ເມື່ອບໍ່ດົນ ມານີ້ ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ຈັດ ສປປລາວ ຢູ່ໃນກຸ່ມ 2 ຊຶ່ງ ເປັນກຸ່ມ ປະເທດ ທີ່ ຕ້ອງຖືກ ຕິດຕາມ ສິ້ງຊອມ ເຣຶ້ອງຕ້ານ ການ ຄ້າມະນຸດ ທີ່ມີທັງ ແມ່ຍິງ ແລະ ເດັກນ້ອຍ.
ກະຊວງ ການ ຕ່າງປະເທດ ສະຫະຣັດ ອະເມຣິກາ ໄດ້ອອກ ຣາຍງານ ປະຈຳປີ 2014 ກ່ຽວກັບ ການ ຄ້າມະນຸດ ໃນ ປະເທດຕ່າງໆ ທົ່ວໂລກ. ເວົ້າສະເພາະ ສປປລາວ ຣາຍງານ ຍັງຣະບຸວ່າ ຍັງເປັນ ປະເທດ ທັງແຫລ່ງທີ່ມາ ທັງທາງຜ່ານ ແລະ ປາຍທາງ ຂອງການ ຄ້າມະນຸດ ອັນມີ ແມ່ຍິງ ແລະ ເດັກນ້ອຍ ຮວມຢູ່ດ້ວຍ ຊຶ່ງກໍມັກ ຕົກສູ່ ສະພາບ ການຄ້າທາງເພດ ແລະ ບັງຄັບ ໃຫ້ອອກ ແຮງງານ.
ຢ່າງໃດກໍຕາມ ທ່ານ ຈອນ ແຄຣີ ຣັຖມົນຕຣີ ການ ຕ່າງປະເທດ ສະຫະຣັດ ກໍໄດ້ກ່າວ ເປີດຣາຍງານ ປີ 2014 ນີ້ ວ່າ:
"ຣາຍ ງານ ການ ຄ້າ ມະ ນຸດ ນີ້ ເປັນເຣື່ອງ ທີ່ ດີ ເປັນ ສາ ມັນ ສຳ ນຶກ ເປັນ ການ ພິ ສູດ ເຖິງຄວາມ ຜິດ ພ້ອມ ດຽວ ກັນ ກໍ ເປັນ ຄວາມ ຈິງ ຊຶ່ງ ຮວມ ເຂົ້າ ເປັນ ອັນ ດຽວ ກັນ ແລະ ເຮົາກໍ ຂໍ ຮຽກ ຮ້ອງ ໃຫ້ ຣັ ຖ ບານ ພົ ລ ເມືອງ ຂອງ ປະ ເທດ ຕ່າງໆ ໃນ ທົ່ວ ໂລກ ໃຫ້ ເປີດ ເຜີຍ ຂ້າ ທາດ ແຫ່ງ ຍຸກ ສ ມັຍ ແລະ ມີ ຄວາມ ຮັບ ຜິດ ຊອບ ໂດຍ ຣະ ບຸ ເຖິງ ຜູ້ ທີ່ ໄດ້ ຮັບ ເຄາະ ຮ້າຍ ແລະ ນຳ ເອົາ ກຸ່ມ ຄົນ ທີ່ ລ່ວງ ຣະ ເມີດ ສິດ ທິ ນັ້ນ ຂຶ້ນ ດຳ ເນີນ ຄະ ດີ . ເຮົາບໍ່ ສາ ມາດ ທີ່ ຈະ ບໍ່ໃຫ້ ມີການ ລົງ ໂທດ ສຳ ລັບ ພວກ ຄ້າ ມະ ນຸດ . ເຣື່ອງນີ້ ມັນຕ້ອງ ໃຫ້ ຈົບ ສິ້ນ" .
