ລາວຈະພົ້ນທຸກໄດ້ ຖ້າປາບປາມກາຣທຸຈຣິຕ
2010.10.06
ກົດຟັງສຽງ
ທາງກາຣ ສປປລາວ ໄດ້ພຍາຍາມ ປັບປຸງ ຣະບົບກົດໝາຍ ດ້ານກາຣລົງທຶນ ແລະກາຣຄ້າ ໃຫ້ດີຂຶ້ນກວ່າເກົ່າ ເພື່ອສ້າງຄວາມ ສົນໃຈ ແກ່ນັກທຸຣະກິຈ ຊາວຕ່າງປະເທສ ໃຫ້ເຂົ້າມາ ລົງທຶນໃນລາວ ຫລາຍ ເພີ່ມຂຶ້ນ ຊຶ່ງເປັນກາຣ ປະຕິບັຕ ຕາມນະໂຍບາຍ ທີ່ຢາກໃຫ້ເມືອງລາວ ຫລຸດພົ້ນອອກຈາກ ຖານະກາຣເປັນ ປະເທສ ດ້ອຍພັທນາ ໃຫ້ໄດ້ພາຍໃນປີ 2020.
ກາຣປັບປຸງກົດໝາຍ ກາຣຄ້າດັ່ງກ່າວ ໄດ້ເຣີ່ມ ປະຕິບັຕ ແຕ່ເດືອນ ກໍຣະກະດາ 2009 ຜ່ານມາ ຊຶ່ງເປັນກາຣ ໃຫ້ສິທທິນັກລົງທຶນ ຊາວຕ່າງປະເທສ ເທົ່າທຽມກັນກັບ ຜູ້ລົງທຶນ ຊາວລາວ ຢູ່ພາຍໃນ ປະເທສ ເອງ ຊຶ່ງແຕກຕ່າງກັບ ກົດໝາຍເກົ່າ ທີ່ເຄີຽນຳໃຊ້ ມາໃນເມື່ອກ່ອນ ທີ່ຖືວ່າເປັນ ກາຣສົ່ງເສີມ ຜູ້ດຳເນີນກາຣຄ້າ ຢູ່ພາຍໃນປະເທສ ຫລາຍກ່ວາ.
ຍານາງ ທັມມະ ເພັຕມີໄຊ ຮອງອະທິບໍດີ ກົມແຜນກາຣ ແລະກາຣລົງທຶນກໍວ່າ: "ກົດໝາຍສະບັບ ດັດແປງໃໝ່ນີ້ ບໍ່ມີກາຣ ເອົາລັດເອົາປຽບ ກັນ ຣະຫວ່າງ ຜູ້ລົງທຶນ ຈາກພາຍ ໃນແລະຕ່າງປະເທສ ນັ້ນແຕ່ ປະກາຣໃດ" ຊຶ່ງກໍເປັນກາຣ ໃຫ້ສິທທິຢ່າງ ສເມີພາບແກ່ ທຸກໆຄົນ ແລະກໍບໍ່ມີກາຣ ດັດແປງ ແກ້ໄຂບັນຫາ ຣະຍະເວລາ ຂອງກາຣລົງທຶນ ທີ່ມີຄວາມ ແຕກຕ່າງກັນ ໃນແຕ່ລະໂຄງກາຣ ທີ່ຜ່ານມານັ້ນ ແຕ່ ຢ່າງໃດ.
ສໍາລັບໂຄງກາຣ ພັທນາຕ່າງໆ ໃນຣະຍະທີ່ ຜ່ານມາ ຈະຕ້ອງໃຫ້ມີ ກາຣສືບຕໍ່ ປະຕິບັຕ ຕາມຂໍ້ຕົກລົງເກົ່າ ຄາວໄດ້ຮັບກາຣ ສັມປະທານນັ້ນ ດັ່ງຕົວຢ່າງ ໂຄງກາຣສ້າງເຂື່ອນ ໄຟຟ້າ ແລະ ໂທຣະຄົມມະນາຄົມ ທຸຣະກິຈ ທາງກາຣບິນ ກາຣປະກັນພັຍ ແລະ ສະຖາບັນກາຣເງິນ ຕ່າງໆ ຍັງຈະຕ້ອງໃຫ້ມີ ກາຣປະຕິບັຕ ໃນຣະຍະຍາວ ເຖິງ 99 ປີ.
