ຕຳຣວດໄທຍ ບຸກຄົ້ນຮ້ານ ພົບເດັກນ້ອຍຍິງລາວ ອາຍຸ 14-15 ປີ
2023.09.25

ຄືນວັນທີ 20 ກັນຍາ ທີ່ຜ່ານມາ ກອງບັນຊາການຕໍາຣວດ ນະຄອນບານ ປະເທດໄທຍ ບຸກເຂົ້າຮ້ານຄາຣາໂອເກະ ຖນົນຈະຣັນສະນິວົງ ເຂດບາງກອກນ້ອຍ, ບາງກອກ (ກຸງເທບ) ຊຶ່ງສາມາດຈັບນາງ ກັນລະຍາ ຂຸນພຣະເທບ, ເຈົ້າຂອງຮ້ານຄາຣາໂອເກະ ເນື່ອງຈາກເຈົ້າໜ້າທີ່ ກວດພົບວ່າ ພາຍໃນຮ້ານມີເດັກຍິງສາວຊາວລາວ ຈາກແຂວງຈຳປາສັກ ອາຍຸ 14-15 ປີ ຈຳນວນ 3 ຄົນ ເຮັດວຽກໃນຕຳແໜ່ງ ນັ່ງດຣີ້ງ ຫຼື ການຂາຍເຄື່ອງດື່ມແອລກໍຮໍ ຫຼືເຫຼົ້າ ໃຫ້ລູກຄ້າ. ໂດຍເຈົ້າໜ້າທີ່ ປະຈຳສະຖານີ ຕຳຣວດນະຄອນບານ ບາງຢີ່ຂັນ ໄດ້ແຈ້ງຂໍ້ຫາ ນາງກັນລະຍາ ວ່າ ຄ້າມະນຸສ ສະແຫວງຫາຜົລປໂຍດ ຈາກບຸກຄົນທີ່ອາຍຸບໍ່ເກີນ 15 ປີ ເພື່ອໄດ້ມາເຊິ່ງຜົລຕອບແທນນັ້ນຄືເງິນ ນາງ ກັນລະຍາ ຈະໄດ້ເຫຼົ້າຈອກລະ 130 ບາທ ພາຍຫຼັງເດັກຍິງລາວຂາຍດຣີ້ງໃຫ້ລູກຄ້າໄດ້ທັງໝົດ 260 ບາດຕໍ່ 1 ດຣີ້ງ. ດັ່ງ ທ່ານ ພັນຕຳຣວດເອກ ຈາຣຸວັດ ສິງຫາສີໄຊ, ຜູ້ກຳກັບສະຖານີ ຕຳຣວດນະຄອນບານ ບາງຢີ່ຂັນກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 25 ກັນຍາ ນີ້ວ່າ:
“ດຳເນີນຄະດີນໍາຜູ້ຕ້ອງຫາ ຄືນາງ ກັນລະຍາ ຍ້ອນລາວໄດ້ປໂຍດ ຈາກເດັກເດັກ ກໍໄດ້ເງິນແລ້ວກໍ ມາມ້າຊັງກໍໄດ້ເງິນເດັກ ຈາກການທີ່ເດັກນັ່ງດຣີ້ງ ກໍຄ້າມະນຸສການດຳເນີນການ ຄືນຶ່ງບໍ່ມີການຄ້າປະເວນີສອງບໍ່ໄດ້ບັງຄັບແຕ່ວ່າ ຍ້ອນວ່າເດັກຍິງລາວອາຍຸບໍ່ເກີນ 18 ປີກໍຖືວ່າເປັນຄວາມຜິດຕາມກົດໝາຍ ຄ້າມະນຸສຂອງໄທຍ.”
