ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ສັປະດາ ທີ່ຜ່ານມາ ເລື້ອງ ບ້ານຄົນລາວ ຢູ່ ບ້ານໄຜ່ໜອງ ແຂວງອະຢຸດທະຍາ ມາຮອດ ບົດທີ່ກ່າວເຖິງ ປະຫວັດ ຫລື ຄວາມເປັນມາ ຂອງບ້ານ ວ່າ ຄົນບ້ານໄຜ່ໜອງ ເປັນ ຊາວວຽງຈັນ ຊຶ່ງໄດ້ ອົບພະຍົບ ເຂົ້າສູ່ສຍາມ ໃນສະໄໝ ຣັຊການທີ່ 2 ຂອງບາງກອກ ຄຶ ພາກັນ ອົບພະຍົບ ມາເອງ, ບໍ່ໄດ້ ຖືກກວາດຕ້ອນ ແຕ່ຢ່າງໃດ.
ຫລັກຖານ ທີ່ຢັ້ງຢືນ ໃນເລື້ອງນີ້ ກໍຄື ຄົນລາວ ກຸ່ມນີ້ ມີຊັບສົມບັດ ຕິດຕົວມາ ຫລາຍອັນ ຫລາຍແນວ, ມີທັງ ແກ້ວແຫວນ ເງິນຄຳ ແລະ ທີ່ສຳຄັນ ຄື ພວກເຂົາເຈົ້າ ໄດ້ເອົາ ພຣະພຸດທະຮູບ ໄປດ້ວຍ, ຊຶ່ງປະຈຸບັນ ພຣະພຸດທະຮູບ ອົງນີ້ ກໍຄື ພຣະເຈົ້າໃຫຍ່ ຫລື ພຣະປະທານ ຢູ່ໃນສິມ ຂອງໝູ່ບ້ານ ນັ້ນເອງ. ດັ່ງນັ້ນ ຈຶ່ງເປັນໄປບໍ່ໄດ້ ວ່າ ຄົນລາວ ກຸ່ມນີ້ ຈະຖືກ ກວາດຕ້ອນມາ ເພາະ ຄົນທີ່ຖືກ ກວາດຕ້ອນ ຈະມີ ເຄື່ອງຂອງ ມີຄ່າ ດັ່ງກ່າວ ມາໄດ້ ແນວໃດ.
ສັປະດານີ້ ເຮົາຈະພາທ່ານ ໄປພົບກັບ ຊີວິດ ຄວາມເປັນຢູ່ ຂອງຄົນລາວ ບ້ານໄຜ່ໜອງ ໃນຊ່ວງ ທຳອິດ ທີ່ພວກ ເຂົາເຈົ້າ ຕັດສິນໃຈ ກັນວ່າ ຈະລົງຫລັກ ປັກຖານ ໃຫ້ໝັ້ນແກ່ນ ຢູ່ແຜ່ນດິນ ສຍາມ.
(ສຽງແຄນ)
ເມື່ອລ່ອງແພ ມາຕາມ ແມ່ນ້ຳ ປ່າສັກ ຮອດບ້ານ ທີ່ມີ ປ່າໄຜ່ ຕຶບໜາ ແລະ ເຫັນວ່າ ການທີ່ມີ ໄມ້ໄຜ່ ຢ່າງຫລວງຫລາຍ ແລະ ຍັງມີນ້ຳ ໃນແມ່ນ້ຳ ປ່າສັກ ທີ່ໄຫລລິນ ຢູ່ ບໍ່ບົກແຫ້ງ ຈັກເທື່ອນັ້ນ, ຈະເປັນບ່ອນ ທີ່ເໝາະສົມ ກັບການ ໃຊ້ຊີວິດ ແລະ ການເຮັດຢູ່ ທຳກິນ. ທີ່ສຳຄັນ ຄື ຊັບພະຍາກອນ ທັມມະຊາດ ທັງສອງຢ່າງນີ້ ຈະເປັນຫລັກ ປະກັນ ໃຫ້ກັບ ອາຊີບຊ່າງ ຂອງ ພວກເຂົາເຈົ້າ ໄດ້.
ຄົນລາວ ກຸ່ມນີ້ ມາເຖິງ ບ່ອນນີ້ ເທື່ອທຳອິດ, ພວກເຂົາເຈົ້າ ໄດ້ພາກັນ ອາໄສ ຢູ່ເທິງແພ ໃນແມ່ນ້ຳ ປ່າສັກ ກ່ອນ, ຍັງບໍ່ມີ ຜູ້ໃດ ໄດ້ຂຶ້ນ ໄປຢູ່ ເທິງບົກ ເທື່ອ. ທັງນີ້ ອາດຈະເປັນ ຍ້ອນວ່າ ຄົນກຸ່ມນີ້ ທັງໝົດ ເປັນຊ່າງ ຄື ຊ່າງຕີເງິນ ແລະ ຊ່າງຕີຄຳ. ການຊອກ ດິນຢູ່ ຫລື ການຂຶ້ນ ຈາກແພ ໄປຢູ່ເທິງບົກ ຈຶ່ງບໍ່ມີ ຄວາມຈຳເປັນ.
ການຕີເງິນ ຕີຄຳ ບໍ່ຕ້ອງໃຊ້ ພື້ນທີ່ ຫລວງຫລາຍຫຍັງ, ຢູ່ເທິງເຮືອ ເທິງແພ ກໍສາມາດ ປະກອບ ອາຊີບ ນີ້ໄດ້. ອີກປະການນຶ່ງ ການຂຶ້ນ ຢູ່ເທິງບົກ ໃນຂະນະ ທີ່ບໍ່ມີ ເງິນຄຳ ພໍຈະປຸກເຮືອນໄດ້ ຢ່າງໝັ້ນຄົງ ອາດຈະເປັນ ການບໍ່ປອດໄພ ເພາະເງິນ ແລະ ຄຳ ເປັນຂອງ ມີຄ່າ. ຖ້າຫາກວ່າ ຮັກສາໄວ້ ໃນເຮືອ ກໍຈະປອດໄພ ແລະ ສາມາດ ເບິ່ງແຍງ ໄດ້ດີກວ່າ ຢູ່ເຮືອນ ເທິງໂຄກ, ຊຶ່ງຜູ້ຮ້າຍ ອ້າຍຂະໂມຍ ຈະສາມາດ ເຂົ້າເຖິງ ໄດ້ງ່າຍ. ພວກເຂົາເຈົ້າ ຈຶ່ງໄດ້ຢູ່ ໃນເຮືອ ແລະ ມີອາຊີພ ຮັບຕີເງິນຕີຄຳ ໂດຍຍັງບໍ່ມີ ຜູ້ໃດ ຂຶ້ນບົກ.
ຕາແສງ ບັນຢັດ ຄຳສີ ຜູ້ຕາງໜ້າ ຊາວບ້ານ ໄຜ່ໜອງ ເວົ້າວ່າ ການຢູ່ ອາໄສ ເທິງເຮືອແພ ຂອງຄົນລາວ ບ້ານໄຜ່ໜອງ ນັ້ນ ຕ້ອງເປັນຄົນ ທີ່ມີ ອາຍຸ 80 ຫາ 90 ປີ ຂຶ້ນໄປ ຈຶ່ງຈະມີ ໂອກາດ ໄດ້ເຫັນ ພາບວິຖີຊີວິດ ໃນຊ່ວງ ທຳອິດ ມາຢູ່ ບ້ານໄຜ່ໜອງ. ສຳລັບ ຜູ້ກ່ຽວ ທີ່ ປະຈຸບັນ ມີອາຍຸ 74ປີ ນັ້ນ ບໍ່ທັນ ໄດ້ເຫັນ ເທື່ອ, ໄດ້ຍິນ ແຕ່ຜູ້ເຖົ້າ ຜູ້ແກ່ ເວົ້າໃຫ້ຟັງ ອີກຕໍ່ນຶ່ງ. ຕາແສງ ບັນຢັດ ເວົ້າວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ວັດມະເຫຢົງ ຄືວັດ ທີ່ຄົນ ບ້ານໄຜ່ໜອງ ໃນປະຈຸບັນ ໄຊ້ເປັນບ່ອນ ຢຶດໜ່ຽວ ຈິດໃຈ ແລະ ເປັນ ບ່ອນທຳບຸນ, ທຳທານ, ຮັກສາສີນ, ຟັງເທດ, ຟັງທັມ ຕາມແບບ ສະບັບ ຂອງຊາວພຸທ ທັງຫລາຍ. ວັດນີ້ ກໍຄືກັນ ກັບວັດ ເກືອບທຸກວັດ ໃນແຂວງ ພຣະນະຄອນ ສີອະຢຸດທະຍາ, ໂດຍສະເພາະ, ວັດທີ່ຕັ້ງຢູ່ ແຄມແມ່ນ້ຳ ປ່າສັກ ມັກຈະປິ່ນ ໜ້າວັດ ໄປທາງ ແມ່ນ້ຳ ແລະ ປິ່ນຫລັງວັດ ໄປໃສ່ປ່າໄມ້ ຫລື ທົ່ງນາ, ເນື່ອງຈາກວ່າ ຄົນໃນສະໄໝ ອາດີດ ໃຊ້ເສັ້ນທາງ ທາງນ້ຳ ຫລາຍກວ່າ ທາງບົກ.
ເພາະເຫດນີ້ ມາຮອດ ປະຈຸບັນ ທີ່ ການຄົມະນາຄົມ ທາງບົກ ຈະເຣີນ ກວ່າທາງນ້ຳ, ວັດທັງຫລາຍ ຈຶ່ງອ່ວາຍໜ້າ ໄປສອງທາງ ຄື ມີໜ້າວັດ ທັງທາງນ້ຳ ແລະ ທາງບົກ ຊຶ່ງສ້າງ ຄວາມສັບສົນ ແລະ ຫຍຸ້ງຍາກ ໃຫ້ແກ່ຄົນ ໃນປະຈຸບັນ ຍ້ອນບໍ່ຮູ້ວ່າ ທາງໃດ ເປັນໜ້າວັດ, ທາງໃດ ເປັນຫລັງວັດ ກັນແທ້.
ວັດມະເຫຢົງ ຊຶ່ງຕັ້ງຢູ່ ແຄມແມ່ນ້ຳ ປ່າສັກ ແລະ ຢູ່ ກາງບ້ານໄຜ່ໜອງ ນັ້ນ ຢູ່ ບໍຣິເວນ ໜ້າວັດ ຖືວ່າ ເປັນຊ່ວງ ທີ່ແມ່ນ້ຳ ປ່າສັກ ມີຄວາມກວ້າງ ກວ່າບໍຣິເວນ ອື່ນ ແລະ ໃນແມ່ນ້ຳ ປ່າສັກ ຈະມີ ເຮືອຈັກ ຂົນສົ່ງ ນ້ຳມັນ ແລະ ສິນຄ້າ ໄປມາ ຢູ່ຕລອດ ເວລາ. ດັ່ງນັ້ນ, ຈຶ່ງເຫັນ ໄດ້ວ່າ ແມ່ນ້ຳ ປ່າສັກ, ນອກຈາກ ຈະມີນ້ຳ ຢູ່ສເມີ ບໍ່ເຄີຍ ບົກແຫ້ງ ຊຶ່ງເປັນ ຫລັກປະກັນ ໃນການ ເຮັດຢູ່ ທຳກິນ ສຳລັບ ຜູ້ທີ່ໃຊ້ນ້ຳ ເພື່ອ ທຳການກະເສດ ແລ້ວ, ແມ່ນ້ຳ ປ່າສັກ ກໍຍັງເປັນ ຄືສາຍເລືອດ ໃຫຍ່ຂອງຣະບົບ ເສຖກິດ ຂອງຄົນ ໃນພາກກາງ ຂອງໄທ ອີກດ້ວຍ. ແມ່ນ້ຳ ປ່າສັກ ຖືວ່າເປັນ ເສັ້ນທາງ ຄົມະນາຄົມ ທາງນ້ຳ ອັນສຳຄັນ, ບໍ່ແມ່ນ ແຕ່ໃນອາດີດ ຊຶ່ງການຄົມະນາຄົມ ທາງບົກ ຍັງບໍ່ທັນໄດ້ພັທນາ ຄືທຸກມື້ນີ້ ເທົ່ານັ້ນ; ແຕ່ຫາກ ມີຄວາມສຳຄັນ ຈົນຮອດ ປະຈຸບັນນີ້ ອີກດ້ວຍ.
ພໍ່ບ້ານ ຫລື ຜູ້ໃຫຍ່ບ້ານ ບ້ານໄຜ່ໜອງ ຄົນປະຈຸບັນ ຄື ຜູ້ໃຫຍ່ ປະຍົງ ແກ້ວກຸດັນ ອາຍຸ 47 ປີ ກັບພໍ່ຂອງຜູ້ກ່ຽວ ຄື ພໍ່ເຖົ້າ ສາຍຢຸດ ແກ້ວກຸດັນ ອາຍຸ 75 ປີ ເວົ້າຊູ່ຟັງວ່າ ແຕ່ກ່ອນ ແມ່ນ້ຳປ່າສັກ ບໍ່ໄດ້ກວ້າງ ຄືໃນປະຈຸບັນ; ແຕ່ເມື່ອ ກະແສນ້ຳ ກັດເຊາະດົນນານໄປ ແມ່ນ້ຳ ກໍເລີຍ ກວ້າງອອກ, ໂດຍສະເພາະ ຢູ່ ບໍຣິເວນ ໜ້າວັດ, ຖືວ່າ ເປັນຊ່ວງ ທີ່ແມ່ນ້ຳ ປ່າສັກ ມີຄວາມກວ້າງ ຫລາຍກວ່າ ບ່ອນອື່ນ.
(ສຽງແຄນ)
ບໍຣິເວນ ໜ້າວັດ ນີ້ເອງ ຄື ບໍຣິເວນ ທີ່ກຸ່ມຄົນລາວ ທັງໝົດ ໄດ້ອາໄສ ຢູ່ໃນນ້ຳ ເທິງເຮືອແພ ແລະ ປະກອບ ອາຊີບ ຕີຄຳ ຊຶ່ງການຕີຄຳ ຫລືຕີເງິນ ບໍ່ຕ້ອງໃຊ້ ພື້ນທີ່ຫລາຍ ເພາະວຽກງານ ການຕີຄຳ ຖືວ່າ ເປັນວຽກງານ ທີ່ຕ້ອງໃຊ້ ຄວາມລະອຽດ ປານີດ, ເປັນວຽກງານ ທີ່ຕ້ອງໃຊ້ ຝີມື ຊັ້ນສູງ ແລະ ບໍ່ຕ້ອງ ອອກແຮງຫລາຍ ຄືກັນກັບ ການຕີເຫລັກ ຫລື ຕີມີດ ຕີພ້າ.
ດັ່ງນັ້ນ, ຄົນລາວ ທີ່ເປັນ ຊ່າງຕີເງິນ ຕີຄຳ ຂອງ ບ້ານໄຜ່ໜອງ ສ່ວນຫລາຍ ກໍຈະເປັນ ແມ່ຍິງ ເພາະແມ່ຍິງ ເປັນເພດ ທີ່ມີ ຄວາມລະອຽດອ່ອນ ແລະ ໃຈເຢັນ ກວ່າຜູ້ຊາຍ. ແຕ່ຢ່າງໃດ ກະຕາມ, ອາຊີບ ການຕີ ເງິນຕີຄຳ ເປັນອາຊີບ ທີ່ຕ້ອງ ຊ່ວຍເຫລືອກັນ ທັງຄອບຄົວ. ດັ່ງນັ້ນ, ນາຍຊ່າງ ທີ່ຕີເງິນ ຕີຄຳ ຈຶ່ງມີ ແມ່ຍິງ ເປັນຫົວໜ້າ, ສ່ວນຜູ້ຊາຍ ກໍເປັນ ຜູ້ຊ່ວຍ.
ອັນທີ່ ຢັ້ງຢືນວ່າ ຄົນ ບ້ານໄຜ່ໜອງ ຄືຊຸມຊົນ ທີ່ເປັນ ຊ່າງເງິນ ຊ່າງຄຳ ມາກ່ອນ ນັ້ນ ຄື ຂີ້ຝຸ່ນ ຂີ້ເຫຍື່ອ ທີ່ເກິດຈາກ ການຕີ ໄດ້ຟົ້ງລົງ ແມ່ນ້ຳ. ພໍເຫິງ ນານໄປ ຂີ້ຝຸ່ນ ຂີ້ເຫຍື່ອ ນີ້ ກໍກາຍເປັນ ເສດເງິນ ເສດຄຳ ທີ່ປົນຢູ່ ນຳຂີ້ຕົມ ໃນແມ່ນ້ຳ ແລະ ໄດ້ເຮັດໃຫ້ ຄົນໃນສະໄໝ ຕໍ່ມາ ພາກັນ ມາຮ່ອນ ເອົາເສດຄຳ ໃນແມ່ນ້ຳ ປ່າສັກ, ບໍຣິເວນ ໜ້າວັດ. ເຖິງຂນາດວ່າ ມີພໍ່ຄ້າ ຄົນຈີນ ມາຂໍຊື້ດິນ ບໍຣິເວນ ໜ້າວັດ ເພື່ອຂຸດ ເອົາດິນ ຂຶ້ນມາ ແລ້ວ ມາ ຮ່ອນເອົາ ເສດຄຳ.
ຕາແສງ ບັນຢັດ ຄຳສີ ໄດ້ຫວນຄືນ ອາດີດ ໃນຊ່ວງນຶ່ງ ທີ່ຜູ້ກ່ຽວ ໄດ້ເຫັນ ມາກັບຕາ ວ່າ:
(ສຽງພໍ່ເຖົ້າບັນຢັດ ຄຳສີ)
ແລະ ອັນທີ່ຢັ້ງຢືນວ່າ ຄົນ ບ້ານໄຜ່ໜອງ ຄື ຊຸມຊົນ ທີ່ເປັນ ຊ່າງຕີເງິນ ຕີຄຳ ມາກ່ອນ ອີກຢ່າງນຶ່ງ ກໍຄື ປຶ້ມບັນຊີ ລາຍຊື່ ລູກຄ້າ ທີ່ມາຈ້າງ ໃຫ້ນາຍຊ່າງຄຳ ຕີເປັນ ສາຍຄໍ ແລະ ສາຍແຂນ ຊຶ່ງປຶ້ມ ບັນຊີນີ້ ເປັນຂອງປູ່ ຂອງຕາແສງ ບັນຢັດ ຊື່ວ່າ “ພຸກ” ແລະ ຜູ້ກ່ຽວ ຍັງຮັກສາໄວ້ ເປັນຢ່າງດີ. ຕາແສງ ບັນຢັດ ເວົ້າເຖິງ ປຶ້ມບັນຊີ ຫົວນີ້ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ທ່ານຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດ ລົງແລ້ວ. ເຊີນທ່ານ ຮັບຟັງເລື້ອງ “ບ້ານລາວໃນໄທ - ແຕ່ອາດີດ ຫາປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ, ຊຶ່ງຈະພາທ່ານ ໄປພົບກັບ ຄວາມເປັນ ໝູ່ບ້ານ ນາຍຊ່າງ ຂອງຄົນລາວ ບ້ານໄຜ່ໜອງ.
ສຳລັບ ສັປະດານີ້ ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ, ຜູ້ລຽບລຽງ, ແລະ ຂ້າພະເຈົ້າ ວຽງໄຊ, ຜູ້ສເນີ, ສະບາຍດີ.
