ສປຊ ລະບຸຜູ້ຖືກບັງຄັບ ຫາຍສາບສູນ ໃນລາວ

0:00 / 0:00

ມີ 6 ກໍ​ຣະ​ນີ ການ​ຫາຍ​ສາບ​ສູນ ໃນ​ລາວ ທີ່​ຖືກ​ລະ​ບຸ​ເອົາ​ໄວ້ ຢູ່​ໃນຢູ່​ໃນ​ບົດ​ຣາຍ​ງານ ຂອງ​ສະ​ພາ​ສິ​ທທິ​ມະ​ນຸ​ສ ຂອງ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ສະ​ຫະ ​ປະ​ຊາ​ຊາຕ.

6 ກໍ​ຣະ​ນີດັ່ງ​ກ່​າວ​ລວມ​ມີ:

  1. ທ່ານ ສົມ​ບັດ ສົມ​ພອນ.
  2. ທ່ານ ອິດ​ທິ​ພົນ ສຸກ​ປານ.
  3. ທ່ານ ອອດ ໄຊ​ຍະ​ວົງ ຫາ​ຍ​ສາບ​ສູນ ຢູ່​ບາງກອງ ​ປະ​ເທດ​ໄທ​ຍ.
  4. ທ່ານ ວາ​ຈື ເຮີ (ຊົນ​ເຜົ່າ​ມົ້ງ)
  5. ທ່ານ ຊູ​ເຮີ (ຊົນ​ເຜົ່າ​ມົ້ງ)
  6. ເດັກ​​ຍິງ ເຜົ່າ​ມົ້ງ 2 ຄົນ.

ແລະ ບໍ່​ມີ​ໃຜ​ຮູ້​ວ່າ ເຂົາ​ເຈົ້າ​ເຫຼົ່າ​ນັ້ນ ມີ​ໂຊກ​ຊາ​ຕາ​ກັມ​ແນວ​ໃດ, ນັກ​ສິ​ທທິ​ມະ​ນຸ​ສ ກໍ​ຍັງ​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ບັດ​ສິ​ທທິ​ມະ​ນຸ​ສ ຢູ່​ປະ​ເທດ​ລາວ ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຫຍັງ ຈົນ​ມາ​ເຖິງ​ປັ​ດ​ຈຸ​ບັນ.

ທ່ານ ແອນເດຣັຽ ກຽວເກຕຕາ (Andrea Giorgetta)ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົລ ເພື່ອ ສິທທິມະນຸສ, ປະຈໍາຂົງເຂດ ເອເຊັຽຕາເວັນ ອອກສ່ຽງໃຕ້ ຫລື International Federation for Human Rights (FIDH) ໄດ້​ກ່າວ​ວ່າ:

" ບັນ ​ຫາ​ສິທທິ​ມະ​ນຸ​ສ​ທັງ​ໝົດ ແລະ ບັນ​ຫາ​ທີ່​ກ່ຽວ​ກັບ​ພັນ​ກັບ ສິທ​ທິ​ທາງ​ການ​ເມືອງ ແລະ ພົ​ລ​ເຮືອນ ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ຢູ່​ໃນ​ລາວ. ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ຍັງ​ຄົງ​ຖືກ​ກົດ​ດັນ​ຫຼາຍ ແລະ ​ຣັ​ຖ​ບານ​ໄດ້​ຄວບ​ຄຸມ ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ໃນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ ​ລະ​ດັບ​ສາ​ກົລ."

ທ່ານ ແອນເດຣັຽ ກຽວເກຕຕາ (Andrea Giorgetta) ຍັງ​ກ່າວ​ຕື່ມ​ອີກວ່າ:

