ແມ່ຍິ່ງລາວຈໍານວນນຶ່ງ ຍັງບໍ່ສາມາດລ້ຽງລູກ ດ້ວຍນົມແມ່ໄດ້

ອຸ່ນແກ້ວ
2024.08.05
ແມ່ຍິ່ງລາວຈໍານວນນຶ່ງ ຍັງບໍ່ສາມາດລ້ຽງລູກ ດ້ວຍນົມແມ່ໄດ້ ແມ່ລູກອ່ອນ ທີ່ຢູ່ເຂດຫ່າງໄກ ໃນແຂວງອຸດົມໄຊ.
ຮູບພາບຈາກພົນລະເມືອງ

ປັດຈຸບັນ ແມ່ຍິງລາວຈໍານວນນຶ່ງ ບໍ່ສາມາດລ້ຽງລູກດ້ວຍນົມແມ່ ໃນ 6 ເດືອນທໍາມິດໄດ້ ຍ້ອນວ່າບໍ່ມີຄວາມເຂົ້າໃຈໃນການລ້ຽງລູກ ແລະ ແມ່ບາງຄົນກໍຕ້ອງໄດ້ອອກໄປເຮັດວຽກຫາເງິນມາຊ່ວຍຄອບຄົວ.

ໃນວັນສັບປະດາສາກົນ ການລ້ຽງລູກດ້ວຍນົມແມ່ ເລີ່ມແຕ່ວັນທີ 1-7 ສິງຫາ ປີ 2024 ພາຍໃຕ້ຫົວຂໍ້ “ການປິດຊ່ອງຫວ່າງ ການສະໜັບນະໜູນການລ້ຽງລູກດ້ວຍນົມແມ່ ສໍາລັບທຸກຄົນ.”

ຊຶ່ງເປັນການສົ່ງເສີມໃຫ້ ຄົນຫັນມາໃຫ້ຄວາມສົນໃຈ ລ້ຽງລູກດ້ວຍນົມແມ່. ແມ່ຍິງລາວ ບາງຄົນ ກໍລ້ຽງລູກດ້ວຍົມແມ່ ໄດ້ພຽງແຕ່ນຶ່ງເດືອນເທົ່ານັ້ນ ແລະ ອ້າງວ່າ ນໍ້ານົມບໍ່ມາ. ແມ່ຍິງຢູ່ນະຄອນຫລວງວຽງຈັນ ນາງ ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ສິງຫາ ວ່າ:

ຂ້ອນໃຫ້ລູກກິນົນມຫັ້ນ ມີແຕ່ເດືອນດຽວເດ້ ແລ້ວລາວກິນນົມ Dulac ເລີຍ ເພາະວ່າ ນໍ້ານົມເຮົາບໍ່ມີເດ້ ຄັນຜູ້ໃດມີນໍ້ານົມໃຫ້ລູກຫຼາຍ ກໍໃຫ້ລູກໂລດ ມັນກໍດີ ແຕ່ກໍບໍ່ເປັນຫຍັງເດ້ ລູກຂ້ອຍຕຸ້ຍໆ ເດ້ ກິນຫຍັງ ກໍໄດ້ໝົດ, ມັນກໍເປັນນໍາເຊື້ອເຮົາ ຫັເນນ່າ ເປັນມາຕັ້ງແຕ່ ພໍ່ແມ່ ອີ່ຫຍັງເຮົາ ໃຫ້ມາຫັ້ນນ່າ ແມ່ຂ້ອຍບໍ່ມີນໍ້ານົມໃຫ້ລູກຄືກັນ ຂ້ອຍກໍບໍ່ມີ ແມ່ນໃຜ ກໍຢາກລ້ຽງດ້ວຍນໍ້າຕົນເອງຫັ້ນແຫຼະ ແຕ່ວ່າ ນໍ້ານົມເຮົາມັນບໍ່ມີໃຫ້.

ປົກກະຕິແລ້ວ ທ່ານໝໍ ຈະແນະນໍາໃຫ້ລ້ຽງລູກດ້ວຍນົມແຕ່ມື້ເກີດເຖິງ 6 ເດືອນ ແຕ່ ບາງກໍລະນີ ຢູ່ເຂດຊົນນະບົດ ນໍ້ານົມແມ່ບໍ່ມາ ຜູ້ເປັນແມ່ຈໍາເປັນຕ້ອງໄປຂາຍຂາຍໄກ່ ເອົາເງິນມາຊື້ນົມຝຸ່ນລ້ຽງລູກ.

