ສ້າງຫ້ອງແຕ່ງອາຫານ ເພື່ອຫຼຸດຜ່ອນ ການຂາດສານອາຫານ

0:00 / 0:00

ປະມານຕົ້ນເດືອນເມສາ ປີ 2024 ທີ່ຜ່ານມາ ຊາວບ້ານ ບ້ານນາກາງ ເມືອງໃໝ່ ແຂວງຜົ້ງສາລີ ອອກແຮງງານລວມ ສ້າງຫ້ອງແຕ່ງອາຫານໃຫ້ເດັກນ້ອຍ, ແມ່ຖືພາ ແລະແມ່ລູກອ່ອນ ພາຍໃນບ້ານ ເພື່ອຫຼຸດຜ່ອນການຂາດສານອາຫານ ຂອງເດັກນ້ອຍແຕ່ຍັງນ້ອຍ ໂດຍຂະບວນການ ສ້າງຫ້ອງແຕ່ງອາຫານດັ່ງກ່າວ ໄດ້ຮັບທຶນຊ່ອຍເຫຼືອ ຂອງໂຄງການຫຼຸດພົ້ນຄວາມທຸກຍາກ ຫຼື ທລຍ ຈໍານວນ 200 ປາຍລ້ານກີບ ເພື່ອຊື້ວັດຖຸ ອຸປະກອນກໍ່ສ້າງ ທີ່ບໍ່ສາມາດຫາໄດ້ໃນທ້ອງຖິ່ນ ສ່ວນແຮງງານ ແລະໄມ້ຄໍ້າແບບ ແມ່ນຊາວບ້ານພາຍໃນບ້ານປະກອບສ່ວນ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ເມສາ ນີ້ວ່າ:

"ເງິນ 200 ປາຍ (ລ້ານກີບ) ນີ້ແຫຼະ ແປງວັດສະດຸກໍ່ສ້າງຫັ້ນແຫຼະ ມັນຈະມີເທພື້ນ ແລ້ວກໍມີອະນາໄມອີ່ຫຍັງ ຂອບເຂດທີ່ວ່າຂອງໂພຊະນາການນີ້ນ່າ ໄດ້ຮື້ໝົດນ່າ ລັກສະນະຄືກໍ່ສ້າງໃໝ່ຫັ້ນແຫຼະ ຄັນເວົ້າໄປ ພະນັກງານຊຸມຊົນ ປະກອບນໍາກັນ ໂອ້ມີແຕ່ເດັກນ້ອຍ ບ້ານນາກາງຫັ້ນແຫຼະ ຜູ້ທີ່ໄດ້ຮັບຜົນປະໂຫຍດຫັັ້ນນ່າ ເດັກນ້ອຍ 1,000 ວັນຫັ້ນແຫຼະ ຕໍ່າກວ່າ 2 ປີ ລົງມາ ທາງເຂົາເຈົ້າ ທາງບ້ານບໍ ຈຶ່ງໄດ້ຂໍທຶນນໍາເພິ່ນ ຄັນບໍ່ແມ່ນຂອງຊຸມຊົນນີ້ ທາງ ທລຍ ກະບໍ່ສາມາດຊິໃຫ້ໄດ້ ເພາະວ່າເວົ້າເລື້ອງຊຸມຊົນ ໃຫ້ມີສ່ວນຮ່ວມຫຼາຍຄົນເດ້."

