ແມ່ຍິງ-ເດັກນ້ອຍ 06-30-2014

ມະນີຈັນ
2014.06.30
F-default ເມື່ອວັນທີ 20 ມິຖຸນາ ກະຊວງ ການຕ່າງ ປະເທດ ສະຫະຣັດ ອະເມຣິກາ ໄດ້ ອອກຣາຍງານ ປະຈໍາປີ 2014 ກ່ຽວກັບ ການ ຄ້າມະນຸດ ໃນ 188 ປະເທດ ທົ່ວໂລກ ຮວມທັງ ສະຫະຣັຖ ອະເມຣິກາ.
RFA

 

ເມື່ອວັນທີ 20 ມິຖຸນາ ກະຊວງ ການຕ່າງ ປະເທດ ສະຫະຣັດ ອະເມຣິກາ ໄດ້ ອອກຣາຍງານ ປະຈໍາປີ 2014 ກ່ຽວກັບ ການ ຄ້າມະນຸດ ໃນ 188 ປະເທດ ທົ່ວໂລກ ຮວມທັງ ສະຫະຣັຖ ອະເມຣິກາ ເອງ. ໃນນັ້ນ ມີ ທັງປະເທດ ທີ່ ມີຄວາມ ກ້າວໜ້າ ໃນ ການຕ້ານ ການ ຄ້າມະນຸດ ໄດ້ເລື່ອນ ຂັ້ນດີ ຂຶ້ນ ເປັນຕົ້ນ ແມ່ນຈີນ. ມີທັງ ປະເທດ ທີ່ ບໍ່ມີຫຍັງ ປ່ຽນແປງ ໄປຈາກ ປີ ຜ່ານມາ ບໍ່ຖືກເລື່ອນຂັ້ນ ຫລື ຫລຸດຂັ້ນ ແຕ່ຫາກຍັງ ຢູ່ຂັ້ນ ເດີມ ເປັນຕົ້ນ ສປປລາວ ຂະນະ ທີ່ ປະທານ ຄະນະ ກັມມາທິການ ກິຈການ ຕ່າງປະເທດ ສະພາຕໍ່າ ສະຫະຣັຖ ເຫັນວ່າ ສປປລາວ ຄວນ ຕົກຣະດັບ ຄວນຖືກ ເອົາອອກຈາກ ຂັ້ນ 2 ລົງ ມາຢູ່ ຂັ້ນ 3 ຊຶ່ງ ເປັນຂັ້ນ ທີ່ ຂີ້ຮ້າຍ ທີ່ສຸດ ໃນການຕ້ານ ການ ຄ້າມະນຸດ. ແລະ ກໍມີທັງ ປະເທດ ທີ່ ຖອຍຫລັງ ໃນການ ຕ້ານ ການ ຄ້າມະນຸດ ຮວມຢູ່ດ້ວຍ ເປັນຕົ້ນ ໄທ ມາເລເຊັຽ ຖືກ ເອົາ ອອກຈາກ ຂັ້ນ 2 ມາຢູ່ຂັ້ນ ຂີ້ຮ້າຍ ທີ່ສຸດ ໃນການ ແກ້ໄຂ ບັນຫາ ການ ຄ້າມະນຸດ.

ທ່ານ John Kerry ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັດ ອະເມຣິກາ ກ່າວເປີດ ຣາຍງານ ນັ້ນ ຕອນນຶ່ງວ່າ:

"the Trafficking in Persons Report, June 2014, this is not just a book, it’s not just a report …. ທ່ານກ່າວວ່າ ຣາຍງານ ການ ຄ້າມະນຸດ ສະບັບ ເດືອນ ມີຖຸນາ 2014 ບໍ່ເປັນພຽງ ປຶ້ມ ບໍ່ເປັນ ພຽງ ບົດ ຣາຍງານ ທີ່ ເຕັມໄປດ້ວຍ ເຣື້ອງຣາວ ທີ່ ເຮັດໃຫ້ເຮົາ ເກີດມີ ຄວາມຮູ້ສຶກ ເທົ່ານັ້ນ ແຕ່ເປັນ ຄໍາຮຽກຮ້ອງ ໃຫ້ມີການ ກະທໍາ ໃນຕົວຈິງ ຮຽກຮ້ອງ ໃຫ້ມີຈິດ ສາມັນ ສໍານຶກ. ແລະ ກໍເປັນ ຄໍາເຕືອນ ເຖິງສິ່ງ ທີ່ ເກີດຂຶ້ນ ຢູ່ຫລາຍໆ ບ່ອນ ທີ່ມືດມົນ ທີ່ ຕ້ອງການ ແສງສະຫວ່າງ. ແລະ ພວກທ່ານ ກໍມີຄວາມ ຮັບຜິດຊອບ ພຍາຍາມ ນໍາ ແສງ ສະຫວ່າງ ນັ້ນ ໃຫ້ພວກ ຄົນ ເຫລົ່ານັ້ນ ທີ່ ຢູ່ໃນບ່ອນ ນັ້ນ".

