ກໍຣະນີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຖືກຄາຕກັມ

ເຈົ້າໜ້າທີ່ຕຳຣວດໄທຍ ກຳລັງສືບສວນ ຄະດີຄາຕກັມນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ແລະ ສາມາດເກັບກຳ ຂໍ້ມູນໄດ້ຈຳນວນນຶ່ງແລ້ວ ແຕ່ຍັງບໍ່ທັນສລຸບຄະດີໄດ້ເທື່ອ ເຊິ່ງອົງການສາກົລ ຖແລງຂໍໃຫ້ຣັຖບານໄທຍ ເອົາໃຈໃສ່ ໃນການແກ້ໄຂ ຄະດີນີ້ ຢ່າງໜ້າເຊື່ອຖື.

0:00 / 0:00

ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ໄທຍ ກຳ​ລັງ​ສືບ​ສວນ ຄະ​ດີ​ຄາ​ຕ​ກັມ​ນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ແລະ ສາ​ມາດ​ເກັບ​ກຳ ​ຂໍ້​ມູນ​ໄດ້​ຈຳ​ນວນ​ນຶ່ງ​ແລ້ວ ແຕ່ຍັງ​ບໍ່​ທັນ​ສ​ລຸບ​ຄະ​ດີໄດ້​ເທື່ອ. ເວ​ລາຜ່ານ​ໄປ ເປັນ​ເວ​ລາ 10 ມື້​ແລ້ວ ທີ່ ທ້າວ ບຸນ​ສວນ ກິດ​ຕິ​ຍາ​ໂນ ອາ​ຍຸ 56 ນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ​ ແລະ ສິດ​ທິ​ມະ​ນຸສ ​ຖືກ​ຄາ​ຕ​ກັມ ຢູ່​ເມືອງສີ​ເມືອງ​ໃໝ່ ແຂວງ ອຸ​ບົນ​ຣາ​ຊ​ທາ​ນີ ປະ​ເທດ​ໄທ​ຍ ໃນ​ວັນ​ທີ 16 ພຶ​ສ​ພາ ທີ່​ຜ່ານ​ມາ.

ພັນ​ຕຳ​ຣວດເອກ ສັກ​ໄຊ ເກດ​ໂກ​ມົນ, ຜູ້​ກຳ​ກັບ​ການ​ຕຳ​ຣວດ​ ພູ​ທອນ ສີ​ເມືອງໃໝ່ ແຂວງ​ອຸ​ບົນ​ຣາ​ຊ​ທາ​ນີ ໄດ້​ກ່າ​ວ​ຕໍ່ ວິທຍຸ ​ເອ​ເຊັຽ ​ເສ​ຣີ​ ໃນ​ວັນ​ທີ 26 ພຶ​ສ​ພາ ວ່າ:

“ກຳ​ລັງ​ຮີບ​ໂຮ​ມ​ພິ​ຍານ​ຫຼັກ​ຖານ ໄປ​ເລື້ອຍໆ ຊຸດ​ສືບ​ສວນ ຊຸດ​ສອບ​ສວນ ​ກໍ​ເຮັດ​ວຽກ​ທຸກມື້ ກໍ​ສອບ​ພິ​ຍານ​ເພີ່ມ​ໄປ​ເລື້ອຍໆ 20 ຄົນແລ້ວ ກໍ​ໄດ້​ພຽງ​ແຕ່​ຣາຍ​ລະ​ອຽດ​ ກ່ຽວ​ກັບ​ວ່າ ໄປ​ໃສ​ມາ ນຳ​ໃຜ ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ ຮູ້​ຈັກ​ໃຜ​ແດ່ ເຈດ​ຕະ​ນາ ສ່ວນ​ໃນ​ເຣື່ອງ​ຣາຍ​ລະ​ອຽດ ກ່ຽວ​ກັບ​ເຈດ​ຕະ​ນາ ຫຼື ແຮງ​ຈູງ​ໃຈອິຫຍັງ ພວກ​ເຮົາ​ຍັງ​ຕັ້ງ​ຂໍ້​​ສົມ​ມຸດ​ຕິ​ຖານບໍ່​ໄດ້.”

