ທາງການລາວ ຈະນຳການປົກຄອງ ລະດັບຕາແສງ ມາໃຊ້ຄືນ

ໄຊຍາ
2023.11.22
ທາງການລາວ ຈະນຳການປົກຄອງ ລະດັບຕາແສງ ມາໃຊ້ຄືນ ປະຊາຊົນທີ່ຢູ່ເຂດຫ່າງໄກ ໃນແຂວງນຶ່ງທາງພາກເໜືອຂອງລາວ ເດືອນຕຸລາ ປີ 2021.
ນັກຂ່າວ ພົລເມືອງ

ຄະນະບໍຣິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ອອກມະຕິສະບັບເລຂທີ 5/ຄບສພ ລົງວັນທີ 05 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂຍາຍ ແນວທາງປ່ຽນແປງໃໝ່ ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການ ນຳພາຂອງພັກ ເຊິ່ງຈະມີການປ່ຽນແປງໃໝ່ ບາງດ້ານກ່ຽວກັບກົລໄກ, ກົງຈັກ, ການຈັດຕັ້ງພັກ-ຣັຖຂັ້ນສູນກາງ ແລະ ທ້ອງຖິ່ນໂດຍຈະຄົ້ນຄ້ວາ ເຂົ້າໃນການນຳໃຊ້ການປົກຄອງ 3 ຂັ້ນຄື, ແຂວງ, ເມືອງ ແລະ ຕາແສງ. ສ່ວນບ້ານຈະຖືກຫັນປ່ຽນໄປ ເປັນການຈັດຕັ້ງຂອງຊຸມຊົນ ໂດຍມີການການເລືອກຕັ້ງ ຕາມກົດໝາຍທີ່ກ່ຽວຂ້ອງ, ອີງຕາມການຣາຍງານຂອງ

ໜັງສືພິມປະຊາຊົນ ໃນວັນທີ 21 ພຶສຈິກາ 2023.

ກ່ຽວກັບເຣື່ອງນີ້ ໂດຍສະເພາະການຄົ້ນຄ້ວາ ຫັນກັບໄປໃຊ້ການປົກຄອງ ທີ່ມີຂັ້ນຕາແສງ ກຳລັງຢູ່ໃນລະຫວ່າງການຄົ້ນຄ້ວາ ແລະ ຫາລືຢູ່ໃນຫຼາຍແຂວງ ແຕ່ຍັງເປັນພຽງແຕ່ແນວຄິດ ບໍ່ທັນມີມະຕິແບບເປັນທາງການເທື່ອວ່າ ຈະກັບມານຳໃຊ້ການປົກຄອງໃນຂັ້ນຕາແສງ ເມື່ອໃດແທ້.

ດັ່ງເຈົ້າໜ້າທີ່ຂແນງການປົກຄອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິການີ້ວ່າ:

“ຍັງບໍ່ຈັດຕັ້ງປະຕິບັດບໍ່ທັນໄດ້ ຍາມໃດເພິ່ນຍັງບໍ່ໄດ້ເຊື່ອມຊືມ ເທື່ອນ່າ ເຂົາເຈົ້າເວົ້າຢູ່ວ່າຕໍ່ໄປ ຊິເປັນຕາແສງ ແຕ່ວ່າດຽວນີ້ກາບໍ່ທັນໄດ້ອັນນັ້ນ ບໍ່ທັນໄດ້ຈັດຕັ້ງປະຕິບັດ.”

ເຈົ້າໜ້າທີ່ຂແນງການປົກຄອງ ອີກທ່ານນຶ່ງກ່າວວ່າ ທ່ານໄດ້ຮັບຮູ້ມະຕິດັ່ງກ່າວແລ້ວ ແຕ່ກໍເຫັນວ່າຈະຍັງບໍ່ທັນໄດ້ມີການຈັດຕັ້ງປະຕິບັດໃນໄວໆ ນີ້ເທື່ອ ແລະເຊື່ອວ່າໜ້າຈະຜ່ານການຄົ້ນຄ້ວາ ພິຈາຣະນາ ແລະຮັບຮອງອີກຫຼາຍຂັ້ນຕອນ ຈຶ່ງຈະປັດຕິບັດໃນໂຕຈິງໄດ້.