ຣາຍງານ ການ ຄ້າມະນຸດ ຂອງ ກະຊວງ ການ ຕ່າງປະເທດ ສະຫະຣັດ ປະຈຳປີ 2014 ຍັງເວົ້າເຖິງ ການດຳເນີນ ຄະດີ ວ່າ ຣັຖບານ ສປປລາວ ມີຄວາມ ພຍາຍາມ ພໍປະມານ ຕໍ່ເນື່ອງ ໃນການ ດຳເນີນ ຄະດີແລະ ກ່າວໂທດ ຜູ້ກະທຳຜິດ ໃນເຣື່ອງການ ຄ້າມະນຸດ. ຣັຖບານລາວ ຫ້າມ ທຸກຮູບແບບ ຂອງ ການ ຄ້າມະນຸດ ໂດຍດັດແປງ ມາຕຣາ 134 ໃນກົດໝາຍ ອາຍາ ສະບັບປີ 2006 ທີ່ ໄດ້ຣະບຸ ການລົງໂທດ ນັບຕັ້ງແຕ່ຈຳຄຸກ 5 ປີ ເຖິງ ຕລອດຊີວິດ ປັບໃໝ ແຕ່ 1,250 ໂດລາ ເຖິງ 12,500 ໂດລາ ສະຫະຣັດ ແລະ ຍຶດຊັບສິນ. ຣັຖບານລາວ ຣາຍງານວ່າ ໄດ້ເລີ່ມຮ່າງ ກົດໝາຍ ການ ຄ້າມະນຸດ ສະເພາະ ແຕ່ບັນດາ ອົງການຈັດຕັ້ງ ທີ່ມີຄວາມ ຊ່ຽວຊານ ດ້ານການຕ້ານ ການ ຄ້າມະນຸດ ຫາກໄດ້ ສະແດງ ຄວາມເປັນຫ່ວງ ຢ້ານວ່າ ຣັຖບານ ບໍ່ຮວມເອົາຕົນ ເຂົ້າຮ່ວມ ໃນຂັ້ນຕອນ ດັ່ງກ່າວ.
ໃນຊ່ວງ ຣາຍງານ ສະບັບນີ້ ທາງການລາວ ຣາຍງານວ່າ ໄດ້ສືບສວນ ສອບສວນ 56 ຄະດີ ຜູ້ຕ້ອງສົງສັຍ ຄ້າມະນຸດ ແລະ ໃນນັ້ນ ໄດ້ສົ່ງ 24 ຄະດີ ເພື່ອຟ້ອງຮ້ອງ. ກໍຣະນີ ທີ່ ສານ ພິຈາຣະນາ ມີຣາຍງານວ່າ ມີການຕັດສິນ ຜູ້ກະທຳ ຄວາມຜິດ 35 ຄົນ ເພີ່ມຂຶ້ນຈາກ ທີ່ມີ 18 ຄົນ ໃນຊ່ວງ ຣາຍງານ ປີກ່ອນ. ຣັຖບານລາວ ບໍ່ໄດ້ເວົ້າເຖິງ ຣາຍຣະອຽດ ເນື້ອຫາ ຂອງຄະດີ ເຫລົ່ານີ້ ຫລື ໃຫ້ຣາຍ ຣະອຽດໃດໆ ກ່ຽວກັບ ການລົງໂທດ ຜູ້ກະທຳຜິດ ຄົນໃດເລີຍ. ສື່ມວນຊົນ ຣາຍງານ ແລະ ຂໍ້ມູລ ຈາກອົງການ ຈັດຕັ້ງ ສາກົລຕ່າງໆ ບອກວ່າ ຢ່າງໜ້ອຍມີ 5 ກໍຣະນີ ທີ່ກ່ຽວຂ້ອງ ກັບ ຜູ້ເຄາະຮ້າຍ ຊາວລາວ ທີ່ ຖືກຂູດຮີດ ຢູ່ໄທ ແລະ ກຸ່ມຄົນທີ່ກະທຳ ຄວາມຜິດ ຖືກຕັດສິນໂທດ ຈຳຄຸກ 15 ປີ ຫລື ຫລາຍກວ່າ ນັ້ນ. ຣັຖບານລາວ ບໍ່ສາມາດ ຮວບຮວມ ຂໍ້ມູນ ກ່ຽວກັບ ຄວາມ ພຍາຍາມ ບັງຄັບ ໃຊ້ກົດໝາຍ ຕ້ານການ ຄ້າມະນຸດ. ຂັ້ນຕອນ ດຳເນີນງານຂອງສານ ກໍຂາດຄວາມ ໂປ່ງສັຍ ແລະ ຂໍ້ມູນ ຣາຍຣະອຽດ ທີ່ ບັນທຶກໄວ້ ກໍບໍ່ພຽງພໍ ແລະ ພາກສ່ວນ ຕຸລາການ ຂອງລາວ ກໍຍັງອ່ອນແອ ແລະ ບໍ່ມີ ປະສິດທິພາບ.
