ຣັຖບານ ຫລຸດຈຳນວນໂຄຕ້າ ຣັຖກອນໃໝ່ລົງ

0:00 / 0:00

ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ກ່າວຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ທັນວານີ້ວ່າ ອີງໃສ່ຂໍ້ຫຍຸ້ງຍາກ ທາງດ້ານເສຖກິຈ ຣັຖບານໄດ້ສເນີໃຫ້ ສະພາແຫ່ງຊາຕ ພິຈາຣະນາຮັບຮອງເອົາ ຣັຖກອນໃໝ່ໃນປີ 2023 ຈຳນວນ 800 ຄົນ. ຈໍານວນຣັຖກອນໃໝ່ ທັງໝົດ ທີ່ວ່າຈະໃຫ້ມີພຽງ 800 ຄົນໃນປີໜ້ານີ້ນັ້ນ ເຮັດໃຫ້ຄຣູອາສາສມັກ ກັງວົນໃຈ ຢ້ານຈະບໍ່ຖືກຮັບເຂົ້າເປັນຣັຖກອນ ແລະ ຄິດຢາກໄປເຮັດວຽກອື່ນ ຄືກັນກັບໝູ່ ທີ່ພາກັນລາອອກ ຈາກຄຣູອາສາສມັກໃນປີນີ້, ອີງຕາມຄໍາເວົ້າ ຂອງຄຣູອາສາສມັກ ຢູ່ໂຮງຮຽນມັທຍົມສົມບູນ ໂພນສະຫວ່າງ ທີ່ໄດ້ສອນມາແລ້ວ 7 ປີ ຢູ່ເມືອງປາກອູ ແຂວງຫລວງພຣະບາງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ທັນວານີ້.

" ກໍບັນຫາວ່າອອກນີ້ ກໍຍ້ອນວ່າໂຄຕ້າ ໜ້ອຍລົງນີ້ແຫລະ ນ້ອຍໃຈ ຍ້ອນວ່າຄອງຄອຍແຕ່ ໂຄຕ້າຣັຖກອນນີ້ນ່າ ມາເບິ່ງແລ້ວຈາກ 5 ມາເປັນ 4 ຈາກ 4 ມາເປັນ 2 ຈາກ 2 ມາເປັນ 1 ມັກຊວນກັນອອກເດ້ ໄປເຮັດຕາມອັນນ່າ ຜູ້ທີ່ຖນັດຫັ້ນນ່າ ມີແຕ່ວ່າໄປສ້າງເສຖກິຈຄອບຄົວ. "

ຄຣູອາສາສມັກອີກຜູ້ນຶ່ງ ທີ່ສອນມາໄດ້ 5 ປີ ຢູ່ໂຮງຮຽນປະຖົມສຶກສາ ບ້ານໂນນສະຫວ່າງ ເມືອງຊົນນະບູຣີ ແຂວງສວັນນະເຂດ ກໍເວົ້າໃນມື້ດຽວກັນນີ້ວ່າ ຕົນກໍຮູ້ສຶກເປັນຫ່ວງອະນາຄົຕ ຂອງຕົນເອງ ຢ້ານຈະບໍ່ໄດ້ໂຄຕາເຂົ້າເປັນຣັຖກອນ ແລ້ວຈະບໍ່ມີຄວາມໝັ້ນຄົງໃນຊີວິຕ ຫລືບໍ່ມີເງິນບໍານານໄວ້ໃຊ້ ຫລັງອາຍຸກະສຽນ ຖ້າຫາກຂັ້ນເທິງຫລຸດໂຄຕ້າ ຣັຖກອນໃໝ່ທັງໝົດໃຫ້ເຫລືອພຽງ 800 ຄົນ, ແຕ່ເຖິງແນວໃດກໍຕາມ ຕົນກໍຕັ້ງໃຈວ່າ ຈະລໍຖ້າໂຄຕາຣັຖກອນຄຣູ ໄປຈົນຮອດອາຍຸ 38 ປີ, ຖ້າບໍ່ໄດ້ກໍຈຶ່ງຈະອອກ ໄປເຮັດວຽກອື່ນ.

