ເສຣິພາບດ້ານ ຂໍ້ມູນຂ່າວສານ

ໃນໂອກາດ ຄົບຮອບ ວັນເສຣິພາບ ດ້ານສື່ມວນຊົນ ສາກົນ ເຈົ້າໜ້າທີ່ ຣະດັບສູງ ສະຫະປະຊາຊາດ ຮຽກຮ້ອງ ໃຫ້ທົ່ວໂລກ ສົ່ງເສີມ ສິດທິ ໃນການເຜີຍແຜ່ ແລະ ຮັບຮູ້ ຂໍ້ມູນຂ່າວສານ ພ້ອມກັບ ຮັບປະກັນ ຄວາມປອດພັຍ ຂອງນັກຂ່າວ ທີ່ປະຕິບັດ ໜ້າທີ່ ໃນວຽກງານ ສື່ມວນຊົນ ຊຶ່ງໃນປີນີ້ ໄດ້ຕັ້ງຫົວຂໍ້ວ່າ ”ເສຣິພາບ ດ້ານຂໍ້ມູນຂ່າວສານ”
ຈະເຣີນສຸກ
2010-05-04
ອີແມວລ໌
ຄໍາເຫັນ
Share
ພິມ
ທີ່ປະເທດສຣີລັງກາ ໂຄລອມໂບ ວັນທີ 4 ພຶສພາ 2010 ພວກນັກເຄື່ອນໄຫວ ຖືປ້າຍປະທ້ວງ ໃນການຫາຍສາບສູນຂອງ ນັກແຕ້ມຮູປກາຕູນ ແລະ ເປັນນັກຂຽນຂ່າວການເມືອງ ທີ່ມີຊື່ວ່າ Pradeep Eknaligoda ເປັນເວລາຮ້ອຍວັນແລ້ວ ທີ່ນັກຂ່າວຜູ້ນີ້ ໄດ້ຫາຍໄປໂດຍ ບໍ່ຮູ້ຂ່າວຄາວ. ອົງການ ຂ່າວເສຣີພາບສາກົນ ແລະກຸ່ມປົກປ້ອງ ສິດທິມະນຸດ ອອກຄວາມເຫັນວ່າ ປະເທດສຣີລັງກາ ເປັນອັນຕະລາຍ ທີ່ສຸດສໍາລັບ ນັກຂ່າວແບບເສຣີ.
ທີ່ປະເທດສຣີລັງກາ ໂຄລອມໂບ ວັນທີ 4 ພຶສພາ 2010 ພວກນັກເຄື່ອນໄຫວ ຖືປ້າຍປະທ້ວງ ໃນການຫາຍສາບສູນຂອງ ນັກແຕ້ມຮູປກາຕູນ ແລະ ເປັນນັກຂຽນຂ່າວການເມືອງ ທີ່ມີຊື່ວ່າ Pradeep Eknaligoda ເປັນເວລາຮ້ອຍວັນແລ້ວ ທີ່ນັກຂ່າວຜູ້ນີ້ ໄດ້ຫາຍໄປໂດຍ ບໍ່ຮູ້ຂ່າວຄາວ. ອົງການ ຂ່າວເສຣີພາບສາກົນ ແລະກຸ່ມປົກປ້ອງ ສິດທິມະນຸດ ອອກຄວາມເຫັນວ່າ ປະເທດສຣີລັງກາ ເປັນອັນຕະລາຍ ທີ່ສຸດສໍາລັບ ນັກຂ່າວແບບເສຣີ.
AFP PHOTO/Ishara S.KODIKARA

ວັນທີ 3 ພຶສພາ, ເປັນວັນຄົບຮອບ ອິສຣະພາບ ດ້ານສື່ມວນຊົນ ໂລກ, ຊຶ່ງສະຖາບັນ ແລະ ອົງການຈັດຕັ້ງສາກົນ ຕ່າງໆ ທີ່ມີສ່ວນພົວພັນ ແລະ ເປັນຫ່ວງ ກ່ຽວກັບ ເສຣິພາບ ດ້ານສື່ມວນຊົນ ໄດ້ເຜີຍແຜ່ຣາຍງານ ແລະ ອອກຖແລງການ ກ່ຽວກັບ ສະພາບການ ດ້ານສື່ມວນຊົນ, ການປະຕິບັດ ຕໍ່ສື່ມວນຊົນ ຂອງຣັຖບານ ເພື່ອປົກປິດຄວາມລັບ ແລະ ການຈໍາກັດ ການປະຕິບັດງານ ຂອງສື່ມວນຊົນ, ຕລອດຮອດ ຄວາມປອດພັຍ ຂອງຂະເຈົ້າ.