ດັ່ງທ່ານກ່າວວ່າ:

“ໂຕນີ້ຍັງບໍ່ທັນໄດ້ຮັບການຢືນຢັນ ຫຼືວ່າຍັງບໍ່ທັນໄດ້ມີການ ເຂົາເອີ້ນວ່າອິສັງຕົກລົງ ເປັນທາງການ ຈາກຄະນະນຳ ກາຍັງບໍ່ທັນຮູ້ທາງເບື້ອງຜູ້ຄົ້ນຄ້ວາ ວຽກນີີ້ເທື່ອ.”

ສ່ວນເຈົ້າໜ້າທີ່ ອີກທ່ານນຶ່ງໄດ້ກ່າວຕື່ມວ່າ ສໍາລັບການປົກຄອງຂັ້ນຕາແສງ ຈະມີເຈົ້າໜ້າທີ່ຄະນະພັກຂອງແຕ່ລະເມືອງ ມາເຮັດໜ້າທີ່ເປັນນາຍຕາແສງ, ຮອງນາຍຕາແສງເພື່ອເຮັດໜ້າທີ່ຄວບຄຸມ ແລະ ບໍຣິຫານ ໃນພາກສ່ວນຂອງຕາແສງນີ້ ສ່ວນໂຕຈິງຈະປະຕິບັດແນວໃດແທ້ ຕ້ອງລໍຕິດຕາມເພີ່ມ.

ດັ່ງທ່ານກ່າວວ່າ:

“ປັດຈຸບັນນີ້ເພິ່ນໃຫ້ກັບມາໃຊ້ ຕາແສງຄືນ ໃຊ້ຕາແສງກາຖືວ່າ ສໍ່າຄະນະພັກເມືອງພຸ້ນແຫຼະ ລົງມາຄຸມວຽກຕຳແໜ່ງ ຄະນະບໍຣິຫານປະເພດ 4 ເພາະເອົາຄະນະພັກເມືອງ ເອົາບັນດາການນຳຂັ້ນເມືອງ ມາລົງມາຄວບຄຸມວຽກໂຕນີ້.”

ທ່ານກ່າວຕື່ມວ່າ ສໍາລັບການປົກຄອງໃນຂັ້ນຕາແສງນັ້ນໃນ 1 ຕາແສງອາດຈະປະກອບດ້ວຍ ຈຳນວນບ້ານປະມານ 10 ບ້ານຕໍ່ 1 ຕາແສງ ຫຼື  ອາຈຈຳນວນໜ້ອຍ ແລະຫຼາຍກ່ວາ ນັ້ນໃນແຕ່ລະຕາແສງຂຶ້ນຢູ່ກັບການປົກຄອງ ໃນແຕ່ລະທ້ອງຖິ່ນ ເຊິ່ງບາງບ່ອນມີຈຳນວນບ້ານ ທີ່ແຕກຕ່າງກັນໄປ.

ຜູ້ອາວຸໂສ ຊາວລາວ ທ່ານນຶ່ງເຫັນວ່າ ການນໍາການປົກຄອງຂັ້ນຕາແສງ ກັບມານໍາໃຊ້ອີກເທື່ອນຶ່ງນັ້ນ ແມ່ນເປັນຜົລດີ ເປັນຕົ້ນວ່າຈະເຮັດໃຫ້ເຈົ້າໜ້າທີ່ ຂັ້ນຕາແສງສາມາດສື່ສານ ຫຼືຮັບຟັງຂໍ້ຮຽກຮ້ອງ ຈາກຊາວບ້ານໄດ້ ຢ່າງໃກ້ຊິດຂຶ້ນລວມທັງອາດ ເຮັດໃຫ້ມີການປະຊຸມຫາລື ລະຫວ່າງບ້ານຕ່າງໆ ທີ່ຢູ່ໃນເຂດຕາແສງ ດຽວກັນເພື່ອແກ້ໄຂບັນຫານຳກັນ.