" ໂຕ​ຢ່າງ , ກອງ​ປະ​ຊຸມ​ກັບ​ສະ​ຫະ​ພາບ​ຢູ​ໂຣບ ຢູ່​ນະ​ຄອນ​ ບ​ຣ ັສ ​ເຊລສ໌ ປະ​ເທດ​ເບ​ລ​ຢ້ຽມ ໃນ​ເດືອນ ກໍ​ຣະ​ກະ​ດາ ທີ​ຜ່ານ​ມາ , ຣັ​ຖ​ບານ​ລາວ ກໍ​ອະ​ນຸ​ຍາດ​ໃຫ້ແຕ່ອົງ​ການ ​ຈັດ​ຕັ້ງ​ມະ​ຫາ​ຊົນ ​ຣັ​ຖ​ບານ​ສ​ນັບ​ສ​ນູນ ເຂົ້າ​ຮ່ວມ ແລະ ມີບໍ່​ພໍ​ເທົ່າ​ໃດ​ອົງ​ການ ທີ່​ໄດ້​ເຂົ້າ​ຮ່ວມ ເຊິ່ງ​ຣັ​ຖ​ບານໄດ້ກວດ​ສອບ​ ຢ່າງ​ຈິງ​ຈັງ . ບັນ​ດາ​ໂຕ​ແທນ​ອົງ​ການ​ຈັດ​ຕັ້ງ ທີ່​ເຮັດ​ວຽກ​ກັບ​ ບັນ​ຫາ​ທີ່​ຫຼໍ້​ແຫຼມ ລວ​ມທັງ ກຸ່ມ​ຄົນ​ລາວ​ ຢູ່ນອກ​ປະ​ເທດນັ້ນ ກໍ​ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ."

ການ​ສືບ​ສວນ ການ​ຫາຍ​ສາບ​ສູນ ​ຂອງ​ ທ່ານ ​ສົມ​ບັດ ​ສົມ​ພອນ ແລະ ນັກ​ເຄື່ອນ​ໄຫວ ​ຄົນ​ອື່ນໆ ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ ແລະ ຣັ​ຖ​ບາ​ນ​ລາວ ​ກໍ​ຍັງ​ມິດ​ງຽບ​ກ່ຽວ​ກັບເຣື່ອງນີ້.

ທ່ານ ຟີລ ໂຣເບີຣ໌ທຊັນ (Phil Robertson) ຮອງຜູ້ອໍານວຍການ ອົງການສິ້ງ​ຊອມ ​ດ້ານສິທທິມະນຸສ(Human Rights Watch)ປະຈໍາຂົງເຂດເອເຊັຽໄດ້​ກ່າວ​ວ່າ:

" ກ່ອນ​ອື່ນ​ໝົດ ຈະ​ຕ້ອງ​ມີ​ຄວາມ​ກະ​ຈ່າງ​ແຈ້ງວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ​ກັບ​ ທ່ານ ສົມ​ບັດ ສົມ​ພອນ ແລະ ກັບ​ນັກ​ເຄື່ອນ​ໄຫວ​ ຄົນ​ອື່ນໆ ຜູ້​ທີ່​ຖືກເຮັດ​ໃຫ້​ຫາຍ​ສາບ​ສູນ ໂດຍບໍ່​ມີ​ຮ່ອງ​ຮອຍ ເຊິ່ງ​ຄອບ​ຄົວ ແລະ ຄົນ​ທີ່​ຮັກ​ ຂອງ​ຄົນ​ເຫຼົ່າ​ນັ້ນ ຍັງ​ລໍ​ຖ້າ​ຄຳ​ຕອບ ."

ນອກ​ຈາກນີ້ ທີ່​ຜ່ານ​ມາ ​ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ຍັງ​ມີ​ການຈັບ​ປະ​ຊາ​ຊົນ ທີ່​ຮຽກ​ຮ້ອງ​ສິທ​ທິ​ທາງດ້ານ​ທີ່​ດິນ ເຊັ່ນ​.

  • ການ​ຈັບ​ກຸມ ​ຊາວ​ບ້ານຢຶບ ເມືອງ​ທ່າ​ແຕງ ແຂ​ວງ​ເຊກອງ 15 ຄົນ ໃນ​ປີ 2017 ຫຼັງ​ຈາກ​ທີ່​ພວກ​ເຂົາຮຽກ​ຮ້ອງ​ສິທທິທາງ​ດ້ານ​ທີ່​ດິນ.
  • ການ​ຈັບ​ກຸມ ​ຊາວ​ບ້ານຊຽງ​ດາ ເມືອງ​ໄຊ​ເສ​ດ​ຖາ ນະ​ຄອນ​ຫລວງວຽງ​ຈັນ 2 ຄົນ ໃນເດືອນ​ມີ​ນາ 2020 ຍ້ອ​ນ​ເຂົາ​ເຈົ້າ ຮຽກ​ຮ້ອ​ງເຣື່ອງ​ສິທ​ທິ​ທາງ​ດ້ານ​ ທີ່​ດິນ.
  • ການ​ຈັບ​ກຸມ​ຊາວ​ບ້ານ ສີ​ສະ​ຫວາດ ເມືອງນາ​ຊາຍ​ທອງ ນະ​ຄອນ​ຫລວງວຽງ​ຈັນ 5 ຄົນ ໃນເດືອນ ເມ​ສາ ​ປີ 2022 ທີ່​ມີ​ຂໍ້​ຂັດ​ແຍ່ງ ​ທີ່​ດິນ​ກັບເຈົ້າ​ໜ້າ​ທີ່​ ທະ​ຫານ​ ນະ​ຄອນ​ຫລວງວຽງ​ຈັນ.

