ສັມປະທານທີ່ດິນ

ຍ້ອນຣັຖບານ ໃຫ້ສັມປະທານ ທີ່ດິນແກ່ຕ່າງ ປະເທດ ເຊົ່າຫລາຍເກີນໄປ ປະຊາຊົນລາວ ຫລາຍໆຄົນ ຈຶ່ງມີຄວາມເປັນ ຫ່ວງຕໍ່ ອານາຄົດຂອງ ຕົນແລະຂອງຊາດ.

0:00 / 0:00

ປັດຈຸບັນ ປະຊາຊົນລາວ ກຳລັງມີຄວາມ ວິຕົກກັງວົນ ກ່ຽວກັບບັນຫາ ທີ່ດິນເພາະ ຣັຖບານໄດ້ໃຫ້ ຕ່າງປະເທດເຊົ່າ ທີ່ດິນຫລາຍເກີນ ໄປແລະດົນນານ ເກີນໄປ.

ຜ່ານມາຣັຖບານລາວ ໄດ້ຕົກລົງໃຫ້ ບໍຣິສັດຈີນ ວຽດນາມ ໄທແລະຍີ່ປຸ່ນ ເຊົ່າທີ່ດິນໄປ ແລ້ວຫລາຍແສນ ເຮັກຕາຣ໌ ແລະຍັງມີ ນະໂຍບາຍຈະ ໃຫ້ເຊົ່າຕື່ມ ອີກຫລາຍ ຫລັງຈາກທົບທວນ ເບິ່ງຣະບຽບ ກົດໝາຍໃໝ່. ແຕ່ສະເພາະ ບໍຣິສັດຢາງ ຂອງວຽດນາມໄດ້ ຮັບອະນຸຍາດ ຈາກຣັຖບານລາວ ໄປແລ້ວສອງແສນ ເຮັກຕາຣ໌ ຢູ່ພາກ ໃຕ້ຂອງລາວ ແລະບໍຣິສັດ ຂອງຈີນຢູ່ພາກ ເໜືອກໍໄດ້ ສັມປະທານໄປ ແລ້ວຫລາຍ ແສນເຮັກຕາຣ໌. ນອກຈາກບັນຫາ ໃຫ້ເຊົ່າທີ່ດິນ ຫລາຍເກີນໄປ ປະຊາຊົນລາວ ຍັງວິຕົກກັງ ວົນຕໍ່ບັນຫາທີ່ ຣັຖບານລາວ ໃຫ້ຕ່າງປະເທດ ເຊົ່າດົນນານເກີນໄປ; ຕົວຢ່າງ ບໍຣິສັດຂອງຈີນ ເຊົ່າທີ່ດິນ ບຶງທາດຫລວງ ຍາວນານເຖິງ 50 ປີ ຕໍ່ໄດ້ອີກ 25 ປີ ລວມທັງໝົດເປັນ 75 ປີ; ເຊັ່ນດຽວກັນ ບໍຣິສັດຢາງ ວຽດນາມເຊົ່າທີ່ ດິນຢູ່ພາກໃຕ້ ກໍເປັນເວລາ ດົນນານ. ຄົນລາວຫລາຍໆຄົນ ເຫັນວ່າການ ໃຫ້ເຊົ່າເຖິງ 75 ປີ ເປັນການໃຫ້ເຊົ່າ ທີ່ດິນດົນນານ ເກີນໄປ ເກີນນຶ່ງເຊັ່ນຄົນ ຂອງຄົນລາວ ປະຊາຊົນຄິດ ຢ້ານລຸ້ນລູກລຸ້ນຫລານ ຂອງພວກເຂົາຈະ ບໍ່ມີບ່ອນ ທຳມາຫາກິນ ດັ່ງຊາວລາວຄົນ ນຶ່ງທີ່ແຂວງ ບໍຣິຄຳໄຊ ໄດ້ເວົ້າວ່າ:

ປະຊາຊົນລາວ ຄິດຢ້ານວ່າຖ້າ ຣັຖບານລາວ ຍັງໃຫ້ຕ່າງປະເທດ ເຊົ່າທີ່ດິນຫລາຍ ແລະດົນນານສືບ ຕໍ່ໄປອີກ ອີກບໍ່ດົນ ປະຊາຊົນລາວ ທີ່ເປັນເຈົ້າຂອງ ປະເທດຈະ ບໍ່ມີບ່ອນທຳ ມາຫາກິນເລີຍ ດິນບ່ອນໃດກໍ ເປັນຂອງຕ່າງ ປະເທດໝົດ.

ຄວາມວິຕົກ ກັງວົນໃຫຍ່ອີກ ຢ່າງນຶ່ງ ດິນສ່ວນນຶ່ງທີ່ ຣັຖບານລາວ ໃຫ້ຕ່າງປະເທດ ເຊົ່າໄປນັ້ນພັດ ແມ່ນດິນຂອງ ປະຊາຊົນ ຈົນເຖິງ ປັດຈຸບັນ ຣັຖບານລາວ ຍັງບໍ່ທັນ ສຳຣວດແລະໝາຍ ເຂດແດນທີ່ດິນ ໃນທົ່ວປະເທດ ຢ່າງຄັກແນ່ເທື່ອ ບາດເວລາມອບ ທີ່ດິນໃຫ້ຕ່າງ ປະເທດເຊົ່າດິນ ສ່ວນໃຫຍ່ນຶ່ງ ຈຶ່ງເປັນບ່ອນ ທຳມາຫາກິນຂອງ ປະຊາຊົນ ດັ່ງເຈົ້າໜ້າທີ່ ທາງການລາວຜູ້ນຶ່ງ ໄດ້ກ່າວຍອມຮັບວ່າ:

ຊາວລາວຜູ້ມັກ ງ່າຍກໍຍອມເສັຍ ທີ່ດິນໃຫ້ແກ່ ຣັຖບານແລະ ນັກລົງທຶນ ຕ່າງປະເທດໄປ ແຕ່ຫລາຍຄົນ ບໍ່ພໍໃຈບໍ່ ຍອມໂຍ້ກຍ້າຍ ແລະບໍ່ຍອມຮັບ ເອົາຄ່າຊົດເຊີຍ ທີ່ພວກເຂົາເຫັນວ່າ ໜ້ອຍເກີນໄປ.

