ຈຳນວນນັກຮຽນ ສມັກຮຽນຕໍ່ ໃນລະດັບສູງ ຫລຸດລົງຫຼາຍ
2023.10.24
ພາຍຫລັງ ສົກຮຽນ 2022-2023 ມີນັກຮຽນທົ່ວປະເທດ ຈໍານວນ 49,926 ຄົນ ສອບເສັງຈົບຊັ້ນ ມ.7 ໃນວັນທີ 21-23 ມີຖຸນາ 2023 ໃນນັ້ນ ຈໍານວນນຶ່ງ ໄດ້ສມັກເຂົ້າຮຽນຕໍ່ຊັ້ນສູງ, ຢູ່ວິທຍາໄລ ແລະ ມະຫາວິທຍາໄລ ພາຍໃນປະເທດ ແລະ ຕ່າງປະເທດ ແລະ ອີກຈໍານວນບໍ່ໜ້ອຍ ທີ່ບໍ່ສມັກຮຽນຕໍ່ຊັ້ນສູງ ເຮັດໃຫ້ຕັ້ງແຕ່ ເດືອນກັນຍາ ເຖິງ ເດືອນຕຸລາ 2023 ມະຫາວິທຍາໄລແຫ່ງຊາຕລາວ, ວິທຍາໄລຄູຣ ຫລວງນ້ໍາທາ, ວິທຍາໄລເຕັກນິກ ສັບພະວິຊາ, ວິທຍາໄລຄູຣ ດົງຄໍາຊ້າງ, ວິທຍາໄລຄູຣ ຫລວງພຣະບາງ ແລະ ອື່ນໆ ເປີດຮັບສມັກນັກຮຽນທີ່ຈົບຊັ້ນ ມ.7 ເພີ່ມ, ໂດຍມີທັງແບບ ບໍ່ຕ້ອງສອບເສັງ ແລະ ແບບຮຽນຟຣີ ຫລາຍສາຂາ ເຊິ່ງຕ່າງຈາກເມື່ອຫລາຍປີກ່ອນ ທີ່ຕ້ອງມີການສອບເສັງຢ່າງເຂັ້ມງວດ, ແຂ່ງຂັນດຸເດືອດ ບາງກໍຣະນີ ພໍ່ແມ່ຜູ້ປົກຄອງ ຕ້ອງຊື້ຈ້າງ ເພື່ອໃຫ້ລູກ-ຫລານ ໄດ້ເຂົ້າຮຽນຊັ້ນສູງ.
ສາເຫດ ທີ່ເຮັດໃຫ້ນັກຮຽນທີ່ຈົບຊັ້ນ ມ.7 ປີນີ້ ບໍ່ສົນໃຈຮຽນຕໍ່ ຍ້ອນຄວາມທຸກຍາກ, ບໍ່ມີທຶນຮຽນຕໍ່ຊັ້ນສູງ ແລະ ຕ້ອງເບິ່ງແຍງພໍ່ແມ່, ຊ່ວຍເຮັດວຽກ. ອີງຕາມຄວາມເວົ້າ ຂອງນັກຮຽນ ທີ່ຈົບຊັ້ນ ມ.7 ປີນີ້ ຜູ້ນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣຣີ ໃນວັນທີ 10 ຕຸລາ ນີ້ວ່າ:
“ພໍ່ແມ່ ບໍ່ມີເງິນ ສົ່ງໃຫ້ຮຽນຫັ້ນເນາະ ໄດ້ອອກມາເຮັດວຽກ ຊ່ວຍເຂົາເຈົ້າ ທ້ອນເງິນໄດ້ແລ້ວ ຈັ່ງໃຫ້ຄ່ອຍສ້າງຄວາມຝັນຂອງໂຕເອງຫັ້ນນ່າ ຊ່ວຍອັນ ພໍ່ແມ່ ຫາເງິນເດ້ ເພາະວ່າ ມີຄວາມອີຕົນ ສົງສານ ແຕ່ສໍາລັບນ້ອງນີ້ ກໍຊິໄປຮຽນຕໍ່ຫັ້ນລະ.”
