ແມ່ຍິງລາວ ຖືກຜູ້ບ່າວຈີນ ຕີຈົນເກືອບສລົບ

0:00 / 0:00

ໃນ​ວັນ​ທີ 27 ມີ​ນາ ເວ​ລາ​ປະ​ມານ 11 ໂມງ, ແມ່​ຍິງ​ລາວ​ຜູ້​ນຶ່ງ ຖືກ​ຜູ້​ບ່າວ​ຄົນ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ຮຸນ​ແຮງ ຈົນ​ເກືອບ​ສ​ລົບ ຢູ່​ແຄມ​ທາງ ບ້ານນາ​ເລົ່າ ເມືອງ​ສີ​ໂຄດ​ຕະ​ບາງ ນະ​ຄອນ​ຫລວງ​ຫລວງວຽງຈັນ.

ຫຼັງ​ຈາກ​ນັ້ນ ຊາວ​ບ້ານ ແລະ ໜ່ວຍ​ກູ້​ພັຍ ເຂົ້າ​ມາ​ຊ່ວ​ຍ​ເຫຼືອແມ່​ຍິງ ​ຜູ້​ທີ່​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ຂະ​ນະ​ທີ່​ຜູ້​ບ່າວ​ຄົນ​ຈີນ ແລ່ນ​ໜີ​ຂຶ້ນຣົ​ຖ​ໄຟ​.

ຊາວ​ບ້ານນາ​ເລົ່າ ເມືອງ ສີ​ໂຄດ​ຕະ​ບອງ ຜູ້​ເຫັນ​ເຫດ​ການ​ ນາງ​ນຶ່ງ ໄດ້​ຂຽນ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍນ໌ວ່າ:

" ຂ້ອຍ ບັງ ເອີນ ໄດ້ ຍິນ ສຽງ ຜູ້ ຍິງ ຮ້ອງ ແບບ ສຽງກີດ ຮ້ອງ ພະ ຫວາ ຂໍ ຄວາມ ຊ່ວຍ ເຫຼືອ ຫຼຽວ ໄປ ເຫັນ ແມ່ນ ແມ່ ຍິງນອນ ແຄມ ທາງ ຍົກ ມື ຂໍ ຄວາມ ຊ່ວ ເຫຼືອ ເມື່ອ ລົງ ໄປ ຊ່ອຍ ແມ່ ຍິງ ຄົນ ນີ້ ເກາະ ຂາ ຂ້ອຍ ຂໍ ໃຫ້ ຊ່ອຍ ແດ່ ແລະ ຢ່າ ຖິ້ມ ລາວ ຜູ້ ບ່າວ ຊາວ ຈີນ ຍ່າງ ມາ ຄື ຈະ ເຂົ້າ ມາ ຕີ ມີ ຣົ ກູ້ ພັ່ຍ ຜ່ານ ມາ ພໍ ດີ ຂ້ອຍ ຈຶ່ງ ຂໍ ໃຫ້ ມາ ຊ່ອຍ ພາ ລາວ ໄປ ສົ່ງ ໂຮງໝໍ ບາດນີ້ ແມ່ ຍິງ ຄົນ ນີ້ ຂາດ ຕິ ແຮງ ຖາມ ໄດ້ ພໍ ລາງໆ ແລ້ວ ຂ້ອຍ ກໍ ພາ ລາວ ໄປ ແຈ້ງ ຄວາມ ຕໍ່ ເຈົ້າ ໜ້າ ທີ່ ແລ້ວ ."

ກ່ຽວ​ກັບ​ເຣື່ອງນີ້, ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ພະ​ຍາ​ຍາມຕິດ​ຕໍ່​ໄປ​ຍັງ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ຣາຍ​ລະ​ອຽດ ຂອງ​ຄະ​ດີ​ຄວາມ​ດັ່ງ​ກ່າວ ວ່າ ຜູ້​ບ່າວ​ຈີນ ຈະ​ໄດ້​ຮັບ​ບົດ​ລົງ​ໂທດ​ແນວ​ໃດ ແລະ ແມ່​ຍິງ​ລາວ​ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອແນວ​ໃດ ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ໄດ້.

ໜ່ວຍ​ງານ​ກູ້​ພັຍ ໄດ້​ສົ່ງຄົນ​ເຈັບ​ໄປ​ໂຮງ​ໝໍ ແຕ່ ຍັງ​ບໍ່​ສາ​ມາດ​ໃຫ້​ຣາຍ​ລະ​ອຽດ ​ກ່ຽວ​ກັບ​ເຣື່ອງນີ້ໄດ້.

