ຍານາງ ເວັນດີ້ ເຊີ້ຣ໌ແມນ ຢ້ຽມຢາມ ສປປ ລາວ

0:00 / 0:00

ໃນໂອ​ກາດ ​ທີ່​​ມາ​ຢ້ຽມ​ຢາມ ປະ​ເທດ​ລາວ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ຮອງ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ສົນ​ຮ່ວມ​ສົນ​ທະ​ນາພິ​ເສດ ກັບ ບັນ​ດາ​ອະ​ດີດ​ນັກ​ສຶ​ກ ​ໃນ​ໂຄງ​ການ YSEALI.

ໃນ​ການ​ສົນ​ທະ​ນາ ພາກ​ພິ​ເສດ ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 10 ມິ​ຖຸ​ນາ ຢູ່ ນະ​ຄອນ​ຫລວງວຽງ​ຈັນ. ມີ​ໄວ​ໜຸ່ມ​ຫຼາຍ​ຄົນ ທີ່​ເປັນ​ອະ​ດີດນັກ​ສຶກ​ສາໂຄງ​ການ YSEALI ໄດ້​ຖາມ​ຄຳ​ຖາມ ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ເຊິ່ງ​ນຶ່ງ​ໃນຄຳ​ຖາມ​ທີ່ໜ້າ​ສົນ​ໃຈ​ກໍ​ຄື ຄຳ​ຖາມ​ທີ່​ວ່າ: “ທ່ານ ມີ​ວິ​ທີ​ຮັບ​ມື​ກັບ​ພຶ​ດ​ຕິ​ກັມ ຫຼື ທັ​ສ​ນະ​ຂອງ​ຄົນ​ທີ່ບໍ່​ນັບ​ຖື​ທ່ານ ໃນ​ຖາ​ນະ​ທີ່​ທ່ານ​ເປັນ​ຜູ້​ນຳ​ແມ່​ຍິງ ຄື​ແນວ​ໃດ ທ່ານມີ​ວິ​ທີ​ຮັບ​ມື​ຄື​ແນວ​ໃດ?”

ມີ​ຕອນ​ນຶ່ງ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ຮອງ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ ໂດຍ​ຜ່ານ​ລ້າມ​ແປ​ພາ​ສາ ຕອນ​ນຶ່ງວ່າ: "ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ທຸກ​ຄົນ​ຄວນ​ມີ​ຄວາມ​ໃຈ​ກວ້າງ, ຄວນ​ມີ​ຄວາມ​ດີ​ນຳ​ກັນ​ ແລະກັນ, ພວກ​ເຮົາ​ຄວນ​ຈະ​ເຮັດ​ນຳກັນ, ຖ້າ​ພວກ​ເຮົາ​ເຮັດ​ວຽກ​ຮ່ວມ​ກັນ ພວກ​ເຮົາ​ສາ​ມາດ​ທັບ​ມ້າງ​ສິ່ງ​ດັ່ງ​ກ່າວ ແຕ່​ວ່າ ຖ້າ​ວ່າພວກ​ເຮົາ​ບໍ່​ມີ​ຄວາມ​ເຄົາ​ຣົບ​ນັບ​ຖື​ກັນ ພວກ​ເຮົາ​ເອງ​ຈະ​ບໍ່​ສາ​ມາດ​ ຍາດ​ມາ​ໄດ້​ເຖິງ​ຜົ​ລ​ໄດ້​ຮັບ​ ທີ່​ພວກ​ເຮົາ​ຕ້ອງ​ການ​ເລີຍ."

ການ​ເຮັດ​ໃຫ້ເກີດ ​ການຍອມ​ຮັບນັ້ນ ໃນ​ສ່ວນ​ຂອງ​ແມ່​ຍິງ​ເອງ ກໍ​ຕ້ອງ​ໄດ້​ເຣີ່ມ​ຈາກ​ຕົນ​ເອງ ແລະ ສ​ນັບ​ສ​ນູນ​ກັນ.

ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້​ກ່າວ​ຕື່ມ ອີກວ່າ: "ສະ​ນັ້ນ ສຳ​ລັບ ແມ່​ຍິງ​ຜູ້​ໃດ​ ທີ່ບໍ່​ໄດ້​ຮັບ​ການ​ເຄົາ​ຣົບ ສະ​ນັ້ນ​ສ້າງ​ກຸ່ມ ທີ່​ວ່າ​ສ​ນັບ​ສ​ນູນ​ ເພື່ອ​ເຮົາ​ເອງ​ກ່ອນ ທຳ​ອິດ​ອາ​ຈ​ເຣີ່ມ​ຕົ້ນ​ດ້ວຍ​ຜູ້​ຍິງ​ນຳ​ກັນ​ເອງ ເພື່ອ​ວ່າເຂົາ​ເຈົ້າ​ອາ​ຈ​ສາ​ມາດ​ ແລກ​ປ່ຽນ​ເຣື່ອງ​ຣາວ​ທີ່​ຜ່ານ​ມາ​ວ່າ ຂະ​ເຈົ້າ​ປະ​ສົບ​ພົບ​ພໍ້​ກັນ​ ການ​ທີ່​ວ່າ ບໍ່​ໄດ້​ຮັບ​ການ​ເຄົາ​ຣົບ​ຄື​ແນວ​ໃດ ແລະ ກິ​ຊິ​ໄດ້​ຊ່ວຍ​ສ​ນັບ​ສ​ນູນ ​ຕໍ່​ກັນ​ກັບຄວາມ​ຝັນ ​ຂອງ​ແຕ່​ລະ​ຄົນ ​ທີ່​ຈະ​ໄດ້​ຮັບ​ຜົນ​ສຳ​ເຣັດ."

ອີກ​ຄຳ​ຖາມ​ນຶ່ງ ​ທີ່​ຜູ້​ເຂົ້າ​ຮ່ວມ​ໄດ້​ຍົກ​ຂຶ້ນ​ມາ ກໍ​ຄື: "ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະ​ມີ​ທິດ​ທາງ​ໃນ​ການ​ສ​ນັບ​ສ​ນູນ ການ​ຈ້າງ​ງານ​ໃນ​ໄວ​ໜຸ່ມ ໃນ​ ສ​ປ​ປ ​ລາວ ຄື​ແນວ​ໃດ ແລະ ທ່ານ ມີ​ຄຳ​ແນະ​ນຳ​ແນວໃດ​ແດ່ ​ຕໍ່​ກັບ​ຜູ້​ວາງ​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ ແລະຕໍ່​ກັບ​ຊາວ​ໜຸ່ມຂອງ​ລາວ?"

ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ​ກ່າວ​ວ່າ: "ຣັ​ຖ​ບານ ມີ​ຄວາມ​ຮັບ​ຜິດ​ຊອບ ​ໃນ​ການສ​ນັບ​ສ​ນູນ ແລະ​ ຊ່ວຍ​ເຫຼືອ ພົ​ລ​ເມືອງ ແລະ ສ້າງ​ເສ​ຖ​ກິ​ຈ ທີ່​ສາ​ມາດ​ສ້າງວຽກ​ເຮັດ ​ງານທໍາ."

ຍ​າ​ນາງ​ກ່າວ​ຕື່ມ​ວ່າ: "ສິ່ງ​ທີ່​ວ່າ​ກ່ຽວ​ກັບ​ໄວ​ໜຸ່ມ​ຫັ້ນ ທີ່​ມັນ​ມີ​ຄວາມ​ພິ​ເສດ​ຫຼາຍ​ຫັ້ນ ​ກະ​ຄື​ວ່າທຸກໆທ່ານ ຫຼາຍໆທ່ານ ສາ​ມາດ​ສ້າງໂປຣເຈັກທ໌​ (Project-ໂຄງການ) ຜ່ານ​ອອນ​ລາຍນ໌ ສ້າງ​ທຸ​ຣະ​ກິດຈຕ່າງໆ ສ້າງ​ໂອ​ກາດ​ຕ່າງໆ ຜ່ານທີ່​ວ່າ​ໜ້າ​ປະ​ທັບ​ໃຈ​ຫຼາຍ ສະ​ນັ້ນ​ຂ້າ​ພະ​ເຈົ້າຮູ້​ສຶກວ່າ ມັນ​ມີ​ໂອ​ກາດ​ຫຼາຍໆ ນຶ່ງ​ຫັ້ນ​ແມ່ນ ເຮົາ​ຈຳ​ເປັນ​ ທີ່​ວ່າ​ຈະ​ຕ້ອງ​ໄດ້​ມີ​ການ​ສ​ນັບ​ສ​ນູນ ຈາກ​ຣັ​ຖ​ບານ ແລ້ວ​ໃນ​ສ່ວນ​ຂອງ​ພວກ​ເຮົາ​ເອງ ພວກ​ເຮົາ​ກະ​ຕ້ອງ​ຕັ້ງ​ໜ້າ ເພື່ອ​ທີ່​ວ່າຈະ​ສ້າງ​ໂອ​ກາດ​ໃຫ້​ພວກ​ເຮົາ​ເອງ."