ຂະນະທີ່ ນັກຮຽນທີ່ຈົບຊັ້ນ ມ.7 ປີນີ້ ມີຈໍານວນນຶ່ງ ບໍ່ສົນໃຈຮຽນຕໍ່ ຍ້ອນອອກໄປທໍາການ ເພື່ອມີລາຍຮັບ ແບບວ່ອງໄວ ບໍ່ຈໍາເປັນຕ້ອງຮຽນຕໍ່ ເສັຍເວລາ 4 ປີ ເພື່ອຮຽນໃຫ້ຈົບຊັ້ນສູງ ແລ້ວໄດ້ຄ່າແຮງງານຕ່ໍາ ສະເລັ່ຍແລ້ວ ເດືອນລະ 1 ລ້ານ 6 ແສນກີບ ເຊິ່ງເປັນຈໍານວນເງິນເດືອນ ທີ່ບໍ່ຄຸ້ມຄ່າ ກັບຄ່າຄອງຊີພທີ່ສູງ ອັດຕຣາເງິນກີບອ່ອນຄ່າ ແລະ ເວລາທີ່ເຮັດວຽກ 8 ຊົ່ວໂມງຕໍ່ມື້.
ດັ່ງ ນັກສຶກສາ ທີ່ຈົບຊັ້ນ ມ.7 ປີນີ້ ຜູ້ທີ 1 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ເຂົາເຈົ້າເນາະ ບາງຄົນເຂົາເຈົ້າກໍເຮັດນາ ບາງຄົນ ເຂົາເຈົ້າກໍລ້ຽງສັດ ສ້າງທຸຣະກິຈແບບວ່ອງໄວຫັ້ນເດະ ເອື້ອຍ ມັນກໍຊິປະສົບຜົລສໍາເຣັດໄວກວ່າໄປຮຽນຕໍ່ຫັ້ນນ່າ ເຮົາເບິ່ງຈາກອັນ ສິນຄ້າຈາກຕລາດ ເອື້ອຍ ເອົາມາທຽບໃສ່ເງິນເດືອນ ແລ້ວກໍທຽບໃສ່ເວລາ ໃນການເຮັດວຽກ ແລ້ວກໍ ຄ່າແຮງງານຕ່ໍາ ແບບນີ້ນ່າ.”
ຂະນະທີ່ ນັກຮຽນທີ່ຈົບຊັ້ນ ມ.7 ປີນີ້ ຜູ້ທີ 2 ກ່າວວ່າ ບັນຫານັກສຶກສາຮຽນຈົບຊັ້ນສູງ ບໍ່ມີວຽກເຮັດ ຍັງບໍ່ໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ ໂຕເອງບໍ່ໄດ້ຮຽນຊັ້ນສູງ ໃນສົກຮຽນປີນີ້ ອີກທັງ ໂຕເອງເຫັນລຸ້ນ ອ້າຍ-ເອື້ອຍ ໃນເຂດບ້ານ ບໍ່ຮຽນຕໍ່ຄືກັນ ຈຶ່ງບໍ່ຢາກຮຽນຕໍ່ ເພື່ອເສັຍເງິນຫລ່າໆ ແລ້ວບໍ່ມີວຽກຮອງຮັບ.
ດັ່ງ ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ຫລັກໆເລີຍ ກໍຈົບໄປເສັຍເງິນຫລ່າ ຈົບໄປກໍບໍ່ມີວຽກເຮັດ ຈົບມາກໍເຕະຝຸ່ນຢູ່ບ້ານ ແບບຮຸ່ນເອື້ອຍຮຸ່ນອ້າຍ ບໍ່ໄປຮຽນຕໍ່. ມາຮຸ່ນນ້ອງ ກໍສົ່ງຕໍ່ຮຸ່ນນ້ອງມາ. ເອີ ບໍ່ຮຽນດີກວ່າ ເພາະຮຽນຈົບມາກໍເສັຍເງິນຫລ່າ ບໍ່ໄດ້ເຮັດວຽກ ເງິນມັນເຟີ້ຂຶ້ນມາ ກໍ ພໍ່ແມ່ ບໍ່ມີເງິນສົ່ງ. ພໍ່ແມ່ກໍເປັນປະຊາຊົນ ຈັ່ງຊີ້ນ່າ. ສ່ວນຫລາຍ ກໍແມ່ນ ຄອບຄົວທີ່ທຸກຍາກ. ເອີ ມີຮຸ່ນໝູ່ຄູ່ ຮຽນມານໍາດຽວ ກຽມຊິຈົບ ສິ້ນປີສຸດທ້າຍນີ້ແລ້ວ ກໍມີລູກ ແລ້ວກໍພາກັນອອກໂຮງຮຽນ.”
