ຄວາມບາດໝາງຂອງ ສປຈີນແລະສະຫະຣັດ ອະເມຣິກາ

ນັບແຕ່ຄວາມສັມພັນ ຣະຫວ່າງ ສາຫະຣັຖ ແລະຈີນ ກັບຄືນສູ່ ສະພາບປົກກະຕິມາ ກໍປະກົດວ່າ ມັກຈະມີເຣື້ອງ ບາດໝາງໃຈກັນ ຢູ່ເລື້ອຍໆ ຍິ່ງແຕ່ປີ 2010 ນີ້ມາ ຍິ່ງປະກົດ ມີຫລາຍແລະ ໜັກໜ່ວງຂຶ້ນ ດັ່ງ ວຽງໄຊ ຈະສເນີ ຣາຍລະອຽດ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ວຽງໄຊ
2010.02.05
F-Dalai-Lama ອົງດາໄລລາມະ ໃນຕອນໄປຢ້ຽມຢາມ ໃຕ້ຫວັນເມື່ອປີກາຍ ຊຶ່ງມີໂຄງການ ຈະເດີນທາງມາຢ້ຽມຢາມ ທໍານຽບຂາວໃນມໍ່ໆນີ້
AFP

ຈີນເຕືອນ ປະທານາທິບໍດີ Barack Obama ວ່າບໍ່ຄວນພົບ ກັບອົງ Dalai Lama ຜູ້ນຳທາງສາສນາແຫ່ງ Tibet ແລະຍັງຂູ່ວ່າ ຈະຕອບໂຕ້ ທາງການທູດ ຍ້ອນວ່າ ສະຫະຣັຖ ໄດ້ຂາຍອາວຸດໃຫ້ Taiwan ຊຶ່ງນີ້ ເປັນການຍົກຣະດັບ ຄວາມຂັດແຍ້ງ ຂຶ້ນຕື່ມອີກ ຣະຫວ່າງ 2 ມະຫາອຳນາດ ຂອງໂລກ.

ສະຫະຣັຖ ແລະຈີນ ຜູກສຳພັນ ທາງການທູດ ຣະຫວ່າງກັນຄືນໃໝ່ ໃນວັນທີ່ 1 ມົກຣາ ປີ 1979 ໂດຍທີ່ ສະຫະຣັຖ ສັນຍາວ່າຈະ ຮັກສາ ຄວາມສໍາພັນ ຂອງຕົນກັບ Taiwan ໄວ້ແບບບໍ່ເປັນ ທາງການເທົ່ານັ້ນ ແລະໃນປີດຽວກັນ ຜູ້ນຳອາວຸໂສ ຂອງຈີນ ທ່ານ Deng Xiao Ping ກໍໄດ້ພົບກັບ ປະທານາທິບໍດີ Jimmy Carter ໃນກຸງ Washington.

ນັບແຕ່ນັ້ນ ເປັນຕົ້ນມາ ສຳພັນຕະພາບ ຣະຫວ່າງປະເທດ ມະຫາອຳນາດ ທັງສອງ ກໍຂຶ້ນໆລົງໆ ຕລອດມາ ຈົນຮອດຕົ້ນປີ 2010 ຈຶ່ງຊຸ່ດໂຊມລົງ ຊັ່ກໃຊ້ ເມື່ອ Google ບໍຣິສັດ ITຍັກໃຫຍ່ ຂອງສະຫະຣັຖ ຂູ່ວ່າຖອນກິຈການ ຂອງຕົນອອກຈາກຈີນ ໂດຍອ້າງວ່າ ມີການແຊກແຊງ ໂຈມຕີ website ຂອງພວກນັກເຄື່ອນໄຫວ ດ້ານສິດທິມນຸດ ທີ່ໃຊ້ບໍຣິການຂອງ Google ພ້ອມທັງສົງໃສວ່າ ເປັນຜົນງານ ຂອງທາງການຈີນ.

ບັນຫາຣະຫວ່າງ ສະຫະຣັຖແລະຈີນ ເຣື້ອງ Google ມີຂຶ້ນຖ້າມກາງ ບັນຍາກາດ ທີ່ເຄັ່ງຕຶງ ຢູ່ກ່ອນແລ້ວ ຈາກບັນຫາ ຣາຄາເງິນ Yuan ຂອງຈີນ ບັນຫາການຄ້າ ແລະເຣື້ອງເສຣີພາບ ຂອງ internet ເປັນຕົ້ນ.

ຊ້ຳບໍ່ໜຳ ການທີ່ສະຫະຣັຖ ອະນຸຍາດ ໃຫ້ບໍຣິສັດ ອະເມຣິກັນ ຂາຍອາວຸດໃຫ້ Taiwan ເປັນມູນຄ່າ 6ພັນ4ຮ້ອຍລ້ານ dollar ສະຫະຣັຖ ເມື່ອທ້າຍເດືອນ ມົກກະຣາ ຜ່ານມາ ເຣັດໃຫ້ຈີນ ອອກມາປະກາດວ່າ ຕົນງົດການແລກປ່ຽນ ທາງທະຫານ ກັບສະຫະຣັຖ ແລະຈະລົງໂທດ ບໍຣິສັດ ອະເມຣິກັນ ທີ່ຂາຍອາວຸດ ໃຫ້ແກ່ Taiwan ແຕ່ຫາກບໍ່ໄດ້ ໃຫ້ຣາຍລະອຽດ ວ່າຈະລົງໂທດ ແບບໃດ.