ທ່ານກ່າວຕື່ມວ່າ ອີງຕາມການຣາຍງານ ການສອບສວນເດັກຍິງລາວ ຮ່ວມກັບເຈົ້າໜ້າທີ່ສັງຄົມສົງເຄາະ, ເຈົ້າໜ້າທີ່ ສະຫະວີຊາຊີບ ແລະ ອັຍຍາການແບບເຊິ່ງໜ້າ ໄດ້ຂໍ້ສຣຸບ ວ່າ ເດັກຍິງລາວຈາກແຂວງຈຳປາສັກ 3 ຄົນ ບໍ່ໄດ້ຖືກດຳເນີນຄະດີຕາມກົດໝາຍໄທຍ ອີກທັງ ກອງຕໍ່ຕ້ານການຄ້າມະນຸສ ກະຊວງການພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸສ ປະຈຳປະເທດໄທຍ ໄດ້ຊ່ອຍເຫຼືອ ດ້ວຍການສຶກສາອົບຮົມ ຝຶກວິຊາຊີບ ແລະ ກຽມຜັກດັນ ກັບປະເທດລາວ.
ດັ່ງທ່ານ ພັນຕຳຣວດເອກ ຈາຣຸວັນ ໄດ້ກ່າວເຖິງເດັກຍິງລາວ 3 ຄົນຈາກແຂວງຈຳປາສັກວ່າ:
(ສຽງອ່ານ) “ໃນກົດໝາຍຄ້າມະນຸສ ຂອງໄທຍ ເດັກທີ່ເຮົາຊ່ອຍເຫຼືອຫຼື ວ່າເປັນເຫຍື່ອເຮົາສອບສວນ ເພື່ອເປັນພະຍານເພື່ອດຳເນີນຄະດີ ກັບຄົນທີ່ໄດ້ປໂຍດຈາກເດັກຜູ້ດຽວ, ເດັກຍິງລາວມີພາສປອດ ເຂົ້າເມືອງຢ່າງຖືກກົດໝາຍ ຜ່ານຈຸດກວດຊາຍແດນຖາວອນ ຊ່ອງເມັກ ຄົນທຳອິດເຂົ້າມາໄທຍແຕ່ເດືອນກຸມພາແລ້ວອີກ 2 ຄົນເຂົ້າມາໄທຍປະມານກາງເດືອນກໍຣະກະດາ ເຊິ່ງຄົນທຳອິດທີ່ເຂົ້າມາເຮັດວຽກຊັກຊວນ ມາຍ້ອນວ່າໄດ້ເງິນສົ່ງກັບໄປບ້ານ ຖາມພວກເຂົາເຈົ້າເຂົາເຈົ້າບອກວ່າ ໄດ້ຮຽນໜັງສືທີ່ລາວ.”
ສ່ວນແຂວງຈໍາປາສັກ ໄດ້ເປີດສົກຮຽນ ແລະມີນັກຮຽນຊັ້ນປະຖົມ ແລະ ມັທຍົມເຂົ້າຮຽນທົ່ວແຂວງ ໄດ້ 1 ເດືອນແລ້ວ ແຕ່ກໍມີນັກຮຽນມັທຍົມຕົ້ນຄື ມ.1-ມ.4, ອາຍຸ 12 ເຖິງ 15 ປີ ປະລະການຮຽນ ໄປເຮັດວຽກຢູ່ປະເທດໄທຍ ເພື່ອຊ່ອຍຄອບຄົວ ເນື່ອງຈາກຄອບຄົວ ມີຖານະທຸກຍາກ.