ດ້ານ ອະດີດນັກສຶກສາ ຈາກວິທຍາໄລ ການເງິນພາກເໜືອ ປັດຈຸບັນ ອາຍຸ 29 ປີ ເປັນຄົນຈາກແຂວງໄຊຍະບຸຣີ ມີວຽກເຮັດ ເປັນພະນັກງານໃນບໍຣິເອກກະຊົນ ດ້ານການສຶກສາ ນະຄອນຫລວງວຽງຈັນ ກ່າວວ່າ ໃນສໄມທີ່ເຂົາເຈົ້າກຽມສອບເສັງເຂົ້າ ວິທຍາໄລການເງິນພາກເໜືອນັ້ນ ຈະມີໄລຍະ ທີ່ມີການແຂ່ງຂັນສູງ ຍ້ອນໂກຕ້າ ຮັບນັກຮຽນເຂົ້າຮຽນຕໍ່ຊັ້ນສູງໜ້ອຍ ເຮັດໃຫ້ ນັກຮຽນເຂດຊົນບົທ ຈໍານວນນຶ່ງ ຕ້ອງໄດ້ຊື້ຈ້າງ ເພື່ອໄດ້ໂກຕ້າເຂົ້າຮຽນຕໍ່ຊັ້ນສູງ ຂະນະທີ່ ໃນສໄມນີ້ ນັກຮຽນເຂດຊົນບົທ ບໍ່ຢາກຮຽນຕໍ່ຊັ້ນສູງແລ້ວ ຍ້ອນ ຮຽນຈົບຊັ້ນສູງແລ້ວ ຈະກາຍເປັນນັກສຶກສາເຕະຝຸ່ນ ຈຶ່ງເປັນບັນຫາທີ່ໜ້າເປັນຫວ່ງ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງເລັ່ງດ່ວນແກ້ໄຂ ຍ້ອນ ນັກຮຽນເຂດຊົນບົທ ພາກັນອອກຮຽນຕັ້ງແຕ່ຍັງບໍ່ທັນຈົບ ມ.7 ກໍມີ.
ດັ່ງ ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ສໄມຕອນທີ່ວ່າ ອ້າຍເຂົ້າຮຽນເນາະ ຢູ່ເຂດນອກ ແຂ່ງຂັນກັນເຂົ້າ ທີ່ວ່າ ເຂົ້າມາຮຽນ ແລ້ວຕ້ອງໄດ້ວຽກເຮັດງານທໍາຫັ້ນນ່າ ໄດ້ເງິນເດືອນເນາະ ໂຕເລຂໜ້ອຍ ແຕ່ວ່າ ຄົນຫລາຍຫັ້ນນ່າ, ເສັງເຂົ້າບໍ່ໄດ້ ຕ້ອງເອົາເງິນຈ້າງເຂົ້າ ຄວາມຢາກຮູ້ ຢາກຮຽນ ຂອງພວກເຮົາເດ້ເນາະ, ເດັກນ້ອຍສໄມນີ້ ຄື ເດັກນ້ອຍຢູ່ເຂດນອກເຮົາເນາະ ນຶ່ງມາ ຈົບມາ ແລ້ວບໍ່ໄດ້ວຽກເຮັດງານທໍາເນາະ ສອງມາ ກໍມາເສັຍຄ່າຮຽນ ຄ່າຫຍັງໄປ ກໍໄປຢູ່ບ້ານດີກວ່າ ອອກເອົາຜົວ ເອົາເມັຍດີກວ່າ ຫັ້ນນ່າ ຜູ້ນັ້ນເດ້ ໄປເຮັດວຽກຣັຖ ເປັນອາສາສມັກ ເປັນ 10 ປາຍປີ ກໍບໍ່ໄດ້ເງິນເດືອນ ເຕີມນ້ໍາມັນຣົຖ ຍັງຂໍນໍາພໍ່ແມ່ໃຊ້ຊ້ໍາ ເພາະວ່າໂຕນີ້ ມັນໜ້າເປັນຫວ່ງສຸດແລ້ວ ຕ້ອງມີການເລັ່ງດ່ວນແກ້ໄຂ.”
