ພົບເດັກນ້ອຍເກີດໃໝ່ ຢ່າງໜ້ອຍ 4 ຄົນ ຖືກປະຖິ້ມ ໃນປີທີ່ຜ່ານມາ

0:00 / 0:00

ຫລັງຈາກມີການແພ່ຣະບາດຂອງໂຄວິດ-19 ເດັກນ້ອຍເກີດໃໝ່ຢູ່ປະເທດລາວ ຖືກປະຖິ້ມ ຫລາຍຂຶ້ນ. ມີຂໍ້ມູນລະບຸວ່າ ແຕ່ເດືອນກຸມພາ ຫາ ເດືອນທັນວາ ປີ 2023 ພົບເດັກນ້ອຍເກີດໃໝ່ ຖືກປະຖິ້ມ 4 ຄົນ ຊຶ່ງຄາດວ່າ ໂຮງໝໍໃຫຍ່ຂອງຣັຖ ແຕ່ລະແຫ່ງ ໃນທົ່ວນະຄອນຫລວງວຽງຈັນ ມີເດັກນ້ອຍເກີດໃໝ່ ຖືກປະຖິ້ມແຕ່ລະປີ ບໍ່ຕໍ່າກວ່າ 2-3 ຄົນ, ອີງຕາມຄໍາເວົ້າ ຂອງທ່ານໝໍ ຢູ່ໂຮງໝໍມະໂຫສົດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ໃນມື້ວັນທີ 12 ທັນວາ 2023 ໄດ້ພົບເດັກນ້ອຍເກີດໃໝ່ ທີ່ຖືກຖິ້ມໄວ້ ຢູ່ໜ້າໂຮງງານນໍ້າກ້ອນ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະໃນມື້ວັນທີ 6 ເດືອນດຽວກັນນີ້ ກໍໄດ້ພົບອີກຜູ້ນຶ່ງຢູ່ໃນຖົງຢາງ ຫ້ອຍໄວ້ຢູ່ແວ່ນຣົຖ ທີ່ຈອດໄວ້ ຢູ່ໂຮງໝໍມະໂຫສົດ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂຮງໝໍມະໂຫສົດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມົກກະຣານີ້.

" ແຕ່ວ່າກໍໄດ້ຍິນວ່າຖິ້ມ ຢູ່ບ່ອນນັ້ນບ່ອນນີ້ ກໍໄດ້ຍິນຢູ່ແຕ່ວ່າ ຢູ່ໃນໂຮງໝໍເຮົາ ຫາກໍ່ເຫັນແຕ່ເຄສດຽວເທົ່ານັ້ນແຫລະ ທີ່ວ່າຂະເຈົ້າໄປຫ້ອຍໃສ່ແວ່ນຣົຖຫັ້ນ ຣົຖໃຫຍ່ ຫາກໍ່ເຫັນແຕ່ດຽວນັ້ນແຫລະ ອອກຈາກສຸກເສີນເຮົາ ເພິ່ນກໍເອົາໄປ ICU ... ເດັກກໍມີຫລາຍໜ່ວຍງານ ເພິ່ນເຂົ້າມາພົວພັນ. "

ເມື່ອກ່ອນໜ້ານັ້ນ ກໍພົບເຫັນເດັກນ້ອຍເກີດໃໝ່ ທີ່ເສັຍຊີວິດຢູ່ໃນຖົງ ຢູ່ກອງຂີ້ເຫຍື້ອ ໃກ້ກັບສນາມກິລາຫລັກ 16 ເມືອງໄຊທານີ ໃນມື້ວັນທີ 31 ຕຸລາ 2023 ແລະເມື່ອວັນທີ 25 ກຸມພາ ປີດຽວກັນນັ້ນ ກໍໄດ້ພົບເດັກນ້ອຍເກີດໃໝ່ ກໍຣະນີທີ 4 ທີ່ຖືກປະຖິ້ມ ຢູ່ຂ້າງເຮືອນປະຊາຊົນ ບ້ານໜອງແຊງ ເມືອງໄຊຍະ ບູຣີ ແຂວງໄຊຍະບູຣີ.