ບໍ່ເທົ່າໃດມື້ ຕໍ່ມາ ທຳນຽບຂາວ ກໍເປີດເຜີຍວ່າ ປະທານາທິບໍດີ Obama ຈະພົບກັບອົງ Dalai Lama ໃນອີກບໍ່ດົນນີ້ ຊຶ່ງເຣັດໃຫ້ຈີນ ອອກມາເຕືອນ ທ່ານ Obama ເມື່ອມື້ວັນພຸດ ຜ່ານມາວ່າ ການພົບພໍ້ດັ່ງກ່າວ ຈະຍິ່ງເຮັດໃຫ້ ຄວາມສຳພັນຣະຫວ່າງ ປະເທດທັງສອງ ຊຸດໂຊມລົງຕື່ມ ແລະຢ້ຳວ່າ ແມ່ນປະທານ Hu Jintao ຂອງຈີນເອງ ເປັນຜູ້ຮຽກຮ້ອງ ບໍ່ໃຫ້ ປະທານາທິບໍດີ Obama ພົບກັບອົງ Dalai Lama.

ເມື່ອນັກຂ່າວຖາມວ່າ ຣັຖບານສະຫະຣັຖ ຄິດຢ່າງໃດ ກ່ຽວກັບ ຄວາມບໍ່ພໍໃຈ ຂອງຈີນ ໃນໂອກາດການ ຖແລງຂ່າວ ປະຈຳວັນ ເມື່ອວັນອັງຄານ ຜ່ານມາ ທ່ານ Philipp Crowley ຜູ້ຊ່ວຍ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖເວົ້າວ່າ: ທ່ານ Crowley ຕອບວ່າ ‘ສະຫະຣັຖ ຈະເດີນໜ້າຕໍ່ໄປ ເພື່ອເຫັນແກ່ຜົນ ປໂຍດຂອງຊາຕ ເຊັ່ນດຽວກັບທີ່ ສະຫະຣັຖ ເຊື່ອວ່າ ຈີນ ກໍ່ຄົງຈະເດີນ ໜ້າຕໍ່ໄປເຊັ່ນກັນ ເພື່ອຜົນປໂຍດ ຂອງຊາຕຕົນ.’

ປະທານາທິບໍດີ ສະຫະຣັຖ ຜູ້ກ່ອນໆ ອັນຮວມທັງ ປະທານາທິບໍດີ George W. Bush ກໍໄດ້ພົບພໍ້ ກັບອົງ Dalai Lama ແລະຈີນ ກໍໄດ້ສະແດງ ຄວາມບໍ່ພໍໃຈ ອອກມາແລ້ວເຊັ່ນກັນ ເຖິງວ່າ ຈະບໍ່ມີການໃຊ້ ມາຕການຕອບໂຕ້ ທີ່ຮຸນແຮງເລີຍ ກໍຕາມ ແຕ່ທ່ານ Yuan Peng ຫົວໜ້າຝ່າຍ ສະຫະຣັຖ ສຶກສາ ທີ່ສະຖາບັນ ການພົວພັນ ຕ່າງປະເທດສະໃໝ ປັດຈຸບັນຂອງຈີນ ກ່າວຕໍ່ໜັງສືພີມ ທາງການຈີນ ເປັນພາສາອັງກິດ The Global Times ວ່າການຕອບໂຕ້ ຂອງຈີນ ຈະມີຄວາມ ໝັ້ນໃຈ ຫລາຍຂຶ້ນກວ່າເກົ່າ ແລະຈະແຂງກະດ້າງ ກວ່າທີ່ Washington ຄິດຫລາຍ.

ການປ່ຽນແປງ ທ່າທີຕອບໂຕ້ ຂອງຈີນເທື່ອນີ້ ນັກວິເຄາະການເມືອງ ເຫັນວ່າ ເນື່ອງມາຈາກປັດໃຈ ຫລາຍປະການ ເຊັ່ນ ທ່ານ Edward Friedman ຜູ້ສ້ຽວຊານເຣື້ອງຈີນ ຢູ່ທີ່ ມະຫາວິທຍາລັຍ Wisconsin ເມືອງ Madison ເວົ້າວ່າ ນັບແຕ່ເກີດ ວີກິດການໆເງິນໃນປີ 2008 ຈີນລົງຄວາມເຫັນວ່າ ປະເທດພັທນາ ທີ່ນັບຖືຣະບອບ ປະຊາທິປະຕັຍ ໄດ້ຮັບບາດແຜ ຢ່າງສາຫັດ ເພາະສນັ້ນຈີນ ຊຶ່ງມີເສຖກິດດີ ແລະ ກໍາລັງຂຍາຍຕົວ ຈຶ່ງສາມາດບົງການ ໄດ້ຕາມໃຈຊອບ ໃນທົ່ວໂລກ ເພາະສະນັ້ນຈີນ ຈຶ່ງມີຄວາມໝັ້ນໃຈ ແລະບໍ່ຍອມ ປະນີປະນອມ ແລະ ເຊື່ອໝັ້ນໃນຕົວເອງ ຫລາຍຂຶ້ນ ຈົນເຮັດໃຫ້ ຫລາຍຕໍ່ຫລາຍຄົນ ເຫັນວ່າການກະທັມ ຂອງຈີນຍິ່ງຍະໂສ ວ່າດັ່ງນັ້ນ.