ເຈົ້າ​ໜ້າ​ທີ່​ກູ້​ພັຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 29 ມີ​ນາ 2022 ວ່າ:

" ອ່າ ໂຕນີ້ ເຮົາ ກໍ ໄປ ສົ່ງ ຢູ່ ໂຮງ ໝໍ ນ່າ ທີມ ທີ່ ອອກ ກໍ ຍັງ ບໍ່ ທັນ ໄດ້ ຣາຍ ງານ ໃຫ້ ເທື່ອ ໂຕນີ້ ນິ ນ່າ ຈະ ບໍ່ ມີ ໃຜ ໃຫ້ ຄຳ ຕອບ ໄດ້ ວ່າ ແມ່ນ ຜົວ ເມັຽກັນ ຫຼື ບໍ່ ນອກ ຈາກ ຜູ້ ທີ່ ວ່າ ເປັນ ຜູ້ ເຈົ້າ ຂອງ ເຫດ ເອງ ."

ທີ່​ຜ່ານ​ມາ ມີ​ຜູ້​ຍິງ​ລາວ ຈຳ​ນວນ​ນຶ່ງ ທີ່​ອາ​ຍຸ​ຕ່ຳ​ກວ່າ 18 ປີ ແລະ ອາ​ຍຸ 18 ປີ ນັ້ນ ຖືກ​ຜູ້​ບ່າວ ຊາວ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ ຢ່າງ​ຮຸນ​ແຮງ ໂດຍ ບໍ່​ມີ​ຜູ້​ໃດສາ​ມາດ ​ເຂົ້າ​ໄປ​ຊ່ອຍ​ເຫຼືອ​ໄດ້ ຍ້ອນ​ພວກ​ຂະ​ເຈົ້າ ບໍ່​ສາ​ມາດເຂົ້າ​ເຖິງ​ ຂະ​ບວນ​ການ​ຍຸ​ຕິ​ທັມ ໃນ​ເວ​ລ​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ແລະ ບໍ່​ຮູ້​ວ່າຈະ​ຕ້ອງ​ໄປ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ໃຜ.

ຊາວ​ບ້ານ​ນາ​ເລົ່າ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

" ກໍ ຮູ້ ສຶກບໍ່ ດີ ຫັ້ນ ແຫຼະເນາະ ກໍ ເຫັນ ຫຼາຍ ຄົນ ຢູ່ ກໍ ມີ ເດັກ ນ້ອຍ ທີ່ ວ່າ ຂະ ເຈົ້າ ຖືກ ອັນ ຖືກ ແຕ່ງ ໄປ ເປັນ ເມັຽ ກໍ ຖືກ ຕີ ມາ ຫຼາຍ ຄົນ ຊິ ນ່າ ບໍ່ ໄດ້ ເພາະ ວ່າ ຂະ ເຈົ້າ ບາງ ຄົນ ເຈົ້າ ບໍ່ ເຂົ້າ ເຖິງ ກົດ ໝາຍ ແລ້ວ ຂະ ເຈົ້າ ກໍ ຢ້ານ ເພາະ ວ່າ ຂະ ເຈົ້າ ບໍ່ ເຂົ້າ ເຖິງກົດ ໝາຍ ແລ້ວ ຂະ ເຈົ້າ ກໍ ບໍ່ ຮູ້ ສຶກ ສາ ໃຜ ແລ້ວ ກໍ ຢ້ານ ຄື ຄົນ ຈີນ ບາງ ຄົນ ມັກ ຂູ່ ວ່າ ເອີ ຖ້າ ມຶງບອກ ຜູ້ນີ້ ຜູ້ ນັ້ນ ຊິ ຂ້າ ພໍ່ ແມ່ ຊິ ຕີ ພໍ່ ແມ່ ຊິ ນ່າ ."