ໃນແຕ່ລະປີ ມີນັກຂ່າວ ຫລາຍສິບຄົນ ຖືກສັງຫານ ໃນຂະນະທີ່ ພຍາຍາມ ນໍາຂໍ້ມູນ ກ່ຽວກັບ ການກະທໍາ ທີ່ບໍ່ຖືກຕ້ອງ, ການສໍ້ຣາຊບັງຫລວງ ແລະ ຜົນກະທົບ ອື່ນໆ ມາເຜີຍແຜ່ ໃຫ້ປະຊາຊົນ ຮັບຮູ້. ໃນຂະນະດຽວກັນ, ມີນັກຂ່າວ ບາງຄົນ ທີ່ສ່ຽງຕໍ່ ການຂົ່ມຂູ່, ຖືກກັກຂັງ ແລະ ອັນຕະຣາຍ ຕໍ່ຊີວິດ ຂອງຂະເຈົ້າ ເນື່ງອຈາກວ່າ ພວກຂະເຈົ້າ ປະຕິບັດ ສິດທິ ໃນການຊອກຫາ, ຮັບຮູ້ມ ຕິດຕໍ່ສື່ສານ ແລະ ແລກປ່ຽນຄວາມຄິດເຫັນ.

ອົງການ ສົ່ງເສີມ ເສຣິພາບ ດ້ານສື່ມວນຊົນ ຂອງສະຫະຣັຖ ກໍໄດ້ອອກຣາຍງານ ການປະຕິບັດ ຕໍ່ສື່ມວນຊົນ ຂອງບັນດາ ປະເທດຕ່າງໆ ໃນທົ່ວໂລກ ໂດຍຣະບຸວ່າ ສະພາບ ສິດເສຣິພາບ ດ້ານສື່ມວນຊົນ ເຊື່ອມໂຊມລົງ. ສ່ວນໃນເຂດ ເອເຊັຍ ມີ 2 ປະເທດ ທີ່ປະຕິບັດ ຕໍ່ສື່ມວນຊົນ ຂີ້ຮ້າຍ ທີ່ສຸດ ຄື ປະເທດ ເກົາຫລີໃຕ້ ຢູ່ໃນອັນດັບ ທີ 196 ແລະ ພະມ້າ ຢູ່ໃນອັນດັບທີ 194. ຕໍ່ມາ ກໍແມ່ນ ປະເທດ ທີ່ມີການຈໍາກັດ ດ້ານສື່ມວນຊົນ ແລະ ຣັຖບານ ຫລືວ່າ ພັກ-ຣັຖ ຍັງຄວບຄຸມ ສື່ມວນຊົນ ຢູ່ຕໍ່ໄປ ເປັນຕົ້ນ ແມ່ນ ຈີນ, ລາວ ແລະ ວຽດນາມ. ໃນນັ້ນ, ລາວ ແລະ ຈີນ ຢູ່ໃນອັນດັບ ທີ 181, ໃນຂະນະທີ່ ວຽດນາມ ຢູ່ໃນອັນດັບທີ 177.

ເມື່ອປີກາຍນີ້, ອົງການ ສຶກສາ, ວິທຍາສາດ ແລະ ວັທນະທັມ ຫລື ຊື່ຫຍໍ້ ພາສາອັງກິດ ວ່າ UNESCO ໄດ້ປະນາມ ການສັງຫານ ນັກຂ່າວ 77 ຄົນ. ໃນຂະນະດຽວກັນ, ສະຫະປະຊາຊາດ ໃຫ້ຂໍ້ສັງເກດ ວ່າ ການເສັຍຊີວິດນັ້ນ ບໍ່ແມ່ນ ຢູ່ໃນສນາມຣົບ ທີ່ຈະຕ້ອງສ່ຽງ ຕໍ່ອາວຸດຕ່າງໆ, ແຕ່ນັກຂ່າວ ສ່ວນຫລາຍ ແມ່ນ ປະຕິບັດໜ້າທີ່ ວຽກງານນ້ອຍໆ ແລະ ໃນເຂດທ້ອງຖິ່ນ ໃນເວລາ ທີ່ມີຄວາມສງົບ ຫລື ໃນເຂດ ທີ່ບໍ່ມີສົງຄາມ. 
ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ສະຫະປະຊາຊາດ ຣະດັບສູງ ກໍໄດ້ເນັ້ນ ເຖິງຄວາມສໍາຄັນ ຂອງອິສຣະພາບ ດ້ານຂໍ້ມູນຂ່າວສານ, ໂດຍສະເພາະ ທ່ານ ບານ ກີ-ມູນ, ເລຂາ ທິການ ສະຫະປະຊາຊາດ ແລະ ຍານາງ ໄອຣີນາ ໂບໂກວາ, ອໍານວຍກາ UNESCO.
ທ່າ ບານ ກີ-ມູນ ກ່າວໃນຕອນນຶ່ງ ວ່າ:

