ສລອງປີໃໝ່ລາວໃນ ສະຫະຣັຖ ອະເມຣິກາ
ເມື່ອມາຮອດ ເດືອນເມສາ ຂອງທຸກໆປີ, ຊຸມຊົນຊາວລາວ ທີ່ຕັ້ງຖິ່ນຖານ ໃນຕ່າງປະເທດ ພາກັນ ສລອງເທສການ ປີໃໝ່ລາວ. ສໍາລັບ ສະຫະຣັຖ ອະເມຣິກາ ຢູ່ແຕ່ລະເມືອງ ໃນຣັຖຕ່າງໆ ກໍສລອງກັນ ໃນທ້າຍສັປດາ, ເປັນຕົ້ນແມ່ນ ຢູ່ ເມືອງ ແຊນດີເອໂກ ກໍານົດຈັດຂຶ້ນ ໃນວັນທີ 3, ຊັນ ຟແຣນສິສໂກ ວັນທີ 10, ທີ່ ວັດລາວ ພຸທວົງ, ຣັຖເວີ ຈີເນັຍ, ວັນທີ 17 ແລະ ອີກຫລາຍໆຣັຖ ກໍພາກັນສລອງ ເຊັ່ນດຽວກັນ. ກ່ຽວກັບ ການສລອງປີໃໝ່ລາວ ນີ້, ຈະເຣີນສຸກ ມີສັມພາດ ຄະນະຜູ້ຈັດງານ ທີ່ ນະຄອນ ແຊນ ແຟຣນຊິສໂກ ມາສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"