ນັກຮຽນ 333,770 ຄົນບໍ່ເຂົ້າຮຽນຕໍ່ ໃນສົກຮຽນ ປີ 2023-2024 ຜ່ານມາ

ສຸພັດຕາ
2024.11.22
ນັກຮຽນ 333,770 ຄົນບໍ່ເຂົ້າຮຽນຕໍ່ ໃນສົກຮຽນ ປີ 2023-2024 ຜ່ານມາ ໂຮງຮຽນແຫ່ງໜຶ່ງ ໃນ ສສປ ລາວ ທີ່ມີນັກຮຽນໜ້ອຍລົງທຸກໆສົກການສຶກສາ, ເດືອນພະຈິກ ປີ 2024.
RFA

ອັດຕາການເຂົ້າຮຽນໃໝ່ ຂອງນັກຮຽນ ແຕ່ຊັ້ນ ປ.1 ຫາ ມ.7 ທົ່ວປະເທດລາວ ທັງໂຮງຮຽນຂອງລັດ ແລະເອກກະຊົນ ໃນສົກຮຽນ ປີ 2023-2024 ທີ່ຜ່ານມາ ມີຈໍານວນ 1,275,408 ຄົນ ຈາກປະຊາຊົນກອນ ທີ່ມີອາຍຸເຖິງເກນເຂົ້າຮຽນ ທັງໝົດ 1,609,178 ຄົນ ນັ້ນໝາຍຄວາມວ່າ ມີປະຊາກອນຢ່າງນ້ອຍ 333,770 ທີ່ອາຍຸເຖິງເກນ ແຕ່ບໍ່ໄດ້ເຂົ້າຮຽນໃໝ່, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພະຈິກ ນີ້ວ່າ:

“ສົມມຸດ ທ້າວ ຂ. ລາວຮຽນໝົດປີເນາະ ໝົດປີ ໃນ ປ.1 ແຕ່ວ່າ ລາວມາສອບເສັງ ຈົນມີສິດຂຶ້ນຫ້ອງ ປ.2 ແຕ່ປີຕໍ່ມາ ລາວບໍ່ມາ ລາວເປັນປະລະເດ້ ບໍ່ມາຮຽນ ໃນປີຕໍ່ໄປ ຖືວ່າ ປະລະ, ເຂົ້າຮຽນໃໝ່ ໝາຍວ່າ ສົມມຸດວ່າ ເຂົ້າຮຽນໃໝ່ ປ.1 ໝາຍຄວາມວ່າ ຜູ້ທີ່ເຂົ້າມາ ສົດໆ ປ. 1 ໂດຍທີ່ບໍ່ຜ່ານການຮຽນ ປ.1 ມາກ່ອນ ໂຕຢ່າງ ປ.1 ທີ່ຂຶ້ນມາຮຽນ ປ.2 ໃໝ່ໆ ກໍ່ເອີ້ນ ອັດຕາການເຂົ້າຮຽນໃໝ່ ຂອງ ປ.2.”

ນອກນັ້ນ ເມື່ອນໍາເອົາອັດຕາເຂົ້າຮຽນໃໝ່ ຂອງສົກ ປີ 2023-2024 ໄປທຽບໃສ່ ສົກຮຽນ ປີ 2022-2023 ພົບວ່າ ຫຼຸດລົງ ຄື: ຊັ້ນປະຖົມ ມີນັກຮຽນເຂົ້າຮຽນໃໝ່ 740,084 ຄົນ ທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 1,892 ຄົນ, ຊັ້ນມັດທະຍົມຕອນຕົ້ນ ມີນັກຮຽນເຂົ້າຮຽນ 380,177 ຄົນ ທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 7,842 ຄົນ ແລະຊັ້ນມັດທະຍົມຕອນປາຍ ມີນັກຮຽນເຂົ້າໃໝ່ 153,147 ຄົນ ທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 14,376 ຄົນ. ໂດຍເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ດຽວກັບຂ້າງເທິງ ກ່າວເຖິງສາເຫດ ທີ່ເຮັດໃຫ້ການເຂົ້າຮຽນໃໝ່ ສົກຮຽນ ປີ 2023-2024 ຫຼຸດລົງຫຼາຍ ວ່າ:

“ຖ້າວ່າ ເຂົ້າໃໝ່ ປ.1 ຫຼຸດລົງເນາະ ກໍ່ມີຜົນຈາກ ປະຊາກອນຫຼຸດລົງ ແຕ່ວ່າຫ້ອງໃຫຍ່ໆຫັ້ນ ໝາຍຄວາມວ່າ ອັດຕາລອດເຫຼືອເຮົາ ມັນຕໍ່າ ຈາກ ປ.1 ເພື່ອ າສິລອດເຫຼືອມາຮອດ ປ.5 ມັນຄ້າງຫ້ອງແດ່ ປະລະແດ່ ເຮັດໃຫ້ມັນ ຕັ້ງຈາກ 100% ຫັ້ນ ຫຼຸດລົງມາ ບໍ່ຮອດ 100% ຄ້າງຫ້ອງນີ້ ເວົ້າງ່າຍໆ ຜົນການຮຽນເດັກ ຽນບໍ່ໄດ້ ສິເອົາຂຶ້ນຫ້ອງກະສິເປັນ ພາລະຂອງຄູ.”