”ພວກຂະເຈົ້າ ຖືກສັງຫານ ຍ້ອນວ່າ ພະຍາຍາມ ເປີດເຜີຍ ການກະທໍາຜິດ ຫລື ການສໍ້ຣາຊບັງຫລວງ. ຂ້າພະເຈົ້າ ປະນາມ ການສັງຫານ ດັ່ງກ່າວ ແລະ ຍໍ້າຕື່ມວ່າ ຜູ້ກະທໍາຜິດ ຕ້ອງຖືກນໍາມາດໍາເນີນຄະດີ ຢ່າງຍຸຕິທັມ. ຣັຖບານ ແຕ່ລະປະເທດ ມີໜ້າທີ່ ປົກປ້ອງ ຜູ້ທີ່ ປະຕິບັດໜ້າທີ່ ດ້ານສື່ມວນຊົນ.”

ທ່ານ ກ່າວຕື່ມວ່າ ການຍົກເວັ້ນໂທດ ຊໍ່າກັບວ່າ ເປີດໄຟຂຽວ ໃຫ້ແກ່ ອາສຍາກອນ ແລະ ຜູ້ສັງຫານ, ແລະ ໃຫ້ອໍານາດ ແກ່ຜູ້ທີ່ ພະຍາຍາມ ປົກປິດ ໃນສິ່ງທີ່ຕົນ ກະທໍາຜິດ. ໃນລະຍະຍາວ, ການຜ່ອນຜັນ ດັ່ງກ່າວ ຈະສົ່ງຜົນກະທົບ ແລະ ກໍ່ໃຫ້ເກີດ ການສໍ້ຣາຊບັງຫລວງ ໃນສັງຄົມ ຢ່າງກ້ວາງຂວາງ.

ໃນຂະນະທີ່ ມີການເປີດກ້ວາງ ໃນໂລກປັດຈຸບັນ ໂດຍອີງໃສ່ ກົດໝາຍໃໝ່ ທີ່ຍອມຮັບ ສິດທິ ທາງດ້ານຂໍ້ມູນຂ່າວສານ ໃນທົ່ວໂລກ, ແຕ່ການຂໍ້ຮ້ອງ ເພື່ອຮັບຮູ້ ຂໍ້ມູນຂ່າວສານ ທາງການ ຍັງຖືກປະຕິເສດ, ຫລືວ່າ ຖືກເລື່ອນເວລາອອກໄປ, ບາງຄັ້ງ ກໍແກ່ຍາວ ເຖິງຫລາຍປີ. ໃນຂະນະດຽວກັນ, ການບໍຣິຫານ ຂໍ້ມູນຂ່າວສານ ທີ່ບໍ່ມີປະສິດທິພາບ ຊໍ້າພັດ ຖືກຕໍານິ. ເຫດການ ດັ່ງກ່າວນັ້ນ ເກີດຂຶ້ນ ເນື່ອງຈາກວ່າ ເປັນປະເພນີ ຂອງການຮັກສາຄວາມລັບ ແລະ ການຂາດ ຄວາມຮັບຜິດຊອບ.