ຂະນະທີ່ ອະດີດນັກສຶກສາ ຈາກມະຫາວິທຍາໄລແຫ່ງຊາຕລາວ ຫລື ມຊ ປັດຈຸບັນ ອາຍຸ 29 ປີ ເປັນຄົນຈາກນະຄອນຫລວງວຽງຈັນ ກ່າວວ່າ ສໄມທີ່ເຂົາເຈົ້າກຽມສອບເສັງເຂົ້າຮຽນ ສາຂາການເງິນ ການທະນາຄານ ຢູ່ ມຊ ນັ້ນ ເປັນການແຂ່ງຂັນຄ່ອນຂ້າງສູງ ຍ້ອນ ສາຂາດັ່ງກ່າວນີ້ເປັນ ສາຂາອັນດັບນຶ່ງ ທີ່ມີຄົນສມັກເຂົ້າສອບເສັງປະມານ 1,000 ຄົນ ແຕ່ ມຊ ຮັບໄດ້ພຽງ 40 ຄົນ ແຕ່ເມື່ອທຽບໃສ່ກັບສໄມນີ້ ແມ່ນບາງສະຖາບັນສຶກສາ ໃຫ້ຮຽນຟຣີ ກໍຍັງບໍ່ມີນັກຮຽນສມັກຮຽນ ຈະສົ່ງຜົລກະທົບຕໍ່ການພັທນາ ສັກກະຍະພາບຊັພຍາກອນມະນຸສ ທີ່ເປັນກົລໄກສໍາຄັນ ໃນການຂັບເຄື່ອນປະເທດ ໃນອະນາຄົດ.
ດັ່ງ ຍານາງ ກ່າວ ໃນມື້ດຽວກັນນີ້ວ່າ:
“ຄືຕອນນັ້ນ ການແຂ່ງຂັນ ມັນຂ້ອນຂ້າງສູງ ເກັ່ງລະດັບນຶ່ງ ຈຶ່ງຈະເຂົ້າໄດ້ ໃນສາຍນີ້ຫັ້ນນ່າ ສາຍນີ້ ຄົນຮຽນຈົບໄປ ຂ້ອນຂ້າງຈະມີວຽກຮອງຮັບໄດ້ ເຊິ່ງການເງິນກໍຈະມີທຸກໆອົງກອນ ຍຸກນີ້ ກໍຄືໜັກແຮງ ເຖິງວ່າ ໃຫ້ຮຽນຟຣີ ຄົນຍັງບໍ່ໄປຮຽນ ແນ່ນອນ ສົ່ງຜົລ ຫ້ອງການເອື້ອຍເນາະ ກໍຮັບພະນັກງານຢູ່ຫັ້ນແຫລະ ແຕ່ວ່າ ມັນກໍບໍ່ໄດ້ ເປັນເຣື່ອງທີ່ຫາງ່າຍ ຫາພະນັກງານທີ່ແບບໄດ້ຕາມຄຸນນະພາບ ຕາມທີ່ເຮົາຕ້ອງການນ່າ ກໍຫາຍາກ ເຊິ່ງຄັນນັກຮຽນບໍ່ໄດ້ເຂົ້າໂຮງຮຽນ ກະທົບແນ່ນອນ ບໍ່ວ່າຈະເປັນການຈ້າງງານ ຫລື ແມ້ນກະທັງການ ມີຫົວຄີດປະດິດສ້າງ ສ້າງອີ່ຫຍັງໃໝ່ ຫັ້ນນ່າ.”