ຍານາງທັມມະ ໄດ້ແຈ້ງເພີ່ມວ່າ ສໍາລັບຣະຍະ ເວລາຂອງກາຣ ຍື່ນຄໍາຮ້ອງ ເພື່ອຂໍອະນຸຍາຕ ໃນກາຣສັມປະທານ ກໍຈະຫລຸດນ້ອຍ ລົງຈາກ 45 ມື້ ມາເປັນ 13 ມື້ ແລະ ທາງກາຣກ່ຽວຂ້ອງ ກໍໄດ້ຈັດສະຖານທີ່ ໃຫ້ເປັນຫ້ອງກາຣ ສຳລັບໃຫ້ຄຳຕອບ ແກ່ຜູ້ສົນໃຈ ໃນກາຣເຂົ້າມາ ເຮັດທຸຣະກິຈ ຢູ່ໃນເມືອງລາວ ໄດ້ຢ່າງສະບາຍ ຢູ່ໃນສະຖານທີ່ ແຫ່ງດຽວນັ້ນໂລດ ທີ່ຮູ້ກັນດີ ໂດຽທົ່ວໄປວ່າ 'One stop service'.
ເພື່ອເປັນກາຣ ດຶງດູດ ໃຫ້ມີນັກລົງທຶນ ຈາກຕ່າງປະເທສ ເຂົ້າມາລົງທຶນໃນ ເມືອງລາວ ຫລາຍເພີ່ມຂຶ້ນນັ້ນ ເຈົ້າໜ້າທີ່ລາວ ດັ່ງກ່າວຍັງໄດ້ ເນັ້ນອີກວ່າ ທາງຣັຖບາລ ສປປລາວ ກໍຈະໃຫ້ ສິທທິພິເສດ ແກ່ຜູ້ລົງທຶິນ ດ້ວຍກາຣອະນຸຍາຕ ໃຫ້ຊື້ທີ່ດິນ ສຳລັບ ປຸກສ້າງເຮືອນຢູ່ ຖ້າຫາກວ່າມີ ກາຣຈົດທະບຽນ ກາຣລົງທຶນ ດ້ວຍເງິນສົດ ແຕ່ 500,000 ດອລລາຣ໌ ສະຫະຣັຖ ຂຶ້ນໄປ.
ກ່ຽວກັບເຣື່ອງນີ້ ທ່ານສົມນຶກ ປະທານພັກ ເສຣີ ປະຊາທິປະໄຕ ລາວ ຢູ່ສະຫະຣັຖ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ຣະດັບສູງທ່ານໜຶ່ງ ໃນກະຊວງກາຣ ຕ່າງປະເທສ ທີ່ໄດ້ໃຫ້ສັມພາສ ໃນເດືອນ ສິງຫາ ຜ່ານມາ ທີ່ມີໃຈຄວາມວ່າ: "ຄົນລາວນອກປະເທສ ຜູ້ໃດຈະກັບຄືນ ປະເທສ ຕ້ອງປະຖີ້ມ ສັນຊາຕ ທີ່ຕົນຖືຢູ່ ຕ່າງປະເທສ ແລະ ໃຫ້ຂໍ້ເອົາ ສັນຊາຕລາວຄືນໃໝ່, ພັກຣັດ ຈະໃຫ້ຄວາມສະດວກ ໃນກາຣເປັນເຈົ້າ ຂອງທີ່ດິນ ແລະ ໃນກາຣທຳ ທຸຣະກິຈຕ່າງໆ ຢູ່ລາວ".