ເຖິງຢ່າງໃດ ກໍດີ, ຕາມຫລັກການແລ້ວ ປະຊາຊົນ ມີສິດ ໃນການຮັບຮູ້ຂໍ້ມູນ ທີ່ສົ່ງຜົນກະທົບ ຕໍ່ຊີວິດ ຂອງຂະເຈົ້າ, ແລະ ຣັຖບານ ມີໜ້າທີ່ ເຜີຍແຜ່ ຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ຄວາມໂປ່ງໃສ ຊຶ່ງເປັນປັດໃຈ ສໍາຄັນ ບົ່ງບອກ ເຖິງການບໍຣິຫານ ທີ່ດີ ຂອງຣັຖບານ. ຍາງນາງ ໄອຣີກາ ໂບໂກວາ, ຜູ້ອໍານວຍການ UNESCO ກ່າວໃນຕອນນຶ່ງ ວ່າ:

”ເສຣິພາບ ດ້ານຂໍ້ມູນຂ່າວສານ ແມ່ນ ຫລັກການ ທີ່ອົງການຈັດຕັ້ງ ແລະ ຣັຖບານ ມີໜ້າທີ່ ແບ່ງປັນ ຫລື ມີໄວ້ ເພື່ອເຜີຍແຜ່ ໃຫ້ທຸກຄົນ ສາມາດ ເຂົ້າເຖິງ ຂໍ້ມູນ ທີ່ຣັຖບານ ມີຢູ່ ແລະ ເຜີຍແຜ່ ໃຫ້ທຸກຄົນ ທີ່ຂະເຈົ້າ ຕ້ອງການ, ໂດຍອີງຕາມ ສິດທິ ຂອງສາທາຣະນະ ທີ່ຄວນຈະໄດ້ຮັບຮູ້ ແລະ ຮັບຟັງ….” ”ສິດທິ ໃນການຮັບຮູ້ ແມ່ນມີຄວາມສໍາຄັນ ສໍາລັບ ການສນັບສນູນ ສິດທິພື້ນຖານ ອື່ນໆ, ສໍາລັບ ຄວາມໂປ່ງໃສ, ຍຸຕິທັມ ແລະ ການພັທນາ. ການຮ່ວມມືກັນ ພ້ອມກັບ ການປະກອບ ຄວາມຄິດຄວາມເຫັນ ໃນການສະແດງອອກ ຢ່າງມີອິສຣະ ແມ່ນການສນັບສນູນ ປະຊາທິປະໄຕ”.

ຍານາງ ກ່າວຕື່ມວ່າ ຄວາມກ້າວໜ້າ ທີ່ສໍາຄັນ ເມື່ອບໍ່ນານມານີ້ ຄື ຫລາຍໆປະເທດ ນັບມື້ ນັບປັບປຸງ ກົດໝາຍ ວ່າດ້ວຍ ເສຣິພາບ ດ້ານສື່ມວນຊົນ, ຊຶ່ງໃຫ້ການຕິດຕາມ ການເຄື່ອນໄຫວ ແລະ ການປະຕິບັດວຽກງານ ຂອງຣັຖບານ ໄດ້ງ່າຍຂຶ້ນ. ພ້ອມດຽວກັນນັ້ນ, ຄວາມວ່ອງໄວ ແລະ ຣາຄາ ຖືກລົງ ຂອງເທັກໂນໂລຈີ ເຮັດໃຫ້ ປະຊາຊົນ ໃນທົ່ວໂລກ ສາມາດ ເຂົ້າເຖິງ ຂໍ້ມູນຂ່າວສານ ຈາກໂລກພາຍນອກ ດັ່ງທີ່ບໍ່ເຄີຍມີ ມາກ່ອນ.

UNESCO ສລອງ ວັນເສຣິພາບ ດ້ານສື່ມວນຊົນ ສາກົນ ໂດຍຈັດກອງປະຊຸມ ເປັນເວລາ 2 ມື້ ທີ່ ບຣິສແບນ, ປະເທດ ອັອສເຕຣເລັຍ ພາຍໃຕ້ ຫົວຂໍ້ ທີ່ວ່າ ອິສຣະພາບ ດ້ານຂໍ້ມູນ ຂ່າວສານ ຫລືວ່າ ສິດທິ ໃນການຮັບຮູ້.

ໃນຂະນະດຽວກັນ, ຫ້ອງການ ສິດທິມະນຸດ ໃນປະເທດ ເນປ່ານ ກໍຖືໂອກາດ ຂອງວັນດັ່ງກ່າວ ເພື່ອຮຽກຮ້ອງ ໃຫ້ນໍາເອົາ ຜູ້ທີ່ສັງຫານ ສື່ມວນຊົນ ໃນບັນດາ ປະເທດ ເອເຊັຍ ຕາເວັນອອກສ່ຽງໃຕ້ ຂຶ້ນດໍາເນີນຄະດີ ໂດຍຍຸຕິທັມ.

ເຕັມຫນ້າ