ແມ່ຍິງຄົນເຜົ່າຄົນນຶ່ງ ຢູ່ແຂວງໄຊຍະບູລີ ໄດ້ກ່າວວ່າ:

ກໍລ້ຽງທໍາມະຊາດ ຄື ເຮົາວ່າ ຫັ້ນແຫຼະ ຍັງລູກອ່ອນ ລ້ຽງລູກຢູ່ເຮືອນ 5-6 ເດືອນ, 7-8-9 ເດືອນ ຈັ່ງໄດ້ໄປ ທີ່ອອກໂຮງໝໍນັ້ນນ່າ ນໍ້ານົມບໍ່ອອກ ກໍເອົາ ນົມອັນ ຝຸ່ນຫັ້ນມາໃຫ້ມັນກິນກ່ອນ ກໍຂາຍໄກ່ດ້າມໂຕຫັ້ນໄປ ຊື້ເອົາ ຖ້າອອກນໍ້ານົມແມ່ແລ້ວ ກໍໃຫ້ກິນນໍ້ານົມແມ່ ເກີດ [ນໍ້ານົມ] ບໍ່ໄດ້ອອກ ໄດ້ຈໍາເປັນຕ້ອງຫາເງິນຫານໍ້ານົມເສີມຫັ້ນແຫຼະຫວ້າກິນ.

ສາເຫດນຶ່ງທີ່ເຮັດໃຫ້ເດັກຂາດສານອາຫານ ກໍຍ້ອນວ່າ ພໍ່ແມ່ຂອງເດັກນ້ອຍຢູ່ເຂດຊົນນະບົດ ຢໍ້າເຂົ້າປ້ອນຕາມຄວາມເຊື່ອຂອງຕົນເອງ ແລະ ບໍ່ໄດ້ລ້ຽງລູກດ້ວຍນົມແມ່ ຈົນຮອດ 6 ເດືອນ ຫຼັງຈາກເກີດລູກ.

ທ່ານ ໝໍທີ່ເຮັດວຽກກັບເດັກຂາດສານອາຫານ ຢູ່ໂຮງໝໍແຂວງອຸດົມໄຊ ໄດ້ກ່າວວ່າ:

ບາງຄົນແລກເກີດມາ ກໍຢໍ້າຫຍໍ້າເຂົ້າໃຫ້ກິນ ຄວາມເຊື່ອເຂົາເຈົ້າ ຄິດວ່າ ເອີ ລ້ຽງແຕ່ຍາມທໍາອິດ ກໍບໍ່ເປັນຫຍັງ ພໍແມ່ມາ ກໍເຮັດແບບນີ້ ກໍຍັງລອດ ກໍຍັງໃຫຍ່ ກໍເລີຍເຮັດ ສືບຕໍ່ກັບຫຼານເຂົາ ມາປັດຈຸບັນ ແມ່ຄະລໍາອາຫານຫຼາຍ ໃຫ້ນົມລູກບໍ່ພຽງພໍ ມັນກໍແມ່ນໝົດເດ້ ຂາດ B1 ພວກໝາກອຶ ພວກຖົ່ວ ກິນໜ້ອຍ ແບບໃຫ້ນົມລູກແລ້ວຄະລໍາອາຫານ ແມ່ນຫຍັງກໍຄະລໍາໄປໝົດ ກິນແຕ່ເຂົ້າກັບເກືອ.

ບາງກໍລະນີ ແມ່ຍິງທີ່ເກີດລູກໃໝ່ ມີການຄະລໍາອາຫານ ແລະ ມີຖານະທຸກຍາກ ເຮັດໃຫ້ຜູ້້ເປັນແມ່ຕ້ອງອອກໄປຫາເງິນຊ່ວຍຄອບຄົວ ຈຶ່ງເຮັດໃຫ້ນົມຂອງແມ່ນ ບໍ່ມາເປັນປົກກະຕິ.

ທ່ານໝໍ ຜູ້ທີ່ເຮັດວຽກກັບເດັດຂາດສານອາຫານ ຢູ່ໂຮງໝໍແຂວງອຸດົມໄຊ ໄດ້ກ່າວຕື່ມອີກວ່າ:

ແມ່ມານ ບໍ່ຕ້ອງຄະລໍາອາຫານຫຼາຍ ຕ້ອງກິນອາຫານໃຫ້ຄົບ 5 ໝູ່ ຍັງແບບນີ້ ຖ້າເຮັດໄດ້ຫັ້ນນ່າ ແລ້ວກໍໃຫ້ນົມລູກ ຢ່າງໜ້ອຍ ກໍ ປີນຶ່ງ ປີປາຍ ແຕ່ວ່າ ບໍ່ມີໃຜ ເຮັດຮອດ ຍ້ອນ ສິ່ງແວດລ້ອມນີ້ແຫຼະ ໄປວຽກໄປນັ້ນ ໄປນີ້ ນໍ້ານົມ ບາງເທື່ອ ກໍມາແຫຼະ ບາດນມັນໝົດ ມັນກໍໝົດ ມັນຢຸດຫຍັງຫັ້ນນ່າ ເຂົາເຈົ້າມີຫຍັງກິນ ບາງເທື່ອກໍບໍ່ມີຫຍັງກິນເລີຍ ບໍ່ເສບຢາ ແບບນີ້.