ໃນຣາຍງານ ປະຈໍາປີ 2014 ຂອງ ກະຊວງ ການ ຕ່າງປະເທດ ສະຫະຣັຖ ເວົ້າສະເພາະ ສປປລາວ ແມ່ນ ຍັງຖືກ ຈັດໃຫ້ ຢູ່ຂັ້ນ 2 ຫລື Tier 2 watch list ຊຶ່ງ ເປັນຂັ້ນ ທີ່ ຍັງຕ້ອງ ຕິດຕາມ ສິ້ງຊອມເບິ່ງ ຢູ່ໃນ ເຣື້ອງ ການຕ້ານ ການ ຄ້າມະນຸດ ຄືດັ່ງ ໃນຣາຍງານ ປະຈໍາປີ 2013 ຜ່ານມາ. ໃນນັ້ນ ຣາຍງານ ເວົ້າວ່າ ລາວ ເປັນທັງແຫລ່ງ ທີ່ມາ ເປັນທັງ ທາງຜ່ານ ແລະ ທັງເປັນ ປະເທດ ປາຍທາງ ຂອງ ຜູ້ຍິງ ເດັກນ້ອຍ ແລະ ຜູ້ຊາຍ ທີ່ ຕົກເປັນ ຜູ້ເຄາະຮ້າຍ ຈາກ ການຄ້າ ປະເວນີ ແລະ ຖືກບັງຄັບ ໃຊ້ ແຮງງານ ແຕ່ມີ ຈໍານວນ ຫລຸດລົງ ກວ່າເກົ່າ. ພວກທີ່ ເຄາະຮ້າຍ ຈາກການ ຄ້າມະນຸດ ຢູ່ລາວ ມັກເປັນ ພວກທີ່ ພາກັນໄປ ຫາວຽກງານ ເຮັດ ຢູ່ ນອກ ປະເທດ ຊຶ່ງ ບາງເທື່ອ ກໍມີພວກ ນາຍໜ້າຊ່ວຍ ໂດຍຮຽກ ເອົາຄ່າ ຕອບແທນສູງ ນັ້ນ ປະເຊີນກັບ ການ ຖືກຂູດຮີດ ແບບ ບໍ່ເຕັມໃຈ ພາຍຫລັງໄດ້ ໄປຢູ່ ປະເທດ ປາຍທາງ ຕ່າງໆ ຊຶ່ງ ເກືອບ ທັງໝົດ ແມ່ນຢູ່ ປະເທດໄທ.

ຜູ້ເຄາະຮ້າຍ ຈໍານວນ ຫລາຍ ໂດຍສະເພາະ ແມ່ຍິງ ຖືກຂູດຮີດ ໃນການຄ້າ ທາງເພດ ຢູ່ໄທ ແລະ ບາງເທື່ອ ກໍຖືກ ໃຊ້ແຮງງານ ແບບ ບັງຄັບ ຢູ່ຕາມ ບ້ານເຮືອນ ຕາມໂຮງງານ ຕັດຫຍິບ ຫລື ອຸດສາຫະກັມ ການ ກະເສດ. ໃນນັ້ນ ມີແມ່ຍິງ ອາຍຸ 11 ຫລື 13 ປີ ກໍມີ. ພ້ອມກັນນັ້ນ ຜູ້ຊາຍ ແລະ ເດັກນ້ອຍ ລາວ ກໍຕົກເປັນ ຜູ້ ເຄາະຮ້າຍ ຈາກການ ບັງຄັບ ໃຊ້ ແຮງງານ ໃນ ປະເທດໄທ ເຊັ່ນດຽວກັນ ໂດຍສະເພາະ ໃນການ ປະມົງ ການກໍ່ສ້າງ ແລະ ອຸດສາຫະກັມ ການ ກະເສດ ເປັນຕົ້ນ ຟາມລ້ຽງເປັດ.

ຣາຍງານ ຂອງອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ວ່າ ມີຜູ້ສເນີ ຮັບ ບໍຣິການ ຂົນສົ່ງ ຢູ່ໃກ້ ຊາຍແດນໄທ ເພື່ອອໍານວຍ ຄວາມສະດວກ ໃນການ ຈັດຄົນງານ ລາວ ຍ້າຍຖິ່ນ ເຂົ້າສູ່ການ ເຮັດວຽກ ແບບ ບັງຄັບ ຫລື ການຄ້າ ທາງເພດ ຢູ່ໄທ. ໃນຈໍານວນ ຄົນງານ ຍ້າຍຖິ່ນ ຫລາຍກວ່າ 17 ພັນ ຄົນ ທີ່ ຖືກສົ່ງກັບ ຫລື ຖືກຜັກດັນ ຈາກ ປະເທດໄທ ໂດຍບໍ່ມີ ການແຈ້ງ ຢ່າງເປັນ ທາງການ ນັ້ນ ອາຈມີ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ຫລາຍຄົນ ຮວມ ຢູ່ດ້ວຍ ຊຶ່ງ ກໍມັກຖືກ ສົ່ງກັບລາວ ໂດຍທາງເຮືອ ຂ້າມ ແມ່ນໍ້າຂອງ. ບາງເທື່ອ ກໍມີພວກ ຄົນຂັບຣົດ ກະບະ ໄປຮັບເອົາ ເມື່ອ ຄົນງານ ພວກນີ້ ກັບເຂົ້າມາ ຢູ່ລາວ ແລະ ກໍຊ່ວຍໃຫ້ ມີການຄ້າ ພວກເຂົາ ຕື່ມອີກ.

ນອກນັ້ນ ກໍມີແມ່ຍິງ ຮວມທັງ ແມ່ຍິງ ວັຍ ຊອນສາວ ຈາກລາວ ຖືກຂາຍໄປ ເປັນເຈົ້າສາວ ຢູ່ຈີນ ແລະ ເກົາຫລີໃຕ້ ຫລັງຈາກນັ້ນ ກໍຕົກເຂົ້າສູ່ ການຄ້າ ທາງເພດ. ແມ່ຍິງລາວ ຖືກຕົກ ສູ່ການຄ້າ ທາງເພດ ຢູ່ ມາເລເຊັຍ ແລະ ຢູ່ ອິນໂດເນເຊັຍ ກໍອາຈ ເປັນໄປໄດ້ ຄືກັນ ຂະນະທີ່ ມີແມ່ຍິງ ລາວ ຈໍານວນ ນຶ່ງ ທີ່ ຖືກຄ້າ ຢູ່ ວຽດນາມ.

ຢ່າງໃດກໍຕາມ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ຍັງໄດ້ກ່າວ ເປີດຣາຍງານ ປີ 2014 ນີ້ ຕື່ມອີກ ຕອນນຶ່ງວ່າ:

"Whether it is a young girl trapped in a brothel or a woman enslaved as a domestic worker or a boy forced to sell himself on the street or a man abused on a fishing boat ....  ບໍ່ວ່າເປັນ ຜູ້ຍິງ ວັຍ ຊອນສາວ ທີ່ ຖືກກັກຕົວ ໄວ້ຢູ່ ໂຮງ ໂສເພນີ ຫລື ແມ່ຍິງ ທີ່ ເປັນ ຄົນຮັບໃຊ້ ແບບ ຂ້າທາດ ໃນບ້ານ ຫລືວ່າ ເດັກນ້ອຍ ຖືກບັງຄັບ ໃຫ້ ຂາຍຕົວ ຕາມຖນົນ ຫລື ຜູ້ຊາຍ ຜູ້ໃຫ່ຍ ຖືກລ່ວງ ຣະເມີດ ສິດທິ ຢູ່ເທິງເຮືອ ປະມົງ. ພວກເຂົາ ເຫລົ່ານັ້ນ ລ້ວນແຕ່ເປັນ ຜູ້ເຄາະຮ້າຍ ທີ່ມີຊື່ ມີຄອບຄົວ. ແລະ ພວກເຂົາ ແຕ່ລະຄົນ ຖືກປຸ້ນ ເອົາສິດທິ ທີ່ ອາດເຮັດໃຫ້ ພວກເຂົາ ເລືອກ ຊີວິດ ເປັນ ຂອງຕົນເອງ ໄດ້ນັ້ນ. ແລະ ພວກທ່ານ ກໍ ຮູ້ດີວ່າ ອາຈບໍ່ມີ ແນວອື່ນ ທີ່ເປັນພັຍ ຂົ່ມຂູ່ ກຽດສັກສີ ແລະ ເສຣີພາບ ພື້ນຖານ ຂອງ ມະນຸດ ຫລາຍໄປກວ່າ ຄວາມຊົ່ວຮ້າຍ ຂອງ ການ ຄ້າມະນຸດ".