ປັດໃຈສໍາຄັນ ອີກຢ່າງນຶ່ງ ທີ່ເຮັດໃຫ້ ຈີນແຂງຂຶ້ນໄດ້ ກັບສະຫະຣັຖ ກໍເພາະວ່າຈີນ ເປັນອັນທີ່ທ່ານ Steve Tsang ຜູ້ສ້ຽວຊານ ເຣື້ອງຈີນ ຂອງ ມະຫາວິທຍາລັຍ Oxford ຂອງອັງກິດ ເອີ້ນວ່າ ‘ນາຍທະນາຄານ ຂອງຣັຖບານ ອະເມຣິກັນ’ ຍ້ອນວ່າ ສະຫະຣັຖ ໄດ້ຂໍໃຫ້ຈີນ ຊ່ວຍສນັບສນູນ ງົບປະມານ ຊຶ່ງສະຫະຣັຖ ນໍາມາ ໃຊ້ກະຕຸ້ນເສຖກິດ ຂອງຕົນ ໂດຍໃຊ້ເງິນທີ່ຈີນ ໄດ້ຈາກດູລການຄ້າ ກັບສະຫະຣັຖ ຊື້ຫລັກຊັບຕ່າງໆ ຂອງສະຫະຣັຖ ຕົກເປັນມູນຄ່າ ທັງໝົດ 800ພັນລ້ານ dollar ສະຫະຣັຖ.

ສ່ວນທ່ານ John Garver ຜູ້ສ້ຽວຊານ ກ່ຽວກັບ ນະໂຍບາຍ ຕ່າງປະເທດຂອງຈີນ ແຫ່ງ ມະຫາວິທຍາລັຍ Georgia Tech ໃນສະຫະຣັຖ ເວົ້າວ່າ ຜູ້ນໍານຈີນ ຈໍາເປັນຕ້ອງເອົາ ທ່າທີແຂງກະດ້າງ ເພື່ອໃຫ້ ປະຊາຊົນ ຊາຕນີຍົມ ຂອງຈີນເຫັນວ່າ ພວກຕົນເຂັ້ມແຂງພໍ ທີ່ຈະປົກປ້ອງ ປະເທດໄດ້ ໃນໂລກທີ່ເຕັມ ໄປດ້ວຍ ອັນຕະຣາຍ.

ເຖິງວ່າການຂັດແຍ້ງ ຣະຫວ່າງ ສະຫະຣັຖແລະຈີນ ຈະທະວີຄູນ ຂຶ້ນເລື້ອຍໆ ໃນລະຍະຫລັງໆນີ້ ແຕ່ທາງການ ສະຫະຣັຖ ກໍບໍຮູ້ສຶກ ວີຕົກກັງວົນ ແຕ່ປະການໃດເລີຍ ດັ່ງທ່ານ Bill Burton ຮອງໂຄສົກ ທໍານຽບຂາວ ກ່າວໃນເວລາ ຖແລງຂ່າວໃນ ວັນພຸດຜ່ານມາວ່າ: ທ່ານ Burton ເວົ້າວ່າ ‘ປະທານາທິບໍດີ ມີຄວາມເຫັນວ່າ ຄວາມສໍາພັນ ຂອງພວກເຮົາ ມີວຸດທິພາວະ ພຽງພໍ ທີ່ຈະສາມາດ ມີຄວາມເຫັນ ແຕກຕ່າງກັນ..ແຕ່ພວກເຮົາ ກໍສາມາດໂອ້ລົມ ຈົນຕົກລົງກັນໄດ້.’ ແລະ ທ່ານກໍກ່າວ ຕໍ່ໄປວ່າ ມີຫລາຍບັນຫາ ທີ່ສະຫະຣັຖແລະຈີນ ລົມກັນໄດ້ ຍ້ອນວ່າມີຜົນປໂຍດ ຮ່ວມກັນ ເຊັ່ນ: ບັນຫາການຫ້າມ ແຜ່ຂຍາຍອາວຸດ nuclear ເສຖກິດໂລກ ການປ່ຽນແປງ ຂອງດິນຟ້າອາກາດ ເປັນຕົ້ນ ທ່ານກ່າວໃນທີ່ສຸດ,

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.