ນາງ ກ່າວ​ຕື່ມ​ວ່າ ສຳ​ລັບ​ກໍ​ລະ​ນີ ຜູ້​ບ່າວຊາວ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ແມ່​ຍິງ​ລາວ ມີ​ໃຫ້​ເຫັນ​ຢ່າງ​ແຜ່​ຫຼາຍ ຢູ່​ໃນ ບ້ານ ແລະ ເມືອງ ພາຍ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ສ່ວນ​ນຶ່ງພັດ​ເປັນ​ຂ່າວ ຍ້ອນ​ຜູ້​ເຫັນ​ເຫດ​ການ​ຖ່າຍ​ຄ​ລິບ​ວີ​ດີ​ໂອ ເຜີຍ​ແຜ່ລົງ​ສື່​ສັງ​ຄົມ​ອອນ​ລາຍນ໌ ຊຶ່ງ​ຖືວ່າເປັນ​ຈຳ​ນວ​ນ​ໜ້ອຍ​ເທົ່າ​ນັ້ນ ຖ້າ​ທຽບ​ໃສ່​ຈຳ​ນວນ​ເຫດ​ການ​ທີ່​ເກີດ​ຂຶ້ນ ​ຕາມ​ສະ​ພາບ​ໂຕ​ຈິງ ສ່ວນ​ເຫດ​ການ​ທີ່ບໍ່​ທັນ​ໄດ້​ເປັນ​ຂ່າວ ​ເກີດ​ຂຶ້ນ​ກໍ​ມັກ​ຈະ​ມິດ​ໄປ ແລະ ແມ່​ຍິງ​ຜູ້​ຖືກ​ເຄາະ​ຮ້າຍ ​ກໍ​ມັກ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ແຕ່​ຢ່າງ​ໃດ.

ຊາວ​ບ້ານ​ກໍ​ເລັ່ງ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ໃຊ້​ກົດ​ໝາຍ​ຢ່າງ​ຈິງ​ຈັງ ເພື່ອບໍ່​ໃຫ້​ແມ່​ຍິງ​ລາວ ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ຮູບ​ແບບ​ຕ່າງໆ ໂດຍ ສະ​ເພາະ ຄົນ​ຈີນ ທີ່​ຢູ່​ລາວທຳ​ຮ້າຍ​ຮ່າງ​ກາຍ​ແມ່​ຍິງ​ລາວ ໃນ​ຫຼາຍ​ກໍ​ລະ​ນີ. ຊາວ​ບ້ານ​ນາ​ເລົ່າ ອີກ​ທ່ານ​ນຶ່ງ ກ່າວ​ວ່າ:

" ເອີ ກໍ ໃຫ້ ມັນ ມີ ແບບ ຄຸ້ມ ຄອງ ແດ່ ຈັ່ງ ຊີ້ ຫັ້ນ ນ່າ ບໍ່ ໃຫ້ ເຮັດ ເກີນ ໄປ ຈັ່ງ ຊີ້ ນ່າ ແມ່ນ ລະ ກໍ ຢາກ ໃຫ້ ມີ ຄຸ້ມ ຄອງ ຂຶ້ນ ອີກ ແດ່ ຊ່ອຍ ຢ່າ ໃຫ້ ເຮັດ ຈັ່ງ ຊັ້ນ ອີກ ໃຫ້ ມັນ ມີ ກົດ ໝາຍ ເຂັ້ມ ງວດ ຂຶ້ນ ກ່ອນ ເກົ່າ ຫັ້ນ ນ່າ ."

ຄົນ​ຈີນ​ຈຳ​ນວນ​ນຶ່ງ ທີ່ຢູ່​ປະ​ເທດ​ລາວ ທີ່ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຈະ​ຕ້ອ​ງຖືກ​ລົງ​ໂທດຕາມ​ກົດ​ໝາຍ ​ຂອງ​ລາວ.

ຜູ້ຊ່ຽວ​ຊານ​ດ້ານ​ກົດ​ໝາຍ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ກໍ ມີ ກົດ ໝາຍ ອັນ ນຶ່ງ ກົດ ໝາຍ ການ ປົກ ປ້ອງ ແມ່ ຍິງ ເນາະ ແລ້ວ ກໍ ມີ ກົດ ໝາຍ ອາ ຍາ ແດ່ ເນາະ ຜູ້ ຊາຍ ຕີ ເນາະ ຜູ້ ຊາຍ ຈະ ຖືກ ດຳ ເນີນ ຕາມ ດີ ອາ ຍາເນາະ ວ່າ ດ້ວຍ ການ ທຳ ຮ້າຍ ຮ່າງ ກາຍ ຫັ້ນ ແຫຼະເນາະ ກໍ ລະ ນີ ທີ່ ຄົນ ຕ່າງ ປະ ເທດ ບໍ່ ວ່າ ປະ ເທດ ໃດ ກໍ ແຕ່ ເນາະ ເຂົ້າ ມາ ລາວ ແລ້ວ ມີ ການ ກະ ທຳ ຜິດ ຢູ່ ລາວ ກໍ ຈະ ຖືກວ່າ ໄດ້ ນຳ ໃຊ້ ກົ ໝາຍ ລາວເລີຍ ເນາະ ບໍ່ ວ່າ ຄົນ ລາວ ຫຼື ຄົນ ຕ່າງ ປະ ເທດ ຫັ້ນ ."