ຣາຍງານ ປີ 2014 ເວົ້າວ່າ ມີຣາຍງານ ວ່າ ລາວ ເປັນປະເທດ ທາງຜ່ານ ສໍາລັບ ແມ່ຍິງ ວຽດນາມ ແລະ ຈີນ ຮວມທັງ ແມ່ຍິງ ວັຍຊອນສາວ ທີ່ ຖືກຄ້າ ທາງເພດ ແລະ ບັງຄັບ ອອກແຮງງານ ຢູ່ປະເທດ ເພື່ອນ ບ້ານ ໂດຍສະເພາະ ຢູ່ໄທ. ອົງການ ຈັດຕັ້ງ ທ້ອງຖິ່ນ ຣາຍງານ ໂດຍ ເປັນຫ່ວງວ່າ ມີຜູ້ຊາຍ ແລະ ແມ່ຍິງ ວຽດນາມ ຈໍານວນນຶ່ງ ທີ່ ເຮັດວຽກ ໜັກ ແລະ ກໍມັກ ຢູ່ໃນ ຫລື ອ້ອມແອ້ມ ເຂດ ການລັກລອບ ຕັດໄມ້ ແລະ ການກໍ່ສ້າງ ຢູ່ຕາມ ແນວຊາຍແດນ ລາວ-ວຽດນາມ ນັ້ນ ອາຈຕົກເປັນ ຜູ້ ເຄາະຮ້າຍ ຈາກການ ຄ້າມະນຸດ. ກ່ຽວກັບ ຂອບເຂດ ການ ຄ້າມະນຸດ ຢູ່ພາຍໃນ ລາວ ເອງ ກໍມີ ຂໍ້ມູລໜ້ອຍ ແຕ່ກໍມີ ແມ່ຍິງ ແລະ ແມ່ຍິງ ວັຍ ຊອນສາວ ວຽດນາມ ແລະ ຈີນ ຮວມເຖິງ ແມ່ຍິງ ວັຍ ຊອນສາວ ແລະ ເດັກນ້ອຍ ຜູ້ຊາຍ ຈາກລາວ ຖືກຕົກສູ່ ການຄ້າ ທາງເພດ ຢູ່ລາວ ຊຶ່ງກໍມັກ ຢູ່ໃກ້ເຂດ ຊາຍແດນ ໂຮງ ກາຊີໂນ ຫລື ເຂດເສຖກິດ ພິເສດ ຫລືວ່າ ຕົວເມືອງ ໃຫຍ່ ຂອງລາວ ເພື່ອສນອງ ຄວາມຕ້ອງການ ຂອງ ນັກທ່ອງທ່ຽວ ເອເຊັຍ ແລະ ຄົນງານ ຍ້າຍຖິ່ນ. ໃນຂະນະ ດຽວກັນ ກໍມີຜູ້ໃຫຍ່ ຄົນລາວ ແລະ ເດັກນ້ອຍ ຈໍານວນ ນຶ່ງ ຢູ່ໃນ ສະພາບ ຖືກບັງຄັບ ອອກແຮງງານ ຢູ່ພາຍ ໃນລາວ ໃນພາກ ການກະເສດ.