ນອກ​ຈາກນີ້, ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ ໄດ້​ຣາຍງານ ໃນ​ວັນ​ທີ 10 ພຶ​ສ​ພາ​ວ່າ: " ການ​ຮ່ວມ​ມື​ລະ​ຫວ່າງ ລາວ ແລະ ສະ​ຫະ​ຣັັຖ​ອາ​ເມ​ຣິ​ກາ ມີ​ຫຼາຍ​ດ້ານ​ ເຊັ່ນ ເສ​ຖ​ກິ​ຈ, ການ​ຄ້າ, ສາ​ທາ​ຣະ​ນະ​ສຸຂ, ການ​ສຶກ​ສາ, ການ​ຮ່ວມ​ມື​ດ້ານ​ມະ​ນຸ​ສ​ທັມ ໃນ​ວຽກ​ງານຂຸດ​ຄົ້ນ ແລະ ຊອກ​ຫາ​ສິ່ງ​ເສດ​ເຫຼືອ ຂອງ​ທະ​ຫານ​ອາ​ເມ​ຣິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ​ຢູ່​ໃນລາວ, ການ​ເກັບ​ກູ້​ຣະ​ເບີດບໍ່​ທັນ​ແຕ່ກ ທີ່​ຕົກ​ຄ້າງ​ຢູ່​ລາວ."

ການ​ຮ່ວມ​ມື ດ້ານ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ຣະ​ບາດ​ ຂອງ​ໂຄວິດ-19 ທີ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ໃຫ້​ການ​ສ​ນັບ​ສ​ນູນ ແລະ ຊ່ວຍ​ເຫຼືອ​ດ້ານ​ທຶນ​ຮອນ, ອຸປະກອນການແພດ ແລະ ວັກຊິນຕ້ານໂຄວິດ-19 ແກ່ ສປປ ລາວ.

ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້​ພົບ​ກັບ ທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຮອ​ງ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ.

ນອກ​ຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕຣີ ຕ່າງປະເທດ ກໍໄດ້ພົບ ແລະ ເຮັດວຽກຮ່ວມກັບ ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ ທີ່ກະຊວງການຕ່າງປະເທດ ເຊິ່ງສອງຝ່າຍໄດ້ມີການປຶກສາຫາລື ຫລາຍບັນຫາທີ່ສໍາຄັນ ກ່ຽວກັບການພົວພັນຮ່ວມມື ລາວ-ອາເມລິກາ ແນໃສ່ເສີມຂະຫຍາຍການພົວພັນ ຮ່ວມມືສອງຝ່າຍ ໃນຕໍ່ໜ້າ ແລະ ແລກປ່ຽນຄໍາເຫັນ ກ່ຽວກັບບັນຫາພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ນອກ​ຈາກນີ້, ສຳ​ນັກ​ຂ່າວ BenarNews ໄດ້​ຣາຍ​ງານ​ວ່າ ຟິ​ລິ​ປີນ​ສ໌ ກ່າວ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ວ່າ ຈະ​ຍື່​ນ​ປະ​ທ້ວງ​ທາງ​ການ​ທູຕ ຕໍ່​ຣັ​ຖ​ບານ​ຈີນ ກ່ຽວ​ກັບກໍ​ຣະ​ນີ​ຈີນ ເຂົ້າ​ມາ​ດຳ​ເນີນ​ການທີ່​ຜິ​ດ​ກົດ​ໝາຍ ຢູ່ ເຂດອ້ອມ​​ຮອບ ເກາະ Witsun Reef ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ​ສະ​ເພາະ ​ຂອງ​ພິ​ລິ​ປິນສ໌ ໃນ​ທະ​ເລ​ຈີນ​ໃຕ້.

