ໝາກາຍເປັນ ສິນຄ້າສໍາຄັນ
ໝາ ກາຍເປັນ ສິນຄ້າ ສໍາຄັນ ປະເພດ ໜຶ່ງ ທີ່ກຸ່ມ ພໍ່ຄ້າ ລັກລອບ ສົ່ງຈາກ ປະເທສໄທຽ ຜ່ານລາວ ໄປຍັງ ປະເທສ ວຽຕນາມ ຢ່າງ ຫລວງຫລາຍ ຕລອດ ຣະຍະ 30 ກວ່າປີ ຜ່ານມາ ດັ່ງຈະ ເຫັນໄດ້ ເມື່ອຖືກ ຈັບໄດ້ ທີ່ດ່ານ ຊາຍແດນ ໃນມື້ວັນ ທີ 12 ສິງຫາ ຜ່ານມານີ້ ພ້ອມດ້ວຍ ຂອງກາງ ເປັນຣົຖ ບັນທຸກ 4 ຄັນ ມີໝູ່ໝາ ກວ່າ 1,200 ໂຕ ຊຶ່ງ ປັຈຈຸບັນ ຖືກນຳໄປ ຮັກສາ ໄວ້ ບ່ອນຂັງສັຕ ຢູ່ ນະຄອນ ພະນົມ ເພື່ອດຳເນີນ ກາຣສືບສວນ ຜູ້ເປັນ ເຈົ້າຂອງ ແລະ ປະກອບ ຄະດີ ຕາມຂັ້ນຕອນ. ຫວາດ ສີມູນ ຈະນຳມາ ສເນີ ໃນອັນດັບ ຕໍ່ໄປ