ໂລກປັດຈຸບັນ ການເງິນ ຕົກຢູ່ໃນສະພາບວິກິດການ ແລະ ເສດຖະກິດ ກໍປະເຊີນກັບຄວາມຫຍູ້ງຍາກ. ເມື່ອເປັນຄືແນວນັ້ນບໍ່ວ່າຈະເປັນປະເທດຮັ່ງມີທີ່ຂະຫຍາຍຕົວທາງດ້ານອຸດສະຫະກຳ ສູງ ຫລືວ່າຈະເປັນປະເທດທີ່ກຳລັງ ພັດທະນາຫລືດ້ອຍພັດທະນາຕ່າງກໍໄດ້ຮັບຜົນກະທົບໄປໃນທາງທີ່ບໍ່ດີ ຕາມໆກັນ. ໃນນັ້ນກໍມີປະເທດໄທຮວມຢູ່ດ້ວຍ. ໃນເມື່ອ ເສຖກິດ ໄທຝຶດເຄືອງ, ຊຶ່ງເປັນປະເທດ ທີ່ມີຄົນງານລາວ ໄປເຮັດວຽກຢູ່ຫລາຍແສນຄົນນັ້ນປະເຊີນກັບບັນຫາຫຍູ້ງຍາກຄືດັ່ງກ່າວກໍອາດໜີບໍ່ພົ້ນຈາກການທີ່ຄົນງານລາວຈະໄດ້ຮັບຜົນກະທົບແບບເປັນເງົາຕາມຕົວ.