ການຄ້າປະເວນີ

ການຄ້າ ປະເວນີ ມີມາ ແຕ່ ໂບຣານນະການ ໃນທຸກ ປະເທດ ທົ່ວໂລກ ພຽງແຕ່ວ່າ ຈະ ເປີດເຜີຍ ຫລືບໍ່ ເທົ່ານັ້ນ. ໃນ ສປປ ລາວ ການຄ້າ ປະເວນີ ບໍ່ແມ່ນ ເຣື້ອງໃໝ່ ແຕ່ ທີ່ໃໝ່ ກໍແມ່ນ ວ່າ ມີເດັກນ້ອຍ ແລະ ຜູ້ຍິງລາວ ຍຶດເອົາ ການຄ້າ ປະເວນີ ເປັນອາຊີພ ທີ່ ນັບມື້ ມີຫຼາຍຂື້ນ ແລະ ຮ້າຍໄປ ກວ່ານັ້ນ ພວກເຂົາເຈົ້າ ຕ້ອງໄດ້ ໄປປະກອບ ອາຊີພ ນັ້ນ ໃນ ຕ່າງ ປະເທດ ເຊັ່ນ ຢູ່ ປະເທດໄທ ຈະແມ່ນ ດ້ວຍຄວາມ ສມັກໃຈ ຫລື ຖືກບັງຄັບ ຫຼອກລວງ ກໍຍາກ ທີ່ຈະ ເວົ້າໄດ້ ສເນີ ໂດຍ: ວຽງໄຊ

0:00 / 0:00

ກົດຟັງສຽງ