ກະ​ຊວງ​ການ​ປະ​ເທດ ​ຂອງ​ຟິ​ລິ​ປີນ​ສ໌ ໄດ້ອອກ​ປະ​ກາດ ບໍ່​ພໍ​ເທົ່າ​ໃດຊົ່ວ​ໂມງ ຫຼັງ​ຈາກ ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ ຮອງ​ຣັ​ຖ​ມົນ​ຕ​ຣີ ກ​ະ​ຊວງ​ການຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຮິ​ກາ ໄດ້ປະ​ຊຸມ​ກັບ ປະ​ທານ Ferdinand Marcos Jr ວ່າ​ທີ່ ປະ​ທາ​ນາ​ທິ​ບໍ​ດິຟິ​ລິ​ປິນ​ສ໌ ຢູ່ນະ​ຄອນ​ຫລວງ​ມາ​ນີ​ລາ ປະ​ເທດ​ຟິ​ລີ​ປີນ​ສ໌ ໃນເວ​ລາ​ທີ່ ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ ມາ​ຢ້ຽມ​ຢາມ ຟິ​ລິ​ປີນ​ສ໌ ເຊິ່ງ​ເປັນ​ສ່ວນ​ນຶ່ງ ​ຂອງວຽກ​ງານ​ອິນ​ໂອ-ປາ​ຊິ​ຟິກ ໃຫ້​ມີ​ຄວາມ​ເປັນ​ເສ​ຣີ ແລະ​ເປີດ​ກວ້າງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ຟະ​ລິ​ປິນ​ສ໌ ໄດ້​ກ່າວ​ວ່າ: “ຈະ​ປະ​ທ້ວງ ກໍ​ຣະ​ນີ ການ​ກັບ​ມາ​ຂອງ​ເຮຶອສິນ​ຄ້າ ຂອງ​ຈີນຫຼາຍ 100 ​ລຳ ທີ່​ເຂົ້າ​ມາ​ດຳ​ເນີ​ນ​ການ ​ແບບ​ຜິດ​ກົດ​ໝາຍ ຢູ່​ໃນ​ເຂດນ່ານ​ນ້ຳ ຢູ່​ໃນ​ເຂດ​ເຂດ ໝູ່ ເກາະ Julian Felipe Reef ໃນ​ວັນ​ທີ 4 ເມ​ສາ 2022 ທີ່​ຜ່ານ​ມາ ຫຼັງ​ຈາກ​ກ່ອນ​ໜ້າ​ນີ້ ກໍ​ມີ​ເຫດ​ການ​ເກີດ​ຂຶ້ນ​ແບບ​ດຽວ​ກັນ ທີ່​ຟິ​ລິ​ປິ​ນສ໌ ໄດ້​ປະ​ທ້ວງ​ຝ່າຍ​ຈີນ.”

ຢູ່​ໃນ​ຖ​ແລງ​ການ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລິ​ປິນ​ສ໌ ບໍ່​ໄດ້​ເວົ້າ ເມື່ອ​ໃດ ຈະ​ຍື່ນ​ປະ​ທ້ວງ​ທາງ​ການ​ຈີນ ວ່າ ເຮືອ​ບັນ​ທຸກ​ສິນ​ຄ້າ​ຂອງ​ຈີນ ຍັງ​ຢູ່​ໃນ​ເຂດ​ໝູ່​ເກາະ​ດັ່ງ​ກ່າວ ຫຼື ບໍ່. ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລິ​ປີນ​ສ໌ ແລະ ສະ​ຖານ​ທູຕ​ຈີນ ຢູ່​ນະ​ຄອນ​ຫລວງ​ມາ​ນິ​ລາ ບໍ່​ໄດ້ໃຫ້​ຄວາມ​ເຫັນ​ຫຍັງ​ ກ່ຽວ​ກັບ​ເຣື່ອງນີ້ ຕໍ່​ນັກ​ຂ່າວ BenarNews.

ເຂດ​ໝູ່​ເກາະ​ Whitsun Reef, Julian Felipe Reef ເຂດ​ທະ​ເລ​ນ້ຳ​ຕື້ນ ທີ່ນອນ​ຢູ່​ໃນ​ເກາະ Kalayaam ເຂດ​ທະ​ເລ​ຈີນ​ໃຕ້. ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລີ​ປີນ​ສ໌ ໄດ້​ກ່າວ​ວ່າ: “ການ​ປະ​ກົດ​ໂຕ​ຂອງ​​ເຮືອນ​ປະ​ມົງ ແລະ ເຮືອ​ຣົບ​ຂອງ​ຈີນ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຖື​ວ່າ ຜິດ​ກົດ​ໝາຍ ທີ່​ເຮັດ​ໃຫ້​ເກີດ​ຄ​ວາມບໍ່​ໝັ້ນ​ຄົງ ​ໃນ​ຂົງ​ເຂດ​ດັ່ງ​ກ່າວ.”