ທ່ານ ກ່າວ​ຕື່ມ​ວ່າ ກ່ອນ​ໜ້ານີ້ ທ່ານ ພົນ​ຕຳ​ຣວດ​ຕ​ຣີ ປະ​ສົງ ເຣືອງ​ເດດ ຜູ້​ບັງ​ຄັບ​ການ​ຕໍ​າ​ຣວ​ດ ​ພູ​ທອນ ແຂວງ​ອຸ​ບົນ​ຣາ​ຊ​ທາ​ນີ ໄດ້​ຕິດ​ຕໍ່​ໄປ​ຍັງ​ສຳ​ນັກ​ງານ ​ຂ້າ​ຫຼວງ​ໃຫຍ່ ຜູ້​ລີ້​ໄພ ​ແຫ່ງ​ສະ​ຫະ​ປະ​ຊາ​ຊາຕ ຫຼື UNHCR ແລະ ສະ​ຖານ​ທູດ​ລາວ ປະ​ຈຳ​ປະ​ເທດ​ໄທ​ຍ ກ່ຽວ​ກັບ​ເຣື່ອງ ທ້າວ ບຸນ​ສວນ ກິດ​ຕິ​ຍາ​ໂນ ຖືກ​ຄາຕ​ກັມ​ແລ້ວ ແຕ່​ຍັງ​ບໍ່​ທັນ​ທັນ​ຮັບ​ຮູ້​ ຄວາມ​ຄືບ​ໜ້າ​ເທື່ອ.

ທ້າວ ບຸນ​ສວນ ກິດ​ຕະ​ຍ​າ​ໂນ ຖື​ບັດ​ຜູ້​ລີ້​ໄພ ​ທາງ​ດ້ານ​ການ​ເມືອງ ແລະ ກຳ​ລັງ​ລໍ​ຖ້າ​ເດີນ​ທາງ​ໄປ​ປະ​ເທດ ອອ​ສ​ເຕຣ​ເລັຽ, ແຕ່ວ່າ ຜູ້​ກ່ຽວ​ໄດ້​ເສັຽ​ຊີ​ວິດ​ກ່ອນ.

ວິທຍຸ ເອ​ເຊັຽ​ເສ​ຣີ ກໍ​ໄດ້​ຕິດ​ຕໍ່​ຫາ​ສະ​ຖານ​ທູດ ອອ​ສ​ເຕຣເລັຽ ປະ​ຈຳ​ບາງກ​ອກ ປະ​ເທດ​ໄທ​ຍ ກ່ຽວ​ກັບ​ການ​ເສັຽ​ຊີ​ວິດ​ຂອງ ທ້າວ ບຸນ​ສວນ ທີ່​ກຳ​ລັງ​ຈະ​ຂໍ​ລີ້​ໄພ ​ທາງ​ການ​ເມືອງ ຢູ່​ປະ​ເທດອອ​ສ​ເຕຣ​ເລັຽ. ສະ​ຖານ​ທູດ​ອອ​ສ​ເຕຣ​ເລັຽ ປະ​ຈຳ​ບາງກອກ ປະ​ເທດ​ໄທ​ຍ ໄດ້​ຕອບ​ຄຳ​ຖາມ​ຜ່ານ​ທາງ​ອີ​ເມລ ໃນ​ວັນ​ທີ 25 ພຶ​ສ​ພາ 2023 ວ່າ:

“ກະ​ຊວງ​ກິ​ຈ​ການ​ພາຍ​ໃນ​ ຂອງອອ​ສ​ເຕຣ​ເລັຽ ແລະ ກອງ​ກຳ​ລັງ​ຊາຍ​ແດນ ອອ​ສ​ເຕຣ​ເລັຽ ໄດ້​ຮັບ​ຮູ້​ກ່ຽວ​ກັບ​ການ​ເສັຽ​ຊີ​ວິດ ຂອງ ທ້າວ ບຸນ​ສວນ ໃນ​ສະ​ຖາ​ນະ​ບຸກ​ຄົນ​ທີ່​ຖືກ​ບັດຜູ້​ລີ້​ໄພ ຂອງ UNHCR ແລ້ວ ແລະ ຂໍ​ສະ​ແດງ​ຄວາມ​ເສັຽ​ໃຈ ​ນຳ​ຄອບ​ຄົວ ແລະ ບຸກ​ຄົນ​ໃກ້​ຊິດ​ຂອງ​ຜູ້​ກ່ຽວນຳ ທັງ​ນີ້​ດ້ວຍ​ເງື່ອນ​ໄຂ​ຄວາມ​ເປັນ​ສ່ວນ​ໂຕ ແລະ ມີ​ຄວາມ​ຈຳ​ເປັນທີ່​ຈະ​ຕ້ອງກວດ​ສອບເພີ່ມ​ເຕີມ ຈຶ່ງ​ຍັງ​ບໍ່​ສາ​ມາດ​ໃຫ້​ຄວາມ​ເຫັນກ່ຽວ​ກັບ​ເຣື່ອງ​ດັ່ງ​ກ່າວ ໃນ​ຕອນນີ້​ໄດ້.”