ກ່ຽວກັບເຣື່ອງທີ່ວ່ານີ້ ດຣ. ດວງຄໍາ ພົມມະຈັນ ຫົວໜ້າໜ່ວຍງານ ICU ເດັກ ປະຈໍາໂຮງໝໍ ມະໂຫສົດ ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 15 ທັນວາ 2023 ວ່າ ເມື່ອຫລັງໆມານີ້ ຕົນສັງເກດເຫັນເດັກນ້ອຍ ເກີດໃໝ່ ຖືກຖິ້ມເພີ່ມຂຶ້ນຫຼາຍ ຍ້ອນການເປີດສະຖານບັນເທີງ ໃຫ້ບໍຣິການອີກຕື່ມ ຫລັງການແພ່ຣະບາດຂອງໂຄວິດ-19 ອັນເປັນການອໍານວຍຄວາມສະດວກ ໃຫ້ແກ່ການພົບປະສັງສັນ ໃນກຸ່ມໄວໜຸ່ມຫລາຍຂຶ້ນ ແລະທ່ານໝໍ ຢູ່ໂຮງໝໍມະໂຫສົດ ກ່າວວ່າ ບັນຫາທີ່ວ່ານັ້ນເກີດຂຶ້ນ ບໍ່ພຽງແຕ່ເປັນຍ້ອນ ສະຖານບັນເທີງ ກັບມາເປີດຄືນອີກຕື່ມເທົ່ານັ້ນ ແຕ່ຍັງເປັນຍ້ອນແມ່ຍິງ ບໍ່ສາມາດເຂົ້າເຖິງ ການບໍຣິການສຸຂພາບ ໂດຍສະເພາະ ເຣື່ອງການຄຸມກໍາເນີດ ແລະເວລາເກີດລູກແລ້ວ ກໍປະຖິ້ມໄປ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

" ແມ່ນ ເວລາເກີດແລ້ວຖິ້ມກໍມີ ຢູ່ເທິງປະສູດກໍມີຄືກັນ ນຶ່ງມານີ້ເຂົາບໍ່ຢາກໄດ້ ສອງມາລັກຫລີ້ນກັນວ່າຊັ້ນສາ ຄື ໃຊສັບບໍ່ມ່ວນ ຄືວ່າລູກທາງ ບັນຫານຶ່ງບໍ່ຮູ້ວ່າພໍ່ເປັນໃຜ ແມ່ນີ້ຮູ້ ແມ່ນີ້ໄປກັບຫລາຍຄົນ ແລ້ວບໍ່ຮູ້ກໍຖິ້ມໄປ ເຫັນຫລາຍກໍຣະນີຢູ່ທີ່ເຂົາມາ ໄວ້ຢູ່ໂຮງໝໍ ແລ້ວກໍມີຄົນເມົາເອົາໄປ. "

ທ່ານກ່າວຕື່ມວ່າ ຍ້ອນຄ່າຄອງຊີພສູງ ບໍ່ມີເງິນລ້ຽງລູກ ແລະຖືພາບໍ່ໄດ້ຕັ້ງໃຈ ແລ້ວປະຖິ້ມລູກນ້ອຍໆ ໄວ້ຢູ່ໂຮງໝໍຕ່າງໆ ຢູ່ໂຮງໝໍໃດກໍມີໝົດ ບໍ່ແມ່ນແຕ່ຢູ່ໂຮງໝໍມະໂຫສົດບ່ອນດຽວ.

" ແຕ່ລະໂຮງໝໍມີໝົດເນາະ ມັນບໍ່ມີແຕ່ໂຮງໝໍມະໂຫສົດເນາະ ແມ່ແລະເດັກກໍມີ ເສດຖາກໍມີ, 103 ກໍມີ, ມິຕພາບກໍມີ. ປີນຶ່ງກໍສິ 2-3 ຄົນນີ້ແຫລະ ແຕ່ລະບ່ອນ ການລ້ຽງລູກທຸກມື້ນີ້ ມັນຕ້ອງໄດ້ໃຊ້ເງິນເດ້. ຈັກແພັມເພີສ, ຈັກນົມ. ອິຫຍັງ ທຸກຢ່າງ ເສຖກິຈມັນບໍ່ພຽງພໍ. ແລ້ວກໍຄ່າຄອງຊີບເຮົາກໍສູງ. ເງິນເຮົາມັນກໍເຟີ້ ຈັ່ງຊີ້ເງິນເດືອນຂັ້ນຕໍ່າ ກໍລ້ານຫ້າ, ລ້ານຫົກ. ມັນບໍ່ລອດເດ້. ເຂົາເກີດເຂົາກໍຖິ້ມ. "

ແຕ່ສະເພາະໂຮງໝໍແມ່ ແລະເດັກ ໜອງພະຍາ ເມືອງຈັນທະບູຣີ ນະຄອນຫລວງວຽງຈັນ ທ່ານໝໍນາງນຶ່ງ ເວົ້າໃນມື້ວັນທີ 8 ມົກກະຣານີ້ວ່າ ປີ 2023 ບໍ່ມີກໍຣະນີເດັກນ້ອຍ ເກີດໃໝ່ ຖືກປະຖີິ້ມ ແຕ່ເມື່ອກ່ອນ ຄືແຕ່ປີ 2020 ເຖິງປີ 2022 ມີກໍຣະນີ ຫລັງແມ່ເກີດລູກ ແລ້ວປະຖິ້ມໄວ້ໂຮງໝໍນີ້.