ກ່ຽວ​ກັບ ການ​ເຄົາ​ຣົບ​ສິທ​ທິ​ມະ​ນຸ​ສ, ເຈົ້າໜ້າທີ່ກະຊວງນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

"ສິທທິມະນຸສ ສາກົລນີ້ ເຮົາເຂົ້າໃຈວ່າ ຂະເຈົ້າ ຜັກດັນ ຢາກໃຫ້ຣັຖບານ ເຄົາຣົບສິທທິມະນຸສ ມີສິທທີ່ຈະເວົ້າ ມີສິທທີ່ຈະເວົ້າ ໃນສິ່ງ ທີ່ເຮົາສະແດງ ຄວາມຄິດເຫັນ ຂອງເຮົາ ອອກໄປເຣື່ອງ ການເມືອງ ແຕ່ວ່າ ເຮົາຄິດວ່າ ວິທີການເຮັດກັບເຮົາ ຕ້ອງຄ່ອຍເປັນຄ່ອຍໄປ ແລ້ວກໍຕ້ອງເຂົ້າໃຈວ່າ ລະບອບ ຂອງເຮົາ ມັນບໍ່ແມ່ນ ລະບອບ ເສຣີປະຊາທິປະໄຕ ການທີ່ຈະມາປ່ຽນແປງ ຜັກດັນໃຫ້ເກີດແບບມີສິທ ເສຣີພາບ ເວົ້າຢ່າງດຽວເລີຍຫັ້ນ ກໍແບບນີ້ ມັນກໍຂ້ອນຂ້າງທີ່ຈະຍາກ."

ອົງ​ການ​ຈັດ​ຕັ້ງ​ ດ້ານ​ທິທ​ທິ​ມະ​ນຸ​ສອື່ນໆ ຮຽກຮ້ອງ ຣັຖບານລາວ ເປີດໂອກາດ ໃຫ້ປະຊາຊົນລາວ ຜູ້ທຸກຍາກ ມີສິທ ມີສຽງ ໃນການຕັດສິນໃຈ ໃນບັນຫາ ທີ່ມີຜົນກະທົບ ຕໍ່ການດຳລົງຊີວິຕ ແລະ ຊີວິຕການເປັນຢູ່ ຂອງເຂົາເຈົ້າ.

ທ່ານ ແອນເດຣັຽ ກຽວເກຕຕາ (Andrea Giorgetta) ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົລ ເພື່ອສິທທິມະນຸສ, ໄດ້​ກ່າວວ່າ:

“ຕໍ່ປະຊາຊົນ ຜູ້ທຸກຍາກ ພວກເຮົາເຫັນ ການສ້າງເຂື່ອນ ການສ້າງທາງຣົຖໄຟ ພວກເຮົາຮູ້ຂ່າວວ່າ ກ່ອນຈະສ້າງ ບໍ່ມີໃຜ ໄດ້ປຶກສາຫາລື ກັບປະຊາຊົນເຫລົ່ານີ້ ກ່ຽວກັບ ໂຄງການຕ່າງໆນັ້ນເລີຍ ບໍ່ຫາລື ແລະ ກໍບໍ່ບອກ ໃຫ້ພວກເຂົາເຈົ້າ ຮູ້ວ່າ ໂຄງການນັ້ນ ຈະສົ່ງຜົນກະທົບແນວໃດ ຈະໂຍກຍ້າຍ ປະຊາຊົນ ໄປຢູ່ໃສ ແລະ ພວກເຂົາເຈົ້າ ຄວນຈະໄດ້ຮັບຄ່າ ຊົດເຊີຍເທົ່າໃດ.”