ທີ່ຜ່ານມາ ພາຍໃນບ້ານ ບໍ່ມີຫ້ອງແຕ່ງອາຫານໃຫ້ເດັກນ້ອຍ ຈຶ່ງໃຊ້ເຮືອນຂອງແມ່ລູກອ່ອນ ເປັນບ່ອນແຕ່ງອຫານແທນ ສ່ວນວິທີການປຸງແຕ່ງອາຫານນັ້ນ ຈະເປັນໜ້າທີ່ ຂອງແມ່ນລູກອ່ອນ ຍ້ອນໂຄງການ ທລຍ ຈະເຝິກຝົນເຂົາເຈົ້າ ໃຫ້ຮູ້ວິທີການປຸງແຕ່ງອາຫານ ຖືກຫຼັກໂພຊະນາການ ເພື່ອລູກ ແລະໂຕຂອງເຂົາເຈົ້າເອງ ສ່ວນອາຫານ, ເຂົ້າ, ຊີ້ນ, ຜັກ ແລະໝາກໄມ້ນັ້ນ ແຕ່ລະເທື່ອ ທີ່ຈະມີການປຸງແຕ່ງອາຫານ ຈະມີຕາຕະລາງ ແບ່ງໃຫ້ຊາວບ້ານ ພາຍໃນບ້ານ ຊ່ອຍກັນເອົາອາຫານດັ່ງກ່າວ ມາປະກອບສ່ວນ ຢ່າງມີສ່ວນຮ່ວມ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ:

“ເມື່ອກ່ອນນີ້ ບໍ່ມີ ເມື່ອກ່ອນນີ້ ເຂົາເຈົ້າແຕ່ງຢູ່ ເປັນຈຸດຂອງເຮືອນຂອງແມ່ລູກອ່ອນເບາະ ແມ່ມານຫັ້ນນ່າ ດຽວນີ້ມີ ມີບ່ອນແຕ່ງຖາວອນແລ້ວດຽວນີ້ ເວລາແຕ່າງ ພວກແມ່ມານ ແມ່ລູກອ່ອນເຂົາເຈົ້າຢາກຮູ້ ເພາະວ່າທາງ ທລຍ ເພິ່ນໄດ້ເຝິກ ເພິ່ນຢ່າງດີ ວ່າຊິກິນແນວໃດ ຊິປຸງແຕ່ງແນວໃດ ໃຫ້ເດັກນ້ອຍມັນມັກແນວໃດ ອີ່ຫຍັງເຮົາກະມີຫຼາຍສູດເນາະ ເພາະວ່າໂຕນີ້ ມັນເປັນແຜນຍຸດທະສາດ ຄືຂອງແຂວງ ຂອງເມືອງ ຂອງສູນກາງກະ ເພື່ອໃຫ້ເດັກເນາະ ເດັກຕໍ່າກວ່າ 1,000 ວັນ, ແມ່ມານ ແມ່ລູກອ່ອນ ໄດ້ຮັບສານອາຫານ ຢ່າງພຽງພໍຫັ້ນແຫຼະ ໂດຍສະເພາະອາຫານທີ່ຄົບໝວດຄົບໝູ່ ອອກຈາກພາວະໂລກຄົນເຕັ້ຍເນາະ.”

ຫ້ອງແຕ່ງອາຫານ ທີ່ຊາວບ້ານຮ່ວມກັນສ້າງໃນເທື່ອນີ້ນັ້ນ ໄດ້ເອົາຫ້ອງພັກເກົ່າ ຂອງພະນັກງານຊາວຫວຽດນາມ ທີ່ມາເປັນຄົນງານປູທາງ ໃຫ້ທາງຫຼວງແຫ່ງຊາດລາວ ພາຍໃນເມືອງໃໝ່ ມາປຸກສ້າງໃຫ້ເປັນຫ້ອງແຕ່ງອາຫານ ແລະໄດ້ແບ່ງເນື້ອທີ່ສ່ວນໜຶ່ງ ເປັນຫ້ອງການປົກຄອງບ້ານ ພາຍຫຼັງທີ່ ບ້ານນາກາງ ບໍ່ມີທັງຫ້ອງແຕ່ງອາຫານໃຫ້ເດັກນ້ອຍ ແລະບໍ່ມີທັງ ຫ້ອງການປົກຄອງບ້ານ.

ດັ່ງຊາວບ້ານ ຈາກບ້ານນາກາງ ຜູ້ທີ 1 ກ່າວວ່າ:

"ເຮົາກໍຫາເອົາອັນນ່າ ແຄ້ມເກົ່າຂອງຄົນຫວຽດ ເຂົາເຈົ້າມາເຮັດທາງ 2 E ເດ້ ທາງຫຼວງແຫ່ງຊາດນີ້ ທາງເມືອງມອບໃຫ້ ເປັນຫ້ອງເຮັດອາຫານ ມັນບໍ່ມີແບບເຮືອນເຮັດອາຫານຫັ້ນເດ້."

ຂະນະທີ່ ຊາວບ້ານ ຈາກບ້ານນາກາງ ຜູ້ທີ 2 ກ່າວວ່າ ການສ້າງຫ້ອງແຕ່ງອາຫານໃຫ້ເດັກນ້ອຍນີ້ ເປັນສິ່ງຈໍາເປັນຂອງຊາວບ້ານ ຍ້ອນເຮັດໃຫ້ປະຊາຊົນພາຍໃນບ້ານ ເປັນເຈົ້າການ ເພື່ອຫຼຸດຜ່ອນອັດຕາ ການຂາດສານອາຫານຂອງເດັກນ້ອຍ ແຕ່ຍັງນ້ອຍ.

ດັ່ງທ່ານກ່າວວ່າ:

“ໜຶ່ງກໍ່ເຮັດໃຫ້ເດັກຫັ້ນ ມີການເຕີບໃຫຍ່ ຂະຫຍາຍໂຕເນາະ ສອງມາ ກໍ່ເວົ້າເລື້ອງ ໃຫ້ມັນຄົບສານອາຫານເນາະ ສານອາຫານ 5 ໝວດ 5 ໝູ່ຫັ້ນນ່າ ຄັນຊິເວົ້າໄປເນາະ ເພາະຢູ່ທ້ອງຖິ່ນນີ້ ບໍ່ກິນ ເຂົາວ່າສົ່ງເສີມເບື້ອງຕົ້ນນີ້ຫັ້ນນ່າ ເພື່ອໃຫ້ເດັກນ້ອຍຫັ້ນ ສຸຂະພາບແຂງແຮງ ຢູ່ທ້ອງຖິ່ນນີ້ ຍ້ອນບໍ່ມີຫັ້ນແຫຼະ ມີແຕ່ກິນເຂົ້າ ກິນໜໍ່ໄປຈັ່ງຊັັ້ນແຫຼະ ຄັນວ່າຖ້າທຽບໃສ່ຢູ່ແຂວງອື່ນ ວ່າຊັ້ນສາ ທົ່ວໄປເທດລາວນີ້ນ່າ ແຂວງຜົ້ງສາລີ ເຮົານີ້ນ່າຍັງຂາດສານອຫານ ນໍ້າໜັກບໍ່ເຖິງຫັ້ນແຫຼະ.”

ໃນວັນທີ 3 ເດືອນຕຸລາ ປີ 2023 ຜ່ານມາ ສູນສະຖິຕິແຫ່ງຊາດ ຮ່ວມກັບ ສະຫະພາບຢຸໂຣບ ແລະອົງການຢູນິເຊບ ເຜີຍຜົນສໍາຫຼວດຄົວເຮືອນ ຢູ່ແຂວງຜົ້ງສາລີ ເພື່ອຊ່ອຍສ້າງນະໂຍບາຍ ວ່າດ້ວຍ ໂພຊະນາການ ທີ່ມີປະສິດທິພາບຫຼາຍກວ່າເກົ່າ ລະບຸວ່າ ແຂວງຜົ້ງສາລີ ມີອັດຕາເດັກນ້ອຍ ອາຍຸ 6-59 ເດືອນ (ຫຼື 6 ເດືອນ ຫາ 5 ປີ) ຍັງຂາດສານອາຫານຫຼາຍຢູ່ ເຮັດໃຫ້ຮ່າງກາຍ ມີພາວະຄວາມສູງ ບໍ່ໄດ້ມາດຕະຖານ 42.4% ແລະ ມີພາວະ ນໍ້າໜັກຫຼຸດມາດຕະຖານ 21%.