" ເປັນຫ່ວງຫັ້ນແຫລະ ບຸກບືນ ໃຜກໍຢາກໄດ້ ແລ້ວກໍມາເຮັດວຽກເຮັດງານ ຕໍ່ໄປ ເຂົ້າເປັນຣັຖກອນ ມັນກໍຄວາມໝັ້ນຄົງເນາະ ເຮັດຫຍັງກໍມີຄວາມເຊື່ອໝັ້ນວ່າຊັ້ນສາ ສ່ວນຫລາຍທາງນີ້ຫັ້ນ ບໍ່ເອົາບໍາເນັດດອກ ມີແຕ່ບໍານານ. "

ນາງຜະດຸງຄັນອາສາສມັກ ທີ່ເຮັດວຽກມາໄດ້ 2 ປີ ຢູ່ບ້ານຈະເຣີນໄຊ ເມືອງລອງ ແຂວງຫລວງນໍ້າທາ ເວົ້າວ່າ ກວ່າຈະໄດ້ເປັນນາງຜະດຸງຄັນ ຕ້ອງໄດ້ຝຶກອົບຮົມ ແລະຮຽນຢ່າງໜັກ ທັງເຣື່ອງການວາງແຜນ ຄອບຄົວ ແລະຊ່ອຍແມ່ຍິງເກີດລູກຢ່າງປອດພັຍ. ຖ້າຫາກໂຄຕ້າຣັຖກອນໃໝ່ ຫລຸດລົງ ໂອກາດຂອງຕົນ ທີ່ຈະໄດ້ຖືກບັນຈຸເຂົ້າເປັນຣັຖກອນ ກໍໜ້ອຍລົງຕາມໄປດ້ວຍ. ຕົນບໍ່ໄດ້ເງິນເດືອນ ແຕ່ໄດ້ເງິນຍາມ ຊຶ່ງເປັນເງິນອຸດໜຸນຈາກຣັຖ ເມື່ອເຮັດວຽກ 24 ຊົ່ວໂມງ ແມ່ນໄດ້ເດືອນລະ 6-8 ແສນກີບ. ດຽວນີ້ອາຍຸຂອງຕົນກໍໄດ້ 20 ປີ ແລ້ວ ແລະຈະສູ້ຊົນເປັນນາງຜະດຸງຄັນ ອາສາສມັກ ເພື່ອຊ່ອຍໃຫ້ແມ່ຍິງ ແລະລູກນ້ອຍປອດພັຍ ແລະມີສຸຂພາບແຂງແຮງຕໍ່ໄປ.

ດັ່ງທີ່ນາງກ່າວວ່າ:

" ຖ້າວ່າເຮົາໄດ້ໂຄຕ້າ ມີອະນາຄົດຢູ່ ເພາະວ່າເວລາເຮົາເຖົ້າມາ ກໍມີບໍາເນັດ ບໍານານ ອີ່ຫຍັງນີ້ນ່າ ແລ້ວຖ້າວ່າເຮົາໄປເຮັດວຽກ ນໍາເອກຊົນຫັ້ນນ່າ ສົມມຸດເຮົາເຈັບເປັນອີ່ຫຍັງ ແລ້ວເຮົາບໍ່ໄປເຮັດວຽກ ຖືວ່າບໍ່ໄດ້ເງິນມື້ເຈັບເປັນ ຊິໄດ້ຖ້າຕໍ່ໄປ ຊິສູ້ຊົນເພາະວ່າອອກໄປ ກໍບໍ່ຮູ້ວ່າສິເຮັດວຽກຫຍັງ ຊິໄປເຮັດຫຍັງຫັ້ນນ່າ ທຽບໃສ່ອາຊີພອື່ນກໍຖືວ່າດີແລ້ວເດ້ ມີເງິນຍາມໃຫ້. "

ປັດຈຸບັນ ນັກສຶກສາຣຸ້ນໃໝ່ ຜູ້ທີ່ບໍ່ມີຖານນະ, ບໍ່ມີພັກບໍ່ມີພວກເປັນເຈົ້ານາຍ ບໍ່ມີຄວາມຄຶດ ຢາກເຂົ້າເປັນຣັຖກອນ ຍ້ອນບໍ່ເຊື່ອໝັ້ນ ໃນຂັ້ນຕອນການສອບເສັງ ແລະບໍ່ມີເສັ້ນສາຍໃຫຍ່ ພໍທີ່ຈະອາສັຍ. ຍິ່ງປີໜ້ານີ້ ກໍມີຂ່າວວ່າຈະຫລຸດໂຄຕາຣັຖກອນໃໝ່ລົງ. ດັ່ງນັ້ນຈຶ່ງວາງແຜນ ໄປເຮັດວຽກນໍາບໍຣິສັດ ເອກຊົນ ຄືກັນກັບລຸ້ນເອື້ອຍຣຸ້ນອ້າຍ ທີ່ໄດ້ເງິນເດືອນຫລາຍກວ່າ ເຮັດນໍາຣັຖຕັ້ງ 2 ເທົ່າ ແລະຈະສາມາດຕັ້ງຕົນຕັ້ງໂຕໄດ້ ດັ່ງທີ່ນັກສຶກສາ ຄະນະວິສະວະກັມສາຕ ປີທີ 4 ມະຫາວິທຍາລັຍແຫ່ງຊາຕລາວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ທັນວານີ້ວ່າ:

" ບໍ່ຄ່ອຍ ແບບຄິດວ່າສິເຂົ້າຣັຖເຂົ້າຫຍັງຈັ່ງຊີ້ ກໍຮູ້ສຶກແບບ ໜ້າຈະມີລູກເຈົ້າຫລານນາຍບໍ່ ລູກຫລານຜູ້ນັ້ນຜູ້ນີ້ບໍ່ ແລ້ວເຮົາບໍ່ສາມາດ ໄປຍາດແຍ່ເຂົາໄດ້ ເຮົາກໍບໍ່ມີເສັ້ນສາຍນີ້ແດ່. "

ຄຣູອາສາສມັກ ທີ່ເຮັດວຽກມາຫລາຍປີ ແຕ່ກໍບໍ່ໄດ້ເຂົ້າເປັນຣັຖກອນ ຈໍານວນນຶ່ງ ພາກັນລາອອກໄປເຮັດວຽກອື່ນ ສົ່ງຜົລກະທົບ ຕໍ່ການສຶກສາ ທີ່ບໍ່ມີຄຸນນະພາບ. ຍ້ອນ ຄຣູທີ່ຍັງເຫລືອ ຕ້ອງໄດ້ສອນເກີນຊົ່ວໂມງ ແລະຕ້ອງໄດ້ສອນວິຊາ ທີ່ບໍ່ກົງກັບວິຊາທີ່ໄດ້ຮຽນຈົບມາ.

ດັ່ງນັກວິຊາການ ດ້ານການສຶກສາ ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ:

" ເພາະວ່າອັນຄຣູ ອາຈານຢູ່ຫັ້ນ ເພິ່ນກໍໄດ້ເພີ່ມຊົ່ວໂມງສອນຂຶ້ນຕື່ມ ເພາະວ່າຄຣູບໍ່ພຽງພໍ ອັນເອື້ອຍຍົກຕົວຢ່າງ ຄື ມ.4 ເນາະ ສາຍທັມຊາຕ ຄືຄຣູຈົບຊັ້ນສູງສາຍທັມຊາຕ ມັນຕ້ອງລວມໃນ 3 ວິຊາ ວິຊາຊີວະສາຕ, ເຄມີສາຕ, ແລະຟີຊິກສາຕ ແບບເບື້ອງຕົ້ນທົ່ວໄປ ຢູ່ດ້ວຍກັນ ແລ້ວເຂົາເຈົ້າສາຍນັ້ນ ແລ້ວເຂົາເຈົ້າຕ້ອງສອນ ມ.4 ໂດຍສະເພາະແມ່ນບໍ່ ແຕ່ບາດນີ້ຄຣູບໍ່ພຽງພໍ ກໍຈໍາເປັນເອົາໄປສອນ ມ.6-ໝ.7 ວິຊາຊີວະສາຕ, ເຄມີສາຕ ແລະຟີຊິກສາຕ ແບບເຈາະເລິກ. "

ອີງຕາມການຣາຍງານ ຂອງຣັຖມົນຕຣີ ກະຊວງພາຍໃນ, ສະຖິຕິຣັຖກອນທົ່ວປະເທດ ໃນປີ 2022 ນີ້ ປະເທດມີຣັຖກອນທັງໝົດ 175,058 ຄົນ. ໃນນັ້ນຍິງ 83,066 ຄົນ. ທົ່ວປະເທດມີຣັຖກອນຄຣູ 72,602 ຄົນ. ໃນນັ້ນຍິງ 39,423 ຄົນ ກວມເອົາ 42% ແລະຣັຖກອນແພດມີ 15,907 ຄົນ, ໃນນັ້ນຍິງ 10,828 ຄົນກວມເອົາ 9%.

ສໍາລັບອາສາສມັກ ທຸກຂແນງການໃນທົ່ວປະເທດ ມີ 15,826 ຄົນ, ໃນນັ້ນຍິງ 4,819 ຄົນ. ໃນຈໍານວນອາສາສມັກທັງໝົດນັ້ນ ເປັນຄຣູອາສາສມັກ 7,379 ຄົນ ກວມເອົາ 46.6%, ເປັນແພດອາສາສມັກ 5,228 ຄົນ ກວມເອົາ 33%.

ເຣື່ອງການຮັບເອົາຣັຖກອນໃໝ່ ຂອງຣັຖບານລາວ ໃນ 4 ປີ ຄືແຕ່ປີ 2020 ເຖິງປີ 2023 ແມ່ນຫລຸດລົງທຸກປີ. ປີ 2020 ຮັບເອົາ 2,000 ຄົນ, ປີ 2021 ຮັບເອົາ 1,600 ຄົນ, ປີ 2022 ຮັບເອົາ 1,300 ຄົນ ແລະ ປີ 2023 ທີ່ຈະມາເຖິງນີ້ ຄາດວ່າຈະຮັບເອົາ ຣັຖກອນໃໝ່ ທັງໝົດພຽງ 800 ຄົນ.