ດັ່ງປະຊາຊົນ ແຂວງຈຳປາສັກ ກ່າວໃນມື້ດຽວກັນວ່າ:
“ມີບາງພາກສ່ວນອຸປະສັກ ຄອບຄົວ ມີປະກົດການຫຍໍ້ທໍ້ທາງດ້ານເສຖກິຈ ບໍ່ເຂົ້າຮຽນເນາະ ແຕ່ລະປີກໍມີບໍ່ຫຼຸດ 4-5 ຄົນ ທາງສຶກສາ ຫຼືວ່າ ໂຮງຮຽນແຈ້ງມາ ປັດຈຸບັນນີ້ຖືວ່າ ທົ່ວແຂວງຈຳປາສັກເຮົານີ້ ກໍເຣີ່ມເປີດເທີມໄປຮຽນ ໄດ້ປະມານເດືອນກ່ວາແລ້ວ ຄືທຸກມື້ນີ້ບໍ່ວ່າ ແຕ່ວ່າບໍ່ມີບ່ອນປະກາດ ຮັບສມັກຄົນງານມັນກໍມອງຫາ ຫຼຽວຫາ ບ່ອນທີ່ສມັກມັນບໍ່ຢາກສະດວກ ຄືເຂົາຫັ້ນນ່າ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນນະຄອນປາກເຊ ແຂວງຈໍາປາສັກ ກ່າວຄືກັນກັບ ທ່ານ ພັນຕຳຣວດເອກ ຈາຣຸວັດ ວ່າຄົນລາວ ໄປເຮັດວຽກຢູ່ໄທຍ ຈະບໍ່ມີວີຊ້າ ເຮັດວຽກແບບຖືກກົດໝາຍ ແຕ່ວ່າເຂົ້າເມືອງໄທຍດ້ວຍວີຊ້າ ນັກທ່ອງທ່ຽວ ແລ້ວເຂົ້າໄປເຮັດວຽກຢູ່ໄທຍເລີຍ ໂດຍສະເພາະເຂດຊົນນະບົດ ລູກຫຼານອາຍຸຍັງນ້ອຍ ກໍເຮັດພາສປອດແລ້ວພາກັນໄປເຮັດວຽກ ຢູ່ໄທຍ ແລ້ວ.
ດັ່ງທ່ານກ່າວ ໃນມື້ດຽວກັນວ່າ:
“ບາງຄົນກໍບໍ່ມີບັດ MOU ແຕ່ວ່າມີພີ່ມີນ້ອງໄປທຳງານດົນແລ້ວ ຢູ່ພຸ້ນມີຊ່ອງທາງໄປທຳງານກໍເຮັດພາສປອດ ມີວີຊ້າທ່ອງທ່ຽວ ໄປກໍໄປຢູ່ເລີຍຫັ້ນກໍລົບຫຼີກໄປຫັ້ນແຫຼະ ເຂົາເຈົ້າກາດາຍເພາະວ່າ ສ່ວນຫຼາຍເຂດຊົນນະບົດ ສ່ວນຫຼາຍ 15-16 ເຂົາກໍໄປແລ້ວ ເພາະວ່າມີພີ່ມີນ້ອງ ໄປກ່ອນ ມີພໍ່ມີແມ່ໄປກ່ອນ ແລ້ວກໍມີວຽກເຮັດງານທຳ ກໍດຶງກັນໄປເຮັດບາງຄົນບໍ່ຈົບຮອດ ມ.ຕົ້ນ.”
ບໍ່ພຽງແຕ່ຄວາມທຸກຍາກ ແລະ ວຽກຫາຍາກທີ່ເຮັດໃຫ້ປະຊາຊົນລາວ ບໍ່ວ່າຈະຜູ້ໃຫຍ່ ຫຼື ເດັກນ້ອຍໄປເຮັດວຽກຢູ່ໄທຍແຕ່ຍ້ອນຄ່າແຮງງານຢູ່ລາວຕໍ່າ ສະພາບເງິນກີບອ່ອນຄ່າ ເປັນອີກປັດໄຈນຶ່ງ ທີ່ເຮັດໃຫ້ປະຊາຊົນລາວໄປເຮັດວຽກຢູ່ຕ່າງປະເທດ ນຳດ້ວຍ ສ່ວນໃຫຍ່ກໍຈະເປັນວຽກກໍ່ສ້າງ, ຕິດຕັ້ງລະບົບນໍ້າ, ໄຟຟ້າ, ສວນພືດຜັກ, ໝາກໄມ້, ຂາຍເຄື່ອງ ແລະ ຢູ່ຮ້ານອາຫານ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:
“ຄັນເວົ້າເຣື່ອງວຽກຫັ້ນບໍ່ອຶດວຽກ ແຕ່ວ່າມັນເປັນຄ່າແຮງ ຢາກຕໍ່າ ຜູ້ນຶ່ງກໍແຮງງານທົ່ວໄປ ພື້ນຖານນີ້ປະມານລ້ານຫ້າ ລ້ານຫົກ ຫັ້ນນ່າ ບໍ່ກຸ້ມກິນວ່າຊັ້ນ ສາສະພາບເງິນ ຄືທຸກມື້ນີ້ ມີການເໜັງຕີງ. ເງິນບາທມີລາຄາແດ່ ບາດນີ້ຄົນກໍໄປທຳງານພຸ້ນ.”
