ແມ່ຍິງລາວ ຈຳນວນຫຼາຍ ຍັງຕົກເປັນເຫຍື່ອ ຄວາມຮຸນແຮງ
2023.11.28

ໃນວາຣະ ວັນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງສາກົລ ໃນວັນທີ 25 ພຶສຈິກາ ທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມີແຜນ ທີ່ຈະເລັ່ງດໍາເນີນການ ພິຈາຣະນາ ຄະດີຄວາມ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເພື່ອໃຫ້ພວກຂະເຈົ້າ ໄດ້ຮັບຄວາມຍຸຕິທັມ ພາຍຫຼັງແມ່ຍິງລາວຈໍານວນນຶ່ງ ຍັງປະສົບກັບຄວາມຮຸນແຮງຫຼາຍດ້ານ ໂດຍສະເພາະ ທາງເພດ ແລະດ້ານຊັບສິນ ຍ້ອນຄວາມບໍ່ສເມີພາບທາງເພດ ລະຫວ່າງ ຍິງ-ຊາຍ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການໃຫ້ຄໍາປຶກສາແມ່ຍິງ ທີ່ໄດ້ຮັບຜົລກະທົບ ຈາກຄວາມຮຸນແຮງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ພຶສຈິກາ 2023 ນີ້ວ່າ:
“ສິດທິສເມີພາບ ລະຫວ່າງຍິງ-ຊາຍ ແລະກະເວົ້າເຖິງ ປົກປ້ອງແມ່ຍິງ ແລະເດັກນ້ອຍ ຈະໄດ້ມີກົດໝາຍ ໄດ້ມີກົດໝາຍໃນການປົກປ້ອງ ສິດທິແມ່ຍິງແລະເດັກນ້ອຍ ແລະກໍໄດ້ສົ່ງເສີມ ໃຫ້ມີຄວາມເທົ່າທຽມກັນ ແລ້ວກໍມີ ສູນໃຫ້ຄໍາປຶກສາ ໃນການປົກປ້ອງ ແລ້ວກໍມີສາຍດ່ວນໃນການທີ່ຈະແກ້ໄຂ ໃນການພົບເຫັນ ກໍຣະນີທີ່ວ່າ ແມ່ຍິງ ແລະເດັກນ້ອຍ ທີ່ຖືກການໃຊ້ຄວາມຮຸນແຮງຫັ້ນເນາະ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ປະເທດລາວມີກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ, ກົດໝາຍວ່າດ້ວຍ ການສເມີພາບຍິງ-ຊາຍ, ກົດໝາຍວ່າດ້ວຍ ການພັທນາ ແລະປົກປ້ອງແມ່ຍິງ, ແຜນການດໍາເນີນງານແຫ່ງຊາຕ ວ່າດ້ວຍການປ້ອງກັນ ແລະລຶບລ້າງ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ 5 ປີ ຄັ້ງທີ 1 (ລະຫວ່າງ ປີ 2014-2020) ແລະຄັ້ງທີ 2 (ລະຫວ່າງປີ 2021-2025) ອີກທັງ ຍັງມີກົລໄກ ປົກປ້ອງແມ່ຍິງ ເຊັ່ນ ສະຫະພັນແມ່ຍິງລາວ, ຄະນະກັມມາທິການແຫ່ງຊາຕ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະເດັກນ້ອຍ ເຊິ່ງໃນໄລຍະສັປດາໜ້ານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຮ່ວມກັນຫາລື ເພື່ອປັບປຸງກົດໝາຍເຫຼົ່ານີ້ ໃຫ້ສອດຄ່ອງກັບປັດຈຸບັນ.