ໃນດ້ານການເມືອງ ແລະເຂດນ້ຳແດນດິນ ອັນຄົບຖ້ວນຂອງ ປະເທດ ປະຊາຊົນລາວ ກໍມີຄວາມວິຕົກ ກັງວົນຫລາຍ ເຊັ່ນກັນ. ຫລາຍຄົນຄິດເຖິງ ຂັ້ນວ່າແຕ່ກ່ອນ ຄະນະຜູ້ນຳລາວ ຕໍ່ສູ້ເພື່ອຫລຸດພົ້ນ ອອກຈາກການຄອບງຳ ຂອງຕ່າງປະເທດ; ແຕ່ບັດນີ້ ຣັຖບານພັດ ປ່ອຍໃຫ້ຕ່າງ ປະເທດເຂົ້າມາ ຄຸ້ມຄອງ ເປັນຕົ້ນຄຸ້ມຄອງ ທີ່ດິນແລະ ຊັພຍາກອນ ທັມຊາດອື່ນໆ; ຕົວຢ່າງບັນຫາ ທີ່ດິນບຶ່ງ ທາດຫລວງ ປະຊາຊົນລາວ ຫລາຍໆຄົນຄິດວ່າ ຣັຖບານຂາຍ ທີ່ດິນຕອນດັ່ງ ກ່າວໃຫ້ແກ່ຈີນ ປະໃຫ້ຈີນເຂົ້າ ມາຄອບຄອງລາວ ແລະເມືອງຫລວງຂອງ ລາວຈະກາຍເປັນ ເມືອງຈີນ. ໃນເຂດ ຊົນນະບົດ ກໍເຊັ່ນດຽວກັນ ເປັນຕົ້ນໃນພາກ ເໜືອແລະພາກໃຕ້ ຂອງລາວ ປະຊາຊົນ ຮູ້ສຶກວ່າດິນ ບ່ອນໃດກໍເປັນ ຂອງນັກລົງທຶນ ຕ່າງປະເທດໝົດ ຄົນລາວຜູ້ເປັນ ເຈົ້າຂອງປະເທດ ແທ້ໆບໍ່ມີດິນ ບໍ່ມີບ່ອນຢູ່ ອາໃສແລະບ່ອນ ທຳມາຫາກິນ. ບໍຣິສັດຢາງ ວຽດນາມແລະ ຊາວວຽດນາມເຂົ້າ ມາເຊົ່າທີ່ດິນ ຢຸທ່າງ ສ້າງສາພັທນາ ຢູ່ພາກໃຕ້ຂອງລາວ ກາຍເປັນນາຍຈ້າງ ສ່ວນຄົນລາວກາຍ ເປັນລູກນ້ອງຮັບຈ້າງ ໄປແຕ່ລະມື້ ລະວັນ. ຫຼາຍຄົນຄິດຢ້ານ ວ່າປະເທດລາວ ຈະກາຍເປັນດິນ ດອນຂອງຕ່າງ ປະເທດໃນ ອານາຄົດ.

ປະຊາຊົນລາວ ມີຄວາມວິຕົກ ກັງວົນອີກຢ່າງ ນຶ່ງກ່ຽວກັບການ ໃຫ້ສັມປະທານ ທີ່ດິນຫລາຍຄົນ ເຊື່ອວ່າການໃຫ້ ຕ່າງປະເທດເຊົ່າ ທີ່ດິນເພື່ອປູກ ຢາງພາຣາຈະທຳ ຣາຍປ່າໄມ້ຕົ້ນໄມ້ ດິນແລະສະພາບ ແວດລ້ອມ. ປ່າໄມ້ແລະຕົ້ນໄມ້ ຕ້ອງຖືກທຳຣາຍ ເພາະກ່ອນຈະປູກ ຢາງພາຣາ ບໍຣິສັດ ລົງທຶນຕ້ອງຖາງ ປ່າແລະຕັດຕົ້ນ ໄມ້ອອກກ່ອນ ບໍ່ຕ່າງຫຍັງກັບ ເຮັດໄຮ່. ເມື່ອຖາງປ່າແລະ ຕັດຕົ້ນໄມ້ອອກ ໝົດແລ້ວກໍຕ້ອງ ຈູດເຜົາການ ກະທຳແບບນີ້ ຈະເຮັດໃຫ້ດິນ ເສັຍຄຸນນະພາບ ດິນຍິ່ງຈະ ແຫ້ງແລ້ງບໍ່ຊຸ່ມ ຊື່ນບໍ່ມີຝຸ່ນ ແລະ ຈະບໍ່ສາມາດ ດູດນ້ຳໄວ້ໄດ້ ເມື່ອຝົນຕົກມາ ຢ່າງໜັກ ນ້ຳຈະໄຫລແຮງ ໄປທ້ອນໂຮມຢູ່ ທີ່ຕ່ຳພາໃຫ້ ນ້ຳຖ້ວມຢ່າງງ່າຍດາຍ ນັກຊ່ຽວ ຊານກ່ຽວກັບການ ປູກຢາງພາຣາ ເວົ້າວ່າດິນທີ່ ຖືກໃຊ້ເປັນບ່ອນ ປູກຢາງພາຣາ ແລ້ວຈະໃຊ້ປູກ ພືດຢ່າງອື່ນ ບໍ່ໄດ້ເລີຍ.