ໃນ​ວັນ​ທີ 24 ພຶ​ສ​ພາ ທີ່​ຜ່ານ​ມາ, ອົງ​ການ​ສິ້ງ​ຊອມ​ ດ້ານ​ສຸດ​ທິ​ມະ​ນຸສ ຫຼື Human Rights Watch ໄດ້​ອອກ​ຖ​ແລງ​ການຮຽກ​ຮ້ອງ​ໃຫ້ ​ທາງ​ການ​ໄທ​ຍ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເລັ່ງ​ສືບ​ສວນ ສອບ​ສວນ ເພື່ອ​ຊອກ​ຫາ​ໂຕ​ ຜູ້​ທີ່​ກໍ່​ເຫດຄາຕກັມ ທ້າວ ບຸນ​ສວນ ກິດ​ຕິ​ຍາ​ໂນ ໃຫ້​ເຂົ້າ​ສູ່​ຂບວນ​ການ ​ຕາມ​ກົດ​ໝາຍ​ຢ່າງ​ຮີບ​ດ່ວນ.

ຍາ​ນາງ Elaine Pearson ຜູ້​ອຳ​ນວນ​ການ ​ອົງ​ການ​ສິ້ງ​ຊອມ ​ດ້ານ​ສິດ​ທິ​ມະ​ນຸສ ປະ​ຈຳ​ພາກ​ພື້ນ ​ເອ​ເຊັຽ ໄດ້​ກ່າວ​ວ່າ:

“ການ​ຄາຕກັມ ​ນັກ​ເຄື່ອນ​ໄຫວ​ ທາງ​ດ້ານ​ການ​ເມືອງຄົນ​ສຳ​ຄັນ​ ຂອງ​ລາວ ຢູ່​ປະ​ເທດ​ໄທ​ຍ ແບບ​ເລືອດ​ເຢັນ​ ແບບນີ້ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ສືບ​ສວນ ສອບ​ສວນ ກ່ຽວ​ກັບ​ການ​ເສັຽ​ຊີ​ວິດ ​ຂອງ ທ້າວ ບຸນ​ສວນ ດ້ວຍ​ຄວາມ​ໜ້າ​ເຊື່ອ​ຖື ແລະ ເປັນ​ກາງ​ເພື່ອ​ນຳ​ຜູ້​ກ່ຽວ​ຂ້ອງ​ ທັງ​ໝົດ ເຂົ້າ​ສູ່​ຂບວນ​ການ​ຍຸ​ຕິ​ທັມ.”

ທ້າວ ບຸນສວນ ເປັນນຶ່ງໃນສະມາຊິກກຸ່ມ “Free Laos” ທີ່ເຄື່ອນໄຫວ ຮຽກຮ້ອງປະຊາທິປະໄຕ ແລະ ສິດທິມະນຸສ ຢູ່ໃນລາວ.

ທີ່​ຜ່ານ​ມາ ສະ​ມາ​ຊິກ​ກຸ່ມ “Free Laos” ເຊິ່ງ​ເປັນ​ການ​ຮວມ​ໂຕ​ຂອງ​ຄົນ​ງານ​ລາວ ແລະ ນັກ​ເຄື່ອນ​ໄຫວ​ຊາວ​ບ້ານ ທີ່​ເຮັດ​ວຽກ​ຢູ່​ໄທ​ຍ ໄດ້​ຖືກ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ ຫຼື ຖືກ​ຄາຕກັມ.