ສະເພາະ ຢູ່ເມືອງແບງ ແຂວງອຸດົມໄຊ ມີປະຊາກອນ ເຖິງເກນເຂົ້າຮຽນໃໝ່ ອາຍຸ 15 ປີ ຫາ 17 ປີ ໃນສົກຮຽນ ປີ 2023-2024 ນີ້ ທັງໝົດ 2,419 ຄົນ ໃນນັ້ນ ໄດ້ເຂົ້າຮຽນໃໝ່ ພຽງແຕ່ ຈໍານວນ 773 ຄົນ ສ່ວນທີ່ເຫຼືອ ບໍ່ໄດ້ເຂົ້າຮຽນໃໝ່ ຍ້ອນຄວາມທຸກຍາກ ຈຶ່ງໄປຊ່ອຍຄອບຄົວເຮັດວຽກ, ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ:

“ຍົກໂຕຢ່າງ ຂອງລຸ້ນອ້າຍ ລຸ້ນເອື້ອຍບໍ ຈົບມາກະຍັງບໍ່ໄດ້ມີວຽກເຮັດງານທໍາ ເທົ່າທີ່ຄວນຫັ້ນນ່າ ກະເລີຍວ່າ ຍ້ອນ ພໍ່ແມ່ກະທຸກຍາກແດ່ ກະຍັງວ່າມີຄວາມຈໍາເປັນບາງດ້ານ ເລີຍຕັດສິນໃຈເອົາລູກອອກສາ ກະສ່ວນໜຶ່ງ ກະຍ້ອນສະພາບເສດຖະກິດ ເພາະວ່າ ທ້ອງຖິ່ນຂອງໄທເຮົາ ກະແມ່ນເຂດຊົນນະບົດ ຫ່າງໄກສອກຫຼີກ ລະກະພໍ່ແມ່ ກະຂ້ອນຂ້າງ ມີລາຍຮັບຕໍ່າ ກໍ່ຍາດແຍ່ງເອົາລູກເອົາຫຼານໄປ ອອກແຮງງານຫັ້ນນ່າ.

ຕໍ່ບັນຫາດັ່ງກ່າວນີ້ ຜູ້ປົກຄອງ ຈາກແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວຄືກັນວ່າ ປັດຈຸບັນ ປະຊາກອນ ທີ່ມີອາຍຸເຖິງເກນເຂົ້າຮຽນໃໝ່ນັ້ນ ມີຈໍານວນຫຼຸດລົງແທ້ ຍ້ອນໄວໜຸ່ມລາວ ໄປເຮັດວຽກຢູ່ຕ່າງປະເທດ ແລະພາຍໃນປະເທດ ຍ້ອນຄວາມທຸກຍາກ, ດັ່ງທ່ານກ່າວວ່າ:

“ຍ້ອນເສດຖະກິດນີ້ແຫຼະ ສ່ວນຫຼາຍກະດາຍ ຢູ່ຊົນນະບົດ ມັນທຸກຍາກ ອອກໄປຫາທໍາງອກ ທໍາງານນັ້ນແລ້ວ ເຂົາກະດ້າຍ ຜູ້ໃດບໍ່ໄດ້ໄປ ກໍ່ຂຸດສວນມັນຕົ້ນ ມັນຕໍ ໄປຫັ້ນແຫຼະ ມີຫຼາຍຢູ່ (ມ.ຕົ້ນ) 2-3 ຄົນ ມ.ປາຍ ລະມັນກະມີ ມີຢູ່ປະມານ 3-4 ຄົນ.”

ເຖິງຢ່າງໃດກໍ່ຕາມ ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການ ວັດທະນະທໍາ-ສັງຄົມ ໄດ້ສະເໜີຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 21 ພະຈິກ ໃຫ້ເອົາໃຈໃສ່ ຍຸດທະສາດການພັດທະນາ ຊັບພະຍາກອນມະນຸດ ຫຼາຍຂໍ້ ເປັນຕົ້ນ ສະເໜີໃຫ້ລັດຖະບານ ສືບຕໍ່ຄົ້ນຄວ້າ ປະຕິບັດນະໂຍບາຍເພີ່ມເງິນເດືອນ ຫຼື ຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ ແລະປັບປຸງຄ່າ ແຮງງານຂັ້ນຕໍ່າ ໃຫ້ສາມາດກຸ້ມກິນ ຈຶ່ງຈະສາມາດດຶງດູດ ໃຫ້ມີຄົນມາເຂົ້າໂຮງຮຽນ ແລະຫຼຸດຜ່ອນ ການປະລະການຮຽນ ໄປເຮັດວຽກຢູ່ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.