ລາວເປັນປະເທດ ທີ່ອຸດົມສົມ ບູນໄປດ້ວຍຕົ້ນ ໄມ້ແລະປ່າໄມ້ ບໍຣິສັດຕ່າງ ປະເທດມັກດິນ ທີ່ມີປ່າດົງ ເພາະຈະເປັນດິນ ທີ່ດີເໝາະສົມ ສຳຣັບການປູກ ຢາງພາຣາ ແລະພືດສິນຄ້າ ຊະນິດອື່ນໆ. ຜູ້ເຊົ່າທີ່ດິນ ບາງຄົນ ບາງບໍຣິສັດ ສົມຮູ້ຮ່ວມຄິດ ກັບເຈົ້າໜ້າທີ່ ເຊົ່າທີ່ດິນທີ່ ມີປ່າດືບດົງໜາ ເພາະບໍ່ພຽງແຕ່ ຈະເປັນດິນດີ ເທົ່ານັ້ນ ກ່ອນຈະປູກ ຢາງພາຣາ ທາງບໍຣິສັດ ກໍຕັດໄມ້ອອກ ໄປຂາຍໄດ້ເງິນ ອັນມະຫາສານແລ້ວ. ປັດຈຸບັນປ່າໄມ້ ທິວທັດຂອງລາວ ໄດ້ຖືກປ່ຽນແປງ ໄປຫລາຍຍ້ອນມີ ການປູກຢາງພາຣາ ດັ່ງຊາວລາວ ທ່ານນຶ່ງໄດ້ເວົ້າວ່າ:

ການປູກຢາງພາຣາ ບໍ່ທຳຣາຍແຕ່ ປ່າໄມ້ຕົ້ນໄມ້ ແລະດິນເທົ່ານັ້ນ ຍັງທຳຣາຍ ສັດປ່ານຳ ເຮັດໃຫ້ສັດປ່າ ສູນພັນ ສັດປ່າທຸກ ຊະນິດອາໃສ ປ່າໄມ້ເປັນບ່ອນ ຢູ່ອາໃສ ແລະເປັນບ່ອນຊອກ ຫາອາຫານການກິນ ແຕ່ເມື່ອປ່າໄມ້ ແລະຕົ້ນໄມ້ຖືກ ຕັດແລະທຳຣາຍ ສັດປ່າກໍຕ້ອງ ສູນຫາຍໄປ.