ນັກວິຊາການ ກ່ຽວກັບວຽກງານພັທນາ ດ້ານການສຶກສາ ແລະຊັພຍາກອນມນຸສ ຢູ່ ແຂວງຫລວງນ້ໍາທາ ກ່າວວ່າ ການທີ່ປະເທດລາວ ເກີດພາວະນັກຮຽນທີ່ຈົບຊັ້ນ ມ.7 ບໍ່ຮຽນຕໍ່ ໃນລະດັບວິທຍາໄລ ແລະ ມະຫາວິທຍາໄລ ມັນຈະສົ່ງຜົລກະທົບ ໃນລະຍະຍາວ ຄື ປະເທດລາວ ຈະຂາດແຄນແຮງງານ ທີ່ມີຄວາມຮູ້ ຄວາມສາມາດ ໃນການຂັບເຄື່ອນປະເທດ ໃຫ້ເປັນປະເທດທີ່ພັທນາ ແລະ ຊັພຍາກອນມນຸສ ພາຍໃນປະເທດລາວ ມີຄວາມຮູ້ ຄວາມສາມາດ ບໍ່ເທົ່າທຽມກັບປະເທດອ້ອມຂ້າງ ຈຶ່ງຄິດວ່າ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີແຜນງານ ສ້າງວຽກຮັບຮອງ ໃຫ້ນັກສຶກສາທີ່ຈົບຊັ້ນສູງແລ້ວ ມີວຽກເຮັດ ເພື່ອໃຫ້ສະພາບແບບນີ້ ຫລຸດໜ້ອຍຖອຍລົງ ໄປເທື່ອລະກ້າວ.
ດັ່ງ ທ່ານກ່າວວ່າ ໃນມື້ດຽວກັນວ່າ:
“ເຂົາບໍ່ຮຽນຢູ່ ມຊ ເຂົາຮຽນຢູ່ໃນ ວິທຍາໄລຄຣູຕ່າງໆ ເຂົາໄປຮຽນບ່ອນອື່ນ ໂຕຢ່າງ ໄປຮຽນຢູ່ຈີນບໍ່ ເຂົາໄປຮຽນບ່ອນນີ້ ບ່ອນນັ້ນມາ ເຂົາໄດ້ພາສາ ເຂົາໄປຊອກຢູ່ຫາກິນ ຕາມທີ່ເຂົາຕ້ອງການຊອກຫັ້ນ ມັນງ່າຍຂຶ້ນ. ຈົບຕ່ໍານີ້ ມັນກໍມີຜົລກະທົບ ຕໍ່ອະນາຄົດໃນຂ້າງໜ້າ ອັນທີ່ນຶ່ງ ກໍເວົ້າເຣື່ອງຊັພຍາກອນເຮົາ ຂາດແຄນໄປເດ້ ຜູ້ທີ່ຊິເປັນຄຣູ ກໍບໍ່ມີ ຜູ້ທີ່ເຮັດວຽກ ຢູ່ຫ້ອງລ່າ ຫ້ອງການ. ຂາດໄປ ອັນທີ່ສອງ ຄວາມຮູ້ ກໍຈະບໍ່ເທົ່າທຽມ ກັບປະເທດອ້ອມຂ້າງ ຂອງພວກເຮົາ. ອັນທີ່ນຶ່ງນີ້ ຄັນຢາກໃຫ້ດີຂຶ້ນເດີ້ ບໍ່ໝາຍຄວາມຈະເປັນ 100 ດອກ 80% ທີ່ຮຽນຈົບມານ່າ ໃຫ້ມັນໄດ້ ບັນຈຸເຂົ້າຣັຖ ເຮັດວຽກບໍ່ ນໍາບໍຣິສັດບໍ່ ໃຫ້ມັນໄດ້ ເພາະຜ່ານມາ ຮຽນຈົບແລ້ວ ກໍບໍ່ມີ ບໍຣິສັດ ມາຮັບຮອງບໍ່ ຫລື ບໍ່ມີວຽກຣັຖໃຫ້ເຂ້າບໍ່.”