ພ້ອມດຽວກັນນີ້ ທ່ານສົມນຶກ ກໍໃຫ້ຄໍາເຫັນ ກ່ຽວກັບກາຣ ຊັກຊວນຂອງ ທາງເຈົ້າໜ້າທີ່ລາວ ທີ່ຢາກໃຫ້ຊາວລາວ ໂພ້ນທະເລ ກັບຄືນບ້ານ ເພື່ອປະກອບສ່ວນ ເຂົ້າໃນກາຣພັທນາ ຕ່າງໆວ່າ ບໍ່ເປັນເຣື່ອງທີ ແປກປລາດ ແຕ່ປະກາຣໃດ "ກາຣອອກມາ ໂຄສະນາ ຊວນເຊື່ອຄັ້ງນີ້, ສຳລັບພວກເຮົາແລ້ວ, ເຫັນວ່າ 'ບໍ່ມີຫຍັງໃໝ່ ຕື່ນເຕັ້ນແຕ່ຢ່າງໃດ' ເພາະພວກເຮົາ ໄດ້ອອກແຖລງກາຣ, ອອກບົດຄວາມ ຕອບໂຕ້ມາ ແລ້ວ ຫລາຍຄັ້ງຫລາຍຫົນ!"
ຍານາງ ທັມມະ ຍັງໄດ້ເນັ້ນເພີ່ມ ອີກວ່າ ເພື່ອຄວາມ ສະດວກສະບາຍ ທາງກາຣລາວຍັງ ໄດ້ ແບ່ງເຂຕພື້ນທີ່ ກາຣລົງທຶນເປັນ ແຕ່ລະເຂຕ ຫລືເປັນໂຊນ "Zone" ເຊັ່ນວ່າ ຖ້ານັກລົງທຶນ ຫາກສົນໃຈທາງ ໂຄງກາຣກະເສຕ ຫລືກາຣໃຫ້ ບໍຣິກາຣຕ່າງໆ ໃນເຂຕໂຊນ 1 ຢູ່ ຕາມເຂຕພູ ຫລືທົ່ງຮາບ ທີ່ບໍ່ມີໂຄງຮ່າງ ພື້ນຖານ ໃດໆນັ້ນ ທາງຣັຖບາລ ຈະບໍ່ມີກາຣເກັບ ຄ່າພາສີຣາຍໄດ້ ນຳໃນຣະຍະ 10 ທຳອິດ, ແຕ່ຖ້າຫາກວ່າ ມີຈຸດປະສົງ ຢາກປະກອບ ທຸຣະກິຈ ຄ້າຍໆແບບດຽວກັນ ນັ້ນຢູ່ໃນເຂຕໂຊນ 2 ຊຶ່ງເປັນເຂຕ ພື້ນທີ່ມີພູ ແລະທົ່ງຮາບ ພ້ອມກັບມີຣະບົບ ໂຄງຮ່າງພື້ນຖານ ແດ່ແລ້ວນັ້ນ ກໍຈະບໍ່ຕ້ອງໄດ້ ເສັຽຄ່າພາສີ ຣາຍຮັບ ເຊັ່ນກັນ ໃນຣະຍະ 8 ປີ ທຳອິດ.
ພ້ອມດຽວກັນນັ້ນ ຖ້ານັກທຸຣະກິຈ ດັ່ງກ່າວ ຫາກສົນໃຈໃນ ກາຣລົງທຶນ ດໍາເນີນທຸຣະກິຈ ຊນິດດຽວກັນ ໃນໂຊນ 3 ທີ່ເປັນເຂຕພູ ແລະທົ່ງຮາບເຊັ່ນກັນ ແຕ່ຫາກມີ ຣະບົບໂຄງຮ່າງ ທັງນໍ້າ ແລະ ໄຟຄົບຖ້ວນ ກໍຈະມີສິທ ບໍ່ຕ້ອງໄດ້ເສັຽ ຄ່າພາສີຣາຍຮັບ ແຕ່ພຽງ 4 ປີ ເທົ່ານັ້ນ.