ເຈົ້າ​ໜ້າ​ທີ່​ ອົງ​ການ​ດ້ານ​ສິທ​ທິ​ມະ​ນຸສ ອີກ​ທ່ານ​ນຶ່ງ ກໍ​ເວົ້າ​ວ່າ:

" ເມື່ອເວົ້າເຖິງ ການຫຼຸດຜ່ອນ ຄວາມທຸກຍາກ ຜ່ານມາ ຣັຖບານລາວ ບໍ່ໄດ້ຮັບຟັງ ຄວາມຄິດຄວາມເຫັນ ຂອງປະຊາຊົນ ທີ່ທຸກຍາກ ນັ້ນເລີຍ ສະນັ້ນ ພວກເຮົາ ຈຶ່ງຂໍຮຽກຮ້ອງ ໃຫ້ ຜູ້ຣາຍງານ ພິເສດ ສະຫະປະຊາຊາຕ ສຶກສາເບິ່ງຄັກໆ ວ່າ ນະໂຍບາຍ ທີ່ບໍ່ຖືກຕ້ອງແບບນັ້ນ ຍັງຈະສືບຕໍ່ ຈຳກັດ ການມີສ່ວນຮ່ວມ ຂອງປະຊາຊົນລາວ ທີ່ທຸກຍາກນັ້ນ ຫລືບໍ່. "

ນອກ​ຈາກນີ້ ຍັງ​ມີ​ບັນ​ຫາໂຄງການລົງທຶນ ແລະ ໂຄງການກໍ່​ສ້າງຕ່າງໆ ໄດ້ສົ່ງຜົນກະທົບ ໂດຍຕຣົງ ຕໍ່ປະຊາຊົນ ຜູ້ທຸກຍາກ ໃນລາວ, ແຕ່ເຈົ້າຂອງ ໂຄງການເຫລົ່ານັ້ນ ກໍຍັງສືບຕໍ່ ດຳເນີນໄປ ໂດຍທີ່ ບໍ່ໄດ້ປຶກສາຫາລື ກັບປະຊາຊົນ ຜູ້ໄດ້ຮັບຜົນກະທົບນັ້ນເລີຍ ເທົ່າທີ່ຄວນ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ກໍ​ຮຽກ​ຮ້ອງໃຫ້ຣັຖບານ ຄວນເປີດໂອກາດ ໃຫ້ປະຊາຊົນ ມີສ່ວນຮ່ວມ ໃນການອອກຄຳຄິດຄຳເຫັນ ກ່ຽວກັບ ໂຄງການພັທນາຕ່າງໆ ເຫລົ່ານັ້ນ.

ພ້ອມດຽວກັນນັ້ນ, ໂດຍທົ່ວໄປ ອົງການສິທທິມະນຸສ ສາກົລ ຍັງຊີ້ໃຫ້ເຫັນວ່າ ປະຊາຊົນ ໃນປະເທດລາວ ຍັງບໍ່ມີສິທ ບໍ່ມີສຽງ ໃນການປາກເວົ້າ, ການອອກຂ່າວ, ການໂຮມຊຸມນຸມ ແລະ ການຈັດຕັ້ງ ສະມາຄົມ ຂອງພວກຕົນ.

ອົງການນິຣະໂທສກັມສາກົລ ຣາຍງານວ່າ ປະເທດລາວ ຍັງບໍ່ມີການນັບຖື ສິທທິມະນຸສ ການນັບຖືສິທທິມະນຸສ ຢູ່ລາວ ຍັງອ່ອນແອ ທາງດ້ານກົດໝາຍ ແລະ ທາງດ້ານການປະຕິບັດໂຕຈິງ ຜ່ານມາ, ເຈົ້າໜ້າທີ່ ທາງການລາວ ກໍໄດ້ປະຕິຮູບກົດໝາຍ ບາງຢ່າງລວມທັງ ກົດໝາຍອາຍາ, ແຕ່ກໍຍັງບໍ່ປະຕິບັດ ກົດໝາຍເຫຼົ່ານັ້ນກໍ​ຍັງ​ຢູ່​ໃນ​ຂອບ​ເຂດ​ຈຳ​ກັດ.

