ນໍ້າຖ້ວມຄັ້ງໃຫຍ່ ຂອງສັຕວັດ

ໃນປີ ສອງປີ ຜ່ານມາ ປາກົດວ່າ ພັຍ ທັມຊາຕ ເກີດຂື້ນ ເລື້ອຍ ແລະ ຮ້າຍແຮງ ກວ່າທີ່ເຄີຍ ມີມາ ເຊັ່ນ ແຜ່ນດິນໄຫວ ໃນຈີນ ແລະ ຢີປຸນ ທີ່ເຮັດໃຫ້ ເກີດຟອງ ທະເລຍັກ tsunami ພູໄຟ ຣະເບີດ ດີນເຈື່ອນ ເປັນຕົ້ນ. ປັດຈຸບັນ ສະຫະຣັຖ ອະເມຣິກາ ກໍກຳລັງ ປະສົບ ກັບ ອຸທຸກະພັຍ ຄັ້ງໃຫ່ຍ ຈາກແມ່ນ້ຳ Mississippi ຊຶ່ງມີຄວາມ ສຳຄັນຍິ່ງ ບໍ່ພຽງແຕ່ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ອາໄສ ຢູ່ຕາມແຄມ ຝັ່ງເທົ່ານັ້ນ ແຕ່ຕໍ່ເສຖກິດ ຂອງ ສະຫະຣັຖ ອະເມຣິກາ ນຳອີກ.

0:00 / 0:00

ກົດຟັງສຽງ