ສາເຫຕຫລັກ ທີ່ທາງກາຣ ສປປລາວ ໃຫ້ເວລາ ຣະຍະຍາວເຖິງ 10 ປີ ກ່ອນທີ່ຈະເກັບ ຄ່າພາສີຣາຍຮັບ ນຳຜູ້ລົງທຶນ ດັ່ງກ່າວ ກໍເພື່ອເປັນກາຣ ສົ່ງເສີມເຂຕ ຊົນນະບົທ ໃຫ້ມີກາຣ ພັທນາໄປພ້ອມກັນ ດ້ວຍຄວາມຫວັງ ທີ່ຈະໃຫ້ສາມາດ ຊ່ວຍເຫລືອ ປະຊາຊົນ ຜູ້ຍາກຈົນ ຊຶ່ງກໍເປັນກາຣ ປະຕິບັຕ ຕາມໂຄງກາຣ ໃຫ້ສາມາດ ບັນລຸເປົ້າໝາຍ ທີ່ຈະເຮັດໃຫ້ ເມືອງລາວພົ້ນ ອອກຈາກບັນຊີ ກາຣເປັນປະເທສ ທີ່ທຸກຂ໌ຍາກ ແລະ ດ້ວຍພັທນາໃຫ້ໄດ້ ໃນປີ 2020 ນັ້ນ ເອງ.
ຢ່າງໃດກໍຕາມ ນັບແຕ່ປີ 2006 ເປັນຕົ້ນມາ ຈົນເທົ່າ ປັຈຈຸບັນນີ້ ມີກາຣລົງທຶນ ຈາກຫລາຍໆປະເທສ ທົ່ວໂລກ ໃນທົ່ວເມືອງລາວ ຮວມທັງໝົດ ບໍ່ຕໍ່າກວ່າ 161 ໂຄງກາຣດ້ວຍກັນ ທີຮວມເປັນ ມູລຄ່າ ທັງໝົດກວ່າ 10 ຕື້ດອລລາຣ໌ ແລະ ຄາດວ່າ ໃນຣະຍະ 5 ປີຂ້າງໜ້າ ຍັງມີກາຣ ປະຕິບັຕຕາມ ແຜນກາຣພັທນາ ສັງຄົມ-ເສຖກິຈ ຂອງສົກ ປີ 2011-2015 ຮວມເປັນບໍ່ ຕໍ່າກວ່າ 200 ໂຄງກາຣ ດ້ວຍກັນ ພ້ອມກັບຈະມີ ມູລຄ່າຮວມເຖິງ 40 ຕື້ ດອລລາຣ໌.
ຕາມແຜນພັທນາ ໃນຣະຍະ ຕໍ່ໄປນີ້ນັ້ນ ກໍຮວມທັງໂຄງກາຣ ສ້າງທາງຣົຖໄຟ ຈາກນະຄອນຫລວງ ວຽງຈັນ ຂຶ້ນໄປຍັງເຂຕ ຊາຍແດນ ຂອງປະເທສຈີນ ພ້ອມກັບໂຄງກາຣ ສ້າງເຂື່ອນໄຟຟ້າ ຫລາຍໆແຫ່ງ ຕື່ມອີກ ທັ້ງຢູ່ຕາມ ສາຂາແມ່ນໍ້າ ແລະໃນແມ່ນໍ້າຂອງ ເອງບໍ່ຕໍ່າ ກວ່າ 10 ແຫ່ງ ຕລອດຮອດ ໂຄງກາຣຂຸດຄົ້ນ ບໍ່ແຮ່ຕ່າງໆ ຫລາຍໆແຫ່ງ ຕື່ມອີກ.