" ຜ່ານມາແຕ່ດົນໆກໍມີຢູ່ ປີກາຍມານີ້ບໍ່ເຫັນມີ ສ່ວນຫລາຍມາຫ້ອງເດັກແດງ ບາດນີ້ ແມ່ຢູ່ໃນລະດັບໃດ ເຂົາບໍ່ຮູ້ເຂົາປະຖິ້ມ ເຮົາບໍ່ຮູ້ແມ່ເຮົາບໍ່ໄດ້ເຂົ້າເຖິງ ຜູ້ເຂົາມີບັນຫາເດ້ ເຮົາຕ້ອງໄດ້ເຂົ້າເຖິງຜູ້ມີບັນຫາ ສົມມຸດວ່າ ຄື ໄດ້ສອບຖາມເຂົາເຈົ້າເນາະ ໄດ້ໂອ້ລົມເຂົາເຈົ້າ ເຮົາຈັ່ງສິເວົ້າໄດ້ ອັນນີ້ເຮົາເວົ້າບໍ່ໄດ້ເນາະ. "

ເວົ້າເຖິງຜົລສະທ້ອນ ຈາກການປະຖິ້ມລູກເກີດໃໝ່ ດຣ. ດວງຄໍາ ພົມມະຈັນ ເວົ້າວ່າ ບັນຫານີ້ ຈະນໍາໄປສູ່ ການຮັບລ້ຽງລູກບຸນທັມຫລາຍຂຶ້ນ, ແຕ່ການຮັບລ້ຽງລູກບຸນທັມ ຢູ່ປະເທດລາວ ມີຫລາຍຂັ້ນຕອນ ບໍ່ງ່າຍ ເພື່ອປ້ອງກັນການຄ້າມະນຸສ ດັ່ງດຽວກັນກັບຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ໂຮງໝໍແມ່ ແລະເດັກ ໜອງພະຍາ ທີ່ວ່າ ມີຢູ່.

" ສ່ວນຫລາຍມີຢູ່ ເປັນຄອບຄົວເຂົາເຈົ້າ ທີ່ມາເກີດແລ້ວ . ເຂົາບໍ່ສາມາດລ້ຽງໄດ້ ແລ້ວເຂົາເຈົ້າ ຄັນມີ ກໍເອົານໍາຜູ້ປົກຄອງໄປສົ່ງເລີຍ. ເຮົາເອົາຜ່ານໂຮງໝໍ. ມັນຍາກ ຫລາຍຂັ້ນຕອນ. ມີເຮັດເອກກະສາຈາກບ້ານ, ຈາກເມືອງ. ຜ່ານຫ້ອງການ ຄ້າມະນຸສ ຫລາຍຢ່າງ. ເຂົາຢ້ານເຂົ້າຂ່າຍຄ້າມະນຸສ ຄັນເຂົາວ່າມາປະຢູ່ໂຮງໝໍນີ້ ເຮົາກໍສາມາດໄປພົວພັນ ຢູ່ໂຮງໝໍໄດ້. ສ່ວນຫລາຍ ມັນເຂົາເຈົ້າເຫັນ, ເຂົາເຈົ້າເອົານີ້ ເຂົາເຈົ້າເອົານໍາພໍ່ແມ່ເດັກນ້ອຍເລີຍ ຫັ້ນນ່າ. "

ເວົ້າເຣື່ອງການເຂົ້າເຖິງ ການບໍຣິການສຸຂພາບ ຂອງແມ່ຍິງລາວ ທ່ານ ໄພວັນ ແກ້ວປະເສີດ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ເຜີຍແພ່ຂໍ້ມູນ ໃນໂອກາດວັນຄຸມກໍາເນີດໂລກ ປີ 2022 ກ່ຽວກັບຜົລການສໍາຫລວດ ສະຕິຖິຢູ່ລາວ ປີ 2017 ວ່າ ແມ່ຍິງ ທີ່ບໍ່ທັນແຕ່ງດອງ ຈໍານວນ 74.5% ບໍ່ສາມາດເຂົ້າເຖິງການບໍຣິການສຸຂພາບ ແລະການເຂົ້າເຖິງການບໍຣິການສຸຂພາບ ຂອງແມ່ຍິງ ທີ່ແຕ່ງດອງແລ້ວ ຫລຸດລົງຈາກ 19.9% ໃນປີ 2012 ມາເປັນ 14.3% ໃນປີ 2017.