ຂະນະທີ່ ນັກວິຊາການກ່ຽວກັບວຽກງານພັທນາ ດ້ານການສຶກສາ ແລະ ຊັພຍາກອນມນຸສ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ ຜົລກະທົບໄລຍະຍາວ ທີ່ສໍາຄັນຂອງນັກຮຽນຫລຸດອອກຈາກ ລະບົບການສຶກສາ ຄື ນັກຮຽນຈະມີລະດັບທັກສະ ຄວາມຮູ້ ຄວາມສາມາດຕ່ໍາ ເຮັດໃຫ້ໄດ້ຮັບຄ່າຈ້າງຕ່ໍາ ໂດຍສະເພາະ ໃນຄອບຄົວທີ່ມີຖານະທຸກຍາກ ຈະສົ່ງຜົລຕໍ່ຖານະທາງເສຖກິຈ ໃນໄລຍະຍາວ ຄື ຕ້ອງໂຊ່ຄວາມທຸກຍາກ ບໍ່ມີວັນສີ້ນສຸດລົງ.
ດັ່ງ ຍານາງ ຂຍາຍຄວາມ ໃນມື້ດຽວກັນນີ້ວ່າ:
“ເພາະວ່າ ມັນເປັນຕ່ອງໂຊ່ເດ້. ອັນນີ້ ເຂົາເຈົ້າກໍບໍ່ມີຄົນທີ່ຈະມາຊ່ວຍດຶງເຂົາເຈົ້າ ອອກຈາກຄວາມທຸກຍາກໄດ້. ຢ່າງໜ້ອຍເນາະ ເຂົາເຈົ້າມີລູກຄົນນຶ່ງໄດ້ຮຽນ ຢ່າງນ້ອຍ ເຂົາເຈົ້າສາມາດສ້າງລາຍຮັບ ໃຫ້ຄອບຄົວໄດ້, ແຕ່ວ່າ ຄັນວ່າ ລູກເຂົາເຈົ້າບໍ່ຮຽນເດ້ ເພາະວ່າ ການຮຽນເນາະ. ມັນກໍບົ້ງບອກ ໄດ້ເຖິງຣາຍຮັບຄືກັນເນາະ ຄັນວ່າ ເຂົາບໍ່ຮຽນ ເຂົາເຈົ້າອາຈໄປໃຊ້ແຮງງານ ເຊິ່ງການໃຊ້ແຮງງານນີ້ ຄ່າຈ້າງມັນແນ່ນອນ. ຖ້າທຽບກັບຄົນທີ່ໃຊ້ມັນສມອງ ຄົນໃຊ້ມັນສມອງ ມັນກໍຄ່ອນຂ້າງ ເປັນໄປໄດ້ລາຍຮັບຫລາຍກ່ວາຄົນໃຊ້ແຮງງານ ກໍຄືວ່າ ຫັ້ນແຫລະ ການສຶກສາ. ມັນກໍຄື ບໍ່ເກີດຂອງຄວາມຈະເຣີນເນາະ ອັນນີ້ມັນປະຕິເສດບໍ່ໄດ້.”
ຍານາງກ່າວຕື່ມວ່າ ການປູກຈິດສືກສາ ໃຫ້ນັກຮຽນແຕ່ຍັງນ້ອຍ ເພື່ອໃຫ້ເຂົາເຈົ້າແນມເຫັນອະນາຄົດຂອງເຂົາເຈົ້າແຕ່ຍັງນ້ອຍ ເປັນສິ່ງສໍາຄັນ ທີ່ພາກສ່ວນທີ່ກ່ຽວຂ້ອງ ຕ້ອງປັບປຸງ ເພື່ອໃຫ້ ພາວະນັກຮຽນຈົບມັທຍົມປາຍແລ້ວ ບໍ່ຢາກສຶກສາຕໍ່ໃນລະດັບ ວິທຍາໄລ ແລະ ມະຫາວິທຍາໄລ ຫລຸດລົງ.