ທ່ານ Phil Robertson ຮອງ​ຜູ້​ອຳ​ນວຍ​ການ ອົງ​ການ​ສິ້ງ​ຊອມ ​ດ້ານ​ສິດ​ທິ​ມະ​ນຸສ ປະ​ຈຳ​ພາກ​ພື້ນ​ເອ​ເຊັຽ-ປາ​ຊິ​ຟິກ ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ເມື່ອບໍ່​ດົນ​ມານີ້ ວ່າ:

(English) “ມັນ​ຂ້ອນ​ຂ້າງ​ຊັດ​ເຈນ​ແລ້ວ​ວ່າ ກຸ່ມ “Free Laos” ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ຣັ​ຖ​ບານ ​ສ​ເມີມາ ເປັນ​ກຸ່ມ​ທີ່​ຣັ​ຖ​ບານ​ລາວ ​ຕ້ອງ​ການ​ໂຕ ພວກ​ເຂົາ​ບໍ່​ຄ່ອຍ​ມັກ​ສະ​ມາ​ຊິກ​ໃນ​ກຸ່ມ​ນີ້ ເນື່ອງ​ຈາກ​ພວກ​ເຂົາ​ເປັນ​ກຸ່ມ​ຄົນ​ງານ​ລາວ ທີ່​ເຮັດ​ວຽກ​ໃນ​ໄທ​ຍ ທີ່​ອອກ​ມາ​ເຄື່ອນ​ໄຫວເຣື່ອງ​ສິດ​ທິ​ມະ​ນຸສ ແລະ ປະ​ຊາ​ທິ​ປະ​ໄຕໃນ​ປະ​ເທດ​ລາວ ຈາກ​ຂໍ້​ມູນ​ເປັນ​ຕົ້ນ ທ້າຍ ອ໊ອດ ໄຊ​ຍະ​ວົງ ນຶ່ງ​ໃນ​ສະ​ມາ​ຊິກ​ກຸ່ມ​ທີ່​ຖືກ​ບັງ​ຄັບ​ ໃຫ້​ຫາຍ​ສາບ​ສູນ​ໄປ ໃນ​ປີ 2019 ແລະ ອີກ​ຫຼາຍໆ ກໍ​ລະ​ນີ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ປະ​ເທດ​ໄທ​ຍ ບໍ່​ໄດ້​ປອດ​ໄພ​ສຳ​ລັບ​ຜູ້​ລີ້​ໄພ ທາງ​ການ​ໄທ​ຍ​ຄວນ​ຈະ​ອອກ ​ມາ​ຕະ​ການ​ໃນ​ການ​ຄຸ້ມ​ຄອງ​ ຜູ້​ລີ້​ໄພ ແຕ່​ພັດ​ບໍ່​ໄດ້​ເຮັດ.”

ມູ​ນ​ນິ​ທິ​ ມາ​ນຸ​ສ​ຍະ (Manushya Foundation) ກໍ​ໄດ້​ອອກ​ຖ​ແລງ​ການ​ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊາຕ ​ລະ​ຫວ່າງ​ປະ​ເທດ ໃຫ້​ການ​ສ​ນັບ​ສ​ນູນ ແລະ ປົກ​ປ້ອງ​ນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ໃນ​ລາວ ທັງ​ຢູ່​ໃນ​ປະ​ເທດ​ລາວ ແລະ ປະ​ເທດ​ໄທ​ຍ.

ຖ​ແລງ​ການ​ຂອງ ມູ​ນ​ນິ​ທິ​ມາ​ນຸ​ສ​ຍະ ໄດ້​ລະ​ບຸ​ໄວ້​ຕອນ​ນຶ່ງວ່າ:

“ໂດ​ຍ​ສະ​ເພາະ​ຢ່າງ​ຍິ່ງ​ຄື ຣັ​ຖ​ບານ​ໄທ​ຍ ຈະ​ຕ້ອງບໍ່​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ ໃນ​ການ​ປາບ​ປາມ​ ນັກ​ເຄື່ອນ​ໄຫວ​ຊາວ​ລາວໃນ​ປະ​ເທດ​ໄທ​ຍ ແຕ່​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ ​ດ້ານ​ສິດ​ທິ​ມະ​ນຸສ ລະ​ຫວ່າງ​ປະ​ເທດ ເພື່ອ​ຮຽກ​ຮ້ອງ​ຄວາມ​ເປັນ​ທັມ ຂໍ​ໃຫ້​ທາ​ການ​ໄທ​ຍ ດຳ​ເນີນ​ການກວດ​ສອບ​ ຢ່າງ​ເປັນ​ກາງ ແລະ ອິສ​ຣະ ກ່ຽວ​ກັບ​ຄະ​ດີ​ຄາຕ​ກັມ ທ້າວ ບຸນ​ສວນ ກິດ​ຕິ​ຍາ​ໂນ.”