ການຝຶກ ອົບຮົມ ທີ່ໄດ້ຮັບທຶນ ຊ່ວຍເຫລືອ ຈາກຜູ້ ບໍຣິ້ຈາກ ເຂົ້າເຖິງ ເຈົ້າໜ້າທີ່ ທ້ອງຖິ່ນໄດ້ ຢ່າງໜ້ອຍ 244 ຄົນ. ຣັຖບານລາວ ຣາຍງານວ່າ ໄດ້ສືບສວນ ສອບສວນ ຮ່ວມກັບ ຣັຖບານ ມາເລເຊັຽ ຈີນ ແລະໄທ. ການສໍ້ຣາສ ບັງຫລວງ ຍັງເປັນ ບັນຫາ ບໍ່ຈົບສິ້ນ ໃນລາວ. ພ້ອມດຽວກັນ ການທີ່ ປະຊາຊົນ ຍັງມີຄວາມ ລັ່ງເລໃຈຢູ່ ໃນການ ເຮັດວຽກ ກັບ ເຈົ້າໜ້າທີ່ ຕຳຣວດ ແລະ ອາໄສ ການໄກ່ເກັ່ຽ ນອກສານ ກໍເປັນ ອຸປສັກ ກີດຂວາງ ຄວາມສາມາດ ຂອງ ທາງການລາວ ໃນການ ສືບສວນຄະດີ ຄ້າມະນຸດ ທັງພາຍໃນ ຫລື ຂ້າມຊາຍແດນ ຢ່າງມີ ປະສິດທິພາບ.
ອົງການ ຕ້ານການ ຄ້າມະນຸດ ຕ່າງ ກໍຣາຍງານວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ຈຳນວນນຶ່ງ ຮັບເງິນ ເພື່ອ ອຳນວຍ ຄວາມສະດວກ ໃນການ ເຂົ້າເມືອງ ຫລື ຂົນສົ່ງ ແມ່ຍິງລາວ ໄປໄທ. ຣັຖບານລາວ ບໍ່ໄດ້ ຣາຍງານການສືບສວນ ສອບສວນ ໃດໆ ຫລື ການກ່າວໂທດ ເຈົ້າໜ້າທີ່ ທີ່ ສົມຮູ້ ຮ່ວມຄິດ ໃນການ ຄ້າມະນຸດ ຫລື ການເຄື່ອນໄຫວ ທີ່ ກ່ຽວຂ້ອງ ກັບການ ຄ້າມະນຸດ ໃນຊ່ວງປີ ຣາຍງານ ນີ້. ມາຮອດໜີ້ ກໍຢາກ ຂໍທົບທວນ ຄຳເວົ້າ ຂອງ ທ່ານ ຈອນ ແຄຣີ ຕື່ມຕອນນຶ່ງ ທີ່ກ່າວມື້ ເປີດ ຣາຍງານ:
"ນັບ ເປັນ ເວ ລາ ຫລາຍ ປີ ແລ້ວ ທີ່ ພວກ ເຮົາ ຮູ້ ວ່າ ອາ ສ ຍາ ກັມ ນີ້ ສົ່ງ ຜົ ລ ກະ ທົບ ຕໍ່ ທຸກ ປະ ເທດ ໃນ ທົ່ວໂລກ ຮວມ ທັງ ປະ ເທດ ຂອງ ພວກ ເຮົາ ພວກ ເຮົາ ແມ່ນ ບໍ່ ຖືກ ຍົກ ເວັ້ນ ມີ ຫລາຍກວ່າ 20 ລ້ານ ຄົນ ເປັນ ຜູ້ ເຄາະ ຮ້າຍ ຈາກ ການ ຄ້າ ມະ ນຸດ ນີ້ ເປັນ ການ ຄາດ ຄະ ເນ ທີ່ ຕ່ຳ ແລະ ສະ ຫະ ຣັ ດ ກໍ ເປັນ ຜູ້ ທຳ ອິດ ທີ່ ຮັບ ຮູ້ ແຕ່ ບໍ່ ມີ ຣັ ຖ ບານ ປະ ເທດ ໃດ ບໍ່ ມີຢູ່ ເຂດ ໃດ ເລີຍ ທີ່ ດຳ ເນີນ ການ ຢ່າງ ພຽງ ພໍ ພວກ ເຮົາ ພວມ ພ ຍາ ຍາມ ບາງ ປະ ເທດ ພ ຍາ ຍາມ ບໍ່ ພຽງ ພໍ ບາງ ປະ ເທດ ກໍ ພ ຍາ ຍາມ ຫລາຍ ແລະ ພວກ ເຮົາ ຈຳ ເປັນ ຕ້ອງ ພ ຍາ ຍາມ ຫລາຍ ຂຶ້ນ ຕື່ມ ແລະ ດຳ ເນີນ ການ ຫລາຍ ຂຶ້ນ .
ໃນຣາຍງານ ປະຈຳປີ 2014 ທາງ ກະຊວງ ການຕ່າງ ປະເທດ ສະຫະຣັດ ໄດ້ມີຂໍ້ ແນະນຳ ສຳລັບ ຣັຖບານ ສປປລາວ ເພື່ອປັບປຸງ ການຕ້ານ ການ ຄ້າມະນຸດ ໃຫ້ດີຂຶ້ນ ດັ່ງນີ້:
ໃຫ້ຮວມ ເອົາອົງການ ຈັດຕັ້ງ ທີ່ມີ ຄວາມຊ່ຽວຊານ ເຂົ້າໃນການ ຮ່າງກົດໝາຍ ວ່າດ້ວຍ ການຕ້ານການ ຄ້າມະນຸດ ໃນ ທຸກຂັ້ນຕອນ ຂອງການຮ່າງ. ໃຫ້ ດຳເນີນການ ຣະບຸໂຕ ຜູ້ເຄາະຮ້າຍ ຢ່າງເປັນ ທາງການ ແລະ ຝຶກອົບຮົມ ເຈົ້າໜ້າທີ່ ຕຳຣວດ ແລະ ເຈົ້າໜ້າທີ່ ຊາຍແດນ ໃຫ້ສາມາດ ຣະບຸ ຜູ້ເຄາະຮ້າຍ ໄດ້ ຢ່າງ ເປັນຣະບົບ ແລະ ສົ່ງພວກເຂົາເຈົ້າ ໃຫ້ພາກສ່ວນ ທີ່ໃຫ້ ການຊ່ວຍເຫລືອ ໂດຍສະເພາະ ພວກຄົນງານ ທີ່ຖືກ ສົ່ງກັບຄືນ ຈາກ ປະເທດໄທ ແລະ ຜູ້ເຄາະຮ້າຍ ພາຍໃນ ປະເທດລາວ ເອງ. ໃຫ້ພັທນາ ຖານຂໍ້ມູລ database ໂດຍໄດ້ຮັບ ການຊ່ວຍເຫລືອ ຈາກ ອົງການ ຄູ່ຮ່ວມ ນາໆຊາດ ເພື່ອຮວບຮວມ ຂໍ້ມູລ ກິຈກັມ ຂອງ ຣັຖບານ ຕ້ານການ ຄ້າມະນຸດ ແລະ ແລກປ່ຽນ ຂໍ້ມູນ ນັ້ນກັບ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ. ເພິ່ມທະວີ ຄວາມພຍາຍາມ ແກ້ໄຂ ບັນຫາ ການ ຄ້າມະນຸດ ຢູ່ພາຍໃນ ລາວ ຊຶ່ງມີຮວມທັງ ເດັກນ້ອຍ ທີ່ ຖືກຕົກສູ່ການ ຄ້າທາງເພດ ຮວມເຖິງ ພວກຄົນ ວັຍໜຸ່ມ ແລະ ເດັກນ້ອຍ ທີ່ຖືກບັງຄັບ ໃຫ້ໃຊ້ແຮງງານ ໃນພາກ ການກະເສດ ເພື່ອການຄ້າ ໂດຍຣະບຸໂຕ ແລະ ໃຫ້ການຊ່ວຍເຫລືອ ແກ່ຄົນລາວ ທີ່ຖືກ ຄ້າມະນຸດ ຢູ່ພາຍໃນລາວ ແລະ ດຳເນີນຄະດີ ພວກຄົນທີ່ ກະທຳ ຄວາມຜິດ ເຫລົ່ານີ້. ໃຫ້ຮັບຜ່ານ ບັນທຶກ ຄວາມເຂົ້າໃຈ MOU ກັບອົງການ ຈັດຕັ້ງ ທີ່ບໍ່ສັງກັດ ຣັຖບານ ແລະ ອົງການສາກົລ ຕ່າງໆ ໃຫ້ໄວຂຶ້ນ ເພື່ອ ພວກເຂົາເຈົ້າ ຈະສາມາດ ໃຫ້ການ ຊ່ວຍເຫລືອ ແກ່ ຜູ້ເຄາະຮ້າຍໄດ້. ໃຫ້ເພີ່ມຣາຍຈ່າຍ ໂດຍລວມ ຂອງ ຣັຖບານ ໃນການ ບໍຣິການ ຜູ້ເຄາະຮ້າຍ ແລະ ໃນການ ໂຄສະນາ ເຕືອນເຖິງພັຍ ອັນຕຣາຍ ຂອງການ ຄ້າມະນຸດ. ໂດຍ ຮ່ວມກັບ ອົງການ ທ້ອງຖິ່ນ ແລະສາກົລ ໃຫ້ເພີ່ມແຫລ່ງ ຊັພຍາກອນ ແລະ ການຝຶກ ອົບຮົມ ວິຊາຊີບ ເພື່ອສນັບສນູນ ຜູ້ເຄາະຮ້າຍ ຮວມທັງ ທີ່ເປັນຜູ້ຊາຍ ໃນການ ກັບຄືນສູ່ ຊຸມຊົນ ບ້ານເກີດ. ໃຫ້ຫລຸດຜ່ອນ ຄວາມຕ້ອງການ ການທ່ອງທ່ຽວ ທີ່ສແວງຫາ ເຣື່ອງເພດ ໂດຍ ໂຄສະນາ ເຕືອນ ຕາມ ສະຖານທີ່ ເປົ້າໝາຍ ແລະ ປະຕິບັດ ການລົງໂທດ ອາຍາ. ໃຫ້ ພຍາຍາມ ຫລາຍຂຶ້ນ ໃນການ ປາບປາມ ເຈົ້າໜ້າທີ່ ທີ່ ສົມຮູ້ຮ່ວມຄິດ ໂດຍສະເພາະ ໃນຂັ້ນ ທ້ອງຖີ່ນ ແລະ ລົງໂທດ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບການ ຄ້າມະນຸດ.
ນັ້ນຄື ຣາຍງານ ປະຈຳປີ 2014 ກ່ຽວກັບ ການຕ້ານການ ຄ້າມະນຸດ ສ່ວນໜຶ່ງ ຂອງ ກະຊວງ ການ ຕ່າງປະເທດ ສະຫະຣັດ ຊຶ່ງໄດ້ຈັດ ໃຫ້ ສປປລາວ ຢູ່ໃນກຸ່ມທີ 2 ໃນຄວາມ ພຍາຍາມ ຕ້ານການ ຄ້າມະນຸດ ຈາກ ທັງໝົດ 3 ກຸ່ມ.