ຄວາມຄືບໜ້າຄະດີຂອງ ນາງ ໝວຍ ທີ່ຖືກຕັ້ງຂໍ້ຫາວ່າໂຄສະນາຕ້ານ ສປປ ລາວ ນັ້ນປັດຈຸບັນອ້າຍຂອງນາງໝວຍ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຕຳຣວດ ເມືອງໂພນທອງ ເພື່ອຂໍປະກັນ ໂຕອອກຈາກຄຸກ ແຕ່ຍັງບໍ່ຮູ້ ວ່າຈະປະກັນໄດ້ບໍ່. ດັ່ງເຈົ້າໜ້າທີ່ ເມືອງໂພນທອງ ແຂວງຈຳປາສັກ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 16 ກັນຍາ ວ່າ:
"ເພິ່ນມາພົວພັນແລ້ວເດີ້ ຫວ່າງເຊົ້ານີ້ ເພິ່ນມາເຮັດໃບຄຳຮ້ອງນຳໃຊ້ຄ້ຳປະກັນຫັ້ນນ່າ ອ້າຍລາວມາເຮັດ ຂໍ້ຫາມັນກາອັນນີ້ຢູ່ ແຕ່ວ່າໃຫ້ທາງ ນີ້ໄປຄ້ຳປະກັນ ໄຖ່ຖອນເອົາຫັ້ນນ່າ."
ເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ ຍັງບໍ່ທັນຮູ້ຣາຍລະອຽດ ວ່າການຂໍປະກັນໂຕ ນາງໝວຍ ເທື່ອນີ້ຍັງບໍ່ຮູ້ວ່າ ທາງພາກສ່ວນກ່ຽວຂ້ອງ ຈະອະນຸຍາດ ໃຫ້ປະກັນໂຕຫຼືບໍ່ ແຕ່ອີງຕາມກົດໝາຍມາດຕຣາ 117ວ່າດ້ວຍການ ໂຄສະນາ ຕ້ານ ສປປ ລາວ ໂດຍໄດ້ຣະບຸ ໂທດຄວາມຜິດ ຂອງຜູ້ທີ່ ໂຄສະນາໃສ່ຮ້າຍປ້າຍສີ ພັກ-ຣັຖ.
ເຖິງຢ່າງໃດກໍຕາມ, ແຫລ່ງຂ່າວອີກຄົນນຶ່ງ ທີ່ຮູ້ຈັກເລື້ອງນີ້ດີ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 16 ກັນຍາ ວ່າ: ໃນຕອນນີ້ເຈົ້າໜ້າທີ່ຕຳຣວດ ບໍ່ອະນຸຍາດໃຫ້ບຸກຄົນໃດ ຫລື ຍາດພີ່ນ້ອງເຂົ້າພົບ ນາງໝວຍ ໄດ້ເທື່ອ. ໃນຂນະທີ່ ນັກຂ່າວ ວິທຍຸເອເຊັຽເສຣີ ໄດ້ ສອບຖາມໄປຍັງ ເຈົ້າໜ້າທີ່ ຜແນກສືບສວນ ສອບສວນ ແລະ ຄ້າຍຄຸມຂັງ ແຂວງຈຳປາສັກ ແຕ່ທາງເຈົ້າໜ້າທີ່ ຍັງບໍ່ສາມາດຕອບ ໃນປະເດັນນີ້ໄດ້.
ນາງໝວຍ ຫຼື ຊື່ແທ້ແມ່ນ ນາງ ຮ່ວາຍເຮືອງ ໄຊຍະບູລີ ອາຊີບຄ້າຂາຍ ຢູ່ບ້ານສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ໄດ້ຖືກກັກໂຕ ໃນວັນທີ 12 ກັນຍາ ຜ່ານມາ ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວ ໂຄສະນາ ຕ້ານ ສປປ ລາວ. ອີງຕາມໃບຣາຍງານ ຂອງຜແນກສືບສວນ ສອບສວນ ແຂວງຈຳປາສັກ ລົງວັນທີ 13 ກັນຍາ 2019 ແຕ່ຊາວບ້ານ ທີ່ຢູ່ບ້ານດຽວກັບ ນາງ ໝວຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ກັນຍາ ວ່າ: ນາງ ໝວຍຖືກຈັບ [ຫລັງຈາກ ລາວອອກມາເວົ້າຜ່ານເຟສບຸກ] ເວົ້າເລື້ອງ ການຊ່ວຍເຫລືອ ປະຊາຊົນ ທີ່ປະສົພພັຍນ້ຳຖ້ວມ ຊັກຊ້າ ຢູ່ແຂວງຈຳປາສັກ ແບບວ່າ ພະນັກງານຂອງພັກ-ຣັຖ ນີ້ ບໍ່ລົງມາຊ່ວຍເຫລືອ ປະຊາຊົນຢ່າງທັນເວລາ ມີແຕ່ປະຊາຊົນຊ່ວຍເຫຼືອ ກັນເອງ.
ທີ່ຜ່ານມາໃນລາວ ກໍ່ໄດ້ມີການຕັດສິນຈຳຄຸກ ໃນຂໍ້ຫາໂຄສະນາ ຕໍ່ຕ້ານຜ່ານສື່ສັງຄົມອອນລາຍ ເປັນຕົ້ນ ຄົນລາວ ທີ່ເຮັດວຽກຢູ່ໄທ ເຊັ່ນ ນາງຫຼອດຄຳ ທຳມະວົງ ຖືກຄຸກ 12 ປີ , ທ້າວ ສຸການ ໃຈທັດ ຖືກຄຸກ 18 ປີ ແລະ ທ້າວ ສົມພອນ ພີມມະສອນ ຖືກຂັງຄຸກ 20 ປີ. ນອກຈາກນີ້ ຍັງມີທ້າວ ບູນທັນ ທຳມະວົງ ເຊື້ອຊາດລາວ ສັນຊາດໂປແລນ ຖືກຂັງຄຸກ 4 ປີ ແລະ ຖືກປ່ອຍໂຕ ເມື່ອວັນທີ 19 ມິຖຸນາ ຜ່ານມາ.