ທີ່ຜ່ານມາ ບັນຫາ ແລະຄວາມຮຸນແຮງຕໍ່ແມ່ຍິງ ພາຍໃນປະເທດລາວ ແບ່ງອອກເປັນ 4 ປະເພດ ປະກອບມີ ຄວາມຮຸນແຮງທາງຮ່າງກາຍ, ທາງເພດ, ທາງຈິດໃຈ ແລະທາງເສຖກິຈ ແລະຊັບສິນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອາຈເປັນດ້ານຈິດໃຈ ເສຖກິຈນີ້ຫຼາຍກ່ອນ ການບັງຄັບຂົ່ມຂູ່ ການລັງກຽດເນາະ ຈໍາແນກ ການນອກໃຈ ອີ່ຫຍັງຈັ່ງຊີ້ນ່າ ຈໍາແນກບໍ ຍົກໂຕຢ່າງວ່າ ແບ່ງແຍກຜູ້ທຸກຜູ້ຮັ່ງ ຫຼືວ່າ ແບ່ງແຍກຜູ້ຍິງ-ຜູ້ຊາຍ ຈັ່ງຊີ້ນ່າ ປະມານນີ້ ຈໍາກັດບໍ່ໃຫ້ຜູ້ຍິງເຂົ້າເຖິງ ແຫຼ່ງລາຍຮັບ ໂຕຢ່າງວ່າຈັ່ງຊີ້ເນາະ ຫຼືວ່າ ໂຕຢ່າງ ການແບ່ງຜົນປໂຍດບໍ່ຍຸຕິທັມ ສໍາລັບແມ່ຍິງຈັ່ງຊີ້ນ່າ.”
ສໍາລັບຄວາມຮຸນແຮງທາງເສຖກິຈ ແລະຊັບສິນ ແມ່ນໝາຍເຖິງການທໍາລາຍ, ຈູດເຜົາມ້າງເພເຮືອນຊາຍ, ວັດຖຸສິ່ງຂອງ, ຊັບສິນ ທີ່ເປັນກັມມະສິດຮ່ວມກັນ ແລະສ່ວນໂຕ ຂອງແມ່ຍິງແລະເດັກນ້ອຍ, ແບ່ງຊັບສິນ ທີ່ເປັນກັມມະສິດຮ່ວມກັນ ແບບບໍ່ເປັນທັມ, ເຮັດໃຫ້ສູນເສັຍໂອກາດໃນການສ້າງລາຍໄດ້ ຫຼື ກີດກັ້ນ ການເຂົ້າຮ່ວມວຽກງານໃດນຶ່ງ ເຊິ່ງປັດຈຸບັນ ຄວາມຮຸນແຮງດັ່ງກ່າວນີ້ ຖືເປັນເຣື່ອງໃຫຍ່ລໍາດັບທໍາອິດໃນປັດຈຸບັນ ໂດຍສະເພາະ ໃນສັງຄົມຊົນເຜົ່າ ທີ່ຍັງມີຄວາມເຊື່ອຖືວ່າເພດຊາຍ ມີບົດບາດຫຼາຍກ່ອນເພດຍິງ.
ດັ່ງນັກຊ່ຽວຊານ ດ້ານກົດໝາຍຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ທ່ານນຶ່ງ ກ່າວວ່າ:
“ໂຕເສຖກິຈ ອາຈມີຄວາມຮຸນແຮງກ່ອນ ຕ່າງແຕ່ວ່າ ໂຕເສຖກິຈຫັ້ນ ຈະບໍ່ເຫັນພາບຄືກັນກັບ ກໍຣະນີອື່ນ ສະນັ້ນ ທາງຊັບສິນຫັ້ນ ຈະມີບໍ່ການຮ້ອງຟ້ອງຫຼາຍ ເທົ່າກັບກໍຣະນີອື່ນ ບາງຊົນເຜົ່າ ມີກໍຣະນີ ການຢ່າຮ້າງຂຶ້ນມາ ມັນຊິໄດ້ແຕະຕ້ອງເຖິງກໍວ່າ 4 ປະເພດຫັ້ນເລີຍ ຕ່າງແຕ່ວ່າ ເຣື່ອງລູກ, ເຣື່ອງຊັບສິນທຸກຢ່າງ ມັນຈະຕົກເປັນຂອງຜູ້ເປັນຜົວ ເປັນເມັຍຫັ້ນ ຈະບໍ່ສິດ ໃນການຮຽກຮ້ອງເອົາຊັບສິນ ຫຼືວ່າ ເອົາລູກ ລ້ຽງດູລູກ.”
