ປັດຈຸບັນ ກາເຟລາວ ເປັນທີ່ຮູ້ ຈັກກັນດີ ແລະເປັນທີ່ ນິຍົມກັນ ຫລາຍຢູ່ສະຫະພາບ ຢູໂຣບ ເປັນຕົ້ນກາເຟ ທີ່ປູກແບບ ທຳມະຊາດ ໃສ່ຝຸ່ນຄອກຫລື ຝຸ່ນທຳມະຊາດ ບໍ່ໃສ່ຝຸ່ນ ວິທະຍາສາດ ຫລືຝຸ່ນເຄມີ ຫລືທີ່ເອີ້ນກັນວ່າ ກາເຟອ໊ອກການິກ ຊຶ່ງຈະເຮັດ ໃຫ້ສາມາດ ສົ່ງໄປຂາຍ ໃນຕະຫລາດໂລກ ໄດ້ຢ່າງກວ້າງຂວາງ ແລະຈຳໜ່າຍ ໄດ້ຣາຄາສູງ ທັງໃນປະເທດ ຍີ່ປຸ່ນ ສະຫະຣັດອາເມຣິກາ ແລະສະຫະ ພາບຢູໂຣບ.
ສຳລັບຕລາດ ສະຫະພາບຢູໂຣບ ປະເທດທີ່ ຮູ້ຈັກກາເຟ ລາວຫລາຍກວ່າ ໝູ່ກໍແມ່ນ ເຢັຍຣະມັນ ສະວິດເຊິແລນ ແລະໂປແລນ ກາເຟຢູ່ລາວ ທີ່ປູກໄດ້ດີ ແລະເປັນທີ່ ນິຍົມກັນ ເກືອບວ່າທັງ ໝົດປູກໃນເຂດ ເມືອງປາກຊ່ອງ ແຂວງຈຳປາສັກ ພາກໄຕ້ຂອງລາວ ຈົນຄົນທົ່ວ ໄປໃຫ້ຊື່ວ່າ ກາເຟປາກຊ່ອງ ຖ້າໝາກນັດ ກໍແມ່ນໝາກນັດ ຫລັກ 16 ທາງຂື້ນປາກຊ່ອງ ທີ່ມີຄວາມ ນິຍົມກັນ ທັງຫອມທັງຫວານ.
ຊາວເມືອງປາກຊ່ອງ ທີ່ມີຈຳນວນປະມານ 20ພັນຄົນ ໃນ119ໝູ່ບ້ານ ມີໄຮ່ກາເຟ ເປັນຂອງຕົນເອງ ທັງຂະໜາດໃຫຍ່ ແລະຂະໜາດນ້ອຍ ຂື້ນຢູ່ກັບ ກຳລັງແຮງງານ ໃນຄອບຄົວ ແລະມີຈຳ ນວນນຶ່ງເຮັດ ວຽກຮັບເໝົາ ກັບສວນກາເຟ ຂະໜາດໃຫຍ່ ທີ່ຢູ່ໄກ້ຄຽງ ເຊັ່ນສວນກາ ເຟດາວເຮືອງ ສວນກາເຟ ສີສະໜຸກ ສວນກາເຟວິໂກ້ ສວນກາເຟ ກຸ່ມອິນຕຣາ ເວົ້າເຖິງການ ປູກກາເຟ ເຈົ້າຂອງສວນ ກາເຟ 11ເຮັກຕາ ໃນເຂດເມືອງ ປາກຊ່ອງທ່ານນຶ່ງ
ມີຄວາມເຫັນວ່າ ໂດຍທົ່ວໄປແລ້ວ ທາງການລາວ ມີນະໂຍບາຍ ຂະຫຍາຍພື້ນ ທີ່ປູກກາເຟ ໃນເຂດພູພຽງ ບໍລິເວນ ຊຶ່ງກວມເອົາ ພື້ນທີ່ 3ແຂວງພາກ ໄຕ້ຄືແຂວງ ຈຳປາສັກ, ສາລະວັນ ແລະອັດຕະປື ແຕ່ກໍຍັງຄາ ຫລາຍບັນຫາ ຮວມທັງຍັງ ບໍ່ທັນມີເງິນທຶນ ແລະຄົນງານ ໃນລະດູເກັບ ກ່ຽວໝາກກາເຟ ຊຶ່ງນາຍທຶນ ຜູ້ເປັນເຈົ້າ ຂອງສວນກາເຟ ຂະໜາດໃຫຍ່ ໄດ້ແກ້ໄຂບັນ ຫາການຂາດເຂີນ ແຮງງານດ້ວຍ