ເດັກຍິງລາວ ຈາກແຂວງຈໍາປາສັກຈໍານວນ 3 ຄົນ ຈະຖືກຜັກດັນ ກັບປະເທດ ໄດ້ມື້ໃດນັ້ນແມ່ນຕ້ອງລໍຖ້າ ໃຫ້ເຈົ້າຂອງຮ້ານ ຄາຣາໂອເກະ ຖືກດຳເນີນຄະດີ ຢູ່ສານກ່ອນ ແລະ ນອກເໜືອຈາກເຫດຜົລ ເດັກຍິງລາວທັງ 3 ຄົນ ເຮັດວຽກນັ່ງດຣີ້ງ ເພື່ອສົ່ງເງິນໃຫ້ພໍ່-ແມ່ ຢູ່ລາວນັ້ນ ຍັງມີອີກຫຼາຍເຫດຜົລຄືເດັກຍິງລາວທັງໝົດ ບໍ່ສາມາດໄປເຮັດວຽກອື່ນ ທີ່ປະເທດໄທຍໄດ້ ເປັນຕົ້ນ ວຽກເສີບອາຫານ ເນື່ອງຈາກເຈົ້າຂອງຮ້ານຄົນໄທຍ ບໍ່ຮັບເຮັດວຽກຍ້ອນ ອາຍຸບໍ່ຮອດ 18 ປີ ຈຶ່ງເຮັດວຽກນັ່ງດຣີ້ງແທນ. ອີງຕາມຜູ້ກຳກັບສະຖານີຕຳຣວດ ນະຄອນບານ ບາງຢີ່ຂັນ.
ສະພາບໂຕຈິງ ກ່ຽວກັບວີຊ້າທ່ອງທ່ຽວ ຂອງຄົນງານລາວເມື່ອ ມາເຮັດວຽກຢູ່ໄທຍ ຄືຄົນງານລາວ ຈະເຂົ້າມາໄທຍດ້ວຍວີຊ້າ ນັກທ່ອງທ່ຽວ 30 ວັນ ແລ້ວຖ້າວິຊ້າໃກ້ໝົດ ກໍຈະພາກັນເດີນທາງ ເໝົາຣົຖຕູ້ເພື່ອໄປຕໍ່ວີຊ້າ ຕາມຊາຍແດນ ປະເທດພະມ້າ, ກັມພູຊາ ແລະ ລາວ ແລ້ວເຂົ້າມາໄທຍອີກເພື່ອບໍ່ໃຫ້ວີຊ້າໝົດອາຍຸ.
ສຳລັບການບຸກຮ້ານຄາຣາໂອເກະ ເທື່ອນີ້ ເຈົ້າໜ້າທີ່ຕຳຣວດໄດ້ຮັບແຈ້ງ ຈາກສາຍຂ່າວລັບວ່າ ຜູ້ຕ້ອງຫາຄົນດັ່ງກ່າວ ມີການລັກລອບນໍາເດັກ ອາຍຸຕໍ່າກ່ວາ 18 ປີ ມາສະແຫວງຫາປໂຍດ ທາງເຈົ້າໜ້າທີ່ ຕຳຣວດ ຈຶ່ງທົດລອງໃຫ້ສາຍລັບລໍ້ຊື້ດຣີ້ງ ຈາກທາງຮ້ານ ແລະ ພົບວ່າ ມີເດັກຍິງລາວ 3 ຄົນ ອາຍຸ 14-15 ປີໃຫ້ບໍຣິການລູກຄ້າແທ້.