ບັນຫານຶ່ງອີກ ທີ່ໜ້າເປັນຫ່ວງ ນອກຈາກໄດ້ໃຫ້ ຕ່າງປະເທດເຊົ່າ ທີ່ດິນແລ້ວ ຣັຖບານລາວ ຍັງອະນຸຍາດ ໃຫ້ຊາວລາວເຊົ່າ ທີ່ດິນໄດ້ນຳ ອີກຕາມກົດໝາຍ ວ່າດ້ວຍ ທີ່ດິນ ມາດຕຣາທີ່ 13 ທີ່ບົ່ງໄວ້ວ່າ ຣັຖມີສິດ ອະນຸຍາດໃຫ້ ພົລເມືອງລາວ ເຊົ່າທີ່ດິນສູງສຸດ ບໍ່ໃຫ້ເກີນ ສາມສິບປີ ແລະສາມາດຕໍ່ ໄດ້ແລ້ວແຕ່ ກໍຣະນີ. ແຕ່ບັນຫາ ພັດມີຢູ່ວ່າ ຜູ້ທີ່ເຊົ່າທີ່ ດິນໃນປັດຈຸບັນ ສ່ວນຫລາຍເປັນເຈົ້າ ນາຍຜູ້ມີອິດທິພົນ ແລະຮັ່ງມີທັງນັ້ນ. ທີ່ດິນຕາມຖນົນ ໝາຍເລກທີ່ 13 ມີຜູ້ຈັບຈອງ ເຊົ່າໝົດແລ້ວ ຜູ້ເຊົ່າ ສ່ວນນຶ່ງປູກ ຢາງພາຣາ ອີກສ່ວນນຶ່ງຈັບ ຈອງໄວ້ເພື່ອໃຫ້ ບໍຣິສັດເອກກະຊົນ ຫລືຕ່າງປະເທດ ເຊົ່າຕໍ່ຕົນມີ ແຕ່ຖ້າເກັບເອົາ ເງິນຄ່າເຊົ່າຢ່າງ ສະບາຍ; ສ່ວນປະຊາຊົນ ລາວຜູ້ອ່ອນແອ ບໍ່ຮູ້ທັນ ສະພາບການ ມາຮູ້ເມື່ອກໍ ສວາຍເກີນໄປ ແລ້ວດິນບ່ອນໃດ ກໍມີເຈົ້າຂອງ ສ່ວນຕົນເອງເກືອບ ວ່າຈະບໍ່ມີ ດິນຢູ່. ມາດຕຣາທີ່ 65 ຂອງກົດ ໝາຍທີ່ດິນ ກຳນົດໄວ້ວ່າ ຄົນຕ່າງດ້າວ ມີສິດເຊົ່າທີ່ ດິນຈາກພົລເມືອງ ລາວສູງສຸດບໍ່ ໃຫ້ເກີນຊາວປີ ແລະສາມາດ ຕໍ່ໄດ້. ຕາມຄວາມເຫັນດີ ເຫັນພ້ອມຂອງອຳນາດ ການປົກຄອງແຂວງ. ຄົນລາວຜູ້ສລາດ ໝູນໃຊ້ຊ່ອງວ່າງ ຂອງກົດໝາຍດັ່ງ ກ່າວເພື່ອຜົນປະໂຍດ ສ່ວນຕົວເຊັ່ນພວກ ເຂົາຈັບຈອງເຊົ່າ ທີ່ດິນໄວ້ຫຼາຍໆ ໂດຍສວຍໃຊ້ ກົດໝາຍທີ່ດິນ ມາດຕຣາທີ່ 13 ແລ້ວໃຫ້ຕ່າງ ປະເທດເຊົ່າຕໍ່ ອີງຕາມກົດໝາຍ ມາດຕຣາທີ່ 65 ທີ່ໄດ້ກ່າວມານັ້ນ. ສ່ວນບັນຫາທີ່ ວ່າເມື່ອເຊົ່າໝົດ ກຳນົດແລ້ວຜູ້ ເຊົ່າຕ້ອງຂໍຕໍ່ ເຣື່ອງນີ້ເຈົ້ານາຍ ຜູ້ມີອິດທິພົນ ແລະຮັ່ງມີສາມາດ ແກ້ໄຂໄດ້ຢ່າງ ງ່າຍດາຍພຽງແຕ່ ຊື້ຈ້າງຈອບອອຍ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຈະສາມາດເຊົ່າ ຕໍ່ໄດ້ໄປ ເລື້ອຍໆ.

ສລຸບແລ້ວການ ທີ່ຣັຖບານ ສປປລາວ ໄດ້ໃຫ້ຕ່າງ ປະເທດເຊົ່າທີ່ ດິນຫລາຍແລະ ດົນນານເກີນໄປ ໄດ້ເຮັດໃຫ້ ປະຊາຊົນລາວ ມີຄວາມວິຕົກ ກັງວົນຢ້ານສູນ ເສັຍດິນດອນຕ່ອນຫຍ້າ ຢ້ານບໍ່ມີບ່ອນ ທຳມາຫາກິນ ແລະຄິດຢ້ານການ ເຊົ່າດິນເພື່ອປູກ ຢາງພາຣາ ຈະທຳຣາຍສິ່ງ ແວດລ້ອມເປັນຕົ້ນ ຈະທຳຣາຍປ່າໄມ້ ຕົ້ນໄມ້ ດິນແລະສັດປ່າ.