ຣາຍງານ ປີ 2014 ຂອງ ກະຊວງ ການຕ່າງ ປະເທດ ສະຫະຣັດ ເວົ້າຕໍ່ໄປ ວ່າ ຣັຖບານ ລາວ ບໍ່ ປະຕິບັດ ໄດ້ຕາມ ມາຕຖານ ຕໍ່າສຸດ ໃນການ ລຶບລ້າງ ການ ຄ້າມະນຸດ ແຕ່ກໍມີ ຄວາມ ພຍາຍາມ. ຣັຖບານ ລາວ ຍັງດໍາເນີນ ຄະດີ ແລະ ກ່າວໂທດ ຄົນທີ່ ກະທໍາຜິດ ຄ້າມະນຸດ ແລະ ໃຫ້ການ ຊ່ວຍເຫລືອ ຣະຍະສັ້ນ ແກ່ ຜູ້ເຄາະຮ້າຍ ຈໍານວນນຶ່ງ ໂດຍອາສັຍ ການສນັບ ສນູນ ຈາກ ຕ່າງປະເທດ ທີ່ໃຫ້ການ ບໍຣິຈາກ. ເຖິງແມ່ນ ວ່າ ຈະໄດ້ ດໍາເນີນ ມາຕການ ຕ່າງໆ ເຫລົ່ານັ້ນ ແຕ່ ຣັຖບານ ລາວ ກໍບໍ່ໄດ້ ໃຫ້ຂໍ້ມູລ ເຣື້ອງຄວາມ ພຍາຍາມ ໃນການ ຕ້ານ ການ ຄ້າມະນຸດ ນັບຕັ້ງແຕ່ ຊ່ວງອອກ ຣາຍງານ ປີ ທີ່ຜ່ານມາ. ດັ່ງນັ້ນ ລາວ ຈຶ່ງຖືກ ຈັດເຂົ້າ ຢູ່ຂັ້ນ 2 ຫລື tier 2. ຣັຖບານ ລາວ ບໍ່ໄດ້ໃຫ້ ຣາຍຣະອຽດ ໃນທຸກ ກໍຣະນີ ທີ່ກ່ຽວຂ້ອງ ກັບ ການ ຄ້າມະນຸດ. ຣັຖບານ ລາວ ອາສັຍ ອົງການ ຈັດຕັ້ງ ທ້ອງຖິ່ນ ແລະ ສາກົລ ເກືອບວ່າ ທັງໝົດ ໃນ ການ ປະຕິບັດ ໂຄງການ ຕ້ານ ການ ຄ້າມະນຸດ ຕ່າງໆ ໃນລາວ. ຣັຖບານ ລາວ ບໍ່ໄດ້ ຣາຍງານ ກ່ຽວກັບ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ໃດໆເລີຍ. ຕົວເລກ ຂອງ ທາງການ ລາວ ກໍມີແຕ່ ພວກທີ່ ເຄາະຮ້າຍ ທີ່ ທາງການ ຫລືອົງການ ຈັດຕັ້ງ ຕ່າງໆ ໄດ້ຈໍາແນກ ຢູ່ໄທ. ຄວາມລົ້ມແຫລວ ຂອງ ຣັຖບານ ລາວ ທີ່ ມີຢູ່ຕໍ່ໄປ ໃນການ ປັບປຸງ ບັນທຶກ ຄວາມເຂົ້າໃຈ MOU ກັບ ອົງການ ຕ້ານ ການ ຄ້າມະນຸດ ໃຫ້ດີຂຶ້ນ ຢ່າງ ຈະ ແຈ້ງ ນັ້ນ ເປັນ ອຸປສັກ ການເຄື່ອນໄຫວ ຕ້ານການ ຄ້າມະນຸດ ຢ່າງມີ ປະສິດທິພາບ ໃນລາວ.