ມີ​ການ​ຈັດ​ຕັ້ງ ກອງປະຊຸມທົບທວນຄືນ ການນັບຖືສິທທິມະນຸສ ຢູ່ລາວ ຫຼາຍ​ຄັ້ງ ແຕ່ ກໍ​ຍັງ​ມີການຈຳກັດສິທເສຣີພາບ ໃນການປາກເວົ້າ, ອອກຂ່າວ, ໂຮມຊຸມນຸມ, ​ແລະ ຍັງມີກັກຂັງ ແລະ ທໍຣະມານປະຊາຊົນລາວ ທີ່ຕຳນິຕິຕຽນຣັຖບານ.

ກົດໝາຍກໍອະນຸຍາດ ໃຫ້ຣັຖບານລ່ວງລໍ້າສິທທິ ຂອງປະຊາຊົນ ແລະ ຕຳຣວດກໍຈັບ ແລະກັກຂັງປະຊາຊົນ ໂດຍທີ່ອ້າງວ່າພວກເຂົາ ມີເຈຕະນາສ້າງ​ຄວາມບໍ່​ສ​ງົບ​ ໃນ​ສັງ​ຄົມ.

ດຳຣັຖວ່າດ້ວຍສະມາຄົມ ທີ່ປະກາດໃຊ້ໃນວັນທີ່ 15 ເດືອນພຶສຈິກາ ປີ 2017 ນັ້ນ, ກໍໃຫ້ສິທ ແລະ ອຳນາດ ແກ່ຣັຖບານ ສາມາດຄວບຄຸມການຈັດຕັ້ງ ແລະ ການດຳເນີນງານ ຂອງສະມາຄົມ ແລະ ອົງການຕ່າງໆ ໃນປະເທສລາວ.

ຣັຖບານມີສິທ ຕິດຕາມ ການເຄື່ອນໄຫວ ທັງທາງດ້ານການເງິນ ແລະ ວຽກງານ ຂອງສະມາຄົມ ແລະ ອົງການຢ່າງໃກ້ຊິດ, ມີສິທປະຕິບັດວິນັຍ ແລະ ລົງໂທດ ອົງການ ທີ່ບໍ່ປະຕິບັດຕາມ ດຳຣັຖດັ່ງກ່າວ.

ນອກ​ຈາກນີ້ ດຳຣັຖ 327 ກໍໃຫ້ສິທແກ່ຣັຖບານ ມີສິທປັບໃໝ, ລົງໂທດ ແລະ ສຶກສາອົບຮົມ ປະຊາຊົນລາວ ຜູ້ໃຊ້ອິນເຕີຣ໌ເນັຕ, ຜູ້ລົງຂ່າວ, ຮູບ, ວີດີໂອ ແລະ ອອກຄວາມຄິດ ຄວາມເຫັນ ໃນສື່ສັງຄົມອອນລາຍນ໌ ແລະ ອື່ນໆ.

ກົດໝາຍອາຍາ ມາດຕຣາ 65 ກໍບົ່ງໄວ້ວ່າ ຜູ້ໂຄສະນາ ຕໍ່ຕ້ານສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ຈະຖືກປັບໃໝ ໃນລະຫວ່າງ 5 ແສນກີບ ແລະ 10 ລ້ານກີບ, ແລະ ຈະຖືກລົງໂທດ ຈຳຄຸກ ໃນລະຫວ່າງ 1 ປີ ເຖິງ 5 ປີ.

ວິທຍຸ ເອ​ເຊັຽເສ​ຣີ ໄດ້​ພະ​ຍາ​ຍາມ ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່ ​ທາງ​ການ​ລາວ​ຫຼາຍ​ຄັ້ງ ເພື່ອ​ຖາມ​ຄຳ​ເຫັນກ່ຽວ​ກັບ​ເຣື່ອງ​ ການ​ປະ​ຕິ​ບັດ​ສິທ​ທິ​ມະ​ນຸ​ສ ໃນ​ລາວ, ແຕ່ ເຈົ້າ​ໜ້າ​ທີ່​ປະ​ຕິ​ເສດ ​ທີ່​ຈະ​ໃຫ້​ຄຳ​ເຫັນ ໃນ​ເຣື່ອງນີ້.