ດັ່ງທ່ານກ່າວວ່າ:

“ຄັນວ່າເຮັດຕາແສງ ກາດີໜ້ອຍນຶ່ງ ເພາະວ່າມັນຫຼາຍບ້ານເດ້ ປະຊຸມປຶກສາຫາລືວຽກແຕ່ລະໜ້າວຽກ ແກ້ໄຂກາຫຼາຍຄົນ ຫຼາຍທ່ານ ມີບັນຫາກາແກ້ໄຂນຳກັນກາດີໜ້ອຍນຶ່ງ ອີກໂຕນີ້ບໍ່ທັນໄດ້ຮູ້ວ່າ ເປັນແນວໃດເພິ່ນຊິວ່າແນວໃດ.”

ຊາວລາວຈຳນວນນຶ່ງ ທີ່ບໍ່ເຫັນດີກັບການກັບມາໃຊ້ການປົກຄອງ ໃນຂັ້ນຕາແສງເພາະເຫັນວ່າ ເປັນຂັ້ນການປົກຄອງ ທີ່ຫຼ້າຫຼັງທີ່ເຄີຍຈັດຕັ້ງມາແລ້ວ ໃນລາວຈົນຖືກຫັນປ່ຽນ ເອົາອອກ ແລະມີຂັ້ນຕອນພົວພັນຫຼາຍຢ່າງ ອີກທັງຍັງເປັນການເຮັດໃຫ້ເຈົ້າໜ້າທີ່ ໃນຂັ້ນດັ່ງກ່າວມີອຳນາດ ເພີ່ມຂຶ້ນ.

ດັ່ງອະດີດ ເຈົ້າໜ້າທີ່ລາວກ່າວວ່າ:

“ຂັ້ນຕອນການພົວພັນນ່າ ມັນຍາກມັນຊ້າໄປຫາຕາແສງ ເພື່ອຂຶ້ນຫາເມືອງ ເພິ່ນກາບ້ານຂຶ້ນກັບເມືອງ ໂດຍກົງໂລດ ມັນຫຼາຍຂັ້ນຕອນ ໃນການພົວພັນການສ້າງວຽກ ສ້າງງານເດ ຂັ້ນຕາແສງມັນກາມີອຳນາດຕ່າງຫາກ ອີກຫັ້ນນ່າມັນຫຼາຍອຳນາດໂພດ.”

ກ່ອນໜ້ານີ້ ປະເທດລາວເຄີຍໃຊ້ການປົກຄອງ ຂັ້ນຕາແສງມາກ່ອນ ຕັ້ງແຕ່ສໄມກ່ອນປີ 1975, ແຕ່ກໍໄດ້ຖືກຍົກເລີກ ເມື່ອປີ 1991 ພາຍຫຼັງຈາກຣັຖທັມມະນູນປີ 1991 ໄດ້ລະບຸການປົກຄອງ ທ້ອງຖິ່ນແບ່ງອອກເປັນ ແຂວງ, ກຳແພງນະຄອນ, ເມືອງ ແລະ ບ້ານ ເຊິ່ງການປົກຄອງໃນຂັ້ນຕາແສງ ໃນອະດີດນັ້ນນາຍຕາແສງ ແມ່ນຜູ້ທີ່ໄດ້ຮັບການເລືອກຕັ້ງ ຈາກບັນດານາຍບ້ານ ໃນເຂດຕາແສງນັ້ນໆ ໂດຍນາຍຕາແສງ ມີໜ້າທີ່ໃນການສຳຣວດພົລເມືອງ, ຣາຍງານການເກີດ ການຕາຍຂອງພົລເມືອງ ແລະເບິ່ງແຍງຊາວບ້ານ ຕາມຄຳສັ່ງ ຂອງເຈົ້າເມືອງ ແລະເຈົ້າແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.