ກ່ຽວກັບ ການຈັດໃຫ້ ສປປລາວ ຢູ່ໃນຂັ້ນ 2 ຫລື Tier 2  ໃນຣາຍງານ ກະຊວງ ການ ຕ່າງ ປະເທດ ສະຫະຣັດ ກ່ຽວກັບ ການ ຄ້າມະນຸດ ປີ 2014 ນີ້ ສະມາຊິກ ສະພາຕໍ່າ ສະຫະຣັຖ Ed Royce ສັງກັດ ພັກ Republican ຈາກຣັຖ California ປະທານ ຄະນະ ກັມມາທິການ ກິຈການ ຕ່າງປະເທດ ກ່າວໂຕ້ຕອບ ຣາຍງານ ນັ້ນວ່າ ຫ້ອງການ ຕິດຕາມ ແລະ ຕ້ານການ ຄ້າມະນຸດ ກະຊວງ ການຕ່າງ ປະເທດ ສະຫະຣັຖ ເຮັດວຽກ ດີ ເປັນທີ່ ຕ້ອງການ ແຕ່ຫາກມັກ ມີການເບິ່ງ ຂ້າມ ຊຶ່ງ ກໍສະທ້ອນ ອອກຢູ່ໃນ ຣາຍງານ ທີ່ ວ່ານັ້ນ. ພ້ອມດຽວກັນ ທາງ ຫ້ອງການ ກໍຕ້ອງໄດ້ ສູ້ຢັນ ກັບ ນັກການທູດ ສະຫະຣັດ ປະຈໍາຢູ່ ປະເທດ ຕ່າງໆ ທີ່ບໍ່ຄ່ອຍ ສະບາຍໃຈ ຫາກເວົ້າ ຄວາມຈິງ ກ່ຽວກັບ ຣັຖບານ ປະເທດທີ່ ຕົນ ປະຈໍາການ ຢູ່. ດັ່ງນັ້ນ ຈຶ່ງ ພຍາຍາມ ບໍ່ເຮັດໃຫ້ ຣັຖບານ ປະເທດ ເຈົ້າບ້ານ ບໍ່ພໍໃຈນໍາ.  ທ່ານ ວ່າ ການຈັດ ຣະດັບ ສໍາລັບ ປະເທດຕ່າງໆ ໃນປີ ນີ້ ກໍມີຮວມ ທັງ ບັນດາ ປະເທດ ທີ່ ສົມຄວນ ຖືກຫລຸດ ຣະດັບ ລົງ ເປັນຕົ້ນ ສປປລາວ ແລະ ປາກິສຖານ ຊຶ່ງ ຍັງມີ ບັນຫາ ການ ຄ້າມະນຸດ ຢູ່ຫລາຍ. ແລະ ທ່ານກໍໄດ້ ຕັ້ງເປັນ ຄໍາຖາມ ກ່ຽວກັບ ຂັ້ນ ຂອງຈີນ ທີ່ ຖືກຍົກ ຣະດັບ ຈາກເທັຍ 3 ມາຢູ່ ເທັຽ 2 ຂະນະທີ່ ຈີນ ຍັງລົ້ມແຫລວ ຢູ່ຕໍ່ໄປ ໃນ 3 ບັນຫາ ສໍາຄັນ ຄື ເຣື້ອງການ ປົກປ້ອງ ການປ້ອງກັນ ແລະ ການດໍາເນີນ ຄະດີ.

ທ່ານ ວ່າ ພວກທ່ານ ຮູ້ດີວ່າ ຣະບົບ ການບັງຄັບ ໃຊ້ແຮງງານ ຍັງມີຕໍ່ ໄປຢູ່ ແລະວ່າ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ຊາວ ເກົາຫລີເໜືອ ກໍຍັງຖືກ ສົ່ງກັບຄືນ ປະເທດ ເພື່ອໃຫ້ ໄປ ປະເຊີນ ກັບການ ຣະເມີດ ສິດທິ ມະນຸດ ຢູ່.

ຂັ້ນ 3 ຫລືເທັຽ 3 ທີ່ ໄທ ມາເລເຊັຍ ແລະ ວີເນຊູເອັນລາ ຖືກຈັດ ໃຫ້ຢູ່ ໃນຂະນະ ນີ້ ເປັນຂັ້ນທີ່ ຂີ້ຮ້າຍ ທີ່ສຸດ ໃນການຕ້ານ ການ ຄ້າມະນຸດ ຫລື ບໍ່ມີຄວາມ ພຍາຍາມ ແກ້ໄຂ ອັນສາມາດ ນໍາໄປ ສູ່ການ ເຮັດໃຫ້ ສະຫະຣັດ ຈໍາກັດ ເຣື້ອງ ການຊ່ວຍເຫລືອ ການແລກປ່ຽນ ດ້ານ ວັທນະທັມ ແລະ ສະຫະຣັຖ ກໍອາຈ ຄັດຄ້ານ ການຊ່ວຍເຫລືອ ທາງດ້ານ ການເງິນ ຈາກ ອົງການ ຣະຫວ່າງ ປະເທດ ເປັນຕົ້ນ ກອງເງິນທຶນ ສາກົລ IMF.

ຕໍ່ປະເທດ ທີ່ຖືກ ຫລຸດ ຣະດັບ ຈາກຂັ້ນ 2 ມາຢູ່ຂັ້ນ 3 ເປັນຕົ້ນ ໄທ ນັ້ນ ປະທານາທິບໍດີ ສະຫະຣັດ ອະເມຣິກາ ບາຣັກ ໂອບາມາ ມີເວລາ 90 ວັນ ເພື່ອ ຕັດສິນໃຈ ວ່າ ຈະທໍາການ ລົງໂທດ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.