ທ່ານກ່າວຕື່ມວ່າ ບັນດາຊົນເຜົ່າຈໍານວນນຶ່ງ ພາຍໃນປະເທດລາວ ຍັງບໍ່ທັນເຂົ້າໃຈ ແລະຮັບຮູ້ກ່ຽວກັບ ບົດບາດຄວາມສເມີພາບຍິງ-ຊາຍ ແລະຍັງປະຕິບັດຕໍ່ເພດຍິງ ຕາມຄວາມຊິນເຄີຍ ຕາມຮີດຄອງປະເພີ ຫຼືຄວາມເຊື່ອຖື ເຮັດໃຫ້ເກີດພຶດຕິກັມ ທີ່ເປັນການໃຊ້ຄວາມຮຸນແຮງໃນຫຼາກຫຼາຍດ້ານ ເປັນຕົ້ນ ການຕົບຕີ, ຊຸກ-ຍູ້ ເຮັດໃຫ້ບາດເຈັບ-ມີຮອຍຊໍ້າ, ເປັນບ້າເສັຍຈິດ, ເສັຍອົງຄະ ຫຼືເສັຍຊີວິດ, ການຂົ່ມຂືນ ບັງຄັບໃຫ້ຮ່ວມເພດ ແລະການທໍາອານາຈານ, ການເມີນເສີຍ, ລະເລີຍ, ໝິ່ນປະມາດ, ນິນທາ-ໃສ່ຮ້າຍ, ບໍ່ໃຫ້ກຽດ ແລະເຢາະເຢີ້ຍສຽດສີ.
ອີງຕາມການຣາຍງານ ຂອງອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງພາຍໃນປະເທດລາວ ລະບຸວ່າ ໃນໄລຍະປີ 2014-2020 ທີ່ຜ່ານມາ ມີແມ່ຍິງ 1 ໃນ 3 ຄົນ ຫຼືປະມານ 30.3% ຖືກກະທໍາຄວາມຮຸນແຮງ ທາງດ້ານຮ່າງກາຍ, ທາງເພດ ແລະທາງຈິດໃຈ, ມີແມ່ຍິງ 3 ໃນ 4 ຄົນ ຫຼືປະມານ 71.4% ບໍ່ທັນໄດ້ຮັບຄວາມຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ.
ປັດຈຸບັນ ຄວາມຮຸນແຮງຕໍ່ແມ່ຍິງລາວ ກ່ຽວຂ້ອງກັບປະເດັນເສຖກິຈ ແລະມີລັກສະນະຂ້າມຊາຕຫຼາຍຂຶ້ນ ສະນັ້ນຈຶ່ງເຮັດໃຫ້ຫຼາຍກໍຣະນີ ເຊື່ອມໂຍງກັບເຄືອຂ່າຍຄ້າມະນຸດ ເຊິ່ງຈໍາເປັນຕ້ອງໄດ້ປະສານຄວາມຮ່ວມມື ກັບພາກສ່ວນທີ່ກ່ຽວຂ້ອງ ຂອງປະເທດອ້ອມຂ້າງ ທີ່ມີຊາຍແດນຕິດຈອດກັນ ເປັນຕົ້ນ ທາງການໄທຍ, ຈີນ ແລະວຽດນາມ ແຕ່ພັດຍັງບໍ່ທັນມີການ ປະສານຄວາມຮ່ວມມືລະຫວ່າງກັນພໍເທົ່າໃດ.
ດັ່ງນັກຊ່ຽວຊານດ້ານກົດໝາຍ ຄວາມຮຸນແຮງຕໍ່ແມ່ິຍງ ແລະເດັກນ້ອຍ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ແມ່ນ ມັນກໍຕ້ອງໄດ້ຮັບການສນັບສນູນ ແລະກໍການຊ່ອຍເຫຼືອ ຈາກປະເທດເພື່ອບ້ານເຊັ່ນກັນ ໂຕຢ່າງທີ່ວ່າ ທຸກວັນນີ້ ເຮົາຈະເຫັນວ່າ ບັນຫາເຣື່ອງການແຕ່ງດອງ ລະຫວ່າງປະເທດ ມັນອາຈເປັນການຄ້າມະນຸດ ໄປໃນໂຕ ກໍອາຈເປັນໄປໄດ້ ຕ່າງແຕ່ວ່າ ເຣື່ອງການເຂົ້າເຖິງຂບວນການ ເຣື່ອງຄວາມເຂົ້າໃຈ ໃນຂບວນການຫັ້ນ ຍັງບໍ່ທັນທົ່ວເຖິງເທົ່າທີ່ຄວນ ສະນັ້ນ ປະເທດທີ່ມີຊາຍແດນຕິດຈອດກັນນີ້ ມັນມີຄວາມຈໍາເປັນ ທີ່ຈະຕ້ອງໃຫ້ການສນັບສນູນ ເຊິ່ງກັນແລະກັນ.”