ດັ່ງ ຍານາງ ຂຍາຍຄວາມຕໍ່ເຮື້ອງນີ້ວ່າ:
“ເອື້ອຍກໍຍັງເປັນຄົນນຶ່ງ ທີ່ຢູ່ເຂດຊານເມືອງເນາະ ເອື້ອຍກະບອກຫລາຍຄົນເນາະ. ໂອ້ ເຂົາເຈົ້າຮຽນຟຣີເດ້ ຈັ່ງຊັ່ນ ຈັ່ງຊີ້ນ່າ ແຕ່ວ່າ ເຂົາເຈົ້າກະບອກວ່າ ອູ້ຍັງຄາ. ຄ່ານ້ໍາມັນເດ້ ໃນທີ່ນີ້ ມັນບອກໄດ້ຊັດເຈນເລີຍວ່າ ເຂົາເຈົ້າພິຈາຣະນາເຮື່ອງອື່ນ ຫລາຍກວ່າ. ເຣື່ອງທີ່ເພີ່ມຄວາມຮູ້ໃຫ້ຕົວເອງ ຫລືວ່າ ເຣື່ອງທີ່ຈະແນມເຫັນອະນາຄົດຂ້າງໜ້າ ຫັ້ນນ່າ ເຊິ່ງເອື້ອຍຄິດວ່າ ໃນຈຸດນີ້ ເຮົາຄວນຈະປູກຈິດສໍານຶກ ທັງແຕ່ເຂົາເຈົ້າຍັງນ້ອຍ, ຕັ້ງແຕ່ປະຖົມ, ມັທຍົມເລີຍ ໃຫ້ເຂົາເຈົ້າແນມເຫັນ ອະນາຄົດ ຂອງເຂົາເຈົ້າວ່າ ເຂົາເຈົ້າຢາກຈະເປັນຫຍັງແທ້ໆ. ບໍ່ແມ່ນ ໃຫ້ເຂົາເຈົ້າອອກໂຮງຮຽນກາງຄັນ ຍ້ອນວ່າ ບໍ່ມີເງິນ ແລ້ວເຮົາຊິບໍ່ສູ້ເລີຍ.”
ນອກຈາກນັກຮຽນທີ່ຈົບຊັ້ນ ມ.7 ສົກຮຽນນີ້ ບໍ່ຮຽນຕໍ່ຊັ້ນສູງ ແຕ່ໄປເຮັດວຽກແທນແລ້ວ ຍັງມີນັກຮຽນທີ່ຈົບຊັ້ນ ມ.7 ສົກຮຽນນີ້ ບໍ່ຮຽນຕໍ່ຊັ້ນສູງ ແຕ່ໄປມົ້ວສຸມຢາເສບຕິດ ກາຍເປັນຄົນຂີ້ລັກມັກສົກ ສ້າງບັນຫາໃຫ້ສັງຄົມກໍມີ ແລະ ຍັງມີອີກຈໍານວນນຶ່ງ ທີ່ຢູ່ເຮືອນ ບໍ່ເຮັດວຽກ ແລະ ມີອີກຈໍານວນນຶ່ງ ອອກຮຽນໄປເຮັດວຽກ ແລ້ວກາຍເປັນແຮງງານ ທີ່ຖືກນາຍຈ້າງຂູດຮີດ ຄ່າແຮງງານ ຍ້ອນການສຶກສານ້ອຍ ນໍາອີກດ້ວຍ, ອີງຕາມຂໍ້ມູນ ຈາກນັກວິຊາການ ກ່ຽວກັບ ວຽກງານພັທນາ ດ້ານການສຶກສາ ແລະ ຊັພຍາກອນມນຸສ ຢູ່ແຂວງຫລວງນ້ໍາທາ ແລະ ນະຄອນຫລວງວຽງຈັນ.