ສປປລາວ ເປັນທັງທາງຜ່ານ ແລະເປັນແຫລ່ງ ການຄ້າເດັກນ້ອຍ

ເຈົ້າໜ້າທີ່ອົງການ UNICEF ກ່າວວ່າ ສປປລາວ ເປັນປະເທດທາງຜ່ານ ແລະເປັນແຫລ່ງ ການຄ້າເດັກນ້ອຍ. ອາວະຣີ ມີຣາຍງານ ໃນອັນດັບຕໍ່ໄປ…

ເມື່ອບໍ່ດົນຜ່ານມາ ນັກຂ່າວ ວິທຍຸເອເຊັຍເສຣີ ຂອງພວກເຮົາໄດ້ ສັມພາດນາງ Victoria Juat ຫົວໜ້າຫ້ອງການ ປົກປ້ອງເດັກນ້ອຍ ຂອງອົງການຢູນີເຊັບ ປະຈຳລາວ ກ່ຽວກັບການຄ້າ ມະນຸດ, ໂດຍສະເພາະ ການຄ້າເດັກນ້ອຍ ຢູ່ລາວ. ຕອນນຶ່ງ ນັກຂ່າວ ຂອງພວກເຮົາ ຖາມວ່າ: ປັດຈຸບັນ ສະພາບ ການຄ້າເດັກນ້ອຍ ຢູ່ລາວເປັນແນວໃດ? ນາງ Victoria Juat ຕອບໃນທຳນອງ ທີ່ວ່າ, ສະພາບ ການຄ້າມະນຸດ ຢູ່ລາວ ກໍຄືກັບສະພາບ ຢູ່ປະເທດອື່ນໆ ໂດຍສະເພາະປະເທດ ໃນອະນຸພາກພື້ນ ແມ່ນ້ຳຂອງ. ລາວເປັນປະເທດນຶ່ງ ເປັນທັງທາງຜ່ານ ແລະຕົ້ນທາງຫລື ແຫລ່ງຂອງ ການຄ້າມະນຸດ.

ໃນເມື່ອກ່ອນ ອົງການຢູນີເຊັບ ກໍໄດ້ ສຶກສາສຳຣວດ ເບິ່ງສະພາບ ການຄ້າມະນຸດ ຢູ່ລາວ ແລະ ຜົນຂອງການ ສຶກສາສຳຣວດ ນັ້ນແຈ້ງໃຫ້ຮູ້ວ່າ. ລາວມີ ການຄ້າມະນຸດ ແທ້ຢູ່, ແຕ່ຊາວລາວ ຂ້າມຊາຍແດນໄປມາ ກັບປະເທດເພື່ອນບ້ານ ໂດຍສະເພາະກັບໄທ ໄດ້ຢ່າງງ່າຍດາຍ ເພາະສອງປະເທດ ຢູ່ໃກ້ກັບຊາຍແດນ ມີຊ່ອງວ່າງຫລາຍ ປ່ອຍໃຫ້ຄົນໄປມາ ໄດ້ຢ່າງ ສະດວກສະບາຍ. ຊາວລາວຫລາຍຄົນ ຂ້າມໄປໄທ, ເພື່ອຊອກຫາວຽກງານ ແລກເງິນ.

ໄທເປັນປະເທດ ທີ່ຊາວລາວມັກ ໄປທຳມາຫາກິນ ເພາະວ່າໃກ້ ປະເພນີວັທນະທັມ ແລະ ພາສາຄ້າຍຄືກັນ, ສະພາບເສຖກິດ ຢູ່ໄທກໍດີກວ່າ. ເປັນແບບນັ້ນມາ ເປັນເວລາຫລາຍປີ ກາຍເປັນເຣື່ອງ ທັມມະດາ ບໍ່ແມ່ນເຣື່ອງ ຜິດກົດໝາຍຫລື ຖືກຕ້ອງຕາມ ກົດໝາຍເທົ່ານັ້ນ.

ສະນັ້ນຕໍ່ຄຳຖາມ ກ່ຽວກັບສະພາບ ການຄ້າມະນຸດ ຢູ່ລາວນັ້ນ, ແມ່ນແທ້ມີການ ຄ້າມະນຸດຢູ່ລາວ ຊາວລາວໂຍກຍ້າຍ ໄປໄທຫລາຍ ເພາະຢູ່ໃກ້ແລະ ໄປໄດ້ງ່າຍ ລາວມີການຄ້າມະນຸດ ບໍ່ສະເພາະກັບໄທ ເທົ່ານັ້ນ, ແຕ່ຍັງມີກັບຈີນ ແລະວຽດນາມ ນຳອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org