ທີ່ຜ່ານມາ ຄວາມຮ່ວມມື ລະຫວ່າງປະເທດ ໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຍັງບໍ່ທັນມີການປະສານງານກັນ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງພໍເທົ່າໃດ ໂດຍສະເພາະ ຂບວນການສົ່ງຕໍ່ຜູ້ຖືກເຄາະຮ້າຍ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຕິດຕາມ ຜູ້ເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ທ່ານນຶ່ງ ກ່າວວ່າ:
“ທາງຈີນ ກໍລັກສະນະ ທີ່ວ່າ ຂະເຈົ້າເອົາ ລັກສະນະແບບເອົາໄປເປັນເມັຍເນາະ ຫາກແຕ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຂອງ ສປປລາວ ແບບວ່າ ມາສູ່ຂໍຊື່ໆ ແລ້ວເອົາເງິນມາໃຫ້ພໍ່ແມ່ຈັ່ງຊີ້ນ່າ ແລ້ວກໍເອົາໄປເປັນເມັຍຊີ້ນ່າ ສ່ວນເຮົາຊິໄປຊ່ອຍເຫຼືອ ຜູ້ເຄາະຮ້າຍຫັ້ນ ມັນກໍຍາກ ມັນຄວາມຫຍຸ້ງຍາກຫັ້ນນ່າ.”
ທ່ານກ່າວຕື່ມວ່າ ການບັງຄັບໃຊ້ກົດໝາຍ ວ່າດ້ວຍການຕ້ານແລະສະກັດກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ພາຍໃນປະເທດລາວ ຍັງບໍ່ທັນໄດ້ດີ ແລະຍັງມີຂໍ້ຈໍາກັດ ໃນການຕິດຕາມແລະກວດກາ ການຈັດຕັ້ງປະຕິບັດຕາມກົດໝາຍ ໂດຍສະເພາະ ມາຕການທີ່ມີການລົງໂທດຕໍ່ຜູ້ກະທໍາຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍຍິງ, ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ຍັງໃຊ້ກົລໄກ ຂອງການໄກ່ເກັ່ຍຢູ່ຂັ້ນບ້ານ ເຊິ່ງຂັດຕໍ່ການຊ່ອຍເຫຼືອແມ່ຍິງ ແລະເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແມ່ນຕ້ອງໄດ້ແຈ້ງຄວາມໃຫ້ເຈົ້າໜ້າທີ່ຕໍາຣວດ ແລະສາມາດເຂົ້າເຖິງຂບວນການຂອງສານ.
ກ່ຽວກັບເຣື່ອງນີ້ ທາງດ້ານສູນກາງສະຫະພັນແມ່ຍິງລາວ ໄດ້ຂໍຄວາມຮ່ວມມື ໄປຍັງທຸກພາກສ່ວນ ໃຫ້ຮ່ວມມືກັນ ໃນການຕໍ່ຕ້ານສະກັດກັັ້ນ ບັນຫາການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ.
ດັ່ງຍານາງ ອາລີ ວົງໜໍ່ບຸນທໍາ ກັມມະການສູນກາງພັກ ແລະປະທານຄະນະບໍຣິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວໃນວາຣະ ວັນລຶບລາງຄວາມຮຸນແຮງ ຕໍ່ແມ່ຍິງສາກົລ ປະຈໍາປີ 2023 ນີ້ວ່າ:
“ຂ້າພະເຈົ້າ ໃນນາມຕາງໜ້າ ໃຫ້ຫະພັນແມ່ຍິງລາວ ແລະແມ່ຍິງລາວ ທົ່ວປະເທດ ຂໍຮຽກຮ້ອງ ມາຍັງທຸກພາກສ່ວນ ອົງການຈັດຕັັ້ງໃນສັງຄົມຫັ້ນ ຈົ່ງຊ່ອຍກັນ ເອົາໃຈໃສ່ ຕ້ານແລະສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ເພື່ອໃຫ້ບັນຫາດັ່ງກ່າວຫັ້ນ ຫຼຸດລົງ ແລະໝົດໄປຈາກສັງຄົມລາວ.”
ໃນວາຣະ ວັນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງສາກົລ ປະຈໍາປີ 2023 ທ່່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກັມມະການຄະນກັມມາທິການແຫ່ງຊາຕ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ຍິງ ແລະເດັກນ້ອຍ ກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງຄະນະເຮັດວຽກ ຕິດຕາມ ແລະກວດກາ ການດໍາເນີນຄະດີ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ເພື່ອໃຫ້ຜູ້ກະທໍາຄວາມຜິດ ໄດ້ຮັບການລົງໂທດຕາມກົດໝາຍ.