ໃນຕົ້ນປີ 2024 ທີ່ຜ່ານມາ, ອົງການຈັດສາກົນ ໄດ້ຈັດກິດຈະກໍາສົ່ງເສີມສຸຂະພາບແມ່ ແລະ ເດັກ ຢູ່ 60 ບ້ານ ເມືອງສະໝ້ວຍ ແຂວງສາລະວັນ ເພື່ອຝຶກອົບຮົມໃຫ້ແມ່ມານໄປຝາກທ້ອງ ແລະ ລ້ຽງລູກດ້ວຍນົມແມ່ ນັບແຕ່ມື້ເກີດຈົນຮອດ 6 ເດືອນ.

ເຈົ້າໜ້າທີ່ແນະນໍາໃຫ້ແມ່ບີບນໍ້າໃສ່ຕູ້ເຢັນໄວ້ ຖ້າຈະອອກໄປເຮັດວຽກ ຫຼື ຖ້າບໍ່ມີຕູ້ເຢັນ ກໍໃຫ້ເອົາລູກໄປນໍາ.

ເຈົ້າໜ້າທີ່ອົງການ ແພນ ສາກົນ ປະຈໍາລາວ ໄດ້ກ່າວວ່າ:     

ບໍ່ມີເວລາ ກໍໄດ້ໃຫ້ເຂົາເຈົ້າ ບີບໃສ່ຕູ້ເຢັນ ຄື ໃນກໍລະນີ ເຂົາເຈົ້າບໍ່ມີ ຕູ້ເຢັນ ກໍແນະນໍາໃຫ້ແມ່ເອົາລູກໄປນໍາ ຮອດຍາມແລ້ວ ຕ້ອງໄດ້ກັບຄືມາເອົານົມໃຫ້ລູກ ບໍ່ຢາກໃຫ້້ເຂົາເຈົ້າເຮັດວຽກໜັກ ແລ້ວກໍນົມຂຸ້ນຫັ້ນນ່າ ເຂົາເຈົ້າ ຈະໃຫ້ເຂົາເຈົ້າກິນເນາະ ແລ້ວກໍເວົ້າກັບເຂົາເຈົ້າເນະາວ່າ ໂຕນົມອັນນີ້ ເຮົາບໍ່ສາມາດໃຫ້ລູກກິນໄດ້ ບາງຄົນກໍວ່າ ອຸ໋ຍ ລູກຂ້ອຍ 2 ປີ ປາຍ ຍັງດູດຢູ່ ນົມກໍຍັງຫ່ຽວໆ ບໍ່ມີນໍ້າ ບາງເທື່ອມີນໍ້າໜ້ອຍ ມັນກໍຍັງດູດ ເຂົາເຈົ້າກໍມີຂໍ້ມູນ ຂ່າວສານຫຼາຍ ໂຄງການເຂົາຫຼາຍ.

ນາງ ກ່າວຕື່ມວ່າ ຜູ້ເປັນຜົວ ກໍຕ້ອງເປັນເຈົ້າການພາເມັຍໄປຝາກທ້ອງ ແລະ ຮັບຄໍາແນະນໍາຈາກເຈົ້າໜ້າທີ່ ໃນການດູແລເມັຍແນວໃດ ຫຼັງຈາກເກີດລູກແລ້ວ ຕ້ອງໃຫ້ເມັຍລ້ຽງລູກດ້ວຍນົມ ເພື່ອໃຫ້ຜູ້ເປັນຜົວເຂົ້າໃຈ ແລ້ວໄປເຮັດວຽກແທນເມັຍ ໃນໄລຍະທີ່ເມັຍລ້ຽງລູກດ້ວຍນົມ.  

ນໍ້ານົມແມ່ ແມ່ນອາຫານທີ່ດີສຸດສໍາລັບເດັກ ທີ່ມີຄຸນນະປະໂຫຍດມະຫານານ ເຮັດໃຫ້ເດັກສຸຂະພາບແຂງແຮງ, ມີໂພສະນາການດີ, ມີການຈະເລີນເຕີບໂຕ, ການພັດທະນາຮ່າງກາຍ ແລະ ສະໝອງ, ເຮັດໃຫ້ເດັກສະຫຼາດ ຮຽນຮູ້ໄດ້ໄວ້ ເພາະວ່ ນົມມີສານອາຫານຄົບຖ້ວນ ແລະ ຊ່ວຍປົກປ້ອງເດັກຈາກພະຍາດຊຶມເຊື້ອ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ອົງການແພນສາກົນ ປະຈໍາລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.