ຖ​ແລງ​ການ ໄດ້​ແຈ້ງວ່າ ຝູງ​ເຮືອຂອງ​ຂອງ​ຈີນ ໄດ້ລະ​ເມີດ ສົນ​ທິ​ສັນ​ຍາ UN ກ່ຽວ​ກັບ​ກົດ​ໝາຍທາງ​ທະ​ເລ ແລະ ການ​ຕໍ່​ສູ້​ທາງ​ດ້ານ​ກົດ​ໝາຍ​ ​ຢູ່​ສານລະ​ຫວ່າງ​ປະ​ເທດ ໃນ​ປີ 2016 ທີ່ ຟິ​ລິ​ປິນ​ສ໌ ເປັນ​ຜູ້​ຊະ​ນະຈີນ. ນອກ​ຈາກນີ້ ມັນ​ຍັງ​ເປັນ​ການ​ລະ​ເມີດ ຂໍ້​ຕົກ​ລົງລະ​ດັບ​ຂົງ​ເຂດ ເພື່ອ​ຫຼີກ​ລ້ຽງ ການ​ກະ​ທຳ​ທີ່ ເຮັດ​ໃຫ້​ເກີດ​ຂໍ້​ຂັດ​ແຍ່ງ​ທະ​ວີ​ຄູນ​ຂຶ້ນ.

ໃນ​ເດືອນ ມີ​ນາ ແລະ ເມ​ສາ ທີ່​ຜ່ານ​ມາ, ຟິ​ລິ​ປິນ​ສ໌ ໄດ້ຮ້ອງ​ທຸກ​ກ່ຽວ​ກັບວ່າ ມີ​ເຮືອ​ຈີນ​ຫຼາຍ 100 ລຳ ທີ່​ລະ​ເມີດເຂົ້າ​ມາ​ເຂດ​ນ່ານ​ນ້ຳ ຢູ່​ໃນ​ເຂດເກາະ Witsun Reef ທີ່​ເພີ່ມ​ທະ​ວີ​ຄ​ວາມ​ເຄັ່ງ​ຕຶ່ງລະ​ຫວ່າງ ຈີນ ກັບ ຟິ​ລີ​ປິນ​ສ໌ ຢູ່​ໃນ​ເຂດ​ພິ​ພາດ​ທາງ​ທະ​ເລ.

ແຈ້ງ​ການ​ກ່ຽວ​ກັບ ການ​ປະ​ທ້ວງ​ຂອງ​ຟິ​ລິ​ປິນ​ສ ໄດ້​ອອກ​ມາ 10 ມື້ ຫຼັງ​ຈາກກະ​ຊວງ ​ການ​ຕ່າງ​ປະ​ເທດ​ ຟິ​ລິ​ປິນ​ສ໌ ເອີ້ນ​ນັກ​ການ​ທູຕ​ອາ​ວຸ​ໂສ​ຂອງ​ຈີນ ເພື່ອ​ປະ​ທ້ວງ ກໍ​ຣະ​ນີທີ່​ເຈົ້າ​ໜ້າ​ທີ່​ ຍາມ​ຝັ່ງ​​ຈີນ ໄດ້ກະ​ທຳ​ການ​ນາບ​ຂູ່​ຄຸກ​ຄາມ ເຮືອ​ຄະ​ນະ​ວິ​ໄຈຮ່ວມ​ລະ​ຫວ່າງ ຟິ​ລິ​ປິ​ນ​ສ໌ ແລະ ໄຕ້​ຫວັນ ໃນ​ເດືອນ ເມ​ສາ ທີ່​ຜ່ານ​ມາ ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.

ໃນ​ວັນ​ທີພະ​ຫັດ​ທີ່​ຜ່ານ​ມາ, ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້​ພົບ​ກັບ​ທ່ານ Ferdinand Marcos Jr ວ່າ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຟິ​ລິ​ປິນ​ສ໌ ຢູ່​ນະ​ຄອນ​ຫລວງ​ມະ​ນີ​ລີ ປະ​ເທດ​ຟິ​ລິ​ປິນ​ສ໌.

ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ແລະ ທ່ານ Marcos ໄດ້​ຕົກ​ລົງກັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນການ​ເປັນ​ຄູ່​ພາ​ຄີກັນ ເພື່ອ​ເພີ່ມ​ທະ​ວີ​ເສ​ຖ​ກິ​ຈ ໃຫ້​ເຂັ້ມ​ແຂງ.

ຫົວ​ຂໍ້​ທີ່​ມີ​ການ​ສົນ​ທະ​ນາ​ກັນ ຍັງ​ລວມ​ເອົາ​ ການ​ເປັນ​ພັນ​ທະ​ມິຕກັນ ​ທີ່​ຍາວ​ນານ ລະ​ຫວ່າງ ສະ​ຫະ​ຣັ​ຖ ແລະ ຟິ​ລິ​ປິນ​ສ໌, ຄວາມ​ສຳ​ຄັນ ການ​ເປັນ​ຄູ່​ຮ່ວມ​ງານ ຂອງ​ພາກ​ເອກ​ຊົນ, ພ​ລັງ​ງານ​ທີ່​ສະ​ອາດ, ເສ​ຖ​ກິ​ຈ​ຍຸກ​ດິ​ຈິ​ຕອ​ລ, ຄວາມ​ສຳ​ຄັນ​ຂອງ​ສິດ​ທິ​ມະ​ນຸ​ສ ແລະຣະ​ບຽບ​ກົດ​ໝາຍ.

ຖ​ແລງ​ການ​ ໄດ້​ລະ​ບຸ​ວ່າ: “ຮອງ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ຣັ​ຖ ແລະ ວ່າ​ທີ່​ປະ​ທາ​ນາ​ທິ​ບໍ​ດີຟິ​ລິ​ປິນ​ສ໌ ​ໄດ້ເຫັນ​ຄວາມ​ສຳ​ຄັນ ຂອງ​ການ​ເປັນ​ຄູ່​ພາ​ຄີ ລະ​ຫວ່າງ​ ສະ​ຫະ​ຣັ​ຖ ແລະ ຟິ​ລິ​ປີນ​ສ໌ ຕໍ່​ກັບ​ປະ​ເດັນ​ຄ​ວາມ​ໝັ້ນ​ຄົງ ແລະຄວາ​ມຮັ່ງ​ມີ ຢູ່​ໃນ​ເຂດ​ອິນ​ໂດ-ປາ​ຊິ​ຟິກ ແລະ ທົ່ວ​ໂລກ.”

ຢູ່​ໃນ​ການເຜີຍ​ແຜ່​ທາງ Twitter, ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ​ຟິ​ລິ​ປິນ​ສ໌ ແລະ ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້​ປຶກ​ສາ​ຫາ​ລື ກ່ຽວ​​ກັບແນວ​ທາງ ​ທີ່​ໜັກ​ແໜ້ນ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສຳ​ພັນ ຖ່າມ​ກາງ​ການ​ໂອນ​ອຳ​ນາດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ປິນສ໌ ​ຈາກ​ຄົນ​ເກົ່າ​ ໄປ​ສູ່ ຄົນ​ໃໝ່.

ຍາ​ນາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman), ຮອງລັດຖະມົນຕຣີ ກະຊວງການຕ່າງປະເທດສະຫະຣັຖອາເມລິກາ ມີ​ກຳ​ນົດ​ການມາຢ້ຽມຢາມ ເກົາຫຼີໃຕ້, ຟີລິບປິນສ໌, ຫວຽດນາມ ແລະ ສປປ ລາວ ນັບ​ແຕ່ ວັນທີ 5-14 ມິ​ຖຸ​ນາ.

ໃນ​ເວ​ລາ​ທີ່​ຢ້ຽມ​ຢາມ​ວຽດ​ນາມໃນ​ທ້າຍ​ອາ​ທິດນີ້, ຍານາງ Wendy R. Shermaກn ມີ​ການ​ປຶກ​ສາ​ຫາ​ລື ເຈົ້າ​ໜ້າ​ທີ່​ວຽດ​ນາມ ​ກ່ຽວ​ກັບປະ​ເດັນ​ທີ່ຈີນ​ ມີ​ແຜນ​ສ້າງ​ຖານ​ທັບ​ເຮືອ ຢູ່​ກັມ​ພູ​ຊາ ອີງ​ຕາມແຫຼ່ງ​ຂ່າວ​ທາງ​ການ​ທູຕ ທີ່​ກ່າວ​ຕໍ່ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ.