ແຜນການເສຖກິດ 5 ປີ ຂອງຣັຖບານລາວ
2009.06.04
1- ໃນແຜນການ ເສຖກິດ 5ປີຂອງ ຣັຖບານລາວ ໃນແຕ່ລະຄັ້ງ ໄດ້ຊັກຊວນໃຫ້ ນັກລົງທືນ ຕ່າງຊາດ ເຂົ້າມາລົງທືນ ໃນລາວ ດ້ວຍຈຸດປະສົງ ທີ່ຈະຍົກ ຣະດັບ ເສຖກິດ ພາບລວມຫລື macroeconomic ຂອງ ສປປລາວ ໃຫ້ດີຂື້ນ ໃນນັ້ນ ຣັຖບານລາວ ກໍ່ໄດ້ ປະຕິຮູບ ກົດຣະບຽບການ ລົງທືນຫລາຍຢ່າງ ເພື່ອໃຫ້ເປັນ ທີ່ພໍໃຈຂອງ ນັກລົງທືນ ຜູ້ທີ່ຈະມາ ລົງທືນໃນລາວ ຮ່ວມດ້ວຍການສ້າງ ໂຄງຮ່າງພື້ນຖານ ຂອງການລົງທືນ ໃນລາວ ໃຫ້ໄດ້ມາຕຖານ ສາກົນ ເທົ່າທີ່ ຈະເຮັດໄດ້.
ໃນເວລາ ດຽວກັນ ຣັຖບານລາວ ກໍ່ປ່ຽນໂສມຫນ້າ ທຸຣະກີດ ໃນລາວ ຈາກການຄວບຄຸມ ຂອງພັກ-ຣັຖ ມາເປັນເສຖກິດ ພາກເອກຊົນ ໃນບາງ ອຸສາຫະກັມ ເພື່ອ ຢາກກະຕຸ້ນການ ລົງທືນໃນຂແນງ ຕ່າງໆໃນລາວ ດັ່ງ ຣັຖວິສາຫາກິດ ໄຟຟ້າ ສາຍການບີນລາວ ແລະ ໂທຣະຄົມ ມະນາຄົມ ເປັນຕົ້ນ ການສ້າງໂຄງຮ່າງ ພື້ນຖານ ທາງດ້ານ ເສຖກິດໃນລາວ ກໍ່ແມ່ນການ ຍົກຣະດັບ ຖນົນຫົນທາງ ຂົວເຂດເສຖກິດ ພິເສດແລະອື່ນໆ ເພື່ອອຳນວຍ ຄວາມສະດວກ ແກ່ນັກລົງທືນ ໃນການຂົນສົ່ງ ສີນຄ້າ.
ໃນທີ່ສຸດ ກໍ່ມີນັກລົງທືນ ຕ່າງຊາດສົນໃຈ ເຂົ້າມາລົງທືນ ໃນລາວ ໃນຫລາຍໂຄງການ ໃຫຍ່ໆ ດັ່ງໂຄງການ ຂຸດແຮ່ທາດ ການສ້າງ ເຂື່ອນໄຟຟ້າ ການປູກຕົ້ນໃມ້ ເສຖກິດ ເຊັ່ນຢາງພາລາ ແລະ ກະເສດພັນທະ ເປັນຕົ້ນ ແຕ່ໂຄງການ ເຫລົ່ານີ້ບໍ່ສ້າງ ຜົລປໂຍດແກ່ ປະຊາຊົນລາວ ຫລາຍພໍເທົ່າໃດ ສ່ວນໃຫຍ່ ກໍ່ຈະສ້າງຜົລ ປໂຍດແລະກຳໄຣ ໃຫ້ແກ່ ນັກລົງທືນ ຫລາຍກວ່າ.
2- ຜົລກະທົບທີ່ ປະຊາຊົນລາວ ໄດ້ຮັບຈາກການ ຂຸດຄົ້ນແຮ່ທາດ ໃນລາວທີ່ ປະຊາຊົນ ບໍ່ໄດ້ຮັບ ຜົລປໂຍດ. ດັ່ງໂຄງການ ບໍຄຳ ທີ່ເຊໂປນ ຂອງບໍຣິສັດ Oxiana ອອສເຕຣເລັຽ ທີ່ຂາຍໃຫ້ ບໍຣິສັດ Min metal ຂອງຈີນ ໂຄງການບໍ່ຄຳ ທີ່ພູເບັ້ຽ ຂອງບໍຣີສັດ Pan Australia ແລະ ໂຄງການຂຸດຄົ້ນ ແຮ່ທາດເງີນ ທອງແດງ ກົ່ວແລະຊືນ ແລະໂຄງການ ແຮ່ທາດອື່ນໆ ຈາກບໍຣິສັດ ຕ່າງຊາດໃນລາວ ໃນທົ່ວ ປະເທດນັ້ນ ຣັຖບານແລະ ປະຊາຊົນລາວ ກໍ່ບໍ່ໄດ້ຜົລ ປໂຍດຫລາຍ ປານໃດ ຖ້າທຽບໃສ່ ແຮ່ທາດທີ່ກຸ່ມ ດັ່ງກ່າວຂຸດເອົາ ໄປຂາຍຈາກລາວ.
ເວົ້າສະເພາະ ໂຄງການຂຸດ ຄຳເຊໂປນ ຂອງບໍຣີສັດ Oxiana ທີ່ແຂວງ ສວັນນະເຂດ ບ່ອນດຽວ ລາຍງານຈາກ ອົງການສີ້ງຊອມ ການຊ່ອຍເຫລືອ ສາກົນ ຣະບຸ ວ່າສ່ວນ ໃຫຍ່ແລ້ວຜົລ ກຳໃຣ ຈະຕົກເປັນຂອງ ນັກລົງທືນ ຫລາຍກວ່າ ຣັຖບານລາວ ກໍ່ບໍ່ໄດ້ຫັຍງ ຫລາຍພຽງແຕ່ 2%ຂອງພາສີ ລາຍໄດ້ຂອງ ບໍຣິສັດ ໃນປີທີ່ມີ ການຂາຍ ແຮ່ທາດ ແລະອີກ 20%ຂອງ ງົບປະມານ ຣັຖບານ ທ້ອງຖີ່ນ ໃນປີທີ່ມີ ການຂາຍຊື່ງແຂວງ ສວັນນະເຂດ ກໍ່ມີງົບປະມານ ໜ້ອຍຢູ່ແລ້ວ.
ໃນປີ 2007 ບໍຣີສັດ ໂອຊີອານາ ໄດ້ຈ່າຍຄ່າ ສັມປະທານ ໃຫ້ແກ່ ຣັຖບານລາວ ທີ່ຕົກເປັນເງີນ ປະມານ 120ລ້ານໂດລາ ສະຫາຮັຖ ແຕ່ເງີນຈຳນວນ ດັ່ງກ່າວ ອາຈມີການ ຮົ່ວໃຫລຈາກການ ສໍ້ຣາສ-ບັງຫລວງ ແລະກໍ່ບໍ່ມີການ ສ້າງສາເພື່ອ ການພັທນາ ໃຫ້ແກ່ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ເທົ່າທີ່ຄວນ. ຊາວບ້ານທີ່ຢູ່ ອ້ອມແອ້ມ ເຂດຂຸດຄົ້ນ ກໍ່ປະເຊີນກັບ ສະພາບດີນເສັຽ ແມ່ນ້ຳລຳທານ ທີ່ຂະເຈົ້າ ອາສັຍຫາກີນ ມາເປັນເວລາ ຍາວນານ ກໍ່ປະປົນດ້ວຍ ສານເຄມີ ຈາກການຂຸດບໍ່ແຮ່ ໃນບາງພື້ນທີ່ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ກໍ່ຍັງມີບັນຫາ ກ່ຽວກັບການ ຫາລ້ຽງຊີບ ຂະເຈົ້າຢູ່.
ຖ້າຈະເວົ້າເຣື້ອງ ລາຍໄດ້ ຂອງບໍຣີສັດ Oxiana ຈາກການຂາຍຄຳ ທີ່ເຊໂປນແລ້ວ ໃນປີ2006 ບໍຣິສັດ ດັ່ງກ່າວມີລາຍ ໄດ້ຈາກການ ຂາຍທອງແດງ ປະມານ 500ລ້ານໂດລາ ແລະຂາຍຄຳໃນ ປາຣີມານ 170,000ອອນ ຈົນຮອດປີ 2009ອີງຕາມ ຄຳໃຫ້ການຂອງ ເຈົ້າຫນ້າທີ່ ຂອງບໍຣີສັດ. ອົງການສີ້ງຊອມ ການຊ່ວຍ ເຫລືອສາກົນ ຣະບຸຕໍ່ໄປວ່າ ບໍຣີສັດ Oxiana ບໍ່ໄດ້ຮັບຜິດ ໃນການປ່ອຍ ນ້ຳເສັຽຈາກ ສານເຄມີລົງໃສ່ ແມ່ນ້ຳລຳທານ ທີ່ປະຊາຊົນ ກີນໃຊ້ແລະຍັງ ເປັນບ່ອນ ຫາຢູ່ຫາກີນ ຫລາຍປານໃດ ມີແຕ່ບອກວ່າ ບໍ່ມີສານ ຊາຍນາຍ ຮົ່ວໃຫລລົງ ແມ່ນ້ຳລຳທານຈ າກການຂຸດບໍ່ ທີ່ເຊໂປນ ໂຄງການຝືກຜົນ ອາຊີບສຳລັບ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ທີ່ບໍຣີສັດ ສັນຍາໃວ້ ກໍ່ບໍ່ມີ ໃຫ້ເຫດຜົລວ່າ ປະຊາຊົນ ບໍ່ສົນໃຈ ກອງທືນສຳລັບ ໃຫ້ການຊ່ອຍເຫລືອ ປະຊາຊົນ ທ້ອງຖີ່ນຫລື trust fund ອາຈມີການ ຮົ່ວໃຫລ ແລະແຜນການ ສຳລັບປັບປຸງ ຊີວີດການເປັນຢູ່ ຂອງປະຊາຊົນ ກໍ່ບໍ່ໄດ້ຜົລ ປະຊາຊົນ ຊາວເຜົ່າເປັນຜູ້ ໄດ້ຮັບຜົລກະທົບ ຫລາຍກວ່າ ຫມູ່ ໃຮ່ນາຕາກາ ຂອງພວກຂະເຈົ້າ ເຊື່ອມຄຸນນະພາບ.
ນອກຈາກນັ້ນ ກໍ່ແມ່ນການ ຂຸດຄົ້ນແຮ່ທາດ ທອງແດງ ທີ່ບໍ່ຄະນອງ ເຊໂປນ ບໍຣີສັດ ໂອເຊອານາ ກໍ່ມີລາຍໄດ້ເຖີງ 500ລ້ານໂດລາ ໃນປີ2006 ຣັຖບານລາວ ກໍ່ເຫມືອນເດີມ ອາຈບໍ່ໄດ້ ຫຍັງຫລາຍ ອາດໄດ້ແຕ່ກຸ່ມ ທີ່ມີອຳນາດ ເທົ່ານັ້ນ ປະຊາຊົນ ກໍບໍ່ຮູ້ຫຍັງ ແລະບໍ່ແຮ່ອື່ນໆ ໃນລາວກໍ່ເປັນ ແບບດຽວກັນ. ໃນການຂຸດຄົ້ນ ແລະສຳຣວດ ແຮ່ທາດ ບອກໃຊ ທີ່ແຂວງອັຕະປື ທີ່ກວມໄປຮອດ ແຂວງຈຳປາສັກ ເຂດເມືອງປາກຊ່ອງ ຊື່ງເປັນເຂດທີ່ ອຸດົມສົມບູນ ທາງດ້ານ ການກະເສດ ຂອງ ນັກລົງທືນ ຈາກວຽດນາມ ປະຊາຊົນ ຫລາຍຮ້ອຍຄອບຄົວ ກໍ່ຈະຖືກ ໂຍກຍ້າຍຍ້ອນ ພື້ນທີ່ການ ສຳຣວດກວມໄປ ໃນຫລາຍຫມູ່ບ້ານ ບໍ່ຮູ້ວ່າກຸ່ມລົງ ທືນຈະຈ່າຍຄ່າ ໂຍກຍ້າຍ ຫລືຄ່າຊົດເຊີຍ ໃຫ້ແກ່ພວກ ຂະເຈົ້າຫລືບໍ ໃນທີ່ສຸດ ຣັຖບານລາວ ກໍ່ເພີ້ມການໃຫ້ ສັມປະທານ ແກ່ບໍຣີສັດ ຕ່າງຊາດຜູ້ທີ່ ຢາກມາຂຸດຄົ້ນ ແຮ່ທາດ ໃນ ລາວຫລາຍຂື້ນ ໃນປີນີ້. ທ່ານ ສຸຣິວົງ ດາຣາວົງ ຣັຖມົນຕຣີ ພະລັງງານ ແລະບໍ່ແຮ່ ສປປລາວ ກ່າວກ່ຽວກັບການ ຂຸດຄົ້ນແຮ່ທາດ ໃນລາວວ່າ:
3- ຜົລກະທົບທີ່ ປະຊາຊົນ ໄດ້ຮັບ ຈາກການສ້າງເຂື່ອນ ໃນລາວທີ່ ປະຊາຊົນ ບໍ່ໄດ້ ຮັບຜລົປະໂຍດ. ໂຄງການໃຫຍ່ໆ ອັນດັບສອງ ຂອງນັກລົງທືນ ຕ່າງຊາດ ທີ່ບໍ່ສ້າງ ຜົລປໂຍດໃຫ້ແກ່ ປະຊາຊົນລາວ ຫລາຍປານໃດ ສ່ວນໃຫຍ່ກໍເພື່ອ ຜົລປໂຍດຂອງ ນັກລົງທືນ ເອງນັ້ນ ກໍ່ແມ່ນໂຄງການ ສ້າງເຂື່ອນໄຟຟ້າ ເວົ້າສະເພາະ ເຂື່ອນໄຟຟ້າ ນ້ຳເທີນສອງ ເຂື່ອນດຽວ ຜົລກະທົບທີ່ ປະຊາຊົນ ໄດ້ຮັບຈາກ ໂຄງການໄຟ້ຟ້າ ນ້ຳເທີນ ສອງ ໂຄງການດຽວນັ້ນ ກໍ່ແມ່ນວ່າ ປະຊາຊົນກວ່າ 6,300 ຄົນຖືກໂຍກຍ້າຍ ເທົ່າເຖີງປັດຈຸບັນ ກໍ່ຍັງບໍ່ທັນ ສີ້ນສຸດເທື່ອ ແຜນການໂຍກຍ້າຍ ກໍ່ໄດ້ໂຈະ ໄປຕລອດ ພື້ນທີ່ກວ່າ 450ກິໂລແມດ ມົນທົນ ຖືກນ້ຳຖ້ວມ ໄປຫມົດ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍບາງກຸ່ມ ຍັງບໍ່ມີບ່ອນ ທຳມາຫາກີນ ທີ່ໄດ້ມາຕຖານ ແລະໂຄງການ ພັທນາ ອື່ນໆ ເພື່ອຊ່ອຍຊີວີດ ຂະເຈົ້າກໍ່ຍັງ ບໍ່ທັນສຳເຣັດເທື່ອ. ເຈົ້າຫນ້າທີ່ລາວ ທ່ານນື່ງກ່າວ ກ່ຽວກັບບັນຫາ ການໂຍກຍ້າຍ ປະຊາຊົນ ໃນໂຄງການເຂື່ອນ ນ້ຳເທີນສອງ ວ່າ:
4- ທາງການລາວ ຄາດການວ່າ ໃນລະຍະ 5ປີຂ້າງຫນ້າ ຕົນຈະສາມາດ ສ້າງລາຍໄດ້ຈາກ ການຂາຍໄຟຟ້າ ໃນແຕ່ລະປີ ປະມານ 80ພັນລ້ານບາດ ຫລືປະມານ 2 ພັນລ້ານໂດລາ ຈາກເຂື່ອນທີ່ສ້າງ ແລ້ວສຳລັບເຂື່ອນ ຫ້ວຍໂຫເຂື່ອນດຽວ ຣັຖບານລາວ ຈະມີລາຍໄດ້ ຈາກນັ້ນປະມານ ປີລະ 26-32ລ້ານໂດລາ ອີງຕາມບົດ ລາຍງານຈາກ ຫນັງສືພີມ Bangkokpost ສະບັບວັນທີ 14ເດືອນ3 ປີ2009 ໃນຫົວຂໍ້ທີ່ວ່າ ໂອກາດຂອງລາວ ໃນການຂາຍ ໄຟຟ້າໃຫ້ໄທ. ແຕ່ຊາວລາວ ຍັງບໍ່ມີໄຟຟ້າ ໃຊ້ຢ່າງພຽງພໍ ເພາະຣາຄາແພງ ດັ່ງຊາວບ້ານ ນາງນື່ງເວົ້າວ່າ:
4- ຜົລກະທົບຈາກ ໂຄງການອື່ນໆ ທີ່ປະຊາຊົນ ໄດ້ຮັບ ແລະທີ່ ປະຊາຊົນ ບໍ່ໄດ້ ຜົລປໂຍດນຳ. ໂຄງການໃຫຍ່ ອື່ນໆອີກ ທີ່ບໍ່ໃຫ້ ຜົລປໂຍດ ເທົ່າທີ່ຄວນແກ່ ປະຊາຊົນລາວ ຫລາຍປານໃດ ກໍ່ແມ່ນ ໂຄງການປູກຕົ້ນ ໃມ້ເສຖກິດດັ່ງ ຢາງພາລາ ແລະ ກະເສດພັນທະ ສຳລັບໂຄງການ ປູກຢາງພາລາ ນັ້ນ ນັກລົງທືນ ຈະໃຊ້ ພື້ນທີ່ຫລາຍພັນ ເຮັກຕາ ໃນຫລາຍແຂວງ ໃນທົ່ວປະເທດ ແລະພື້ນທີ່ບາງ ແຫ່ງກໍ່ເປັນ ຂອງປະຊາຊົນ ປະຊາຊົນ ກໍ່ກາຍເປັນ ກັມມະກອນໃນ ພື້ນທີ່ຂອງຕົນ ໃນຫລາຍເຂດ ທີ່ຣັຖບານ ໃຫ້ສັມປະທານ ສຳລັບ ກະເສດພັນທະ ເຊັ່ນການປູກ ຫມາກສາລີ ແລະ ກະເສດພັນທະ ຊນີດອື່ນໆນັ້ນ ຖ້າຣາຄາດີ ນັກລົງທືນ ກໍຊື້ແຕ່ ຖ້າຣາຄາຕົກຕ່ຳ ຂະເຈົ້າ ກໍ່ບໍ່ຊື້ ດັ່ງຣາຄາ ຫມາກສາລີ ໃນລະຍະທີ່ ຜ່ານມາ ຊາວກະສີກອນ ບໍ່ມີຕລາດ ຈະຂາຍ ເພາະນັກລົງທືນ ບໍ່ຊື້ຍ້ອນ ຣາຄາຕົກຕ່ຳ ຜູ້ທີ່ເສັຽ ຫາຍແມ່ນ ຊາວກະສີກອນ ຕາມເຄີຍ ເພາະເປັນຜູ້ ລົງທືນ ແລະອອກເຫື່ອແຮງ ໃນການປູກຝັງ ນັກວິຊາການ ລາວ ທ່ານນື່ງເວົ້າວ່າ:
ຍັງມີອີກຫລາຍ ໂຄງການທີ່ຍັງ ບໍ່ໄດ້ກ່າວເຖີງ ທີ່ເປັນໂຄງການ ການລົງທືນລາຍ ໃຫຍ່ທີ່ສົ່ງ ຜົລກະທົບຕໍ່ ປະຊາຊົນລາວ ດັ່ງໂຮງງານ ຜລິດຢາສູບ ທີ່ສວັນນະເຂດ ທີ່ສົ່ງກີ່ນເຫມັນ ໄປສູ່ ປະຊາຊົນ ໃນເຂດອ້ອມແອ້ມ ແລະ ການສ້າງສນາມ ກອຟຂອງວຽດນາມ ທີ່ນະຄອນ ຫລວງວຽງຈັນ ທີ່ຈະສົ່ງ ນ້ຳເສັຽຈາກສ ານເຄມີ ຂ້າຫຍ້າ ລົງໃສ່ຮ່ອງ ນ້ຳລຳທານ ອາຈເປັນແມ່ນ້ຳຂອງ ໃນເຂດດັ່ງກ່າວ ທີ່ປະຊາຊົນ ທ້ອງຖີ່ນບໍຮູ້ ກໍ່ເປັນໄດ້ ເຖີງຢ່າງໃດ ກໍ່ຕາມ ຮັຖບານລາວ ໃຫ້ການວ່າການ ທີ່ມີນັກລົງ ທືນມາລົງທືນ ໃນລາວ ມັນດີແລ້ວ ບໍ່ໄດ້ຫລາຍ ກໍ່ໄດ້ໜ້ອຍ ແທນທີ່ຈະປະ ໃວ້ໃຫ້ຊັພຍາກອນ ທັມມະຊາດ ດັ່ງແຮ່ທາດ ໃນລາວ ເປັນຫີນ ແລະເປັນດີນ ຢູ່ຕາມເດີມ ທີ່ບໍສ້າງຜົລ ປໂຍດຕໍ່ ປະເທດຊາດ ແຕ່ຢ່າງໃດ ແລະວ່າມີການ ຫັນປ່ຽນ ຊັພຍາກອນ ທັມມະຊາດ ມາເປັນຊັບສີນ ກໍ່ດີແລ້ວ ເພາະປະຊາຊົນ ໃນເຂດດັ່ງກ່າວ ກໍ່ທຸກຈົນ ຢູ່ແລ້ວ. ເຈົ້າຫນ້າທີ່ລາວ ທ່ານນື່ງ ຜູ້ທີ່ບໍ່ ປະສົງອອກຊື່ ກ່າວໃນທີ່ສຸດ.