ມູ​ນ​ນິ​ທິ​ມາ​ນຸ​ສ​ຍະ ລະ​ບຸ​ຕື່ມ​ວ່າ: ຂໍ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ຢຸດ​ຕິ​ການ​ກົດ​ຂີ່, ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ ແລະ ຄາຕ​ກັມ ນັກ​ເຄື່ອນ​ໄຫວ​ຊາວ​ລາວ ແລະ ທາງ​ການ​ລາວ​ຕ້ອງ​ໃຫ້​ການ​ຄຸ້ມ​ຄອງ​ ນັກ​ປົກ​ປ້ອງ​ສິດ​ທິ​ມະ​ນຸສ, ນັກ​ກິ​ຈະ​ກັມ, ສື່​ເສ​ຣີ ແລະ ພາກ​ປະ​ຊາ​ສັງ​ຄົມ ໃຫ້​ສອດ​ຄ່ອງ​ກັນ​ສົນ​ທິ​ສັນ​ຍາ​ສາ​ກົລ ວ່າ​ດ້ວຍ ສິດ​ທິ​ຂອງ​ພົ​ລ​ເມືອງ ແລະ ສິດ​ທິ​ທາງ​ດ້ານ​ການ​ເມືອງ ຫຼື ICCPR.

ກ່ອນ​ໜ້ານີ້ ໃນ​ເດືອນ​ເມ​ສາ ທີ່​ຜ່ານ​ມາ ກໍ​ມີ​ເຫດ​ການ​ຈັບ​ກຸມ​ນັກ​ເຄື່ອນ​ໄຫວ ທີ່​ເປັນ​ສະ​ມາ​ຊິກ​ກຸ່ມ “Free Laos” ແລະ ມີ​ເຫດ​ການ​ຍິງ ທ້າວ ແຈກ ຫຼື ອາ​ນຸ​ຊາ ຫຼວງ​ສຸ​ພົມ ນັກ​ເຄື່ອນ​ໄຫວ​ ດ້ານ​ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ.

  • ວັນ​ທີ 20 ເມ​ສາ 2023 ທ້າວ ສະ​ຫວ່າງ ຫຼື ອຸ​ດອນ ພະ​ເລີດ ສະ​ມາ​ຊິກ​ກຸ່ມ "Free Laos" ທີ່​ເຮັດ​ວຽກ​ຢູ່​ປະ​ເທດ​ໄທ​ຍ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ລາວຈັບ ຫຼັງ​ຈາກ​ເດີນ​ທາງ​ມາ​ຢາມ​ຄອບ​ຄົວ ຢູ່ ບ້ານດອນ​ຊາດ ເມືອງ​ສອງ​ຄອນ ແຂວງ​ສວັນ​ນະ​ເຂດ.
  • ວັນ​ທີ 29 ເມ​ສາ 2023 ທ້າວ ແຈັກ ຫຼື ອາ​ນຸ​ຊາ ຫລວງ​ສຸ​ພົມ ນັກ​ເຄື່ອນ​ໄຫວ​ໜຸ່ມ ເພື່ອ​ປະ​ຊາ​ທິ​ປະ​ໄຕໃນ​ລາວ ແລະ ຜູ້​ດູ​ແລເພ​ຈ ທີ່​ຊື່​ວ່າ ຂັບ​ເຄື່ອນ​ດ້ວຍ​ຄີ​ບອດ ຖືກ​ມື​ປືນ​ບຸກ​ຍິງ ຈົນ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ຢູ່ ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນ​ຫລວງວຽງ​ຈັນ ແລະ ປັດ​ຈຸ​ບັນ ອົງ​ການ​ດ້ານ​ມະ​ນຸ​ສ​ທັມ ໄດ້​ຊ່ວຍ​ເຫຼືອ​ຜູ້​ກ່ຽວ​ ໃຫ້​ເດີ​ນ​ທາງ​ມາ​ຮັບ​ການ​ປິ່ນ​ປົວ ​ຢູ່ ຕ່າງ​ປະ​ເທດ​ແລ້ວ.