ກົດ​ໝາຍ​ອາ​ຍາ ສະ​ບັບ​ປີ 2017 ໃນ​ມາ​ຕ​ຣາ 194 ໄດ້​ລະ​ບຸ​ວ່າ ບຸກ​ຄົນ​ໃດ ຖ້າ​ເຮັດ​ໃຫ້​ຜູ້​ອື່ນ​ໄດ້​ຮັບ​ບາດ​ເຈັບ ໂດຍ​ເຈດ​ຕະ​ນາ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະພາບ​ແຕ່ 6 ເດືອນ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝແຕ່ 3-10 ລ້ານ ກີບ ທັງນີ້ ໃນ​ກໍ​ລະ​ນີ ມີ​ການ​ຫຸ້ມ​ຕີ ຫຼື​ເຮັດ​ໃຫ້​ມີກ​ານ​ບາດ​ເຈັບ​ສາ​ຫັດ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບ​ແຕ່ 3 ປີ ຫາ 7 ປີ ແລະ ຈະຖືກ​ປັບ​ໃໝແຕ່ 10-30 ລ້ານ ກີບ ສ່ວນ​ໃນ​ກໍ​ລະ​ນີ ທີ່​ທຳ​ຮ້າຍ​ຮ່າງ​ກາຍ​ຈົນ​ເສັຽອົງ​ຄະ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບແຕ່ 7 ປີ ຫາ 15 ປີ ແລະ ຈະ​ຖືກ​ປັບ​ໃໝແຕ່ 30-50 ລ້ານ ກີບ.

ກໍ​ລະ​ນີ ແມ່​ຍິງ​ລາວທີ່​ຖື​ກ​ຜູ້​ບ່າວຈີນ ທຳ​ຮ້າຍ​ຮ່າງ​ກາຍ ກໍ​ຄວນ​ມີ​ການ​ດຳ​ເນີນ​ການຟ້ອງ​ຮ້ອງ ​ຂຶ້ນ​ຫາ​ບ້ານ ແລະ ເມືອງ.

ເຈົ້າ​ໜ້າ​ທີ່ ຜູ້​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ແມ່​ຍິງ​ລາວ ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ຟ້ອງ ຮ້ອງ ຂຶ້ນ ຜ່ານ ມາ ເນາະ ບ້ານແລ້ວຈະ ຂຶ້ນ ເມືອງ ຫັ້ນ ນ່າ ພັດ ຈະ ມີ ກົດ ໝາ ຂອງ ມັນ ກໍ ຈະ ມີ ການ ຊ່ອຍ ເຫຼືອ ກໍ ປຶກ ສາ ກ່ຽວ ກັບ ກົດ ໝາຍ ຫັ້ນ ແຫຼະ ວ່າ ມັນ ຄູ່ ກໍ ລະ ນີ ຈະ ຜິດ ກົດ ໝາຍ ມາດ ຣາ ທີ ເທົ່າ ໃດ ທຳ ຮ້າຍຂັ້ນປານ ໃດ ຫຼື ລະ ເມີດ ຂັ້ນ ປາຍ ໃດ ປະ ມານ ນັ້ນ ເນາະ. "

ກ່ອນ​ໜ້ານີ້ ເມື່ອ​ວັນ​ທີ 2 ມີ​ນາ ທີ່​ຜ່ານ​ມາ, ກຸ່ມ​ຄົນ​​ຈີນ​ປະ​ມານ 10 ຄົນ ພາ​ກັນ​ຫຸ້ມ​ຕີ​ຄົນ​ຂັບ​ຣົ​ຖ​ບັນ​ທຸກ​ຄົນລາວ ຢູ່​ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ຈົນ​ບາດ​ເຈັບ​ສາ​ຫັດ ຍ້ອນ​ມີ​ການ​ມີ​ການ​ແຂງ​ຄິວ​ກັນ​ເອົາ​ຣົ​ຖ​ຜ່ານ​ດ່ານ ແລະ ໃນ​ມື້​ດຽວ​ກັນ ກຸ່ມ​ຄົນ​ຄົນ​ລາວ ກໍ​ພາ​ກັນ​ໄປ​ຕີ​ຄົນ​ຈີນ ຄືນ.