ການຈ້າງຄົນງານ ວຽດນາມມາຈາກ ເມືອງດັກໂຕ ເມືອງກອນຕູ້ມ ແລະເມືອງເປລກູ ຂອງວຽດນາມ ເຂົ້າມາໂດຍ ສະເລັ່ຍໃນ ແຕ່ລະສວນ ຈະມີຄົນ ງານວຽດນາມ ແຕ່50ຄົນ ຫາ120ຄົນ ແລະເຫັນວ່າ ຊາວວຽດ ມີຈຳນວນ ຫລາຍເພິ່ມຂື້ນ ໃນແຕ່ລະປີ ຊຶ່ງສ່ວນໃຫຍ່ ຈະມາກັນ ເປັນຄອບຄົວ ມີທັງພໍ່ແມ່ ແລະລູກເລັກ ເດັກແດງ ກໍນຳເຂົ້າມາ ແລະມີແນວ ໂນ້ມຫລາຍຂື້ນ ນຳເລື້ອຍໆ ຊຶ່ງຕາມຂ່າວວ່າ ສ່ວນນຶ່ງກໍເປັນຍ້ອນ ຊາຍໜູ່ມຍິງສາວ ຊາວເມືອງປາກຊ່ອງ ນິຍົມກັນເດີນທາງ ໄປເຮັດວຽກ ຢູ່ປະເທດໄທ ໂດຍໃຫ້ເຫດ ຜົນວ່າໄດ້ ຮັບຄ່າຈ້າງດີກວ່າ ເວົ້າເຖິງການ ຂະຫຍາຍພື້ນ ທີ່ປູກກາເຟ ຢູ່ລາວກໍ ຍັງມີບັນຫາ ນອກຈາກທຶນ ຮອນແລ້ວກໍຍັງ ມີບັນຫາ ກ່ຽວກັບການ ເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ຊຶ່ງຕົກຄ້າງມາ ແຕ່ສະໃໝ ສົງຄາມວຽດນາມ ຍ້ອນພວກຄອມມິວນິສ ວຽດນາມເໜືອ ບຸກໂຈມຕີກອງ ກຳລັງຂອງຝ່າຍ ຣາຊອານາຈັກ ລາວແລໄຊ້ ຜືນແຜ່ນດິນລາວ ເປັນເສັ້ນທາງ ລຳລຽງຂົນສົ່ງ ກອງທະຫານ ແລະອາວຸດຍຸດ ໂທປະກອນ ສົງຄາມຂອງຕົນ ຢ່າງຫລວງ ຫລາຍລົງສູ່ ພາກໄຕ້ຊຶ່ງ ໄດ້ຊິ້ນສຸດລົງ ເມື່ອ30ກວ່າປີກ່ອນ
ຕາມຕົວເລກ ຂອງສະມາຄົມ ກາເຟລາວ ຄາດວ່າໃນການ ເກັບກ່ຽວປີ 2007 ໄດ້ຜົນຜະລິດ ກາເຟພຽງ ປະມານ16 ພັນຕັນ ຄືບໍ່ໄດ້ ຕາມຄາດໝາຍ ທີ່ໄດ້ວາງ ເອົາໄວ້ວ່າ ຈະໄດ້ເຖິງ 20ພັນຕັນ ຊຶ່ງໃນນັ້ນ ວ່າຈະໄດ້ກາເຟ ໂຣບັສຕ້າ 17ພັນຕັນ ແລະກາເຟ ອາຣາບິກ້າ 3ພັນຕັນ ສຳລັບປີ 2006 ແມ່ນຜະລິດ ກາເຟໄດ້ພຽງ8 ພັນຕັນຊຶ່ງ ເປັນປີທີ່ໄດ້ ຮັບຜົນຜະລິດ ຕ່ຳທີ່ສຸດ ເນື່ອງຈາກສະພາບ ດິນຟ້າອາກາດ ໜາວເຢັນຫລາຍ ເປັນເວລານານ ເຮັດໃຫ້ດອກ ກາເຟບໍ່ສາ ມາດແຕກອອກ ເປັນເມັດໄດ້ ຖ້າເບີ່ງໄປເຖິງປີ 2005 ກໍເຫັນວ່າ ລາວຜະລິດ ກາເຟໄດ້ຫລາຍ ກວ່າປີ 2006 ເຖິງ 4ພັນຕັນ ຄືໄດ້12ພັນຕັນ ແລະໃນປີ2004 ຍິ່ງຜະລິດໄດ້ ຫລາຍຄື 23 ພັນຕັນກາເຟ ທີ່ປູກໃນເຂດ ເມືອງປາກຊ່ອງ ເປັນກາເຟ ອາຣາບິກາ ສາຍພັນ ກາຕິມໍ ຊຶ່ງເປັນສາຍພັນ ດຽວກັບກາເຟ ທີ່ປູກໃນແຂວງ ຊຽງຮາຍຂອງ ໄທແລະໄດ້ ໝາກກາເຟ ທີ່ມີຄຸນ ນະພາບດີຄືກັນ
ເວົ້າເຖິງການປູກ ແລະການເກັບ ກ່ຽວກາເຟ ສາຍພັນຕ່າງໆ ຮວມທັງສາຍພັນ ກາຕິມໍ ເຈົ້າຂອງສວນກາເຟ 20 ເຮັກຕາ ຢູ່ເຂດເມືອງ ປາກຊ່ອງເວົ້າ ວ່າການຊ່ວຍ ເຫລືອຂອງອົງ ການສາກົນ ຊາວສວນກາເຟ ເມືອງປາກຊ່ອງ ປະສົບຄວາມ ສຳເລັດໃນການ ຟື້ນຟູກາເຟ ອາຣາບິກາ ສາຍພັນ ຕິປິກາ ອັນເປັນສາຍພັນ ທີ່ຝຣັ່ງເສດ ນຳເຂົ້າມາ ປູກຢູ່ລາວ ເມື່ອ 100 ປີກ່ອນ. ຕົ້ນກາເຟ ສະໜິດນີ້ ມັກແສງແດດ ກາງແຈ້ງ.ກາເຟ ອາຣາບິກາ ສາຍພັນຕິປິກາ ໄດ້ຮັບຄວາມນິຍົມ ຫລາຍໃນຢູໂຣບ ເພາະມັນມີ ກິ່ນຫອມຫລາຍ ແລະມີຣົດສົ້ມ ນ້ອຍນຶ່ງຂາຍ ໄດ້ຣາຄາສູງກວ່າ ກາເຟ ອາຣາບິກາ ທົ່ວໄປ ຊຶ່ງບໍລິ ສັດດາວເຮືອງ ບໍລິສັດສີສະໜຸກ ແລະຜູ້ຜະລິດລາຍ ນ້ອຍເຊັ່ນ ກາເຟພູລາວ Lao Mountain Coffee ນຳອອກຂາຍ ພາຍໄຕ້ເຄື່ອງ ໝາຍການຄ້າ ຂອງຕົນເອງ ກາເຟລາວ ສາຍພັນ ຕີປີກາ ໄດ້ຣາຄາ ສູງເຖິງຕັນ ລະ3,300 ໂດລາສະຫະຣັດ ໃນຂະນະທີ່ ຣາຄາກາເຟ ອະຣາບິກາ ພຣີມິຍຽມ ໃນຕະຫລາດ ໂລກຕັນລະ 2,600 ໂດລາ ແລະກາເຟ ໂຣບັສຕ້າ ຄຸນນະພາບດີ ມີຣາຄາພຽງ 1,700 ໂດລາ ແຕ່ກາເຟ ທີ່ປູກໄດ້ຫລາຍ ກວ່າໝູ່ກໍຍັງ ເປັນກາເຟສາຍພັນ ໂຣບັສຕາ ເຖິງວ່າຈະຂາຍ ໄດ້ຣາຄາຕ່ຳກ ວ່າກາເຟ ອາຣາບິກາ ກໍດີ.
ບໍລິສັດດາວເຮືອງ ຊຶ່ງເປັນຜູ້ຜະລິດ ແລະເປັນຜູ້ສົ່ງ ກາເຟອອກລາຍ ໃຫຍ່ທີ່ສຸດຂອງ ລາວມີເນື້ອທີ່ ປູກກາເຟຫລາຍ ກວ່າ250ເຮັກຕາ ແລະມີເຄືອຂ່າຍ ທີ່ເປັນຊາວ ສວນອີກ ຈຳນວນຫລາຍ ຊຶ່ງແຕ່ລະປີ ສົ່ງກາເຟອອກ ໃນລະຫວ່າງ 10ພັນ ຫາ20ພັນຕັນ.
ກາເຟລາວ ເລີ່ມເຂົ້າສູ່ ຕະຫລາດໄທ ຢ່າງເປັນລະບົບ ໃນຕົ້ນປີ 2007 ຫລັງຈາກຣັຖບານໄທ ໄດ້ເລີ່ມລຸດ ພາສີໃຫ້ ແກ່ການນຳ ໝາກກາເຟ ຂົ້ວເຂົ້າປະເທດ ໃຫ້ຍັງເຫລືອພຽງ 5ສ່ວນຮ້ອຍ ແຕ່ຍັງເກັບພາສີ 40ສ່ວນຮ້ອຍ ສຳລັບໝາກກາເຟດິບ ແລະໃນຕົ້ນປີ 2008 ທີ່ຜ່ານມານີ້ ບໍລິສັດກາ ເຟດາວເຮືອງ ກໍໄດ້ແຕ່ງຕັ້ງ ບໍລິສັດ “ຊຳບາຍດີ ຈຳກັດ” ຊຶ່ງເປັນບໍລິສັດ ຫຸ້ນສ່ວນກັບ ຊາວໄທຂື້ນ ຢູ່ບາງກອກ ປະເທດໄທ ເພື່ອເປັນຕົວແທນ ຈຳໜ່າຍສິນຄ້າ ພາຍໄຕ້ເຄື່ອງໝາຍ ກາເຟດາວ ແລະເມືອ່ກ່ອນ ກໍມີການ ຄາດກັນວ່າ ກາເຟສີໜຸກ ຈະຕ້ອງໄຊ້ ເວລາເຖິງຕົ້ນ ປີ2009ນີ້
ໃນການທີ່ ຈະສົ່ງກາເຟສົດ ແລະກາເຟ ທີ່ດື່ມໄດ້ໂລດ ເຂົ້າຕະຫລາດໄທ ແລະພອ້ມກັນ ນັ້ນກໍຈະ ເຈາະຕະຫລາດ ກາເຟອ໊ອກການິກ ໃນຢູໂຣບ ຊຶ່ງ ທ່ານສີສະໜຸກ ໄດ້ເວົ້າວ່າ ຜະລິດຕະ ພັນກາເຟຂອງ ບໍລິສັດທ່ານ ກຳລັງຈະໄດ້ຮັບ ໃບຮັບຮອງ ສິນຄ້າກະເສດ ຂາເຂົ້າໃນ ຕໍ່ໜ້ານີ້ແລະ ຜູ້ອຳນວຍການ ວິສາຫະກິດ ປະສົມປາກ ຊ່ອງພັດທະນາ ຂາເຂົ້າ ຂາອອກ ກ່າວວ່າ ປັດຈຸບັນ ຕະຫລາດໂລກ ຕ້ອງການກາເຟ ຈາກ ພູພຽງບໍລິເວນ ຂອງລາວນັ້ນ ຫລາຍເສັຍດາຍ ແຕ່ວ່າຍັງ ຜະລິດໄດ້ນ້ອຍ
ແຕ່ເຖິງຢ່າງ ໃດກໍດີ ເວົ້າເຖິງການ ຜະລິດກາເຟ ຈະໄດ້ນ້ອຍ ຫລືຫຍາຍ ບໍ່ວ່າຈະ ແມ່ນຢູ່ລາວ ຫລືຢູ່ປະເທດ ອື່ນໆກໍດີແມ່ນຍັງ ຂື້ນກັບສະພາບ ດິນຟ້າອາກາດ ຫລາຍແລະມັກ ຈະໄດ້ຮັບຜົນ ເກັບກ່ຽວນ້ອຍ ໃນເມື່ອມີ ອາກາດໜາວຈັດ ເປັນເວລາຕິດ ຕໍ່ກັນດົນນານ.