົ້າ​ໜ້າ​ທີ່ພານັກ​ສຶກ​ສາ ມາ​ຢູ່​ຫ້ອງ​ຮຽນ ເຈົ້າ​ໜ້າ​ທີ່​ ​ອ່ານທິສ​ດີ​ມາຣ໌ກ-ເລ​ນິນ ໃຫ້​ຟັງ ຜູ້​ມາ​ເຜີຍທິສ​ດີ ມີ​ໜ້າ​ທີ່​ອ່ານ​ໃຫ້​ຟັງ ຢ່າງ​ດຽວ ເຂົາ​ເຈົ້າ ​ບໍ່​ເຂົ້າ​ໃຈ ໃນ​ສິ່ງ​ທີ່​ຕົນ​ເອງ​ອ່ານ.”

ທ່ານ ສົມ​ບັດ ຢາກກັບມາ ຢູ່ປະເທດລາວ ແຕ່ບໍ່ຄິດວ່າ ຍາ​ນາງ ຊຸ່ຍເມັ້ງ ຈະ​ຕັດສິນໃຈ ມາຮ່ວມຊີວິດຕ ຢູ່ປະເທດລາວ

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ຂ້ອຍກໍຮຽນຈົບ ແລະກັບໄປສິງກະໂປ ແຕ່ພວກ​ເຮົາ ຍັງຂຽນຈົດໝາຍຫາກັນຢູ່.”

ທ່ານ ສົມ​ບັດ ແລະ ຍາ​ນາງ ຊຸ່ຍເມັ້ງ ແຕ່ງ​ງານກັນ ຢູ່ຮາວາຍ, ເຂົາ​ເຈົ້າ ຕັດສິນໃຈ ກັບມາຢູ່ລາວ ໃນຊຸມປີ 1980.

ຍາ​ນາງ ຊຸ່ຍເມັ້ງ ຕ້ອງ​ໃຊ້ເວລາ ໃນການປັບຕົວ ທຳ​ອິດ ມັນບໍ່ງ່າຍເລີຍ ວຽງຈັນ ເປັນ​ເມືອງ​ນ້ອຍ ມີຮ້ານເຝີ​ 2 ຮ້ານ, ໄຟຟ້າ ກໍມາບໍ່ປົກກະຕິ, ບໍ່ມີຫຍັງເປັນໜ້າ ເປັນຕາ ໃຫ້ລະບອບຄອມມຸນິສຕ໌ ເປີດໂທລະໂຄ່ງ-ກະຈ່າຍສຽງ ທັງເຊົ້າ ທັງ​ແລງ ແຕ່ ບໍ່​ສົ່ງຜົນຫຍັງ ຕໍ່​​ຊີວິຕຂອງຄົນ.

ເຂົາ​ເຈົ້າທັງສອງ ພົບວ່າ ມັນ​ບໍ່​ງ່າຍ ໃນ​ການ​ດຳ​ເນີນ​ຊີ​ວິດຕ ປົກ​ກະ​ຕິ​ ຢູ່ ສປປ ລາວ ນັບແຕ່ ສົງຄາມສິ້ນສຸດລົງ ແນວ​ຄິດ​ສັງ​ຄົມ​ນິ​ຍົມ ແມ່ນສ້າງ​ເສຖ​ກິຈ​ຮາກ​ຖານ. 

ຊຸມປີ​ 1980 ປະເທດລາວປ່ຽນແປງ ຈາກໜ້າມື ເປັນຫລັງມື. ທ່ານ ສະຈວດ ຟອກສ໌ ນັກຂຽນວັດສາຕລາວ ໄດ້ກ່າວວ່າ: “ປະ​ເທດລາວ ຖືກປົກຄອງ ແບບພັກດຽວ ເລັງໃສ່ສ້າງເສຖກິຈ ແບບສັງຄົມນິຍົມ ແລະ ລັດຖເປັນ​ຜູ້ຄວບຄຸມ ອຸດສາຫະກັມ ທຸກຢ່າງ ການບໍລິການ ເສຖກິຈ ການຕລາດ ແລະ ອື່ນໆ. ໃນຂະແໜງກະສິກັມ ປະເທດລາວ ຕ້ອງເຮັດແບບ ໂຊວຽດ ແລະ ວຽດນາມ.”

ປະ​ມານ 1985 ສະຫະກອນລວມໝູ່ ຢູ່ປະເທດລາວຫລົ້ມລະລາຍ ຜົນຜລິດ ໃຊ້ການບໍ່ໄດ້ ລາວບໍ່ສາມາດ ເດີນຕາມ ແນວທາງລັດທິມາຣ໌ກ-ເລນິນ. ຄົນລາວ ບໍ່ຍອມມອບຊັບສິນທີ່ດິນ ເຂົ້າເປັນຂອລວມໝູ່.

ຍາ​ນາງ ຊຸຍເມັງ ກ່າວວ່າ:

ທ່ານ ສົມບັດບໍ່ມີວຽກເຮັດ ຕອນທຳອິດທີ່ເພິ່ນກັບມາຄິດວ່າ ຮຽນກະສິກັມມາ ເພິ່ນຈະໄດ້ຢູ່ ກະຊວງກະສິກັມ ເຊິ່ງມັນຍາກສຳລັບເພິ່ນທີ່ຈົບ ຈາກສະຫະຣັຖ ອາເມຣິກາ. ລັຖບານ ບໍ່ເຊື່ອຄົນທີ່ຽນຈົບ ຈາສະຫະຣັຖອາເມຣິກາ ເພາະວ່າ ລັຖບານຍັງລະແວງ ຕໍ່ແນວທາງຂອງອາເມຣິກາ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.